ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ການຫາຍຕົວ ຂອງ ທ່ານ ສົມບັດສົມພອນ ມູມມອງຂອງທ່ານ ຕໍ່ລັດຖະບານລາວ

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CPM ຂຽນວ່າ...




ບໍ່ມີສິ່ງທີ່ຫຍິ່ງໃຫຍ່ ກວ່າ ສິ່ງທີ່ໃຫ້ກຳເນີດ ໃນຍຸກນັ້ນ ບົນພື້ນຖານ ຂອງສິ່ງທີ່ເຈົ້າຄວນຍອມຮັບ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ບາງຕົວຢ່າງ...
"ບາງຄົນນີ້ມັນເຮັດວຽກດີ ຊື່ສັດສຸດຈະຣິດ ບໍ່ເອົາຂອງໃຜ ເຮັດວຽກມີຜົນສຳເຣັດແຕ່ວ່າມັກເວົ້າຖືກ
ເປັນຕົ້ນເວົ້າບໍ່ຖືກກັບຫົວໜ້າ ຫັ້ນແລ້ວໂຕນັ້ນ ແນວຄິດການເມືອງບໍ່ໜັກແໜ້ນ
ອັນນີ້ເຫັນວ່າເຮົາສ້າງຄ່ານິຍົມໄປເຮັດໃຫ້ຄົນເຮົານີ້ເປັນຄົນບໍ່ສັດຊື່ ເປັນຄົນຂີ້ຕົ໊ວະຫລອກລວງກັນ
ອັນນີ້ພວກສະຫາຍວ່າເປັນຍ້ອນເສດຖະກິດຕະຫລາດມັນມາເຮັດໃຫ້ຄົນເຮົານີ້ຕົ໊ວະຕົ້ມຫາເງິນຫາຄຳ ມັນບໍ່ແມ່ນແນວນັ້ນ
ພວກສະຫາຍເບິ່ງປະເທດຍີ່ປຸ່ນ ເຂົາກະພັດທະນາເສດຖະກິດຕະຫລາດເທົ່າໃດມາ
ແຕ່ວ່າໃຜກໍຕ້ອງຍ້ອງວ່າວັດທະນະທຳຂອງຍີ່ປຸ່ນມັນເປັນແນວໃດ ເຮົາຍັງຈື່ວ່າອ່ານໜັງສືບົດໜຶ່ງວ່າ
ມີເດັກນ້ອຍຜູ້ໜຶ່ງ ມັນລະຫວ່າງ ໖-໗ ປີ ມັນຫິວເຂົ້ານຸ່ງໂສ້ງເສື້ອຂາດພໍ່ແມ່ມັນຕາຍໝົດ ຈັດແຖວຢູ່ຫລັງພຸ້ນ
ໝໍນັກຂ່າວຫັ້ນເຫັນເລີຍເອົາເຂົ້າຈີ່ໃຫ້ມັນ ແທນທີ່ມັນຈະກິນມັນຫິວ ມັນບໍ່ ມັນໄປປະໄວ້ຢູ່ບ່ອນສ່ວນລວມພຸ້ນ
ມັນວ່າມີຫລາຍຄົນກະຈັດແຖວ ຍັງຫິວກວ່າຫລານອີກ ອັນນັ້ນມັນແມ່ນຫຍັງ ມັນແມ່ນມວນມະນຸດ
ເສດຖະກິດບໍເຮັດໃຫ້ເຮົາເປັນແນວນັ້ນ ຫຼືວ່າຍ້ອນລະບົບການສຶກສາຂອງພວກເຮົາ
ເຮົາເຮັດໃຫ້ການສຶກສາຂອງເຮົານີ້ສ້າງຄ່ານິຍົມມັນບໍ່ຖືກ ຄັນວ່າເວົ້າຈົງຮັກພັກດີຕໍ່ຜູ້ນັ້ນ ຜູ້ນີ້
ຈົງຮັກພັກດີຕໍ່ລັດທິນັ້ນລັດທິນີ້ ແມ່ນການເມືອງໜັກແໜ້ນ ແຕ່ວ່າລັດທິອັນນັ້ນ ມັນແມ່ນອີສັງວ່າ ຕົວຢ່າງແມ່ນລັດທິມາກສ໌-ເລນິນ
ກໍແມ່ນແນວຄິດຂອງທ່ານມາກສ໌ ທ່ານເລນິນ ເພິ່ນສ້າງສັງຄົມຢູ່ໃນເອີໂຣບພຸ້ນນ໋ະ ສັດຕະວັດທີ ໑໙ ຢູ່ຣັດເຊຍສັດຕະວັດທີ ໒໐
ເຮົາສ້າງສັງຄົມນິຍົມ ສ້າງຢູ່ບ້ານເຮົາ ຄົນລາວ ສັງຄົມລາວ ເປັນຫຍັງຈະຕ້ອງເອົາແນວທາງການເມືອງຂອງຜູ້ອື່ນຫັ້ນ
ມາເປັນພື້ນຖານໃຫ້ແນວທາງການເມືອງຂອງພວກເຮົາ ຄັນເຮົາຮຽນນຳໝູ່ພັດວ່າລອກແບບ ບັດວ່າເວົ້າລັດທິມາຣ໌ກເລນິນພັດວ່າຖືກ ເປັນສິ່ງແຕະຕ້ອງບໍ່ໄດ້ ອັນນີ້ແມ່ນຫຍັງ
ເຮົາສັ່ງສອນກັນແມ່ນບໍ? ທີ່ວ່າເຮັດໃຫ້ເຮົາຫລົງໄຫລຜູ້ນັ້ນຢູ່ໄສ ໆ ພຸ້ນນ່ະ
ອັນທີ ໓ ເຮົາສຶກສາກັນນີ້ເຮັດໃຫ້ຄົນເຮົານີ້ ມີນິໄສຄັບແຄບອະຄະຕິຄຽດແຄ້ນໃຫ້ກັນ
ແຕ່ຍາມຍັງນ້ອຍຢູ່ອະນຸບານພຸ້ນ ສອນກັນວ່າຕ້ອງຊັງອັນນັ້ນຊັງອັນນີ້
ບາດໃຫຍ່ຂຶ້ນມາຮຽນພັດສອນກັນໃຫ້ຄຽດແຄ້ນຊົນຊັ້ນຕໍ່ສູ້ຊົນຊັ້ນ
ເບິ່ງຄົນລາວເຮົານີ້ຕໍ່ໄປ ກໍຈະມີແຕ່ຈໍ່ກຳປັ້ນໃສ່ກັນຫັ້ນຕິ ມັນໂລດບໍ່ເປັນຕິແນວນັ້ນ ຄົນລາວເຮົາມີນິໄສອ່ອນໂຍນອອບເອື້ອອາຣີແຕ່ໃດມາເດ...

