ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ມາອ່ານເລື່ອງຕະລົກສາບັດນີ້ :D

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງເລົ່າ:
ທີ່ຫ້ອງການຊາຍຄົນໜື່ງກຳລັງຈະກັບບ້ານຕອນຄ່ຳໆມືດໆຫຼັງຈາກເລີກການແຕ່ຕ້ອງຮີບເຮັດວຽກໃຫ້ແລ້ວສາກ່ອນ, ຄວາມເຢັນ ແລະ ງຽບສະງັດກໍ່ປະກົດຂຶ້ນ, ຄວາມມືດມິດກໍ່ຍ່າງກ້າວເຂົ້າມາ, ລາວຮີບເຮັດວຽກໃຫ້ແລ້ວ ເພາະເຫຼືອແຕ່ຕົນເອງຢູ່ໃນຕຶກແຫ່ງນັ້ນ, ຫຼັງຈາກແລ້ວວຽກແລ້ວ ລາວກໍ່ຟ້າວກັບພຶບກະພັບເກັບເຄື່ອງກຽມກັບບ້ານແລ້ວແລ່ນໄປທີ່ລິບ, ກຳລັງຈະກົດລິບອັດ ກໍ່ມີຍິງສາວໃສ່ຊຸດສີຂາວ, ຜົມຍາວ ແລ່ນເຂົ້າມາໃນລິບນຳ, ເຂົ້າມາຢືນຂ້າງໆ, ບັນຍາກາດອັນມິດງຽບ ບໍ່ມີໃຜເວົ້າໃຜຈາ, ຊາຍຄົນນັ້ນເລີ່ມສັ່ນດ້ວຍຄວາມຢ້ານກົວ, ບຶດໜຶ່ງກິ່ນເໝັນເນົ່າກໍ່ໂຮຍຂຶ້ນມາ, ຊາຍຄົນນັ້ນຄິດໃນໃຈວ່າ: ໂອຍແມ່ນແລ້ວ ເຮົາພົບຜີຕາຍເນົ່າແລ້ວ, ລາວທັງສັ່ນ ທັງເຊັນ ທັງເຫື່ອອອກໄຫຼຍ້ອຍເຕັມເຄື່ອງນຸ່ງ ທັງກັ້ນຫາຍໃຈຍ້ອນຄວາມເໝັນ, ບຶດໜຶ່ງກໍ່ຍິນສຽງຫົວດັງຂຶ້ນຄ່ອຍໆຈາກຍິງຄົນນັ້ນວ່າ: ຮິໆໆ ຂໍໂທດເດີ ນ້ອງຕົດອອກ

ອ່ານຫົວແລ້ວກໍ່ອອກຄຳເຫັນແນ່ເດີ ອິອິ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອັນນ້ອງສາວຜູ້ຕົດຄຶສິບໍ່ແມ່ນສາວພາຕິເບາະ ບັນລະຍາຍເຫັນພາບປານຍູ່ໃນລິບນຳເຂົາເຈົ້າ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ອັນນ້ອງສາວຜູ້ຕົດຄຶສິບໍ່ແມ່ນສາວພາຕິເບາະ ບັນລະຍາຍເຫັນພາບປານຍູ່ໃນລິບນຳເຂົາເຈົ້າ


ບໍ່ນະ ອ່ານມາ
ຖ້າຂ້ອຍເປັນຜູ້ຍິງຄົນນັ້ນ ເຈົ້າຊິຍອມເປັນຊາຍຄົນນັ້ນບໍ?


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະພາບໃນຫ້ອງລິບ
ສະພາບຫຼັງຫ້ອງລິບ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ບໍ່ນະ ອ່ານມາ
ຖ້າຂ້ອຍເປັນຜູ້ຍິງຄົນນັ້ນ ເຈົ້າຊິຍອມເປັນຊາຍຄົນນັ້ນບໍ?



ຂ້ອຍສັນຍາວ່າ ຕໍ່ຈາກນີ້ຂ້ອຍສິບໍ່ຂຶ້ນລິບແລ້ວ ສິຍ່າງຂຶ້ນກະໄດເອົາດອກ ຍ້ານເຈີສາວພາໃນນັ້ນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ບໍ່ນະ ອ່ານມາ
ຖ້າຂ້ອຍເປັນຜູ້ຍິງຄົນນັ້ນ ເຈົ້າຊິຍອມເປັນຊາຍຄົນນັ້ນບໍ?



