ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໃຜແດ່ເປັນຄືລາວ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ພີ່ນ້ອງຂ້ອຍລ້ຳລວຍມີບໍລິສັດ
ເປັນຂອງຕົນເອງຢູ່ເຮືອນລູຫລາ
ມີລົດໃຫຍ່ຂີ່ເປັນສິບໆຄັນ
ບາດອ້າຍເອື້ອຍນ້ອງຮ່ວມອຸທອນທຸກບໍມີ
ຮອດລົດຈັກສິໃຫ້ລູກຂີ່ໄປໂຮງຮຽນ
ເລື່ອງນີ້ຍາກລະບາຍຊື່ໆແຕ່ກະບໍໂທດ
ລາວດອກ ເພາະແມ່ຂ້ອຍເຮັດບຸນຫນ້ອຍ
ກະເລີຍໄດ້ສ່ຳນີ້ ເພື່ອນໆທຸກຄົນຢ່າລືມ
ເດີພີ່ນ້ອງຮ່ວມອຸທອນ ຂໍຮ້ອງຢ່າເປັນຄືລາວ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າຍນ້ອງຮ່ວມອຸທອນ ຄານຕາມກັນມາ ຕອນຍັງນ້ອຍ ກໍ່ຮັກແພງກັນດີ ຂີ່ຄໍຢອກລໍ້ ຕີກັນ
ຮ່ວມກັນມ່ວນຊື່ນເຮຫາ ບໍ່ມີຜິດໄພ ຕໍ່ກັນ
ແຕ່ໃຫ່ຍມາມີຄອບຄົວໃຜມັນ ຄາວນັ້ນຄືຈຸດປ່ຽນ ລູກເມຍ ລູກຜົວ ຂອງອ້າຍນ້ອງນັ້ນແຫຼະຄືຕົວຊັບຊໍ່
ເພາະສະນັ້ນ ຖ້າອ້າຍນ້ອງ ຫາກຄິດເຫັນກັນ ຄວນຈະຫາເວລາ ມາປຶກສາກັນ ສ້າງສັນແບ່ງປັນປະສົບການ ຊ່ວຍເຫຼືອກັນ
ທາງຄວາມຄິດ ວັດຖຸເງິນຄໍາຕາມຄວາມສາມາດ ຄົງຈະເຮັດໃຫ້ຊີວິດມີຄວາມສຸກຂຶ້ນຕຶ່ມ



໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາມັນມີຫລາຍກໍລະນີ ຄືນາຍຂ້ອຍ ຂ້ອຍໄດ້ແຕ່ອີຕົນລາວ ມີເງິນມີຄຳ ແຕ່ຄົນຫວັງຍາດມູນຍາດມັງຍ້ານກັນລື່ນກັນເຫລືອຄືອ້າຍຄືນ້ອງ
ອ້າຍນ້ອງທຸກຄົນແມ່ນຫວັງເພີ່ງແຕ່ບຸນບາລະມີລາວ
ນີ້ລະນໍ້ເພີ່ນວ່າ "ບຸນມີ ແຕ່ກຳບັງ" ສ່ຳລາວຊິຂາຍກິນນະດິນຕອນດຽວກິນຊາດນີ້ກະບໍ່ຫມົດ ບໍ່ໄລ່ໂຮງງານ, ບໍລິສັດທີ່ມີໃນລາວ ແລະກຳປູເຈ່ຍ
ແຕ່ລາວບໍ່ເຄີຍອວດວ່າລາວມີ ມີແຕ່ໃຫ້ຄົນອື່ນ
ຄິດໄປຄິດມາກະຄືຊິແມ່ນບຸນກິນບຸນທານລາວຫລາຍຕິເບາະ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ພີ່ນ້ອງຂ້ອຍລ້ຳລວຍມີບໍລິສັດ
ເປັນຂອງຕົນເອງຢູ່ເຮືອນລູຫລາ
ມີລົດໃຫຍ່ຂີ່ເປັນສິບໆຄັນ
ບາດອ້າຍເອື້ອຍນ້ອງຮ່ວມອຸທອນທຸກບໍມີ
ຮອດລົດຈັກສິໃຫ້ລູກຂີ່ໄປໂຮງຮຽນ
ເລື່ອງນີ້ຍາກລະບາຍຊື່ໆແຕ່ກະບໍໂທດ
ລາວດອກ ເພາະແມ່ຂ້ອຍເຮັດບຸນຫນ້ອຍ
ກະເລີຍໄດ້ສ່ຳນີ້ ເພື່ອນໆທຸກຄົນຢ່າລືມ
ເດີພີ່ນ້ອງຮ່ວມອຸທອນ ຂໍຮ້ອງຢ່າເປັນຄືລາວ



ຂີ້ຖີ່ຫລາຍຍິ່ງລວຍຫລາຍຄື Bill Gate ສະໃໝລາວເປັນ
ບ່າວລືມເງິນທອນຢູ່ຮ້ານ Macdonald 1$ ລາວຍັງຫລົບໄປເອົາຄືນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລວຍເງິນຄຳ ແຕ່ຊິລວຍຄວາມສຸກບໍ? ອັນນັ້ນອາດແມ່ນຫຼັບຫູຫຼັບຕາໄປ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຶມ
ມີເງິນຫລາຍ ກໍ່ເຮັດໃຫ້ ເຮົາສຸກສະບາຍ ຊື້ ໄດ້ທຸກຢ່າງທີ່ຕອ້ງການ
ແຕ່ ເງິນບໍ່ຫລາຍ ກໍ່ໃຊ້ ຊີວິດຢ່າງມີຄວາມສຸກໄດ້ ຄືກັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ຍັງໄຄແຕ່ພີ່ນ້ອງຂ້ອຍອຸ້ມຊູຊ່ວຍເຫຼືອກັນດີ ເຖິງເພີ່ນສິລວຍຫຼືມີຄອບຄົວແລ້ວແຕ່ກໍ່ຍັງມາສະໜັບສະໜູນເຮົາຜູ້ບໍ່ມີ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ຂື້ນກັບແຕ່ລະຕົວບຸກຄົນຕ່າງຫາກໃດບໍ່ເປັນຄືທີ່ວ່າມາສະເໜີໄປດອກ...ແຕ່ສ່ວນຫລາຍແລ້ວແມ່ນເປັນຄືທີ່ເຈົ້າ
(ເຈົ້າຂອງກະທູ້)ວ່າມານັ້ນເປະເລີຍ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພີ່ນ້ອງ ຄືແຂນ ຂາ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້