ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂຽນຂຶ້ນມາດ້ວຍຄວາມເບື່ອ / ຄວາມເຊັງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄັ້ງກະເບື່ອເນາະ ກັບການໃຊ້ຊີວິດແບບເດີມໆ ໃນແຕ່ລະວັນ
ບາງຄັ້ງກະແອບຄິດວ່າຊີວິດມີເທົ່ານີ້ບໍ ?? ຕື່ນໆ ນອນໆ ກິນໆ ຫລິ້ນໆ ໄປ ເຮຮາປາຕີ້ ໆ
ຜູ້ມີວຽກມີງານກະເຮັດວຽກເຮັດງານກັນໄປ ນັກຮຽນນັກສຶກສາກໍຮຽນໆ ສຶກສາໄປ
ຈົບມາກະຫາວຽກເຮັດງານທຳ ມັນກະບໍ່ມົ້ນ ຕື່ນໆ ນອນໆ ກິນໆ ຫລິ້ນໆ ໄປ ຄືເກົ່າອີກນັ້ນແຫລະ ໆ

...........ແລ້ວຈຸດຈົບຂອງຊີວິດຢູ່ໃສລ໋ະ ??? ຫລຸມຝັງສົບນັ້ນຫລື ???
ຖ້າວ່າຄ່າຂອງຄົນແຕ່ລະຄົນ ຢູ່ທີ່ຜົນຂອງງານ...ຄົນເຮົາຄົງຈະບໍ່ມີຄ່າອິຫຍັງຂຶ້ນມາເລີຍ
ເພາະອິຫຍັງລ໋ະ ??? ກໍເພາະວ່າຄົນສ່ວນຫລາຍບໍ່ໄດ້ສ້າງຜົນງານອິຫຍັງໄວ້ ຫລືມີຜົນງານຝາກໄວ້ນັ້ນເອງ
ພຽງມາຢ້ຽມຢາມໂລກໃບນີ້ ປະມານ 60 ປີ ກະໄປແລ້ວ...ເວົ້າມາແລ້ວກະເສຍດາຍໂອກາດເຫມືອນກັນລະເດນີ້ !!!

...........ເມື່ອມາເວົ້າເຖິງນັກຮຽນນັກສຶກສາແລ້ວ ກໍຍິ່ງຫນ້າເປັນຫ່ວງເປັນໄຍເຂົ້າໄປອີກ (ສຳລັບຄົນຈົນ ໆ ຄົນບ້ານນອກ) ດອກວາ
ພໍ່ແມ່ນາ ພໍ່ແມ່ນາ ໆ ອົດສາຫາເງິນສົ່ງຮຽນ ຫາເຊົ້າກິນຄ່ຳ ຕາກແດດຫນ້າດຳ ພຽງໄດ້ຍິນລູກເອີຍວ່າ: ຂໍເງິນຄ່າເທີມແດ່ແມ່.....
ພໍ່ແມ່ກະຫວັງວ່າລູກຂ້ອຍຈະເປັນຄົນດີ ມີອະນາຄົດອັນກ້າວໄກ ເພິ່ງພາໄດ້ແນ່ໆ ໃນຍາມແກ່ເຖົ້າມາ.....ປ໋າທີໂທ ປ໋າທີໂທ ໆ !!
ຄວາມຈິງແລ້ວ ລູກຂ້ອຍມີແຕ່ຫລິ້ນແຕ່ທ່ຽວ ໃຊ້ຈ່າຍຟູມເຟືອຍ ເລີກຮຽນມາເຂົ້າແຕ່ຮ້ານເຫລົ້າ ຮ້ານເບຍ ນົວເນຍກັນໄປທົ່ວ ມົ້ວອະບາຍຍະມຸກ ໆ ................ ເວົ້າມາລະເສົ້າໃຈ ​ໆໆ

.............ຂ້ອຍວ່າຂ້ອຍກຳລັງເປັນບ້າ......ແລ້ວຊຸມເຈົ້າຕ້ອງຄິດແບບນັ້ນ ແນ່ໆ ໆໆໆ ??? ຮາໆໆໆໆໆໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓ ກະທູ້
໒໑໓ ໂພສ
ນັກການກະທູ້
ຄິດຫລາຍໂພດຕິເບາະ, ໃຜກໍເປັນຄືກັນ

So much I need to say been lonely since the day
the day you went away......

