ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຮັດແນວໃດຈຶ່ງ ບໍ່ໃຫ້ຫລັງຄາປືດ ຍອ້ນລົມພາຍຸ

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ປີນີ້ຮູ້ສຶກວ່າ ພາຍຸລະດູແລ້ງໄດ້ທຳລາຍບ້ານເຮືອນໄປ ຫລາຍ ຮອ້ຍຫລັງແລ້ວ
ຢາກສະເຫນີ ມາຍັງວິຊາການທັງຫລາຍ ຊອກຫາ ວິທີ ຊອ່ຍກັນແດ່ວ່າ ເຮັດແນວໃດ ບ້ານເຮືອນຈຶ່ງບໍ່ພັງຍອ້ນລົມພາຍຸດັ່ງກ່າວ ໂດຍສະເພາະແລວ້ ລົມມັກຈະພັດຫລັງຄາໄປກອ່ນ ເປັນຕົ້ນແມ່ນເຮຶອນທີ່ມຸງດ້ວຍສັງກະສີ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຄືເພິ່ນວ່າຫັ້ນແຫຼະ "ໂຊກຊະຕາບໍ່ທໍ່ຟ້າລິກຄິດ"
ບໍລິສັດປະກັນໄພຍັງບໍ່ກ້າຮັປະກັນເລື່ອງອຸຖົກກະໄພຈາກທຳມະຊາດ.

ກໍ່ໄດ້ແຕ່ເຫັນໃຈຢູ່ຫ່າງໆ ຄືຊິຊ່ວຍຫຍັງບໍ່ໄດ້!
ຢ່າວ່າກັນເດີ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊືອກມັດໄວ້ໄດ້ບໍ? ຫຼື ບໍກໍ່ເອົາໄມ້ວາງໃສ່ເທິງຫຼາຍໆແລ້ວເອົາກະປູຕອກໄວ້ຫຼາຍໆແໜ້ນໆ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່າງ ເຮັດມັກງ່າຍ ລົມມາແຮງ ແໜ່ ມັນກະບໍ່ຢູ່ແລ້ວ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
1. ກອ່ນອື່ນ ຕອ້ງກຳນົດແຮງລົມກອ່ນ ຄືກັບເພິ່ນກຳນົດຄວາມແຮງແຜ່ນດິນໄຫວຫັ້ນ
ແຮງລົມຈັກກິໂລ ຕໍ່ຕາແມດ ທີ່ເກີດຂຶ້ນໃນເວລານັ້ນ
ສົມມຸດຄົນຜູ້ນຶ່ງຢືນຢູ່ໃນເຫດການ ຄົນຜູ້ນັ້ນຖືກລົມພັດແຮງສຳ່ໃດ ຄົນຈື້ງໄດ້ບໍ
2. ຫລັງຄານັ້ນ ເປັນສັງກະສີ ຫລື ກະເບື້ອງ
ສວ່ນຫລາຍຢູ່ບ້ານເຮົາ ຫລັງຄາສັງກະສີ ຈະປີວໄວ
3. ເຮົາຄວນມີວິທີປອ້ງກັນບໍ່ໃຫ້ລົມພັດສັງສີ ຫລື ກະເບື້ອງແນວໃດ ໃຫ້ສັງເກດ ແລະສົມທຽບເບິ່ງລະຫວ່າງເຮືອນ 2ຫລັງຢູ່ໃກ້ກັນທີ່ມີຜົນເສັຍຫາຍຕ່າງກັນ ແລວ້ຈະມີຄຳຕອບ ແລະຖ້າເຮືອນຫລັງໃດໃນບ້ານບໍ່ເສັຍຫາຍນັ້ນ ຄວນເປັນແບບຢ່າງໃຫ້ແກ່ເຮືອນຫລັງອື່ນໆ
4. ເຄັດລັບທີ່ບໍ່ລັບໃນການປອ້ງກັນບໍ່ໃຫ້ລົມພັດຫລັງຄາໃຫ້ພັງນັ້ນມີຢູ່ຫລາຍແບບຫລາຍວິ ທີ ແຕ່ຂໍສະເຫີ ມາຍັງທ່ານອອກຄຳເຫັນຊອ່ຍກັນ


