ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ມັນຫາກໍເກີດ ມັນຫລາຍກວ່າຄົນແລວ້

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຈຳນວນໂທລະສັບມືຖື ປີນີ້ ມີສູງເຖິງ 6.8 ພັນລ້ານ
ຂະນະທີ່ ປະຊາກອນໂລກ ມີ 7,1 ພັນລ້ານ
ປີຫນ້າ ຈຳນວນໂທລະສັບມືຖື ຈະເກີນ 7 ພັນລ້ານແລວ້ເດີ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອະໄວຍະວະສ່ວນ ທີ່ 33 ຂອງມະນຸດ ເປັນ ອຸປະກອນ ເອເລັກໂທຼນິກ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂທຫລາຍເຈັບຫູ ບາງຄົນເຖິງຂັ້ນ ຫູຕຶງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍນີ້ບໍ່ມັກໃຊ້ໂທປານໃດ, ໝູ່ຫຼິ້ນແຊັດເປັນກຸ່ມກະແຊັດໄປຊັ້ນລະ

ອັນໂທລະສັບຕັ້ງອອກໃໝ່ຕະຫຼອດຫຼາຍໆແທ້ໆ ນຳບໍ່ທັນດອກ

ຊຳຊຸງທີ່ຂາຍຢູ່ລາວໂມບາຍກຣຸບ ຕາມໃບປິວທີ່ສັງເກດເຫັນ ແລະ ມັກໄປເບິ່ງແດ່ ເຫັນວ່າລຸ້ນໃໝ່ອອກຕະຫຼອດ, ສ່ວນລຸ້ນເກົ່າໜ້ອຍດຽວໜຶ່ງກໍ່ບໍ່ເຫັນນຳອອກມາຂາຍແລ້ວ, ລາຄາກໍ່ຫຼຸດລົງເດືອນໜຶ່ງແສນໜຶ່ງ ແສນປາຍເລື້ອຍໆ,
ທຽບໃສ່ແຕ່ກີ້ ໂນເກຍລຸ້ນໜ່ວຍໃຫຍ່ແພງໆເນາະ ແຕ່ຕອນນີ້ບໍ່ມີໃຜໃຊ້(ອາດຈະມີໜ້ອຍ)
ພັດທະນາໄວສາເຫຼືອເກີນ ກໍ່ດີ.

ເວົ້າເລື່ອງໂທລະສັບ ມື້ສວາຍໄປຕະຫຼາດລະລອງໄປແວ່ຖາມຮ້ານມືຖືຈີນ, iPhone 5s ອອກມາລະ, ຖາມວ່າ: ໜ່ວຍນີ້ເທົ່າໃດ? ເພິ່ນວ່າ: 280.000 ກີບ, ຂ້ອຍຖາມຕໍ່ວ່າ ເປີດເຄື່ອງເບິ່ງດູ, ຂ້ອຍກໍ່ລອງຈັບສຳພັດເບິ່ງ ປະກົດວ່າ ມັນບໍ່ເໜັງຕິງຫຍັງ ຂ້ອຍລະເວົ້າວ່າ: ອ້າວມັນຄືບໍ່ໄປ? ເພິ່ນລະເອົາມາແຕະເບິ່ງ ເພິ່ນວ່າ ໂຕນີ້ບໍ່ໄດ້, ມັນເພລະ ເບິ່ງ iPhone 4s ແມ້ ໄດ້ຢູ່, ຂ້ອຍມາຈັບເບິ່ງກະໄປຢູ່, ຂ້ອຍວ່າ: ຂອບໃຈເດີ ມີເງິນຈັ່ງມາເອົາ ບ່າຍໆ

ຫຼາບມືຖືຈີນ ແຕ່ກີ້ຊື້ມາໃຊ້ 2-3ໜ່ວຍ, ປະມານ 5 ແສນ ຫາ 8 ແສນກີບ ບໍ່ພໍກີ້ເດືອນ ແບັດເສື່ອມ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີບາງຄົນໃຊ້2-3ຫ່ວຍກໍ່ມີ ສະນັ້ນໃນອານາຄົດຕໍ່ໄປ ຈຳນວນໂທລະສັບຈະຫລາຍກ່ວາຄົນແນ່ນອນ,,,

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຫຼາຍຊ່າງມັນບໍ່ຊື້


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ຜູ້ລະ ສອງສາມຫນວ່ຍພຸ້ນ ບໍ່ເກີນຈັ່ງໃດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