ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄວາມຫມາຍທີ່ຕ້ອງການ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ທ່ານຜູ້ຮູ້ທັງຫລາຍ ແລະ ທ່ານ ຜຼ້ມີຂໍ້ມູນ ຫລືຮູ້ກ່ຽວກັບເລື່ອງນີ້ຂໍຄວາມກະລູນາຊ່ວຍຕອບໃຫ້ແດ່ກ່ຽວກັບຄວາມໝາຍ ແລະຄວາມສຳຄັນສັດຈະທັດທັງ 4 ປະການທີ່ໄດ້ຂຽນໄວ້ໃນເສົາຫຼັກເມືອງ (ຫນ່ວຍແກ້ວ ) ທີ່ຊຳເຫນືອຫມາຍວ່າແນວໃດ?
ໜຶ່ງ: ຢູ່ຮ່ວມກັນຢ່າງສັນຕິສຸກ?
ສອງ: ບຸກບືນສ້າງຄວາມຈະເລີນ?
ສາມ: ປົກຄອງບ້ານເມືອງໂດຍຍຸດຕິທໍາ?
ສີ່: ນໍາພາປະຊາຊົນຢູ່ເຢັນເປັນສຸກ?
ເພາະວ່າຂ້າພະເຈົ້າຈະເອົາປະກອບໃສ່ບົດຈົບຊັ້ນ
ຂອບໃຈລ່ວງຫນ້າຫລາຍໆ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ທິດສະດີຊວນເຊື່ອໃຜຂຽນກໍ່ມ່ວນ ແຕ່ຈະມີຄົນຂຽນວິທີປະຕິບັດຕົວຈິງແນວໃດໃຫ້ເກີດຜົນ ມັນຫາຄົນຂຽນຍາກ ແລະຜູ້ຂຽນຈະເຮັດໄດ້ຕາມທີ່ຂຽນໄວ້ໄດ້ຫຼືບໍ!ຂະນາດກົດໝາຍມີໄວ້ແລ້ວແຕ່ການປະຕິບັດພັດເຮັດແນວນຶ່ງ ມັນຈຶ່ງຢາກເຂົ້າທຳນອງທີ່ວ່າ"ປາກປ໋າໃສນ້ຳໃຈເສືອດຄໍ, ມືຖືສາກປາກຖືສິນ, ປາກວ່າຕາຂະຫຍັບ..."


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ໃຫ້ທ່ານຕອບຄຳຖາມ ບໍ່ແມ່ນວິພາກວິຈາກຄຳເວົ້າທ່ານ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ໃຫ້ທ່ານຕອບຄຳຖາມ ບໍ່ແມ່ນວິພາກວິຈາກຄຳເວົ້າທ່ານ



ໂດຍໆ ແຕ່ວ່າຕອນນີ້ໄປການກ່ອນ ຮອດຫ້ອງຫານມີເວລາຫວ່າງຄ່ອຍລົມກັນໃໝ່


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ແມ່ນ ເລື່ອງເປັນບົດຮຽນລະບໍ່ມີໃຜຕອບ
ບາດເລື່ອງຊູ້ສາວຍາດກັນຈົນຫົວສິແຕກ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜຶ່ງ: ຢູ່ຮ່ວມກັນຢ່າງສັນຕິສຸກ?
ສອງ: ບຸກບືນສ້າງຄວາມຈະເລີນ?
ສາມ: ປົກຄອງບ້ານເມືອງໂດຍຍຸດຕິທໍາ?
ສີ່: ນໍາພາປະຊາຊົນຢູ່ເຢັນເປັນສຸກ?

