ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » Lao Forex, Forex ໃນລາວ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ພໍດີວ່າສົນໃຈການລົງທຶນ ກໍ່ເລີຍໄດ້ຮ້ບຄຳແນະນຳຈາກພະນັກງານທະນາຄານແຫ່ງຫນຶ່ງ ວ່າມີບໍລິສັດທີ່ປຶກສາດ້ານການລົງທຶນ
ຊື່ວ່າ ບໍລິສັດ ລາວ-ອີເທຣດ ທີ່ປຶກສາການລົງທຶນ ຈຳກັດ (Laos E-Trade Investment Consultant Co;Ltd)
ຫນ່ວຍ 8, ບ້ານຫນອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ (ບ່ອນສີ່ແຍກໄຟແດງ ກົງກັນຂ້າມກັບ ບໍລິສັດຊີມັງລາວ)
Tel: 021-454 366 (Hunting Line)
Main Line: 021-454 338
Fax: 021-454 336
email: laos.etrade@gmail.com

ເລີຍສະຫລະເວລາເດີນທາງໄປຂໍຄຳແນະນຳໃນການລົງທຶນທີ່ບໍລິສັດດ້ວຍຕົວເອງ.
ພະນັກງານຕ້ອນຮັບເຊີນຂ້ອຍນັ່ງຖ້າ, ບໍ່ພໍ10 ນາທີ ກໍ່ມີຜູ້ບໍລິຫານມາເຊີນຂຶ້ນໄປຊັ້ນເທິງເພື່ອອະທິບາຍໃຫ້ຄຳປຶກສາດ້ານການລົງທຶນ
ໃຫ້ຂ້ອຍຟັງ. ຈຶ່ງໄດ້ຮູ້(ແລະ ແນ່ໃຈ)ວ່າ ພະລິດຕະພັນທີ່ທາງບໍລິສັດເປັນຕົວແທນໃຫ້ບໍລິການ ແລະ
ສະເຫນີໃຫ້ລົງທຶນແມ່ນ Forex(ຊື້-ຂາຍຄ່າເງິນ), Gold(ວັດຖຸມີຄ່າໂລຫະຄໍາ), Silver(ໂລຫະເງິນ).
ຂ້ອຍຖາມ 2-3 ຄຳຖາມເພື່ອສະແດງຕົວວ່າເຄີຍສຶກສາຕະຫລາດ Forex ມາຢູ່,
ທາງຜູ້ບໍລິຫານຮູສຶກຍິນດີ ແລ້ວ ແນະນຳໃຫ້ຂ້ອຍສະຫມັກເຂົ້າລົງທຶນນຳບໍລິສັດ. ບໍ່ວ່າຜູ້ບໍລິຫານຈະພະຍາຍາມປານໃດກໍ່ຕາມ
ຂ້ອຍກໍ່ຍັງສະຫງວນທ່າທີ ແລະ ຕອບໄປວ່າຂ້ອຍຍັງບໍ່ພ້ອມໃນຕອນນີ້ ຂ້ອຍສົນໃຈ ເລີຍມາສອບຖາມເບິ່ງກ່ອນ
(ລົງທຶນຂັ້ນຕ່ຳ $2,000 USD).ຂ້ອຍຄິດຄ່ອຍໆໃນໃຈຕົວເອງຜູ້ດຽວວ່າ "ເສຍດາຍ ທຶນເຮົາມີນ້ອຍ ;D".

ຮອງຮັບການຝາກ-ຖອນເງິນຜ່ານ ທະນາຄານພົງສະຫວັນ ແລະ ທະນາຄານການຄ້າຕ່າງປະເທດລາວ

ບໍລິສັດແມ່ ຢູ່ມາເລເຊຍ ເວັບໄຊ້ຕ໌ ectcapital.com
ໃຊ້ໂປຣແກຣມ MT4(MetaTrader 4)ໃນການຊື້-ຂາຍ. ດາວໂຫລດມາທົດລອງໄດ້ທີ່ laos-etrade.com

spread : 5 pips
commission : 5 pips ໃນທຸກອໍເດີ(order)ທີ່ເປີດ.

ຫາກວ່າໃຜສົນໃຈຢາກລົງທຶນກໍ່ລອງໄປຮັບຄຳປຶກສາໄດ້ທີ່ ບໍລິສັດ ລາວ-ອີເທຣດ ທີ່ປຶກສາການລົງທຶນ ຈຳກັດ ໄດ້ເນາະ.



໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າຄັນຊິເສຍເງິນ 2,000$ ໄປຕັ້ງຮ້ານຂາຍເຕົ້າຮູ້ແຄມທາງຍັງຄວາມສ່ຽງຫນ້ອຍກ່ວາອີກ ກຳໄລກະດີ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ການລົງທຶນແມ່ນມີຄວາມສ່ຽງ ຈຶ່ງບໍ່ເຫມາະສຳຫລັບຄົນທົ່ວໆໄປ.


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຫາຍໄປໃສລະບໍລິສັດນີ້ ເວັບໄຊຫຍຸບ ປິດບໍລິສັດຍາມໃດວະ ຂ້ອຍລອງທົດສອບໂທໄປຫາ
ມີຜູ້ຍິງບອກວ່າ"ນ້ຳເບີທີ່ທ່ານຫມຸນໄດ້ງົດໃຊ້ບໍລິການຊົ່ວຄາວ" "The number you have dialed is removed totally"
ຂະຫນາດວ່າມາເປີດໃນລາວໃດນິ.


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ສ່ວນໃຫຍ່ແລ້ວກໍເປັນພຽງການຊັກຊວນ(ຕົວແທນ)ແລະໃຫ້ຄວາມຊ່ວຍເຫລືອ ແຕ່ບໍ່ແມ່ນວ່າບໍລິສັດມາເປີດສາຂາໃນລາວຈິງໆເດີ້.

ບໍລິສັດ ລາວ ອີຊີ ອິນເວັສເມັນ ແອດວາຍເຊີ ຈຳກັດ (Lao Ezy Invesment Advisor Co., LTD)

la.paxforex.com

ຫ້ອງການຕັ້ງຢູ່ໃສລະບໍ່ຈະແຈ້ງເທື່ອ.