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄັ້ງກໍ່ຄິດຄືກັນຫັ້ນລະ

ຫວ່າງໆເຈົ້າຄວນຈະໄປທ່ຽວບ່ອນທີ່ມີທຳມະຊາດຫຼາຍໆ ໄປເບິ່ງສຳພັດກັບວິຖີຊີວິດລຽບງ່າຍແບບຊົນນະບົດ, ເຮົາຈະຮູ້ສຶກວ່າທີ່ນັ້ນຄ້າຍຄືອີກໂລກໜຶ່ງທີ່ງົດງາມ ແລະ ຊີວິດກໍ່ມີຄ່າໄປອີກແບບ ໂດຍບໍ່ຕ້ອງດິ້ນຮົນກັງວົນຫຍັງຫຼາຍ... ຂ້ອຍກໍ່ຢາກໄປທ່ຽວ ສຳພັດກັບບັນຍາກາດສະບາຍ ສະບາຍແບບນັ້ນ ເພາະຄວາມຮູ້ສຶກດີ ບາງທີກໍ່ຫາຊື້ໃສບໍ່ໄດ້ ມັນຈະເກີດຂຶ້ນເອງທີ່ຈິດໃຈເຮົາບວກກັບສະພາບແວດລ້ອມ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນເຮົາເລືອກໃຊ້ຊີວິດແບບເດີມໆ ລອງຄົ້ນຫາໂຕເອງເບິ່ງ
ບໍ່ຕ້ອງໄປເຮັດຕາມຜູ້ນັ້ນຜູ້ນີ້ເວົ້າ ຄົ້ນຫາໂຕເອງໃຫ້ພົບ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ບໍ່ຕ້ອງຄິດຫຍັງຫຼາຍແນວໃດເຮົາຊິມີຄວາມສຸກລະເຮັດໂລດຢ່າໄປຜືນຕົວເອງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳວັນນີ້ໃຫ້ດີທີ່ສຸດ ແລະຢູ່ຢ່າງພໍພຽງບໍ່ເປັນໜີ້ເປັນສິນຄົນອື່ນ ບໍ່ທະເຍີທະຍານ ບໍ່ເຈັບບໍ່ເປັນ ນີ້ແລະຄືຄວາມສຸກຂອງມະນຸດ

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ບາງຄັ້ງກະເບື່ອເນາະ ກັບການໃຊ້ຊີວິດແບບເດີມໆ ໃນແຕ່ລະວັນ
ບາງຄັ້ງກະແອບຄິດວ່າຊີວິດມີເທົ່ານີ້ບໍ ?? ຕື່ນໆ ນອນໆ ກິນໆ ຫລິ້ນໆ ໄປ ເຮຮາປາຕີ້ ໆ
ຜູ້ມີວຽກມີງານກະເຮັດວຽກເຮັດງານກັນໄປ ນັກຮຽນນັກສຶກສາກໍຮຽນໆ ສຶກສາໄປ
ຈົບມາກະຫາວຽກເຮັດງານທຳ ມັນກະບໍ່ມົ້ນ ຕື່ນໆ ນອນໆ ກິນໆ ຫລິ້ນໆ ໄປ ຄືເກົ່າອີກນັ້ນແຫລະ ໆ

