ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫຍັງຄົນຈຶ່ງມັກປຸກເຮື່ອນໃສ່ແຕ່ບອ່ນແບບນີ້

໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ເປັນຫຍັງຄົນຈຶ່ງມັກປຸກເຮືອນໃສ່ບອ່ນທີ່ເປັນທົ່ງນາ ຫລືວ່າບໍ່ຢາກກິນເຂົ້າແລ້ວບໍ
ຊ້ຳບໍພໍບອ່ນເປັນບຶງເປັນຫນອງກໍຍັງພາກັນຖົມປຸກເຮືອນໃສ່ ຫລືວ່າບໍ່ຢາກກິນປາາ ແລະບໍ່ຢ້ານນ້ຳຖວ້ມດັງບໍ່

ແຕ່ເປັນຫຍັງບອ່ນເປັນໂນນ ຈຶ່ງບໍຢາກໄປປຸກໃສ່ ທັງໆທີ່ບອ່ນເປົ່າຫວ່າງຍັງບໍອຶດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາຈຳເປັນຢາກມີເຮືອນເດ :)


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີງໃສ່ສະພາບ ໂອກາດຂອງ ຜູ້ບໍ່ທັນມີບ່ອນຢູ່ ໃຫ້ມີຢູ່ມີກີນກ່ອນ ຈຶ່ງເວົ້າເລື່ອງອື່ນ, ຄວາມສະດວກຢູ່ຕໍ່າ, ໃກ້ນ້ຳໃກ້ໃນ ສະດວກກວ່າຢູ່ໂພນຢູ່ໂຄກຢູ່ພູ(ອຸດົມສົມບູນກວ່າ)
ສຳຄັນຂື້ນກັບອົງການ ຈັດສັນຜັງເມືອງຊິເຣັດວຽກເຂັ້ມຊຳໃດ ເພື່ອ ອານຸລັກຮັກສາເຂດຂຽວ ຢູ່ທົ່ງພຽງ ໄວ້ ຊິໄດ້ຫຼາຍຊໍ່າໃດ
ເຄີຍເຫັນ ຢູ່ໃນເມືອງ ບໍ່ວ່າຢູ່ນະຄອນຫຼວງຫຼືຕ່າງແຂວງ ຖ້າທາງຕັດໃໝ່ ຜ່າທົ່ງນາບ່ອນໃດ ເຂດນັ້ນ ເປັນດິນປຸກສ້າງໝົດທົ່ງນາ ໜ້ອຍລົງທູກມື້ ເພາະທາງຕັດໃໝ່ ຜ່ານທົ່ງນາຫຼາຍຂື້ນທຸກມຶ້ ເປັນຫ່ວງຄືກັນ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ບ່ອນຮາບພຽງ ຫຼື ຄື່ບ່ອນທີ່ເຈົ້າວ່າ ທົງພຽງທົ່ງນາ ທີ່ເຂົາມັກປຸກເຮືອນໃສ່ ກະມັນສະດວກສະບາຍດີເດ ,ກະລອງໄປປຸກໃສ່ບ່ອນພູບ່ອນຜາກະຕ້ອງໄດ້ດດຸດໄດ້ແປງໃຫ້ມັນຮາບພຽງແລ້ວຈື່ງປຸກເຮືອນໃສ່ ແລະ ກະດຸດການກະຕ້ອງໄດ້ໃຊ້ທືນຫຼາຍ
ຄັນບໍ່ດຸດປຸກໃສ່ເລີຍກະຫຍຸ້ງຍາກຫັ້ນແລະ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ທົ່ງນາແມ່ນດີນຂອງເຮົາ,ແຕ່ບ່ອນໂນນສູງນັ້ນເປັນຂອງຂະເຈົ້າ ເຮົາຕ້ອງປຸກໃສ່ດິນເຮົາ.....


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ສະໃຫມກອ່ນ ເພິ່ນຕິດປ້າຍວ່າ ຫ້າມປຸກເຮືອນໃສ່ທົ່ງນາ ບອ່ນແຈໄຟແດງ ຕະຫລາດທາດຫລວງ
ບາດດຽວນີ້ ບອ່ນນັ້ນ ລາຄາດິນເປັນຫລາຍ ຣອ້ຍລ້ານ
ຂາຍດິນ ມາຊື້ເຂົ້າກິນດີກວ່າ

ຢາກໃຫ້ເພິ່ນຕັດທາງຫລວງ ຜ່ານນາ ຂອ້ຍເດ ສີພໍໄດ້ຂາຍດິນໄປຊື້ວີໂກ ແຊມ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດິນນາກັບດິນຫນອງ ມັນຖືກ ກ່ວາແຖວໃນເມືອງ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຂະເຈົ້າມີດິນນາຫຼາຍກະປັນໃຫ້ເຮົາ
ເຮົາກະມັກເຮືອນແຄມທົ່ງນາກະເລີຍປຸກໃສ່ສາ



໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ຖ້າຫາກຜັງເມືອງພາໄປທາງໃດຄົນກໍຈະໄປນຳທາງນັ້ນ
ສົມມຸດວ່າ ເພິ່ນພາຕັດທາງຂຶ້ນໄປພູພະນັງ ດຶງໄຟດຶງນ້ຳໄປ
ມີການຕັດເປັນຜັງ ເປັນລອັກ ແລະຂາຍໃຫ້ ພນງ ປຊຊ ໃນລາຄາທີ່ເຫມາະສົມ ຄົນກໍຈະຫລັ່ງໃຫລໄປຫາ

ສວ່ນທົ່ງໄຮ່ທົ່ງນາ ກໍຈະເຫລືອໄວ້ ສຳຫລັບປູກເຂົ້າ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ...
ທົ່ງນາແມ່ນດີນຂອງເຮົາ,ແຕ່ບ່ອນໂນນສູງນັ້ນເປັນຂອງຂະເຈົ້າ ເຮົາຕ້ອງປຸກໃສ່ດິນເຮົາ.....