ຂ້ອຍສັນຍາວ່າ ຕໍ່ຈາກນີ້ຂ້ອຍສິບໍ່ຂຶ້ນລິບແລ້ວ ສິຍ່າງຂຶ້ນກະໄດເອົາດອກ ຍ້ານເຈີສາວພາໃນນັ້ນ


ພຸ້ນນະ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຈັກໄປຊອກຫາມາແຕ່ໄສ ຈັງແມ່ນດຸໝັ່ນເນາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ຈັກໄປຊອກຫາມາແຕ່ໄສ ຈັງແມ່ນດຸໝັ່ນເນາະ


ແບບວ່າຂ້ອຍມີເລື່ອງຕະລົກຫຼາຍນະ ແລະ ມັກໄປເລົ່າສູ່ໝູ່ຟັງ ພາກັນຫົວແຕກຫົວແຕນ ອັກໆໆໆ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ຈັກໄປຊອກຫາມາແຕ່ໄສ ຈັງແມ່ນດຸໝັ່ນເນາະ


ແບບວ່າຂ້ອຍມີເລື່ອງຕະລົກຫຼາຍນະ ແລະ ມັກໄປເລົ່າສູ່ໝູ່ຟັງ ພາກັນຫົວແຕກຫົວແຕນ ອັກໆໆໆ



ຂ້ອຍວ່າເຂົາຍາກຫົວຂວັນຄົນເລົ່າຫຼາຍກວ່າໄດ໋ ຕອນເລົ່າຄຶສິອອກທ່າອອກທາງນຳຊັ່ນດອກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...


ຂ້ອຍວ່າເຂົາຍາກຫົວຂວັນຄົນເລົ່າຫຼາຍກວ່າໄດ໋ ຕອນເລົ່າຄຶສິອອກທ່າອອກທາງນຳຊັ່ນດອກ


IIUUໃດ ? ຄິດບໍ່ອອກ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນຕົດອອກຕ່ອນເບາະຫັນນາຄີໍມາເໝັນແທ້........ອຶອຶ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົດອອກ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ບໍ່ແມ່ນຕົດອອກຕ່ອນເບາະຫັນນາຄີໍມາເໝັນແທ້........ອຶອຶ


ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ຕົດອອກ




໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ຮາຮາ ຕົດໃຫ້ຜູ້ບ່າວດົມ ມື້ຫນ້າຄັນໄດ້ຂື້ນລິບລົງລິບ ຈະຕົດໃຫ້ຜູ້ສາວດົມ ຮາຮາ ເອົາຄືນ ອິອິ

ຄົນເຮົາເລືອກເກິດບໍ່ໄດ້....

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະໃວ້ ລະນ່າມາ ແນວນີ່

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ກະໃວ້ ລະນ່າມາ ແນວນີ່


ອ່ານເກືອບງົງ


໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ຍາວໄປ

ຄົນເຮົາເລືອກເກິດບໍ່ໄດ້....

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ຄັກ...
ຂໍອີກເລື່ອງນຶ່ງ!


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແຕ່ເຮົາບໍ່ມີລິບໃຫ້ຂຶ້ນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້

ຮ່າກວ່າທຸກເທື່ອ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາເປັນຊາຍຄົນນັ້ນຢູ່ໃນລິບຕອນນັ້ນ ຊິໄດ້ຊ່ວຍໃຫ້ຍິງຄົນນັ້ນ ບໍ່ຕົກໃຈປານນັ້ນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ຢາເປັນຊາຍຄົນນັ້ນຢູ່ໃນລິບຕອນນັ້ນ ຊິໄດ້ຊ່ວຍໃຫ້ຍິງຄົນນັ້ນ ບໍ່ຕົກໃຈປານນັ້ນ

ຍິງຄົນນັ້ນບໍ່ໄດ້ຕົກໃຈ ຊາຍຄົນນັ້ນພຸ້ນນຕົກໃຈ