ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນທ່ານຈະເຮັດແນວໃດ ຖ້າເຈີຫມູ່ສະນິດເວົ້າເປັນຕາຊັງ

໒ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເປັນທ່ານຈະເຮັດແນວໃດ ຖ້າຖືກຫມູ່ສະນິດຄົນຫນຶ່ງຂອງທ່ານ ກຳລັງມີເລື່ອງສີລຽດ ຫລືອາລົມບໍ່ດີຢູ່ ແລ້ວທ່ານໄປຖາມລາວ ໃນເລື່ອງໃດເລື່ອງຫນຶ່ງ
ແລ້ວເວົ້າຂື້ນວ່າ ຢ່າຖາມ ກູ້ແຫ່ງອາລົມບໍ່ດີ. ຖ້າເກີດກັບທ່ານ. ທ່ານຄິດວ່າຫມູ່ຄົນນັ້ນເວົ້າແຮງເກີນໄປບໍ່ ທັງທີ່ເຮົາບໍ່ຮູ້ເລື່ອງ ວ່າລາວອາລົມບໍ່ດີຢູ່


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ອັນນີ້ກະຕ້ອງສັງເກດເບີ່ງສີໜ້າ.ແລະ ອາກາດສະແດງອອກຂອງລາວແນ່ເນາະ.ຖ້າວ່າລາວເຮັດໜ້າບູດຫຼືເຮັດໜ້າຂືມຢູ່ກະບໍ່ຄວນຈະຖາມ.ແຕ່ລັກຊະນະຖ່າທາງອາລົມດີຍີ້ມຫົວຢູ່ແລະຄັນເຮົາໄປຖາມແລ້ວເວົ້າແນວນັ້ນແທ້ .ກະບໍ່ສົມຄວນຈະເວົ້າ


໓ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ເວລາ ລາວໃຈຣ້າຍ ຢ່າຟ້າວໄປກວນລາວ ຫຼັງຈາກ ລາວອາລົມດີຈຶ່ງຖາມສາເຫດ ແລ້ວ ໃຫ້ຄຳປຶກສາກັນ ຖ້າເປັນໝູ່ສະໜິດແທ້


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຄົນເຮົາມີຍາມອາລົມດີອາລົມຮ້າຍ

ເຂົາເວົ້າບໍ່ດີຫຼືເຮົາຂີ້ໃຈນ້ອຍກັນແທ້?

ໝູ່ມີອາລົມບໍ່ດີ ແລະສະແດງອາການອອກມາແນວນັ້ນແທນທີ່ຈະຊອກຫາສາເຫດວ່າເຂົາມີບັນຫາຍັງ ຈິ່ງມີອາລົມບໍ່ດີ ແລ້ວກໍ່ຊ່ວຍແກ້ບັນຫານັ້ນ ແຕ່ພັດເກັບມາຄິດໃຫ້ເປັນເລື່ອງເປັນລາວ ຢ່າງນີ້ກໍ່ເປັນໝູ່ກັນບໍ່ໄດ້ຕີ

ທ່ານເຂົ້າໃຈຄຳວ່າໝູ່ຫຼືຍັງ?


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝູ່ຄູ່ມັນກະມີດີມີຮ້າຍຫັ້ນລະ ໃຈໃຫຍ່ໄວ້ຖ້າຢາກມີຫມູ່ຫລາຍໆ
ໃຈນ້ອຍກໍ່ໄດ້ ແຕ່ກໍ່ຈະໃດ້ໝູ່ຫນ້ອຍລົງ


໒ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ທີຂ້ອຍຖາມຫມູ່ຄົນນັ້ນກໍ່ເພື່ອບໍ່ໃຫ້ ມັນຊິລຽດຫັນລະ ມີຍັງກະບໍ່ຢາກໃຫ້ມັນເກັບໄວ້ຄົນດຽວ


໒ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ຄົນເຮົາມີຍາມອາລົມດີອາລົມຮ້າຍ

ເຂົາເວົ້າບໍ່ດີຫຼືເຮົາຂີ້ໃຈນ້ອຍກັນແທ້?

ໝູ່ມີອາລົມບໍ່ດີ ແລະສະແດງອາການອອກມາແນວນັ້ນແທນທີ່ຈະຊອກຫາສາເຫດວ່າເຂົາມີບັນຫາຍັງ ຈິ່ງມີອາລົມບໍ່ດີ ແລ້ວກໍ່ຊ່ວຍແກ້ບັນຫານັ້ນ ແຕ່ພັດເກັບມາຄິດໃຫ້ເປັນເລື່ອງເປັນລາວ ຢ່າງນີ້ກໍ່ເປັນໝູ່ກັນບໍ່ໄດ້ຕີ

ທ່ານເຂົ້າໃຈຄຳວ່າໝູ່ຫຼືຍັງ?