...........ແລ້ວຈຸດຈົບຂອງຊີວິດຢູ່ໃສລ໋ະ ??? ຫລຸມຝັງສົບນັ້ນຫລື ???
ຖ້າວ່າຄ່າຂອງຄົນແຕ່ລະຄົນ ຢູ່ທີ່ຜົນຂອງງານ...ຄົນເຮົາຄົງຈະບໍ່ມີຄ່າອິຫຍັງຂຶ້ນມາເລີຍ
ເພາະອິຫຍັງລ໋ະ ??? ກໍເພາະວ່າຄົນສ່ວນຫລາຍບໍ່ໄດ້ສ້າງຜົນງານອິຫຍັງໄວ້ ຫລືມີຜົນງານຝາກໄວ້ນັ້ນເອງ
ພຽງມາຢ້ຽມຢາມໂລກໃບນີ້ ປະມານ 60 ປີ ກະໄປແລ້ວ...ເວົ້າມາແລ້ວກະເສຍດາຍໂອກາດເຫມືອນກັນລະເດນີ້ !!!

...........ເມື່ອມາເວົ້າເຖິງນັກຮຽນນັກສຶກສາແລ້ວ ກໍຍິ່ງຫນ້າເປັນຫ່ວງເປັນໄຍເຂົ້າໄປອີກ (ສຳລັບຄົນຈົນ ໆ ຄົນບ້ານນອກ) ດອກວາ
ພໍ່ແມ່ນາ ພໍ່ແມ່ນາ ໆ ອົດສາຫາເງິນສົ່ງຮຽນ ຫາເຊົ້າກິນຄ່ຳ ຕາກແດດຫນ້າດຳ ພຽງໄດ້ຍິນລູກເອີຍວ່າ: ຂໍເງິນຄ່າເທີມແດ່ແມ່.....
ພໍ່ແມ່ກະຫວັງວ່າລູກຂ້ອຍຈະເປັນຄົນດີ ມີອະນາຄົດອັນກ້າວໄກ ເພິ່ງພາໄດ້ແນ່ໆ ໃນຍາມແກ່ເຖົ້າມາ.....ປ໋າທີໂທ ປ໋າທີໂທ ໆ !!
ຄວາມຈິງແລ້ວ ລູກຂ້ອຍມີແຕ່ຫລິ້ນແຕ່ທ່ຽວ ໃຊ້ຈ່າຍຟູມເຟືອຍ ເລີກຮຽນມາເຂົ້າແຕ່ຮ້ານເຫລົ້າ ຮ້ານເບຍ ນົວເນຍກັນໄປທົ່ວ ມົ້ວອະບາຍຍະມຸກ ໆ ................ ເວົ້າມາລະເສົ້າໃຈ ​ໆໆ

.............ຂ້ອຍວ່າຂ້ອຍກຳລັງເປັນບ້າ......ແລ້ວຊຸມເຈົ້າຕ້ອງຄິດແບບນັ້ນ ແນ່ໆ ໆໆໆ ??? ຮາໆໆໆໆໆໆໆໆໆ

ຈຸດປະສົງຂອງຊີວິດກໍ່ຄື ພະນິບພານ

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຄົນເຮົາມີຊີວິດສຸກທຸກປົນເປກັນໄປ,ຕອ້ງໃຊ້ຊີວິດໃຫ້ກຸ້ມຄ່າ
ມີໂອກາດກໍ່ໄປຫາຫຼີ້ນຫາທ່ຽວກັນແດ່ເພື່ອປ່ຽນບັນຍາກາດ

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າຢາກສຳພັດຊີວິດໃໝ່ ກະລອງໄປບວດ ແລ້ວຢູ່ປ່າລອງເບີ່ງລະ ຊີວີດຂອງເຈົ້າມັນຈະໄດ້ບໍ່ນ່າເບື່ອ,,,,,

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ແນວຄົນເຮົາມັນມີຕັນຫາກັນໝົດ, ມັນກະສ້າງໂອກາດໄປນົວເນຍກັນແບບນັ້ນລະ.

