ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຈັບນາຍຫນ້າຄ້າປະເວນີ ພ້ອມລູກມື 7 ຄົນ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຊົມເຊີຍ…!! ຈັບນາຍຫນ້າຄ້າປະເວນີ ພ້ອມລູກມື 7 ຄົນ

ອອກບົດຄວາມໂດຍ: Black-Jim Blackarmy May 10, 2013 ໃນ ຂ່າວ, ຂ່າວທົ່ວໄປ 1 ຄວາມຄິດເຫັນ


25 ເມ­ສາ 2013, ເຈົ້າ​ຫນ້າທີ່​ຕຳ­ຫລວດ​ສະ­ກັດ​ກັ້ນ ແລະ ຕ້ານການ​ຄ້າ​ມະ­ນຸດ ປກສ ນະ­ຄອນ­ຫລວງວຽງ​ຈັນ ໄດ້​ກັກ​ຕົວ​ນາຍ​ຫນ້າ​ຄ້າ​ໂສ­ເພ­ນີ 1ຄົນ ແລະ ສາວ​ບໍ­ລິ­ການ​ໂສ­ເພ­ນີ ຈຳ­ນວນ 7ຄົນ ທີ່​ກຳ­ລັງ​ຕິດ­ຕໍ່​ຊື້-ຂາຍ ປະ­ເວ­ນີ​ຢູ່​ເຮືອນ​ພັກ​ແຫ່ງ​ຫນຶ່ງ​ທີ່​ບ້ານບຶງ​ຂະ​ຫຍອງ ເມືອງ​ສີ​ສັດ­ຕະ​ນາກ ນະຄອນ​ຫລວງ​ວຽງ​ຈັນ ແລ້ວ​ນຳ​ຕົວ​ມາສືບ­ສວນ-ສອບ​ສວນ ເພື່ອ​ດຳ­ເນີນ​ຄະ­ດີ ແລະ ສຶກ​ສາ​ອົບ­ຮົມ. ນາຍ​ຫນ້າ​ຄ້າ​ໂສເພ­ນີ​ຄື: ທ້າວ ສາຍ​ພິນ ຫລື ແຈັກ​ກີ້ ອາ­ຍຸ 27ປີ ນັກ​ສຶກ​ສາ​ຢູ່​ບ້ານ​ໂພນ​ສີ​ນວນ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫລວງວຽງ​ຈັນ ແລະ ສາວ​ບໍ­ລິ­ການ​ຄື: ນາງ ວອນ, ນາງ ສະ​ຕາ, ນາງ ແຂກ, ນາງ ສົ້ມ, ນາງ ນ້ຳ ຢູ່​ເມືອງ​ສີ​ສັດ­ຕະ​ນາກ, ນາງ ຄຳ ເມືອງ​ໄຊ​ເຊດ​ຖາ ນະ­ຄອນຫລວງ​ວຽງ​ຈັນ ແລະ ນາງ ຕຸນ ເມືອງນ້ຳ​ບາກ ແຂວງ​ຫລວງ​ພະ​ບາງ.

ທ່ານ ພັຕ ແສງ​ທອງ ເກື້ອ​ບຸນລ່ຳ ຫົວ­ຫນ້າ​ພະ​ແນກ​ສະ­ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ­ນຸດ ປກສ ນະ­ຄອນຫລວງ​ວຽງ​ຈັນ ກ່າວ​ວ່າ: “ ໄດ້​ຕິດ­ຕາມ​ພຶດ­ຕິ​ກຳ​ກຸ່ມ​ຄ້າ​ໂສ­ເພ­ນີ​ດັ່ງ­ກ່າວຢ່າງ​ຈິງ​ຈັງ ເພາະ​ພວກ​ກ່ຽວ​ແມ່ນ​ ມີ​ເຈ­ຕະ­ນາ​ເຄື່ອນ​ໄຫວ​ຄ້າ­ຂາຍ​ໂສ­ເພ­ນີ​ຢ່າງ​ເປີດ​ແປນ ​ສ້າງ​ຄວາມ​ເສື່ອມ​ເສຍ​ທາງ​ດ້ານ​ ຮີດ­ຄອງ​ປະ­ເພ­ນີ​ຂອງ​ຊາດ ແລະ ກົດ­ຫມາຍ​ອາ­ຍາ​ແຫ່ງ ສປປ ລາວ ແລະ ເປັນ​ການ​ຂາຍ​ປະ­ເວ­ນີ​ແບບ​ລັກ­ສະ­ນະໂລດ​ໂຜນ ເຮັດ​ໃຫ້​ສັງ­ຄົມ​ບໍ່​ມີ​ຄວາມເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ ບາງ​ຄົນ​ເຄີຍ​ຖືກ​ເຈົ້າ​ຫນ້າ­ທີ່​ກັກ​ຕົວ​ມາ​ສຶກ​ສາອົບ­ຮົມ ແລະ ມອບ​ໃຫ້​ຜູ້​ປົກ­ຄອງ​ດູ​ແລ, ແຕ່​ກໍ່​ກັບ​ມາ​ຄ້າ​ປະ­ເວ­ນີ​ຄື­ເກົ່າ ໂດຍ​ບໍ່​ຄຳນຶງ​ເຖິງ​ລະ­ບຽບ​ກົດ­ຫມາຍ.

ສາວ​ບໍ­ລິ­ການ​ທັງ 7 ຄົນ ໃຫ້­ການວ່າ: ໄດ້​ມາ​ເຊົ່າ​ເຮືອນ​ຢູ່​ນຳ ທ້າວ ສາຍພິນ ດ້ວຍ​ຄວາມ​ສະ­ຫມັກ​ໃຈ ໂດຍຊັກ​ຊວນ​ກັນ​ມາ​ເອງ ບໍ່​ມີ​ຜູ້​ໃດ​ບັງ­ຄັບ ເພື່ອ​ຫາ​ລາຍ​ໄດ້​ດ້ວຍ​ການ​ຂາຍ​ປະ­ເວ­ນີ​ເຊິ່ງ​ມີ​ນາຍ​ຫນ້າ ທ້າວ ສາຍ​ພິນ ເປັນຜູ້​ຕິດ­ຕໍ່​ຫາ​ແຂກ​ຜູ້​ຊາຍ​ມາ​ໃຫ້ ເມື່ອ​ມີ ແຂກ​ແລ້ວ ທ້າວ ສາຍ​ພິນ ຈະ​ພາ​ໄປ​ສົ່ງ​ຕາມ​ສະ­ຖານ­ທີ່​ຕ່າງໆ​ເຊັ່ນ: ເຮືອນ​ພັກ, ໂຮງ­ແຮມ ແລະ ບ່ອນ​ພັກ​ເຊົາ​ອື່ນໆ. ພາຍ­ຫລັງ​ຮັບ­ແຂກ​ແລ້ວ ທ້າວ ສາຍ​ພິນ ກໍ່​ກັບ​ມາ​ຮັບ​ເອົາ ​ມາ​ເຮືອນ​ເພື່ອ​ລໍ​ຮັບແຂກ​ຕໍ່​ໄປ.

ຕາມ​ການ​ສອບ​ສວນ​ຂອງ​ເຈົ້າຫນ້າ­ທີ່​ຕຳ­ຫລວດ ທ້າວ ສາຍ​ພິນ ຮັບສາ­ລະ­ພາບ​ວ່າ: ໄດ້​ເຄື່ອນ​ໄຫວ​ຄ້າ​ໂສເພ­ນີ​ແທ້ ດ້ວຍ​ການ​ຊອກ​ຫາ​ຜູ້­ຍິງ​ເພື່ອໃຫ້​ຄົນ​ອື່ນ​ເສບ​ສົມ ແລ້ວ​ເກັບ​ເອົາ​ເງິນຄ່າ​ນາຍ​ຫນ້າ ແລະ ໄດ້​ຢຶດ​ຖື​ເອົາ​ອາ­ຊີບນີ້​ມາ​ແຕ່​ປີ 2012 ໂດຍ​ອາ­ໄສ​ເຊົ່າເຮືອນ​ຢູ່​ບ້ານ​ໂພນ​ສີ​ນວນ ເມືອງ​ສີ​ສັດຕະ​ນາກ ໃນ​ລາ­ຄາ 7.000 ບາດ​ຕໍ່ເດືອນ ແລ້ວ​ຊອກ​ເອົາ​ຍິງ​ສາວ​ຈາກ​ຕ່າງບ້ານ ເມືອງ, ແຂວງ ມາ​ພັກ​ເຊົາ​ຢູ່​ນຳແລ້ວ​ເກັບ​ຄ່າ​ເຊົ່າ​ຄົນ​ລະ 1.000 ບາດຕໍ່​ເດືອນ ແລະ ຕິດ­ຕໍ່​ຫາ​ແຂກ​ທາງ​ໂທລະ​ສັບ​ຕາມ​ໂຮງ­ແຮມ, ເຮືອນ​ພັກທີ່ຕ້ອງ­ການ​ຊື້​ປະ­ເວ­ນີ ເມື່ອ​ຫາ​ແຂກໄດ້​ແລ້ວ​ກໍ່​ເອົາ​ສາວ​ບໍ­ລິ­ການ​ໄປ​ໃຫ້ແຂກ​ເລືອກ​ເອົາ. ພາຍ­ຫລັງ​ຫລັບ​ນອນນຳ​ແຂກ​ແລ້ວ ກໍ່​ເອົາ​ລົດ​ໄປ​ຮັບ​ເອົາ​ກັບ ເຮືອນ, ລາ­ຄາ​ສາວ​ບໍ­ລິ­ການ​ຕັ້ງ​ລາ­ຄາ ນອນ​ນຳ​ແຂກ​ຊົ່ວ­ຄາວ​ແມ່ນ 1.000 ບາດ​ຕໍ່​ຄົນ, ສາວ​ບໍ­ລິ­ການ​ໄດ້ 400 ບາດ, ນາຍ​ຫນ້້າ 600 ບາດ, ຄ້າງ​ຄືນ 1.500 ບາດ, ສາວ​ບໍ­ລິ­ການ​ໄດ້ 800 ບາດ, ທີ່​ເຫລືອ​ແມ່ນ​ນາຍ​ຫນ້້າ​ຫັກ​ເອົາ.

ປະ­ຈຸ​ບັນ, ຄະ­ດີ​ດັ່ງ­ກ່າວເຈົ້າ​ຫນ້້າ​ທີ່​ຕຳ­ຫລວດ​ ກຳ­ລັງ​ສະ­ຫລຸບ​ສຳ­ນວນ​ຄະດີ​ສົ່ງ​ ໃຫ້​ໄອ​ຍະ​ການ​ສັ່ງ​ຟ້ອງ​ສານ​ຕັດສິນ​ຕາມ​ລະ­ບຽບ​ກົດ­ຫມາຍ​ອາ­ຍາ​ແຫ່ງ ສປປ ລາວ ສ່ວນ​ສາວ​ໂສ­ເພ­ນີ​ທັງ 7 ຄົນ ເຈົ້າ​ຫນ້າ­ທີ່​ຕຳ­ຫລວດ​ພະ​ແນກ​ສະກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ­ນຸດ ປກສ ນະ­ຄອນ­ຫລວງ​ວຽງ​ຈັນ ໄດ້​ສຶກສາ​ອົບ­ຮົມ​ທາງ​ດ້ານ​ກົດ­ຫມາຍ ແລະ ແຈ້ງ​ສູນ​ໃຫ້​ຄຳ​ປຶກ­ສາ ແລະ ປົກ​ປ້ອງແມ່­ຍິງ-ເດັກ­ນ້ອຍ​ມາ​ສຶກ​ສາ​ອົບ­ຮົມ ເພື່ອ​ໄປ​ປະ­ກອບ​ອາ­ຊີບ​ໃຫມ​ທີ​ບໍ່​ຂັດ​ກັບກົດ­ຫມາຍ ແລ້ວ​ເຮັດ​ບົດ​ບັນ­ທຶກ​ມອບໃຫ້​ຜູ້​ປົກ­ຄອງ ແລະ ອຳ­ນາດ​ການ​ປົກຄອງ​ບ້ານ​ສືບ­ຕໍ່​ໄປ​ສຶກ​ສາ​ອົບ­ຮົມ.