ຂອຍໃຈ


໒ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ໝູ່ຄູ່ມັນກະມີດີມີຮ້າຍຫັ້ນລະ ໃຈໃຫຍ່ໄວ້ຖ້າຢາກມີຫມູ່ຫລາຍໆ
ໃຈນ້ອຍກໍ່ໄດ້ ແຕ່ກໍ່ຈະໃດ້ໝູ່ຫນ້ອຍລົງ


ຂອຍໃຈ


໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ປັນຫາດຽວກັນກັບຂ້ອຍເລີຍສາວ ຫມູ່ຂ້ອຍເວລາມັນມີເລື່ອງກັບແຟນ ແລ້ວບັງເອີນຂ້ອຍບໍ່ຮູ້ແລ້ວໄປຖາມເຫລື່ອງແຟນມັນ ເປັນເຫລືອງເລີຍລະ
ແຕ່ກະພໍທົນໄດ້ເພາະຮູ້ຈັກນິໃສມັນແລ້ວ
+ແຕ່ສຳລັບຂ້ອຍແລ້ວຂ້ອຍເປັນຄົນໃຈນ້ອຍໃດ ຂ້ອຍຈຶ່ງມີຫມູ່ບໍ່ຫລາຍ ແຕ່ຄັນມີຫມູ່ກະແບບວ່າທຸ້ມເຖທຸກຢ່າງເຮັດເພື່ອຫມູ່ ແຕ່ກະຍ້ອນຄວາມໃຈນ້ອຍຂອງຂ້ອຍນິລະທີເປັນເຫດ ເວລາຂ້ອຍມີປັນຂ້ອຍມັກຈະເຈັບໄວ້ໃນໃຈ ບໍ່ບອກໃຫ້ໃຜ່ຮູ້ ແລະບໍສະແດງມັນອອກມາ ໃຫ້ຫມູ່ເຫັນ ເວລາໄປເຈີຫມູ່ທີ່ອາລົມເສຍ ຈຶ່ງບໍ່ເຂົ້າໃຈກະເຈົ້າ ເພາະໄປຄິດເອົາໃຈເຂົາມາໃສໄວ້ໃນໃຈໂຕເອງ ວ່າມັນເປັນປັນຫານ້ອຍໆເປັນຫຍັງຈັງອາລົມເສຍໃສ່ຫມູ່ແບບນີ້ ປັນຫາຂ້ອຍແຮ່ງໃຫຍ່ກວ່ານະຂ້ອຍຍັງບໍ່ສະແດງອອກ
ຖ້າໄປເຈີຫມູ່ທີບໍ່ເຂົ້າໃຈຂ້ອຍອີກ ກະໄປກັນໃຫຍ່ອີກລະ ຂ້ອຍຈຶ່ງພະຍາຍາມຮັກສາມິດຕະພາບໄວ້ ປຽນແປງຂໍ້ເສຍໂຕນີ້ຂອງຂ້ອຍຄືກັນ ເພາະບໍ່ຢາກເສຍຫມູ່ໄປ

www.satoshi250.com
freemoney on faucetbox

໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ທຳມະດາເພາະວ່າເຂົາເຈົ້າອາລົມເສຍຢູ່

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Kike ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ຄົນເຮົາມີຍາມອາລົມດີອາລົມຮ້າຍ

ເຂົາເວົ້າບໍ່ດີຫຼືເຮົາຂີ້ໃຈນ້ອຍກັນແທ້?

ໝູ່ມີອາລົມບໍ່ດີ ແລະສະແດງອາການອອກມາແນວນັ້ນແທນທີ່ຈະຊອກຫາສາເຫດວ່າເຂົາມີບັນຫາຍັງ ຈິ່ງມີອາລົມບໍ່ດີ ແລ້ວກໍ່ຊ່ວຍແກ້ບັນຫານັ້ນ ແຕ່ພັດເກັບມາຄິດໃຫ້ເປັນເລື່ອງເປັນລາວ ຢ່າງນີ້ກໍ່ເປັນໝູ່ກັນບໍ່ໄດ້ຕີ

ທ່ານເຂົ້າໃຈຄຳວ່າໝູ່ຫຼືຍັງ?


ຂອຍໃຈ


ບໍ່ເປັນຫຍັງ(ຂອຍໃຈຄືກັນ)


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້

ໝູ່ຂ້ອຍເອງ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕີປາກມັນໂລດ ຮ່າຮ່າ


໒ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ເອົາວິທີນີ້ໄປລົດລອງເຮັດເບິ່ງ: ຖ້າເຮົາຖາມ ຖືກສາດຄືນມາດ້ວຍອາລົມ ເຮົາກໍເວົ້າແບບມ່ວນໆວ່າ < ເຢັນໆເພື່ອນ;ມີບັນຫາຫຍັງແບ່ງປັນໃຫ້ເຮົາຊ່ວຍໃດ້ບໍ່
ເຮົາເປັນເພື່ຶຶອນແທ້ໂຕໃດ> ທຳນອງນີ້ກໍເຮັດໃຫ້ເຂົາອາລົມຮ້າຍເຢັນລົງຫຼາຍແລ້ວ ຖ້າເຂົາຍັງສືບຕໍ່ຮ້າຍຢູ່ກໍເວົ້າວ່າ<ຄັນຊັ້ນເອົາຕາມໃຈໝູ່ເດີ້ ຖ້າມີຫຍັງ
ມາຫາເຮົາໄດ້ທຸກເມື່ອ>ເວົ້າແລ້ວກໍຢ່າງໜີທັນທີໂລດ;ຖ້າບໍ່ເອີ້ນນຳກົ້ນ.ກໍບຶດດຽວກໍຢາງນຳເຮົາໄປໂລດ ລອງເຮັດເບິ່ງເດີ້ .