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄັ້ງກາເປັນຄີໍກັນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີສຸກມີທຸກມີເສົ້າມີເສຍໃຈມີມ່ວນຊື່ນ ນັ້ນຄືຊີວິດ
ແກ້ໄດ້ເດີ້ ຄົນລາວເຮົາຕາຍໄປແລ້ວດຽວນີ່ເພີ່ນບໍ່ຝັງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍ ຂອບໃຈທຸກຄຳເຫັນ ໆ
ອາລົມຂອງຄົນເຮົາມັນກະແບບນີ້ລະນໍ
ປ່ຽນໄປເລື້ອຍໆ ໆ ສຸກທຸກ ເສົ້າເສຍໃຈ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ບາງຄັ້ງກະເບື່ອເນາະ ກັບການໃຊ້ຊີວິດແບບເດີມໆ ໃນແຕ່ລະວັນ
ບາງຄັ້ງກະແອບຄິດວ່າຊີວິດມີເທົ່ານີ້ບໍ ?? ຕື່ນໆ ນອນໆ ກິນໆ ຫລິ້ນໆ ໄປ ເຮຮາປາຕີ້ ໆ
ຜູ້ມີວຽກມີງານກະເຮັດວຽກເຮັດງານກັນໄປ ນັກຮຽນນັກສຶກສາກໍຮຽນໆ ສຶກສາໄປ
ຈົບມາກະຫາວຽກເຮັດງານທຳ ມັນກະບໍ່ມົ້ນ ຕື່ນໆ ນອນໆ ກິນໆ ຫລິ້ນໆ ໄປ ຄືເກົ່າອີກນັ້ນແຫລະ ໆ

...........ແລ້ວຈຸດຈົບຂອງຊີວິດຢູ່ໃສລ໋ະ ??? ຫລຸມຝັງສົບນັ້ນຫລື ???
ຖ້າວ່າຄ່າຂອງຄົນແຕ່ລະຄົນ ຢູ່ທີ່ຜົນຂອງງານ...ຄົນເຮົາຄົງຈະບໍ່ມີຄ່າອິຫຍັງຂຶ້ນມາເລີຍ
ເພາະອິຫຍັງລ໋ະ ??? ກໍເພາະວ່າຄົນສ່ວນຫລາຍບໍ່ໄດ້ສ້າງຜົນງານອິຫຍັງໄວ້ ຫລືມີຜົນງານຝາກໄວ້ນັ້ນເອງ
ພຽງມາຢ້ຽມຢາມໂລກໃບນີ້ ປະມານ 60 ປີ ກະໄປແລ້ວ...ເວົ້າມາແລ້ວກະເສຍດາຍໂອກາດເຫມືອນກັນລະເດນີ້ !!!

...........ເມື່ອມາເວົ້າເຖິງນັກຮຽນນັກສຶກສາແລ້ວ ກໍຍິ່ງຫນ້າເປັນຫ່ວງເປັນໄຍເຂົ້າໄປອີກ (ສຳລັບຄົນຈົນ ໆ ຄົນບ້ານນອກ) ດອກວາ
ພໍ່ແມ່ນາ ພໍ່ແມ່ນາ ໆ ອົດສາຫາເງິນສົ່ງຮຽນ ຫາເຊົ້າກິນຄ່ຳ ຕາກແດດຫນ້າດຳ ພຽງໄດ້ຍິນລູກເອີຍວ່າ: ຂໍເງິນຄ່າເທີມແດ່ແມ່.....
ພໍ່ແມ່ກະຫວັງວ່າລູກຂ້ອຍຈະເປັນຄົນດີ ມີອະນາຄົດອັນກ້າວໄກ ເພິ່ງພາໄດ້ແນ່ໆ ໃນຍາມແກ່ເຖົ້າມາ.....ປ໋າທີໂທ ປ໋າທີໂທ ໆ !!
ຄວາມຈິງແລ້ວ ລູກຂ້ອຍມີແຕ່ຫລິ້ນແຕ່ທ່ຽວ ໃຊ້ຈ່າຍຟູມເຟືອຍ ເລີກຮຽນມາເຂົ້າແຕ່ຮ້ານເຫລົ້າ ຮ້ານເບຍ ນົວເນຍກັນໄປທົ່ວ ມົ້ວອະບາຍຍະມຸກ ໆ ................ ເວົ້າມາລະເສົ້າໃຈ ​ໆໆ