...ລະເບິ່ງບົດຮຽນການສຶກສາຂອງປະເທດອື່ນນີ້ນ່ະ ເຮົາກະໄປນຳຫລາຍຄົນ ລະກະໄປຢາມໂຮງຮຽນເຂົາໂຕໜຶ່ງ ຈັກຊື່ມັນອີຫຍັງນີ້ແຫລະ ໂບຣກແກຣນເຮີຣ໌ທນີ້ແຫລ່ະ ມັນບໍ່ແມ່ນແນວນັ້ນດອກ ແຕ່ວ່າມັນຊື່ຄືແນວນັ້ນ ໄປເຫັນບັກກິນເຂົ້າ ບັກນອນ ບັກອ່ານໜັງສື ບັກໄປຮຽນແຕ້ມຮູບນຳນາຍຄູ ເຮົາໂລດແປກປະຫລາດ ມັນແມ່ນແນວໃດຫວາອັນນີ້ຮຽນ ພວກເຮົາຮຽນແຕ່ນ້ອຍ ໆ ໜາວສິຕາຍຈົນເອົາມືຈົກຖົງໂສ້ງໄວ້ ຂຽນບໍ່ໄດ້ ເຂົາໂລດແລ້ວແຕ່ ນອນກະໄດ້ເວລາຮຽນ ບັດນີ້ມາຮຽນເບິ່ງເອກະສານຂອງການສຶກສາຢູ່ອະເມຣິກາຫັ້ນ ກະຄືແນວນັ້ນ ປຶ້ມຫລັກສູດຕຳຣາຮຽນນີ້ບໍ່ຄືກັນ ບໍ່ມີຂອງເປັນເອກະພາບ ແລ້ວແຕ່ຜູ້ສິເຮັດ ບາງໂຮງຮຽນນີ້ບໍ່ໃຫ້ຮຽນໃດທິດສະດີຂອງມາຣ໌ກເລນິນຫັ້ນນ່ະ ອັນວ່າຄົນມີຕົ້ນກຳເນີດມາຈາກໂຕລິງຫັ້ນ ເຮົາຮູ້ວ່າລັດຖະມົນຕີນາງນີ້ບໍ່ມັກແຫຼ້ວທິດສະດີແນວນີ້ ເຮົາກະບໍ່ມັກຄືກັນ ບໍ່ເຊື່ອ ເຮົາຂີ້ຮ້າຍປານນີ້ກະ! ເວົ້າວ່າມາຈາກລີງ ບໍ່ຄື ສະມາຊິກແມ່ຍິງເຮົາຢູ່ນີ້ຜູ່ງາມ ໆ ວ່າມາຈາກລີງ ປ໊າ! ທິດສະດີນີ້ຈັກເວົ້າຕົ໊ວະກັນບໍ່ຈັກລ່ະ ມັນບໍ່ຄື

