ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຖາມຄວາມເຫັນ"ເຮັດວຽກກັບການບິນລາວ"ເປັນຈັ່ງໃດ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມທີ່ຂຽນເລີຍພໍດີເຈົ້າຂອງກະທູ້ເສັງຕິດ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມປົກກະຕິຕ້ອງໃຊ້ເສັ້ນ+ເງິນ
ແຕ່ເຈົ້າເສັງຕິດ ເຈົ້າອາດຈະຄະແນນສູງຫລາຍ
ຫວັງວ່າຄງຈະໄດ້


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຕາມປົກກະຕິຕ້ອງໃຊ້ເສັ້ນ+ເງິນ
ແຕ່ເຈົ້າເສັງຕິດ ເຈົ້າອາດຈະຄະແນນສູງຫລາຍ
ຫວັງວ່າຄງຈະໄດ້



ເສັງໄດ້ແລ້ວສຳພາດແລ້ວສ່ວນຄະແນນກະສູງພໍສົມຄວນແຕ່ຢາກຖາມວ່າອົງກອນນີ້ເປັນຈັ່ງໃດ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ເປັນຂອງລັດວິສາຫະກິດ ເງິນເດືອນສູງກວ່າລັດແທ້ໆ ຖືວ່າດີພໍສົມຄວນ ມີເງິນສະຫວັດດີການ ອື່ນໆດີສົມຄວນ ແລະພໍຄົບອາຍຸການກໍ່ມີເງິນບຳເນັດໃຫ້ຕາມອາຍຸການຂອງເຮົາ ໄດ້ເງິນເດືອນຕາມຂັ້ນຂອງເງິນເດືອນປົກກະຕິຄືລັດແທ້ໆຫັ້ນແຫລະ


ສະຫລຸບວ່າດີ ຖ້າເປັນກັບຕັນຍິ່ງດີ ມີສາວແອງາມໆອ້ອມຂ້າງຕະລອດ ຫ່າໆໆ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ ເສັງຕິດ ຂພຈ ຄິດວ່າໂຄດດີເລີຍ ຂ້ອຍແຕ່ນ້ອຍທ້າວໃຫ່ຍປານນີ້ຍັງຄິດຢາກເປັນ,ເພາະຈະມີໂອກາດບີນໄປປະເທດນັ້ນປະເທດນີ້ ,ແຕ່ກະວ່າແລະງານປະເພດນີ້ບໍ່ເໝາະສົມກັບຂ້ອຍ,ເພາະຂ້ອຍໜ້າດີໂພດແລະກະຮຽນເກັ່ງໂພດເຂົ້າເຈົ້າເລີຍບໍ່ເອົາເຊົ້າເຈົ້າຢ້ານຂ້ອຍໄປຍາດຕຳແໜ່ງ,ກະເລີຍຕ້ອງ ຈ໋ອຍ ເປັນຄົນລ້ຽງຄວາຍ.


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຕາມປົກກະຕິຕ້ອງໃຊ້ເສັ້ນ+ເງິນ
ແຕ່ເຈົ້າເສັງຕິດ ເຈົ້າອາດຈະຄະແນນສູງຫລາຍ
ຫວັງວ່າຄງຈະໄດ້



ເສັງໄດ້ແລ້ວສຳພາດແລ້ວສ່ວນຄະແນນກະສູງພໍສົມຄວນແຕ່ຢາກຖາມວ່າອົງກອນນີ້ເປັນຈັ່ງໃດ



ອົງກອນນີ້ເປັນວິສາຫະກິດ ເງິນເດືອນກະສູງກ່ວາລັດທົ່ວໄປ ແຕ່ກະຊິມີເງິນຍາມ,ນ້ຳມັນ .... ອື່ນໆແດ່



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດໄປໂລດ ແລ້ວຈະຮູ້ເອງ, ຄິດວ່າດີຢູ່ໃດ, ເອົາປະສົບການໄປກ່ອນ, ເປັນຜູ້ບ່າວການບິນ ເທ່ດີຕວາ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...
ຕາມທີ່ຂຽນເລີຍພໍດີເຈົ້າຂອງກະທູ້ເສັງຕິດ



ດີ​ໃຈ​ນຳ​ເດີ

ໄດ້​ຍິນ​ຫມູ່​ວ່າ ແບບ​ວ່າ ຫມູ່ ຂອງ​ຫມູ່ ອີກ​ເທື່ອ​ໜຶ່ງ
ລາວ​ເຮັດ​ວຽກ​ຢູ່ ການ​ບີນ ຫລື ສະ​ຫ​ນາມ​ບິນ​ນີ້​ແລະ ລາວ ບອກວ່າ ຮູ້​ສຶກ​ເສຍ​ດາຍ​ທີ່ ​ຕ້ອງ​ອອກ​ເພາະ ລາວ ເສັງ​ຕິດ ອີກ​ບ່ອນ​ໜື່ງ ຕອນ​ນີ້ ລາວ ເສຍ​ໃຈ ແລະ ເສຍ​ດາຍ​ທີ່ ຕ້ອງ​ລາ​ອອກ
ແຕ່ ການ​ບິນ​ລາວ​ທີ່ ສະ​ຫັວນ​ບ້ານ ເຮົາ ກໍ່​ດີ​ໃດ ພະ​ນັກ​ງານ​ເຂົາ ເບີ່ງ​ຄື​ວ່າ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ຂໍ​ໃຫ້​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ ເດີ ແລະ ຕັ້ງ​ໃຈ ຮຽນ​ຮູ້ ຫ​ນ້າ​ທີ່ ຂອງ​ຕົ​ນ​ໃຫ້ ດີ ສົມ​ກັບ ທີ່​ຕັ້ງ​ໃຈ
ເປັນ​ກຳ​ລັງ​ໃຈ​ໃຫ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທຸກໆຄຳເຫັນຈະຕັ້ງໃຈເຮັດໃຫ້ດີທີ່ສຸດ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຫລາຍ ໆ ຂ້ອຍກະຂັບຍົນຕະຫລອດ ຮາໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...
ຂອບໃຈທຸກໆຄຳເຫັນຈະຕັ້ງໃຈເຮັດໃຫ້ດີທີ່ສຸດ