ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຊ່ວຍແດ່....ຊ່ວຍຂ້ອຍແດ່...ໄດ້ໂປດ...

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ຢາກຖາມວ່າ ໃຜເຄີຍໂອນເງິນ ຜ່ານທາງ Western Union ແດ່ ວ່າ ຈຳນວນເງິນຂັ້ນຕໍ່າ ທີ່ໂອນໄດ້ແມ່ນທໍ່ໃດ ແລ້ວ ຄ່າທຳນຽມໃນການໂອນເດ ທໍ່ໃດ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ສາມາດທີ່ຈະບອກລາຍລະອຽດທັງໝົດໃຫ້ເຈົ້າໄດ້
ທີ່ແນ່ໆກະຄື 1 US - 100 US ຄ່າບໍລິການ 15 US (ຕ່ຳສຸດ)
101 - 200 US ຄ່າບໍລິການ 22US
201 - 300 US ຄ່າບໍລິການ 29 US
1,751 - 2,000 US ຄ່າບໍລິການ 90US (ສູງສຸດ)
ທາງທີ່ດີ ແນະນຳໃຫ້ໂອນຜ່ານບັນຊີຈະດີກ່ວາຢູ່ຕ່າງປະເທດກໍ່ສາມາດຊຳລະສະສາງຊື້ສິນຄ້າໄດ້ຄືກັນ ຖ້າໂອນໄປໄທຂ້ອຍເຄີຍໃຊ້ບໍລິການນຳແຕ່ພົງສະຫວັນ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ແບບເງິນຂ້ອຍສິໂອນໄປມັນບໍ່ຫຼາຍນະ ວ່າສິໂອນໄປເຮັດບຸນ ຈັກ 1000 B ໂອນໄປໄທ ເຈົ້າມີວິທີໃດແນະນຳບໍ່ ຂ້ອຍໄປໂອນຜ່ານບັນຊີ ຢູ່ ພັດທະນາລາວ ເຂົາບອກວ່າ ມັນຊ້າໃດ ແນະນຳໃຫ້ໄປໂອນທະນາຄານໄທ ຢູ່ລາວເຮົານິດີກ່ວາວ່າຊັ້ນ ຫຼື ເປັນນຳຈຳນວນເງິນໜ້ອຍໂພດຕິ ເລີຍບໍ່ຢາກເຮັດໃຫ້


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສອງມື້ຈຶ່ງໄດ້
ບໍ່ຊັ້ນກະໄປໂອນຢູ່ STB ຫລື ທະນາຄານກຸງສີກະໄດ້


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lodsada ຂຽນວ່າ...
ຢາກຖາມວ່າ ໃຜເຄີຍໂອນເງິນ ຜ່ານທາງ Western Union ແດ່ ວ່າ ຈຳນວນເງິນຂັ້ນຕໍ່າ ທີ່ໂອນໄດ້ແມ່ນທໍ່ໃດ ແລ້ວ ຄ່າທຳນຽມໃນການໂອນເດ ທໍ່ໃດ


ລາຍລະອຽດທຸກຢ່າງໂທມາທີ່ເບີ:021 265077 ແລະ 265056

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຂ້ອຍເຄີຍໄປໂອນຢູ່ STB ຜ່ານ Western Union ຊື໊ເຄື່ອງຢູ່ຈີນ 200 ກ່ວາຫລຽນ ຂະເຈົ້າເກັບຄ່າທຳນຽມປະມານ 10 ກ່ວາຫລຽນນີ້ລະ ບໍ່ຈື່ຄັກດົນແລ້ວ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ເວສເຕີນຍູນຽນໄປຈີນຖືກ
5 ໂດລາ