ດັ່ງນັ້ນ, ຈຶ່ງວ່າຫລັກສູດເຂົາກະ ບໍ່ໄດ້ເປັນເອກະພາບໃດ ແລ້ວແຕ່ຜູ້ສິເຮັດ ບັດນີ້! ຄະແນນເຂົາກະບໍ່ໄດ້ເວົ້າວ່າຕ້ອງໄດ້ແນວນັ້ນແນວນີ້ ຄະແນນເປັນຂອງທີ່ລະອຽດອ່ອນ ນາຍຄູຮູ້ຄະແນນແລ້ວ ເພື່ອວ່າຊ່ວຍໃຫ້ນັກຮຽນໄດ້ເພື່ອກ້າວຂຶ້ນ ເຮົາລ່ະປະກາດຄະແນນອັນນັ້ນອັນນີ້ ຜູ້ບໍ່ໄດ້ກະຍົກຂຶ້ນ ຮຽນບໍ່ໄດ້ກະຊື້ເອົາ ມັນໂລດສົ່ງເສີມກັນໄປແນວນັ້ນ

ອັນໜຶ່ງອີກ, ລະບົບການສຶກສາອະເມຣິການີ້ຄືວ່າເກ່ງແທ້ ໆ ການສຶກສາ ແຕ່ວ່າ ກະຊວງສຶກສາເຂົາຫາແຕ່ມີແຕ່ປີ ໑໙໗໙ ຮອດປີ ໘໐ ນີ້ເຄື່ອນໄຫວ ແລະຕາມຮູ້ເພິ່ນວ່າພັກກໍ່ສ້າງມັນຂຶ້ນມາ ມັນສິລຶບລ້າງອີກພວກນັ້ນສິຖຽງກັນ ແຕ່ວ່າໃນເວລາດຽວກັນນັ້ນການສຶກສາຂອງອະເມຣິກາເປັນຫຍັງໄປ ນັກປຣາດຫລາຍກະຢູ່ຫັ້ນ ນັກຟ້ອນ ນັກສະແດງ ສຳມະປິຢູ່ຫັ້ນເໝິດ ມັນແມ່ນແນວໃດ໋ຫວ່ະ? ອັນນີ້ຈິ່ງເບິ່ງພວກເຮົານີ້ ສິຄຸມກັນໄປແນວນີ້ບໍ໋? ເຮັດຫຍັງກະຄຸມ ໆ ຕ້ອງເຮັດອັນນັ້ນອັນນີ້ ແທນທີ່ເຮົາສິສົ່ງເສີມວ່າ ເອີ! ໃຫ້ນາຍຄູເຂົາຂຽນຕຳຣາຂຽນນັ້ນສອນກັນ ໂຮງຮຽນນັ້ນເຂົາສິເຮັດຫຍັງກະໃຫ້ເຂົາເຮັດ ມີແຕ່ວ່າເຮັດຈັ່ງໃດ໋ບໍ່ສອນສິ່ງທີ່ວ່າກົດໝາຍເກືອດຫ້າມ ບໍ່ຂ້າຟັນຮັນແທງກັນກະແລ້ວ ໃຫ້ເຂົາເສີມຂະຫຍາຍເໝິດສະຕິປັນຍາ ເພື່ອສອນມັນຈິດໃຈມັນກວ້າງຂວາງ ມັນມີຫົວຄິດປະດິດສ້າງເປັນຂອງຕົວເອງ ຂອງຕົນເອງ ຍາມນັ້ນຈຶ່ງສິພັດທະນາ ບໍ່ຄວນເນັ້ນແຕ່ວ່າຕ້ອງຫ້າມອັນນັ້ນອັນນີ້ ຕ້ອງສອນແນວນັ້ນສອນແນວນີ້ ເດັກນ້ອຍສອນໃຫ້ຄຽດຊັງອັນນັ້ນ ໃຫຍ່ມາສອນໃຫ້ຕໍ່ສູ້ຊົນຊັ້ນອັນນັ້ນອັນນີ້ ມັນບໍ່ໄດ້ໜາ ຄົນເຮົາມັນຕ້ອງໂອບເອື້ອອາຣີບໍ! ”
" ...ເຮົານີ້ປາກົດວ່າສອນກັນຄືວ່າ ໂຕເອງນີ້ເກ່ງ ລະກະຊະນະ ເບິ່ງທິດສະດີອື່ນຜູ້ອື່ນນີ້ປະຕິການເໝິດ ມັນບໍ່ໄດ້ໜາແນວນັ້ນ ເຮົາກະຕ້ອງຮຽນນຳໝູ່ເວີຍ! ສິວ່າອະເມຣິກາເປັນຈັກກະພັດກະແມ່ນລ່ະ ເຮົາບໍ່ຍ້ອງມັນແຫຼ້ວມັນເປັນຈັກກະພັດ ກະມັນເກ່ງເດ! ເຮົາກະຢາກພັດທະນາເດ! ກະຕ້ອງຮຽນນຳມັນແດ່ບໍ! ອີສັງມັນດີໝູ່ນີ້ຍາມຮ່ຳຍາມຮຽນ ມັນກວ້າງມັນຂວາງໂອບເອື້ອອາຣີກັນ ອັນນີ້ເຮົາສອນກັນລະຄັບແຄບ ຄັນໝູ່ມີຄວາມເຫັນຕ່າງໂຕເອງກະ! ຖືກັນເປັນອັນໃດບຸ! ເວົ້າລະເພື່ອນສະຫາຍຜູ້ຢູ່ທາງຫລັງກັນຈັກໄປທາງໃດເລີຍບໍ່ຮູ້ ອັນນັ້ນມັນກະບໍ່ເປັນ...ບາງເທື່ອໝູ່ເວົ້າຄວາມຕ່າງ ບໍ່ທັນຄົ້ນຄວ້າຊ້ຳ
ຜິດຫູນ້ອຍໜຶ່ງກໍ່ເວົ້າວ່າບໍ່ຖືກແລ້ວ ມັນບໍ່ຖືກໃດ໋ແນວນັ້ນ
ມັນຕ້ອງໄດ້ຄົ້ນໄດ້ຄວ້າ ໝູ່ເວົ້າເຂົ້າໃຈບໍ? ມັນກໍ່ມີອັນດີອັນຮ້າຍ
ຄົນເຮົາມັນຕ້ອງມີຫລາຍຄວາມຄຶດຈຶ່ງຊິພັດທະນາໄດ້..."




