ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຖະຫນົນ 450 ປີພວມຈະກາຍເປັນ ...

໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ຈາກຄວາມຍິ່ງໃຫຍ່ ຊຶ່ງທີ່ຜ່ານມາ ຍັງບໍ່ມີຖະໜົນສາຍໃດມາທຽບຄຽງໄດ້ນັ້ນ
ມາວັນນີ້ ຖະໜົນ “ 450 ປີ ” ເລີ່ມບໍ່ຄິດຈະໂອ້ອວດ ຫຼື ຊິງດີຊິງເດັ່ນກັບໃຜ
ອີກແລ້ວ ເພາະບໍ່ມີຖະໜົນສາຍໃດມາຕໍ່ກອນນໍາໄດ້ ຈິ່ງປ່ອຍໃຫ້ໂຕເອງລາສີຕົກ
ຂາດຄວາມສະຫງ່າໄປ ຈົນພວມຈະກາຍເປັນຖະໜົນຊົນນະບົດໄປແລ້ວ.


[img][/img]

[img][/img]


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ແລ້ວຈະໃຫ້ເຮັດແນວໃດ?
ຕາມຂ້ອຍຄິດວ່າມີໃວ້ກະດີແລ້ວ ແຕ່ດຽວນີຄົນອາໃສຢູ່ແຖວນັ້ນໜ້ອຍມັນກະເລີຍຄືຊົນນະບົດຢ່າງທີ່ວ່າມາ ແນວໃດກະຢ່າປວກກິນບໍ່ໄດ້ດອກ!
ຍາມໃດມີຄົນເຂົາອາໃສຢູ່ຕາມສອງພາກທາງຫາກຊິດີເອງ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກໜ້ອຍກະພັດທະນາ


໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ມັນກາເປັນຈັ່ງຊັ້ນຢູ່ລະ. ເຖິງຈັ່ງໃດກາເທາະ, ມີໃຊ້ກໍດີລະ. ຫວັງວ່າມັນຄົງຈະບໍ່ເພງ່າຍໆລະກາແລ້ວ ເພາະຖ້າເພມາຄົງຈະບໍ່ມີໂອກາດໄດ້ສ້ອມແປງລະແຫຼະ - -*


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົດບໍ່ຕິດຕາມຖະຫນົນ T2 ກະຍ້ອນມີທາງນີ້ລະ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນເລື່ອງປົກກະຕິທາງປູຢາງບ້ານເຮົາ ມັນເຕັມແຕ່ຂີ້ຝຸ່ນຢູ່ແລ້ວ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເຄີຍທຽວໄປເລື້ອຍໆ ຫວ່າງນຶ່ງ ເຫັນວ່າຖະໜົນເປື້ອນ ແລະມີຝຸ່ນຫຼາຍ ແຕ່ດີຢ່າງນຶ່ງແມ່ນມັນກວ້າງ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນທາງກ້ວາງຕິບໍເຮັດໃຫ້ຂ້ອຍເກີດອຸປະຕິເຫດເທື່ອຫນື່ງຢູ່ບ່ອນທາງຕັດໄປນາຄວາຍລົດແກ່ຫີນສິບລໍ້າເກືອບປິດຊີວິດຂ້ອຍ
ໄຄແຕ່ລົດຂ້ອຍກະຈົກແຕກເຮັດໃຫ້ຂ້ອຍຫລອດຍ້ອນລີດອອກຈາກລົດ(ບໍ່ໄດ້ກະໂດດແຕ່ມັນດີດອອກເອງແນວໃດກະບໍ່ຮູ້)ລົດມຸ່ນອຸ້ຍປຸ້ຍ ຮືຮືຮື
ມາຮອດທາງເສັ້ນນີ້ຍາມໃດກະຂົນຫົວລຸກ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ແລ້ວຈະໃຫ້ເຮັດແນວໃດ?
ຕາມຂ້ອຍຄິດວ່າມີໃວ້ກະດີແລ້ວ ແຕ່ດຽວນີຄົນອາໃສຢູ່ແຖວນັ້ນໜ້ອຍມັນກະເລີຍຄືຊົນນະບົດຢ່າງທີ່ວ່າມາ ແນວໃດກະຢ່າປວກກິນບໍ່ໄດ້ດອກ!
ຍາມໃດມີຄົນເຂົາອາໃສຢູ່ຕາມສອງພາກທາງຫາກຊິດີເອງ!



ຖືກຕ້ອງ ດິນມັນເລີມແພງຊື້ບໍ່ໄດ້ ຖ້າຊື້ຟໄດ້ ໄປຢູ່ແລ້ວ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ຍ້ອນທາງກ້ວາງຕິບໍເຮັດໃຫ້ຂ້ອຍເກີດອຸປະຕິເຫດເທື່ອຫນື່ງຢູ່ບ່ອນທາງຕັດໄປນາຄວາຍລົດແກ່ຫີນສິບລໍ້າເກືອບປິດຊີວິດຂ້ອຍ
ໄຄແຕ່ລົດຂ້ອຍກະຈົກແຕກເຮັດໃຫ້ຂ້ອຍຫລອດຍ້ອນລີດອອກຈາກລົດ(ບໍ່ໄດ້ກະໂດດແຕ່ມັນດີດອອກເອງແນວໃດກະບໍ່ຮູ້)ລົດມຸ່ນອຸ້ຍປຸ້ຍ ຮືຮືຮື
ມາຮອດທາງເສັ້ນນີ້ຍາມໃດກະຂົນຫົວລຸກ...