໑໐ ກະທູ້
໕໓໐ ໂພສ
ຊຳນານການເວັບບອດ
ຂຶ້ນໄປກວດເຊັກເບິ່ງຫລັງຄາ ເບິ່ງບ່ອນທີ່ຢຶກເກາະກັບຫຼັງຄາວ່າມັນຍັງແຂງແຮງດີບໍ່ ຖ້າເຫັນວ່າມັນຍັງບໍ່ແຂງແຮງຫຼືເລີ່ມຫຼວມໃຫ້ເພິ່ມນັອດຢຶດເກາະຕື່ມອີກເພື່ອຄວາມແຂງແຮງ ເພາະ ທຸກສິ່ງທຸກຢ່າງຍ່ອມເສື່ອມຄຸນນະພາບໄປຕາມການເວລາ ^_^



໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະຫນາດເຮືອນຢູ່ອາເມລິກາຍັງປິວໄດ້ ຊິເວົ້າຫຍັງຢູ່ລາວ

ຄັນຢາກເຮັດແທ້ໆໃນທາງເຕັກນິກແມ່ນໄດ້ແຕ່ເສຍເງິນຫລາຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຂະຫນາດເຮືອນຢູ່ອາເມລິກາຍັງປິວໄດ້ ຊິເວົ້າຫຍັງຢູ່ລາວ

ຄັນຢາກເຮັດແທ້ໆໃນທາງເຕັກນິກແມ່ນໄດ້ແຕ່ເສຍເງິນຫລາຍ

ຍິນອາຈານວ່າ: ເຮືອນຢູ່ອາເມລິກາແມ່ນໄມ້ແປ້ນໂປະໃສ່ຊື່ໆແບບເບົາໆ, ແຕ່ຖ້າແມ່ນວິນລາແຖວຂອງລາວຍັງໝັ້ນກວ່າ ເພາະມີເສົາຝັງດິນແໜ້ນ ລົມມາລ້າມນ້ອຍກໍ່ບໍ່ເປັນຫຍັງ, ແຕ່ຖ້າເປັນເຮືອນໄມ້ແບບໃສ່ສັງກະສີຫັ້ນກໍ່ຢາກປິວງ່າຍເພາະລົມມັນທັ່ງເຂົ້າພື້ນສັງກະສີແລ້ວເປີດອອກ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ອານິດຈາອານິດຈັ່ງ ສາລານັງກະຊ່າງມີ: ເລື່ອງທຳມະຊາດຫຼີ້ນລ້ຽງບໍ່ໄດ້ ປ່ອຍມັນເປັນໄປຕາມເວນຕາມກຳ. ຢາກເຮັດສີ່ງໃດໃຫ້ໄດ້ມາດຕະຖານຕ້ອງທຸ້ມເງີນມະຫາສານແນ່ອນ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຢູ່ອະເມລິກາ ພາຍຸທໍນາໂດ ທັງຫມູນທັງພັດ ມັນປີວໄປທັງຫລັງເລີຍ
ແຕ່ຢູ່ລາວ ພາຍຸລະດູຮອ້ນ ທີ່ທຳໃຫ້ຫລັງຄາສັງກະສີຫລືກະເບື້ອງປີວ
ພໍມີວິທີ ແກ້ໃຂໄດ້
ລອງວິໃຈທາງດ້ານທິດສະດີ ແລະເຕັກນິກ ຊອ່ຍແດ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃສ່ກະເບື້ອງເອົາໜ້າຈະດີກວ່າ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນະນຳຖອກຄອນກຣິດເລີຍເດີສະບາຍບໍມີເປີດ ອຶອຶ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ໃນນາມວິຊາການຂໍສະແດງຄວາມເຫັນວ່າ: ໃນເມື່ອມັນມີເຫດມັນກໍ່ຕ້ອງມີຜົນຂອງເຫດນັ້ນ ຖ້າບໍ່ຢາກໃຫ້ຫລັງຄາເປີດ ກໍ່ບໍ່ຕ້ອງໃສ່ຫຼັງຄາ ພໍພາຍຸມາ ຈະບໍ່ມີຫລັງຄາໃຫ້ເປີດໄດ້ ອີກ ນີ້ເປັນການແກ້ໄຂບັນຫາທີ່ຕົ້ນເຫດໂດຍສະເພາະ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ເວລາລົມມາ ສັງເກດເຫັນວ່າ ສັງກະສີມັນເປີດຂຶ້ນ ຍອ້ນມີປອ່ງລະຫວ່າງສັງກະສີມັນປົກກັນ
ຖ້າຫຍິບບອ່ນປອ່ງດີໆ ແລະຖ້າເຮັດຂ້າວສຳຫລັບຕອກຕະປູຫລາຍໆອັນຄືກັບ ຊີແພກ ລົມອາດຈະບໍ່ອູ້ມເອົາສັງກະສີໄປໄດ້ດອກ

ອີກປະການນຶ່ງ ຖ້າເຮົາກັນບໍ່ໃຫ້ມີປອ່ງລົມ ເຂົ້າທາງລຸ່ມສັງກະສີ ໂດຍການສ້າງເພດານກັນໄວ້ ລວມທັງເພດານດ້ານນອກ ລົມກໍສາມາດພັດເຂົ້າໄປອູ້ມເອົາຫລັງຄາໄປໄດ້

ສັງເກດວ່າ ສວ່ນຫລາຍ ເຮືອນທີ່ບໍ່ມີເພດານ ຫລືເຮືອນທີ່ມຸງສັງກະສີເກົ່າ ທີ່ບໍ່ໄດ້ຈັບກັບຂ້າວຢ່າງແຫນ້ນຫນາ ຫລັງຄາຈະໄປກອ່ນ

ຕົວຢ່າງເຮືອນ ຂອ້ຍ ເດືອນ 5 ປີກາຍ ພໍດີ ບໍ່ທັນໄດ້ມຸງຫລັງຄາແລ້ວ ລົມພາຍຸມາພັດບາດດຽວ ເທີບທາງຫນ້າຍຸບເລີຍ ກະເບື້ອງກໍປີວເປັນ 100

ແຕ່ປີນີ້ ມີ ທັງ ເພດານດ້ານນອກ ດ້ານໃນ ກໍເລີຍອຸ່ນໃຈໄປຫລາຍເຕີບ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tpt ຂຽນວ່າ...
ຢູ່ອະເມລິກາ ພາຍຸທໍນາໂດ ທັງຫມູນທັງພັດ ມັນປີວໄປທັງຫລັງເລີຍ
ແຕ່ຢູ່ລາວ ພາຍຸລະດູຮອ້ນ ທີ່ທຳໃຫ້ຫລັງຄາສັງກະສີຫລືກະເບື້ອງປີວ
ພໍມີວິທີ ແກ້ໃຂໄດ້
ລອງວິໃຈທາງດ້ານທິດສະດີ ແລະເຕັກນິກ ຊອ່ຍແດ່



ສະແດງວ່າຢາກຮູ້ແທ້ໆບໍ ນິ....ຄືບໍ່ປຶກສານຳພວກ architect


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ເຈົ້າຕິດຕໍ່ ຂໍຄຳປຶກສາ ນຳ ສສວ ເດີ ຫຼືຈອງວາລະສານ ສສວກໍ່ົດ້ມາອ່ານ ມີຄຳຖາມຫຍັງກ່ຽວກັບ ເລື່ອງອາຄານ ຖາມໄດ້
ຫຼື ສຶກສາເບີ່ງ ຈາມນີ້ກ່ອນກໍ່ໄດ້ http://www.alace.org.la/?q=lo/about


