ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໃຜ​ຮູ້ຫລັກ​ການ​ຂຽນ​ຊື່ຕົນ​ເປັນ​ພາ​ສາ​ຕ່າງ​ປະ​ເທດໃຫ້​ຖືກ​ຕ້ອງ​ແນ່

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ພໍ​ດີ​ມື້​ນີ້​ໄປ​ເຮັດ​ພາ​ສ​ປອດ ລະ​ມີ​ເຈົ້າ​ຫນ້າ​ທີ່ຢູ່​ຫັນ​ວ່າ​ເຮົາ​ສະ​ກົດ​ຊື່​ຕົນ​ເອງ​ເປັນ​ພາ​ສາ​ຕ່າງ​ປະ​ເທດ​ບໍ່​ຖືກ
ປົກ​ກະ​ຕິ​ຂຽນ​ວ່າ :Vathsana SENGSOULIDDETH
ລະ​ເຈົ້າ​ຫນ້າ​ທີ່​ຢູ່​ກົງ​ສູນ ປ່ຽນ​ໃຫ້ vatsana SENGSOULITDETH
ເຮົາ​ກະ​ອະ​ທິ​ບາຍ​ວ່າ​ເຮົາ​ໃຊ້​ແບບ​ທຳ​ອິດ​ຫມົດ​ເລີຍ ລະ​ເຈົ້າ​ຫນ້າ​ທີ່​ວ່າ​ຖ້າ​ບໍ່​ປ່ຽນ​ຕາມ ກະ​ເຈົ້າ​ຈະ​ບໍ່​ອອກ​ພາ​ສ​ປອດ​ໃຫ້
ບາດ​ນີ້​ຊື່​ຢູ່​ພາ​ສ​ປອດ​ກັບ​ໃບ​ປະ​ກາດ​ບໍ່​ຄື​ ເລີຍ​ເປັນ​ບັນ​ຫາ​ໃຫຍ່ ເລີຍ

♡ເເມ່ລູກອ໋ອນ♡



.

໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ໂດນຄືກັນ ແຕ່ກ່ອນສະກົດນາມສະກຸນ ວ່າ: ໂພໃບເງິນ PHOBAINGERN ແຕ່ເພິ່ນປ່ຽນໃຫ້ເປັນ PHOBAINGEUNE , ເອົາໄປເອົາມາ ອ່ານຊື່ໂຕເອງ
ກະຈົນຊິບໍ່ໄດ້, ດີທີ່ຍັງຈື່ຊື່ຕົນເອງໄດ້ຢູ່. ກະມີຄວາມບໍ່ພໍໃຈຢູ່ແຕ່ກະເຮັດຫຍັງບໍ່ໄດ້ເພາະ ພາສປອດເພິ່ນອອກໃຫ້ຮຽບຮ້ອຍແລ້ວ


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ LAOEXOTICAR ຂຽນວ່າ...
ໂດນຄືກັນ ແຕ່ກ່ອນສະກົດນາມສະກຸນ ວ່າ: ໂພໃບເງິນ PHOBAINGERN ແຕ່ເພິ່ນປ່ຽນໃຫ້ເປັນ PHOBAINGEUNE , ເອົາໄປເອົາມາ ອ່ານຊື່ໂຕເອງ
ກະຈົນຊິບໍ່ໄດ້, ດີທີ່ຍັງຈື່ຊື່ຕົນເອງໄດ້ຢູ່. ກະມີຄວາມບໍ່ພໍໃຈຢູ່ແຕ່ກະເຮັດຫຍັງບໍ່ໄດ້ເພາະ ພາສປອດເພິ່ນອອກໃຫ້ຮຽບຮ້ອຍແລ້ວ



ຂ້ອຍ​ເອົາ​ຫນັງ​ສື​ຈາກ​ສະ​ຖານ​ທູດ​ໄປ​ໃຫ້​ເຈົ້າ​ຫນ້າ​ທີ່​ເບິ່ງ ວານ​ງກີ້​ນີ້​ແຕ່​ບໍ່​ທັນ​ແລ້ວ ພາ​ສ​ປອດ​ພິມ​ແລ້ວ