.............ຂ້ອຍວ່າຂ້ອຍກຳລັງເປັນບ້າ......ແລ້ວຊຸມເຈົ້າຕ້ອງຄິດແບບນັ້ນ ແນ່ໆ ໆໆໆ ??? ຮາໆໆໆໆໆໆໆໆໆ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ບາງຄັ້ງຊີວິດມັນກໍບ້າແບບນັ້ນລະ :)

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ບາງຄັ້ງຊີວິດມັນກໍບ້າແບບນັ້ນລະ :)

ຊີວິດຕ້ອງດຳເນີນຕໍ່ໄປເນາະທ່ານແອັດມິນ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສູ້ຕໍ່ໄປຊີວິດຍັງມີຫັວງຢ່າທໍ້ແທ້

໗ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ເຄີຍເປັນຫຼາຍເທື່ອ
ແຕ່ມັນກໍ່ເປັນວັດທະຈັກຂອງຊີວິດມະນຸດ
ມະນຸດເຮົາຕໍ່ສູ້, ດີ້ນຮົນເພື່ອຢາກມີຄວາມສຸກໃຫ້ຫຼາຍກວ່າຄວາມທຸກ
ຖ້າເຮົາໃຊ້ຊີວິດດ້ວຍຄວາມເຂົ້າໃຈເຖິງຄວາມທຸກ, ເຮົາກໍ່ຈະບໍ່ທຸກຫຼາຍ

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຍ້ອນເຮົາເລືອກໃຊ້ຊີວິດແບບເດີມໆ ລອງຄົ້ນຫາໂຕເອງເບິ່ງ
ບໍ່ຕ້ອງໄປເຮັດຕາມຜູ້ນັ້ນຜູ້ນີ້ເວົ້າ ຄົ້ນຫາໂຕເອງໃຫ້ພົບ

ເຫັນດີນຳ ຄົ້ນໃຫ້ພົບວ່າເຮົາຢູ່ໃສ ແຕ່ຢ່າຫລິ້ນໝາກຫລີ້ກັບໂຕເອງຫລາຍເດີ ຈັກໜ້ອຍຊິຫາບໍ່ເຫັນ
:

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ໂອ່ ຊີວິດ..................ມີຫຍັງຕັ້ງຫຼວງຫຼາຍ
ມີເກີດແກ່ເຈັບຕາຍ.....ຄ້າຍໆກັນ
ແຕ່ສິ່ງທີ່ບໍ່ຄື..............ຄືຄວາມຝັນ
ຢູ່ທີ່ໃຜຈະລ່າມັນ..........ໃຫ້ຢູ່ມື

໗ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ໂອ່ ຊີວິດ..................ມີຫຍັງຕັ້ງຫຼວງຫຼາຍ
ມີເກີດແກ່ເຈັບຕາຍ.....ຄ້າຍໆກັນ
ແຕ່ສິ່ງທີ່ບໍ່ຄື..............ຄືຄວາມຝັນ
ຢູ່ທີ່ໃຜຈະລ່າມັນ..........ໃຫ້ຢູ່ມື

ເອະ....ຮ້ອງເພງຕວ່ານິ ອິອິອິ
ແຕ່ກໍ່ແມ່ນຕາມນັ້ນແຫຼະເນາະ :)

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...

ຕ້ອງລ່າຝັນ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