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ໃຫ້ເຈົ້າຕິດຕໍ່ ຂໍຄຳປຶກສາ ນຳ ສສວ ເດີ ຫຼືຈອງວາລະສານ ສສວກໍ່ົດ້ມາອ່ານ ມີຄຳຖາມຫຍັງກ່ຽວກັບ ເລື່ອງອາຄານ ຖາມໄດ້
ຫຼື ສຶກສາເບີ່ງ ຈາມນີ້ກ່ອນກໍ່ໄດ້ http://www.alace.org.la/?q=lo/about



ເພີ່ນເປີດຄອມ ອອນລາຍໄວ້ບໍ່ນໍ

ບາງເທື່ອ

ເພິ່ນບໍ່ບອກດອກ ຢ້າບໍ່ໄດ້ເງິນ


5555555555555555555


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lodsada ຂຽນວ່າ...
ໃນນາມວິຊາການຂໍສະແດງຄວາມເຫັນວ່າ: ໃນເມື່ອມັນມີເຫດມັນກໍ່ຕ້ອງມີຜົນຂອງເຫດນັ້ນ ຖ້າບໍ່ຢາກໃຫ້ຫລັງຄາເປີດ ກໍ່ບໍ່ຕ້ອງໃສ່ຫຼັງຄາ ພໍພາຍຸມາ ຈະບໍ່ມີຫລັງຄາໃຫ້ເປີດໄດ້ ອີກ ນີ້ເປັນການແກ້ໄຂບັນຫາທີ່ຕົ້ນເຫດໂດຍສະເພາະ

ລະໃຜຈະຮູ້ວ່າພາຍຸຈະມາ?


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນແຕ່ເຮືອນອື່ນເປັນ
ບໍ່ຮູ້ວ່າອີ່ພໍ່ມຸງແນວໃດ ຢູ່ມາຫລາຍ ສິບປີ ບໍ່ເຄີຍປີວ ມີແຕ່ຮົ່ວ ຢ່າງດຽວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ຊ່າງ ເຮັດມັກງ່າຍ ລົມມາແຮງ ແໜ່ ມັນກະບໍ່ຢູ່ແລ້ວ

ຢ່າໄປຕິຊ່າງທ້ອນຂື້ນຊື່ວ່າພາຍຸຊ່ຳຫລັງຄາເຮືອນສັງກະສີ,ກະເບື້ອງ ນີ້ເບາະຊິເອົາມັນຢູ່ ຄັນບໍ່ຢາກໃຫ້ມັນປິວມີແຕ່ເອົາປູນແບບຄະລືຫາດທໍ່ນັ້ນແຫລະເຮັດຫລັງຄາ


໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ພໍດີເຮືອນຕົວເອງກໍຢູ່ທົ່ງນາ ມື້ວານນີ້ທັງລົມທັງຝົນ ສັງເກດເບີ່ງມັນພັດຂີ້ຝຸ່ນຫນ້າເຮືອນ ຄວາມໄວຂອງລົມອາດບໍ່ຕຳກວ່າ 100ກລມ ຕໍ່ຊມ
ສວ່ນຫລັງຄາເຮືອນບໍ່ເປັນຫຍັງ (ເຮືອນຊັ້ນດຽວມີເພດານທາງໃນແລະນອກ ມຸງກະເບື້ອງ)
ນອກຈາກນັ້ນ ຍັງໄດ້ເອາຜ້າຢາງກັ້ນແດດສີດຳມາລອ້ມເທິງຮົ້ວໄວ້ ໃຫ້ສູງປະມານ ສອງແມດເຄິງ ແຕ່ຄວາມແຮງຂອງລົມໄດ້ທຳໃຫ້ຮົ້ວລົ້ມໄປເຄິ່ງນຶ່ງ (ແມ່ນຮົ້ວທີ່ແອ້ມດວ້ຍຕານ່າງເຫລັກທຳມະດາ)


໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
[img] [/img]