♡ເເມ່ລູກອ໋ອນ♡



.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຊື່ນີ້ ເຈົ້າໜ້າທີ່ບໍ່ວ່າຫຍັງ

ແຕ່ຂ້ອຍວ່າຊື່ນີ້ເປັນຂອງໃຜຂອງລາວ ປ່ຽນບໍ່ໄດ້ລະໃດວ່າບໍ? ເຊັ່ນວ່າ: ໄປອ່ານຊື່ພາສາອັງກິດຂອງຄົນເກົາຫຼີ ເກືອບອ່ານບໍ່ອອກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມເວົ້າໄປເວົ້າມາ ພາສປອດຂ້ອຍ ເຂົາກໍ່ພິມຜິດເຊັ່ນກັນ
ບ້ານດອນແດງ ລະໄປພິມ ບ້ານ ແດງແດງ, ຊື່ພໍ່ຂ້ອຍກໍ່ພິມຜິດ, ມີຄົນບອກວ່າ ຖ້າເຂົາພິມຜິດ ໄປໃຫ້ເຂົາແປງໃໝ່ກໍ່ໄດ້ ເພາະຈະເປັນບັນຫາຕາມມາໃຫ້ແກ່ເຮົາເອງ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄອໂດໂນ່


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອືມເວົ້າໄປເວົ້າມາ ພາສປອດຂ້ອຍ ເຂົາກໍ່ພິມຜິດເຊັ່ນກັນ
ບ້ານດອນແດງ ລະໄປພິມ ບ້ານ ແດງແດງ, ຊື່ພໍ່ຂ້ອຍກໍ່ພິມຜິດ, ມີຄົນບອກວ່າ ຖ້າເຂົາພິມຜິດ ໄປໃຫ້ເຂົາແປງໃໝ່ກໍ່ໄດ້ ເພາະຈະເປັນບັນຫາຕາມມາໃຫ້ແກ່ເຮົາເອງ


ເຈົ້າ​ຫນ້າ​ທີ່​ຢູ່​ຫັນ​ເວົ້າ​ວ່າ ຕ້ອງ​ມີ​ຫລັກ​ການ​ໃນ​ການ​ຂຽນ​ຕາມ​ກະ​ຊວງ​ສົ່ງ​ມາ​ໃຫ້ ແລ້ວ​ນ້ອງ​ກະ​ຂໍ​ເບິ່ງ​ຫລັກ​ການ​ນັ້ນ ລະ​ລາວ​ຕອບ​ວ່າ ມີ (ແຕ່​ລາວ​ກະ​ບໍ່​ໃຫ້​ເບິງ)

♡ເເມ່ລູກອ໋ອນ♡



.

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຂ້ອຍຊື່ນີ້ ເຈົ້າໜ້າທີ່ບໍ່ວ່າຫຍັງ

ແຕ່ຂ້ອຍວ່າຊື່ນີ້ເປັນຂອງໃຜຂອງລາວ ປ່ຽນບໍ່ໄດ້ລະໃດວ່າບໍ? ເຊັ່ນວ່າ: ໄປອ່ານຊື່ພາສາອັງກິດຂອງຄົນເກົາຫຼີ ເກືອບອ່ານບໍ່ອອກ



ຖ້າ​ປ່ຽນ​ແບບ​ນັ້ນ ລະ​ມັນ​ບໍ່​ຖືກ​ກັບ​ໃບ​ປະ​ກາດ ບໍ່​ຖືກ​ກັບ​ປຶ້ມ​ທະ​ນາ​ຄານ​ບໍ່​ຖືກ​ກັບ​ປະ​ຫວັດ​ການ​ສຶກ​ສາ.... ບັນ​ຫາ​ຕາມ​ມາ​ເຕັມ​ເລີຍ

♡ເເມ່ລູກອ໋ອນ♡



.

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ແທ້ຈິງແລ້ວການຂຽນ
ຊື່ກໍແລ້ວແຕ່ແບບໃຜມັນ
ຖ້າເປັນພາສາຕ່າງປະເທດ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ແທ້ຈິງແລ້ວການຂຽນ
ຊື່ກໍແລ້ວແຕ່ແບບໃຜມັນ
ຖ້າເປັນພາສາຕ່າງປະເທດ


ຫາ​ຊິ​ຮູ້​ຕອນ​ໄປ​ເຮັດ​ພາ​ສ​ປອດ​ນິ​ແລະ​ ວ່າມີ​ຫລັກ​ການ

♡ເເມ່ລູກອ໋ອນ♡



.

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າ ຫນ້າທີ່ ຜູ້ນີ້ ຄືມາ ເກັ່ງແທ້ ບໍ່ແມ່ນ ລາວ ຈົບ ດຣ ອັກສອນສາດເບາະ??

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື່ລາວໆ ຊິໃຫ້ສະກົດ ເປັນພາສາ ຕ່າງ ປະເທດແນວໃດເນາະ?
ຊື່ ຂ້ອຍ ກໍ່ມີ ບັນຫາ ປະຈຳ ໃນໃບປະກາດ ຂຽນ ວ່າChanpaseuth .ໃນໃບຄະແນນ ພັດວ່າchanpaserth ແບບໃດລະ
ໄປບອກ ອາຈານ ຜູ້ ເຮັດໃບຄະ ແນນ ໃຫ້ ປ່ຽນໃຫ້ ລາວ ກໍ່ໄປ ພິມໂຕເກົ່າ ອີກ
ເຊັງ ແຮງ ກໍ່ ເລີຍ ຢ່າ ມັນ ຊະ ບໍ່ຕອ້ງປ່ຽນ ເພາະ ໃບຄະແນນ ມັນບໍ່ສຳຄັນ ແລ້ວ ໄດ້ ວຽກພໍ ແຮງ ບໍ່ງໍ້ ໃຫ້ ເສຍ ອາລົມ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເທົ່າທີ່ ເຄີຍເຫັນຈາກຊື່ ຂອງຫລາຍຄົນ
ດ ມັກຈະ ສະກົດດ້ວຍ D.Th .T ເປັນຕົ້ນ ບໍ່ຕາຍຕົວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ເຈົ້າ ຫນ້າທີ່ ຜູ້ນີ້ ຄືມາ ເກັ່ງແທ້ ບໍ່ແມ່ນ ລາວ ຈົບ ດຣ ອັກສອນສາດເບາະ??



ລາວ​ວ່າ​ລາວ​ຈົບ​ມາ​ແຕ່​ເອີ​ລົບ ເຮົາ​ເປັນ​ພຽງ​ແຕ່​ນັກ​ສຶກ​ສາ​ທຳ​ມະ​ດາ​ກໍ​ເລີຍ​ເວົ້າ​ຫຍັງ​ບໍ່​ໄດ້ T.T

" Vat " ຂຽນ​ແບບ​ນີ້​ໃຜໆ ກໍ​ອ່ານ​ວ່າ "ວັດ" ອຸກ​ໃຈ

♡ເເມ່ລູກອ໋ອນ♡



.

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍລະຖືກຢູ່ປື້ມສຳມະໂນຄົວ ແລະ ບັດປະຈຳຕົວແລ້ວຕໍ່ມາໃສ່ປາສປອດຄືເພີ່ນພີມຜິດເດືອນຄືທ້າຍປີ 2012
ຢາກເຮັດປາສປອດແຕ່ຍ້າຍບ້ານແລະເມືອງກໍ່ເລີຍໄດ້ປ່ຽນສຳມະໂນຄົວ ແລະ ບັດປະຈຳຕົວພ້ອມ ວັນເກີດເກົ່າ
ຕົວຈີງທີ່ໃສ່ຢູ່ໃນປື້ມສຳມະໂນຄົວແລະບັດເກົ່າແມ່ນ 27/12/1981 ແຕ່ບາດແລ້ວເພີ່ນເອົາສົ່ງໃຫ້ລະ 27/1/1981
(ຈ້າງເພີ່ນເຮັດໃຫ້ຫມົດເລີຍ) ບາດນີ້ລະຜິດກັບຂໍ້ມຸນທາງການສືກສາແລະໃປປະກາດຕ່າງໆ,ໃບຂັບຂີ່,ບັນຊີທະນາ
ຄານ ...ຖ້າເຮັດໃຫ່ມແມ່ນໄດ້ຈ່າຍອີກຫມົດປະມານ 6,000 ບາດ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ຂ້ອຍລະຖືກຢູ່ປື້ມສຳມະໂນຄົວ ແລະ ບັດປະຈຳຕົວແລ້ວຕໍ່ມາໃສ່ປາສປອດຄືເພີ່ນພີມຜິດເດືອນຄືທ້າຍປີ 2012
ຢາກເຮັດປາສປອດແຕ່ຍ້າຍບ້ານແລະເມືອງກໍ່ເລີຍໄດ້ປ່ຽນສຳມະໂນຄົວ ແລະ ບັດປະຈຳຕົວພ້ອມ ວັນເກີດເກົ່າ
ຕົວຈີງທີ່ໃສ່ຢູ່ໃນປື້ມສຳມະໂນຄົວແລະບັດເກົ່າແມ່ນ 27/12/1981 ແຕ່ບາດແລ້ວເພີ່ນເອົາສົ່ງໃຫ້ລະ 27/1/1981
(ຈ້າງເພີ່ນເຮັດໃຫ້ຫມົດເລີຍ) ບາດນີ້ລະຜິດກັບຂໍ້ມຸນທາງການສືກສາແລະໃປປະກາດຕ່າງໆ,ໃບຂັບຂີ່,ບັນຊີທະນາ
ຄານ ...ຖ້າເຮັດໃຫ່ມແມ່ນໄດ້ຈ່າຍອີກຫມົດປະມານ 6,000 ບາດ...


ສຸດ​ທ້າຍ​ຜູ້​ຮັບ​ເຄາະ​ກະ​ແມ່ນ​ເຮົາ​ເອງ ແຕ່​ຂ້ອຍ​ກະ​ຍັງ​ຢາກຂຂຽນ​ຄຳ​ຮ້ອງ​ຂໍ​ປ່ຽນ​ຊື່​ໃນ​ພາ​ສ​ປອດ​ໃຫມ່ ແຕ່​ວ່າ​ເລື່ອງ​ວັນ​ເກີດ​ເຈົ້າ​ປ່ຽນ​ໄດ້ ລະ​ຊິ​ບໍ່​ມິ​ບັນ​ຫາ​ຫວາ

♡ເເມ່ລູກອ໋ອນ♡



.

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຊື່ເຮົາມັນເປັນລິຂະສິດຂອງເຮົາໃຜຊິເວົ້າຫຍັງໄດ້ເວັ້ນແຕ່ວ່າລາວຢາກໄດ້ເງີນເພີ່ມ ຂ້ອຍຂຽນຊື່ຂ້ອຍ phonpaseuth ແບບນີ້ບໍ່ເຫັນຊິມີໃຜເວົ້າຫຍັງ


໗ ກະທູ້
໙໗ ໂພສ
ນັກການກະທູ້
ໂດຍປົກກະຕິ ຊື່ທີ່ຂຽນເປັນພາສາອັງກິດ ຕ້ອງຢຶດຕາມທີ່ເຈົ້າຂອງຊື່ຂຽນບໍ່ແມ່ນບໍ ເປັນຫຍັງເຈົ້າໜ້າທີ່ຄົນນີ້ຈຶ່ງບອກໃຫ້ປ່ຽນໃຫ້ໄດ້ຕາມໃຈລາວ ແຕ່ຕອນຂ້ອຍໄປເຮັດບໍມີບັນຫາຫຍັງ ຕາມຂ້ອຍຂຽນທຸກຢ່າງທັງລາວແລະອັງກິດ