ຕາຢ້ານ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເຄີຍທຽວໄປເລື້ອຍໆ ຫວ່າງນຶ່ງ ເຫັນວ່າຖະໜົນເປື້ອນ ແລະມີຝຸ່ນຫຼາຍ ແຕ່ດີຢ່າງນຶ່ງແມ່ນມັນກວ້າງ


ຂ້ອຍຄືວ່າບໍ່ເຄີຍໄປຈັກເທື່ອ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເຄີຍທຽວໄປເລື້ອຍໆ ຫວ່າງນຶ່ງ ເຫັນວ່າຖະໜົນເປື້ອນ ແລະມີຝຸ່ນຫຼາຍ ແຕ່ດີຢ່າງນຶ່ງແມ່ນມັນກວ້າງ


ຂ້ອຍຄືວ່າບໍ່ເຄີຍໄປຈັກເທື່ອ


ບໍ່ໄປລະດີແລ້ວສາວພາສຸກເອີຍມັນອັນຕະລາຍຍ້ອນທາງກ້ວາງແລະຊື່ລົດລະມີແຕ່ຜູ້ແລ່ນໄວໆໆໆໆໆໆໆໆໆໆໆບໍ່ແມ່ນວ່າບໍ່ມັກຄວາມ
ຈະເລີນກ້າວຫນ້າໃດ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ແລ່ນ 100 ໄດ້ສະບາຍ
ແຕ່ຕອ້ງລະວັງ ລົດມາທາງຫນ້າ ແລ່ນຜິດເລນຕະຫລອດ
ສວ່ນກາງຄືນ ຄົງສີແມ່ນສະຫນາມແຂ່ງ
ສວ່ນເຮືອນຊານ ຄົງສີແມ່ນ ອີກ 10 ປີພຸ້ນລະຈຶ່ງສີເຕັມ ນໍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກໜ້ອຍລົດຫຼາຍເຂົາກໍ່ບໍ່ແລ່ນໄວແລ້ວຕິເນາະ


໖ ກະທູ້
໒໙໒ ໂພສ
ນັກການກະທູ້
ເບື່ອທີ່ບໍ່ແກ້ບັນຫາ ມີແຕ່ເວົ້າ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ເຖິງຈະບໍ່ມີຄົນໄປຢູ່ຫລາຍ ແຕ່ມັນກໍ່ດີກວ່າທີ່ບໍ່ມີທາງລະບາຍລົດອອກຈາກຕົວເມືອງຈັກໜ້ອຍເລີຍ

ປັດຈຸບັນທີ່ຢາກບອກກໍ່ຄື ເວລາກາງຄືນແນະນຳບໍ່ໃຫ້ທຽວທາງນັ້ນຖ້າບໍ່ຈຳເປັນ ຍິ່ງເປັນລົດຈັກ ລົດຖີບ ຍິ່ງບໍ່ຄວນຈະໄປເດັດຂາດ ເພາະສ່ຽງຕໍ່ການເກີດໂຈນລະກຳ ຂີ່ລົດໃຫຍ່ໄປຍັງຖືກລັດເລີຍ ທາງປ່ຽວໂພດ

ເຫດການເກີດກັບຄົນທີ່ ຂພຈ ຮູ້ຈັກ ເມື່ອປີທີ່ແລ້ວ ລາວກັບມາແຕ່ໜອງຄາຍປະມານ9-10ໂມງແລງ ພໍກາຍທາງແຍກໄປສະໜາມກິລາຫລັກ16 ມາທາງໃນເມືອງໜ້ອຍ1 ມີກຸ່ມຄົນ5-6ຄົນ ຖືມີດຖືງ້າວຍືນຢູ່ກາງທາງໂດຍບໍຍອມຫລີກໄປໃສ ບີແກໃສ່ກໍ່ເສີຍ ລາວເລີຍຈອດລົດຢູ່ໄກຈາກພວກມັນໜ້ອຍໜຶ່ງແລ້ວຈັບເອົາປືນມາຍິງຂຶ້ນຟ້າ2ບາດ ພວກມັນຂຶ້ນລົດຈັກໜີໄປເລີຍ

ເຫດການນີ້ບໍ່ໄດ້ເກີດກັບຂ້ອຍ ລາວເລົ່າໃຫ້ຟັງຖ້າລາວຕົວະຂ້ອຍກໍ່ຕົວະຕໍ່


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍມີຜູ້ຮັກສາຫວາ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຫົນທາງດີເລີດ ລາຄາແພງສຸດ ສາມາດປຽ່ນເປັນທາງຊູເປີຮາຍເວ ແລວ້ເກັບເງິນຄືຂົວທ່າງອ່ນໄດ້


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
5555555 ຖ້າຢາກໃຫ້ມັນເປັນທະໜົນທີ່ສະອາດງາມຕາ,ເຮົາຄິດວ່າຄວນເຮັດຈັ່ງໃດກັບມັນ.ແນ່ນອນກໍ່ຕ້ອງໄດ້ໄປປົວລະບັດຮັກສາ ແລະ ແມ່ນໃຜຈະໄປຮັກສາລະ.ອັນນີ້ກໍ່ຕ້ອງແມ່ນພວກເຮົາໝົດໝຸກຄົນຕ້ອງມີສ່ວນຮ່ວມນຳກັນ.ອາໃສແຕ່ບັນດາທ່ານທີ່ເພີ່ນຮັບຜິດຊອບປັດກວດອານາໄມທາງຄົນຊີບໍ່ຫຼ້ອນ.


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ງົບບູລະນະຍັງບໍ່ທັນມີ