ຂໍ້ມູນຈາກ http://www.ecom.org.la

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າເສຍດາຍ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ເປັນຕາຫນ່າຍ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ກະຫຼີ່ຂາຍຕົວດີກ່ວາຄົນຊົ່ວຂາຍຊາດ!


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ກະຫຼີ່ຂາຍຕົວດີກ່ວາຄົນຊົ່ວຂາຍຊາດ!


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດຍອດ ຢາກໄດ້ຄົນປິດຕາ ຫະຫະໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັບແລ້ວຄືໍວ່າຍັງເຫັນມີຢູ່ບັກຫຼາຍໆ


໖ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ແລ້ວຕາມຮ້ານນ້ອຍຫັ້ນເດ.ບໍ່ແມ່ນວ່າ ສົງໃສ່ຈັບຍ້ອນບໍ່ມີປາຕັງຫລາຍກວ່າ


໒ ກະທູ້
໒໒໑ ໂພສ
ນັກການກະທູ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ສຸດຍອດ ຢາກໄດ້ຄົນປິດຕາ ຫະຫະໆໆ


ຂາວເນາະ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ສຸດຍອດ ຢາກໄດ້ຄົນປິດຕາ ຫະຫະໆໆ


ຂາວເນາະ



confirm


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ສຸດຍອດ ຢາກໄດ້ຄົນປິດຕາ ຫະຫະໆໆ


ຂາວເນາະ



confirm


ຊິໄປສົ່ງເຂົ້າໃຫ້ລາວຫວາ ຂ້ອຍຊິເອົາເບີ້ໂທໃຫ້ ສາວ ວ,,,ຫລັງໄມໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາມາຕິ ເອອອອ ແຕ່ວ່າ ເຈົ້າຮູ້ໄດ້ຈັ່ງໃດລະເບີໂທລາວ ແຕ່ວ່າ ລາວກໍ່ຊິໄດ້ໃຊ້ໂທລະສັບຢູ່ຫວາ(ຄຸກ)


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ເອົາມາຕິ ເອອອອ ແຕ່ວ່າ ເຈົ້າຮູ້ໄດ້ຈັ່ງໃດລະເບີໂທລາວ ແຕ່ວ່າ ລາວກໍ່ຊິໄດ້ໃຊ້ໂທລະສັບຢູ່ຫວາ(ຄຸກ)



ກໍ່ຮູ້ກ່ອນທີ່ລາວຍັງບໍ່ຖືກຈັບຫັ້ນຫນ່າອ່າວດົນໆໜ້ອຍໜື່ງແລ້ວແຕ່ຍັງເຄີຍໂທຢອກຫລີ້ນນຳລາວຢູ່...
ເຄີຍໄດ້ໄປກີນເຂົ້າປຽກນຳກັນເທື່ອຫນື່ງ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555 ຮ່ວາຍ ຊັ້ນບອກແດ່ແມ່ ຊັ້ນນ່າ ຊິພາລາວໄປກິນເຂົ້າປຽກ
ແນ່ນອນ ກິນເຂົ້າປຽກ ນຳກັນເທື່ອດຽວ ບອກເບີກັນເລີຍເນາະ


໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ຈັບແລ້ວຄືໍວ່າຍັງເຫັນມີຢູ່ບັກຫຼາຍໆ


ແຖວໜອງພະຍາ,ໜອງບຶກ,ຊຳເກດ,ດອນກອຍ,ສວນມອນ ຍັງມີບັກຫຼາຍນັ່ງຢູ່ໜ້າຮ້ານປານດອກເຫັດຍັງບໍ່ເຫັນໄປຈັບກັນ ຫຼືວ່າເປັນເດັກເສັ້ນບໍ່ກ້າໄປຈັບ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
555 ຮ່ວາຍ ຊັ້ນບອກແດ່ແມ່ ຊັ້ນນ່າ ຊິພາລາວໄປກິນເຂົ້າປຽກ
ແນ່ນອນ ກິນເຂົ້າປຽກ ນຳກັນເທື່ອດຽວ ບອກເບີກັນເລີຍເນາະ


ຫັ້ນລະເນາະ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?