: ດຣ. ຄຳເຜີຍ ປານມະໄລທອງ
ສສຊ. ເຂດ ໑ ນະຄອນຫລວງວຽງຈັນ ກ່າວປະກອບຄຳເຫັນໃນກອງປະຊຸມສະມາຊິກສະພາ ເມື່ອວັນທີ ໑໖ ມິຖຸນາ ໒໕໕໔.

ຂໍ້ມູນອ້າງອິງ:
(ຖອດຄວາມໄດ້ບໍ່ໝົດສາມາດຮັບຟັງໄດ້ຕື່ມຈາກລິ້ງກ໌ລຸ່ມນີ້)
- http://www.youtube.com/watch?v=jHv746-rCmU
ເຂົ້າໄປເຫັນມີແຕ່ຄົນລາວດ່າກັນ ຮຶຮຶ!!
- http://www.youtube.com/watch?v=NYdHv0c_cUY
- http://lao.voanews.com/content/lao-appoints-new-president-national-social-science-08-08-2012/1486799.html



ມື້ໃດປະເທດລາວມີຄົນມີຄວາມຮູ້ ແລະວິໃສທັດຢ່າງນີ້ປະເທດເຮົາຈຶ່ງຈະເລີນ ປະຈຸບັນມີບາງຄົນຂຽນພາສາລາວຍັງບໍ່ຖືກໄວຍາກອນແຕ່ພັດອ້າງໂຕເອງວ່າຮັກລາວ ຖ້າເປັນຢ່າງນີ້ລາວເຮົາຍັງຫຼ້າຫຼັງໄປອີກນານ!


ແມ່ຄວາມເຈົ້ານ່ະຂຽນ-ອ່ານເລກລາວຍັງບໍ່ໄດ້ເພງລາວກະບໍ່ຢາກຟັງຂອງລາວກໍບໍ່ຢາກຊື້ຫາກປາກອ້າງວ່າຮັກລາວເຫັນຫຼາຍໃນເຟຊບຸກຫັ່ນ


໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ບໍ່ຮູ້ນຳເດີ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>