ຄວາມໝາຍມັນກະແປແລ້ວລະເດ ຊິໃຫ້ແປວ່າຈັ່ງໃດ
ຢູ່ຮ່ວມກັນຢ່າງສັນຕິສຸກ? --> ບໍ່ຜິດກັນ,ຖຽງກັນ,ບໍ່ທຳລາຍກັນ,ມີບັນຫາຂັດກັນກະແກ້ໄຂ.
ບຸກບືນສ້າງຄວາມຈະເລີນ? --> ບໍ່ໃຫ້ນອນຢູ່ລ້າໆ ເຮັດນັ້ນ ເຮັດນີ້ທີ່ມີປະໂຫຍດ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ທ່ານຜູ້ຮູ້ທັງຫລາຍ ແລະ ທ່ານ ຜຼ້ມີຂໍ້ມູນ ຫລືຮູ້ກ່ຽວກັບເລື່ອງນີ້ຂໍຄວາມກະລູນາຊ່ວຍຕອບໃຫ້ແດ່ກ່ຽວກັບຄວາມໝາຍ ແລະຄວາມສຳຄັນສັດຈະທັດທັງ 4 ປະການທີ່ໄດ້ຂຽນໄວ້ໃນເສົາຫຼັກເມືອງ (ຫນ່ວຍແກ້ວ ) ທີ່ຊຳເຫນືອຫມາຍວ່າແນວໃດ?
ໜຶ່ງ: ຢູ່ຮ່ວມກັນຢ່າງສັນຕິສຸກ?
ສອງ: ບຸກບືນສ້າງຄວາມຈະເລີນ?
ສາມ: ປົກຄອງບ້ານເມືອງໂດຍຍຸດຕິທໍາ?
ສີ່: ນໍາພາປະຊາຊົນຢູ່ເຢັນເປັນສຸກ?
ເພາະວ່າຂ້າພະເຈົ້າຈະເອົາປະກອບໃສ່ບົດຈົບຊັ້ນ
ຂອບໃຈລ່ວງຫນ້າຫລາຍໆ



ດຽວມີຂໍ້ມູນຈະຊ່ວຍຕອບ ຕອນນີ້ຍັງບໍ່ມີ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ປະເທດເຮົາຫຼາຍຊົນຊາດຊົນເຜົ່າ ຢູ່ຮ່ວມກັນ ບໍ່ແບ່ງແຍກຊົນຊັ້ນຊົນເຜົ່າ.
2.ບຸກບືນ ອອກແຮງງານ ພັດທະນາຕົນເອງ, ປະກອບສ່ວນທາງດ້ານມັນສະໝອງ ແລະເຫື່ອແຮງເຂົ້າໃນຂະບວນ ປົກປັກຮັກສາ ແລະ ສ້າງສາປະເທດຊາດ,
ປະຕິບັດ ມະຕິຂອງຂັ້ນເທິງໃຫ້ສຳເລັດ ຂອງຂົງເຂດຕົນເອງ
3.ໃຫ້ຄວາມເປັນທຳທຸກຝ່າຍໃນສັງຄົມ
4.ຊອກຮູ້ສິ່ງໃໝ່, ທັນສະໃໝ ສົ່ງເສີມສັງຄົມໃຫ້ສີວິໄລ, ສ້າງຄວາມເຂັ້ມແຂງ(ສັງຄົມສະງົບ, ສີວິໄລ, ເຂັ້ມແຂງ)


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊຳເໜຶໍອເປັນໜ່ວຍແກ້ວ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ທ່ານຜູ້ຮູ້ທັງຫລາຍ ແລະ ທ່ານ ຜຼ້ມີຂໍ້ມູນ ຫລືຮູ້ກ່ຽວກັບເລື່ອງນີ້ຂໍຄວາມກະລູນາຊ່ວຍຕອບໃຫ້ແດ່ກ່ຽວກັບຄວາມໝາຍ ແລະຄວາມສຳຄັນສັດຈະທັດທັງ 4 ປະການທີ່ໄດ້ຂຽນໄວ້ໃນເສົາຫຼັກເມືອງ (ຫນ່ວຍແກ້ວ ) ທີ່ຊຳເຫນືອຫມາຍວ່າແນວໃດ?
ໜຶ່ງ: ຢູ່ຮ່ວມກັນຢ່າງສັນຕິສຸກ?
ສອງ: ບຸກບືນສ້າງຄວາມຈະເລີນ?
ສາມ: ປົກຄອງບ້ານເມືອງໂດຍຍຸດຕິທໍາ?
ສີ່: ນໍາພາປະຊາຊົນຢູ່ເຢັນເປັນສຸກ?
ເພາະວ່າຂ້າພະເຈົ້າຈະເອົາປະກອບໃສ່ບົດຈົບຊັ້ນ
ຂອບໃຈລ່ວງຫນ້າຫລາຍໆ


ທ່ານ ໃນ 4 ຄຳນີ້ຄວາມຫມາຍຈະແຈ້ງແລ້ວ ...ມີແຕ່ວ່າຢາກຮູ້ຄຳອະທິບາຍ,ວິເຄາະ,ວິຈານໃຫ້ມັນກ້ວາງອອກຊື່ໆຕິບໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ອະທິບາຍແຕ່ລະຂໍ້ໃຫ້ມີຄວາມໝາຍກ້ວາງອອກໄປອີກລະກໍ່ໄດ້ລະເດ!....


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຂອບໃຈ ເອ້ໆ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ: