ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເລື່ອງ ເປັນຂໍທານ ຫຼື ເປັນຂໍຜານປະຊາຊົນ ກັນແທ້

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ຄວາມຈິງຂ້ອຍກໍ່ບໍ່ຢາກຂຽນເລື່ອງນີ້ພໍປານໃດດອກ ແຕ່ອົດບໍ່ໄດ້ ຫາກມັນເປັນກະທູ້ທີ່ບໍ່ເຫມາະສົມກໍ່ແຈ້ງລົບໄດ້ເດີ່ ເພາະຂ້ອຍເອງກໍ່ບໍ່ຮູ້ຄືກັນວ່າມັນເຫມາະສົມ ຫຼື ບໍ່ເຫມາະສົມ. ຖ້າຜິດພາດປະການໃດກໍ່ຂໍໂທດຂໍອະໄພນຳ ຜູ້ເບິ່ງແຍງ ແລະ ຜູ້ອ່ານທັງຫຼາຍ

ເລື່ອງມັນມີຢູ່ວ່າ ໃນບ້ານທີ່ຂ້ອຍຢູ່ ໄດ້ມີຂໍທານຈໍານວນຫນຶ່ງ(ນັບວ່າມາເກືອບເປັນຫມູ່ບ້ານໃດຫນຶ່ງເລີຍກໍ່ວ່າໄດ້) ເຂົ້າມາຂໍທານ ເທື່ອທຳອິດຕອນເຂົາເຈົ້າມາຂໍທານໃຫມ່ໆ ຂ້ອຍເຫັນເປັນຕາໜ້າອິນດູ ກໍ່ເລີຍເອົາໃຫ້ ແລ້ວຜູ້ນັ້ນກໍ່ໄປບ້ານຫຼັງໃຫມ່ ບໍ່ຮອດ 20ນາທີ ກໍ່ມີຄົນໃຫມ່ມາຂໍອີກ ແລະ ຢູ່ຟາກທາງເບື້ອງກົງກັນຂ້າມ ກໍ່ເຫັນຂໍທານຢ່າງເລາະໄປຄືກັນ ຂ້ອຍເລີຍຮູ້ສຶກແປກໆໃຈວ່າ ເປັນຫຍັງຂໍທານຄືມີຫຼາຍແທ້ ແຕ່ຂ້ອຍກໍ່ບໍ່ໄດ້ເວົ້າຫຍັງໃຫ້ເຂົາເຈົ້າດອກ. ມື້ຕໍ່ມາ ກໍ່ມີຂໍທານມາອີກ ເຮັດໃຫ້ຂ້ອຍເລີ່ມສົງໄສວ່າ ພວກນີ້ເຂົາເຈົ້າບໍ່ເຮັດຫຍັງເລີຍບໍນໍ້ ແຕ່ກໍ່ບໍ່ປະຕິເສດ ເຂົ້າເຈົ້າມາຂໍ ຂ້ອຍກໍ່ໃຫ້ຄືເກົ່າ ແລະ ເຮືອນຫຼັງອື່ນກໍ່ເປັນຄືກັນ. ມາມື້ຕໍ່ມາອີກ ຂ້ອຍເຫັນຂໍທານພວກນີ້ອີກ ບາດນີ້ຂ້ອຍບໍ່ໄຫວແລ້ວ ເລີຍໄປລີ້ ແລະ ເຂົາເຈົ້າກໍ່ຍ່າງກາຍໄປເຮືອນຫຼັງໃຫມ່ ບັງເອີນມື້ນັ້ນ ເຮືອນຂ້າງຮ້ານຂ້ອຍ ລູກຫຼານລາວບໍ່ຢູ່ ເປັນແມ່ຕູ້ເຝົ້າຮ້ານແທນ ຂໍທານເຂົ້າຂໍນຳແມ່ຕູ້ຄົນນັ້ນ ແຕ່ແມ່ຕູ້ຄົນນັ້ນປະຕິເສດ ວ່າບໍ່ມີເງິນ ລາວເວົ້າວ່າ ລາວເປັນຜູ້ເຖົ້າຫາເງິນບໍ່ເປັນ ພວກເຈົ້າຄືບໍ່ຫາເອົາ ແຕ່ຂໍທານກໍ່ຍັງຊູຊີເອົານັ້ນເອົານີ້ແທນ ແມ່ຕູ້ຄົນນັ້ນກໍ່ວ່າບໍ່ມີ ສຸດທ້າຍເຂົາຂໍນ້ຳດື່ມຫົວເສືອ ລາວກະບໍ່ໃຫ້ເລີຍໄປເອົານ້ຳດື່ມໃສ່ຈອກມາໃຫ້ຂໍທານ ແຕ່ຂໍທານກໍ່ເຮັດແບບບໍ່ພໍໃຈບໍ່ຢາກຫນີ ຈົນແມ່ນຕູ້ໄລ່ຈຶ່ງອອກໄປແບບບໍ່ເຕັມໃຈ. ຈາກນັ້ນຂໍທານກໍ່ງຽບໄປເວລາປະມານ 2-3ອາທິດ ຈົນຮອດມື້ນີ້ ຂ້ອຍຫາກໍ່ຕື່ນນອນແລ້ວເປີດຮ້ານບໍ່ຮອດ 20ນາທີ ເວລາປະມານ 9-10ໂມງຕອນເຊົ້ານີ້ແຫຼ໋ະ ຂ້ອຍເຫັນຂໍທານພວກເກົ່າມາອີກ(ໂອຍຈັ່ງວ່າຂໍທານຄົນເກົ່າເລີຍ) ລາວຕັ້ງຫຼັກຍ່າງມາທີ່ຮ້ານຂ້ອຍ ລາວເຫັນຂ້ອຍ ແລະ ຂ້ອຍກໍ່ເຫັນລາວ ເລີຍທຳທ່າເຂົ້າໄປຫ້ອງນ້ຳໄດ້ບຶດດຽວ ຂໍທານເອີ້ນບອກໃຫ້ຂ້ອຍມາຂາຍເຄື່ອງແນ່ ຄິດໄປຄິດມາຢ້ານຂໍທານສິລັກ ເກີບ ກັບ ກະເປົ໋າກະປານນັ້ນ ຈຶ່ງຍ່າງອອກມາ ຖາມຂໍທານວ່າ:
- ຂ້ອຍ: ມີຫຍັງບໍ່?
- ຂໍທານ: ຂໍທານແນ່ (ເວົ້າແບບຫນ້າດ້ານໆ)
- ຂ້ອຍ: ຂ້ອຍບໍ່ມີເງິນ (ຕອບແບບອາລົມເສຍ)
- ຂໍທານ: ຂໍ 4-5ພັນ ຫຼື 2-3ພັນກະໄດ້ (ອອກສຳນຽງອ້າຍນ້ອງລາວເທິງ)
- ຂ້ອຍ: ຂ້ອຍບໍ່ມີເງິນອີ່ຫຼີ ຂ້ອຍຫາກໍ່ຕື່ນນອນ ຫາກໍ່ເປີດຮ້ານ ສິເອົາເງິນມາແຕ່ໃສ
- ຂໍທານ: ບໍ່ມີເງິນ ເອົາເກີບແທນກະໄດ້
- ຂ້ອຍ: (ຄິດໃນໃຈ ໂຫະ!! ເກີບສົ້ນຢ່ອງແມ່ຍິງ ຄູ່ລະ 1000ກ່ວາບາດ ຂໍທານເປັນຜູ້ຊາຍມັນກ້າຂໍເສີຍ) ຂ້ອຍບໍ່ປາກເລີຍ...
- ຂໍທານ: ເຈົ້າເອົາຫຍັງໃຫ້ກະເອົາ
- ຂ້ອຍ: ເວົ້າແບບກວນໆ ເຈົ້າໃສ່ໄດ້ບໍ່ເກີບນິ
- ຂໍທານ: ໃສ່ໄດ້ ຖ້າເຈົ້າເອົາໃຫ້
- ຂ້ອຍ: (ຄິດໃນໃຈ ຈັ່ງແມ່ນມຶງພາໂລນໍ້ ຮູບຮ່າງຫນ້າຕາກະດີ ແຂນຂາມີຄົບ ເບິ່ງແຂງແຮງກ່ວາກູອີກ) ເຈົ້າໄປບ່ອນອື່ນກ່ອນ ມື້ຫນ້າຂ້ອຍມີຈຶ່ງມາໃຫມ່
- ຂໍທານ: ຈັ່ງໃດກະບໍ່ໄປ ຍືນເບິ່ງເກີບ ກັບ ກະເປົ໋າດົນເຕີບ
- ຂ້ອຍ: ຢາກຮ້າຍ ເລີຍເວົ້າວ່າ: ຖ້າເຈົ້າບໍ່ໄປ ຂ້ອຍໂທບອກຕຳຫຼວດໃດ
- ຂໍທານ: ເອົາມືຕົບຕູ້ແກ້ວທີ່ຂ້ອຍຢອງເກີບ ແລ້ວເຮັດມາດໃຈຮ້າຍ ຍ່າງອອກໄປ...

ທຸກຄົນຄິດວ່າຄວນເຮັດແບບໃດກັບຂໍທານປະເພດນີ້ດີ ບ້ານນີ້ເປັນບ້ານຂອງທະຫານແທ້ໆຍັງບໍ່ມີໃຜແຈ້ງການ ນ້າຍບ້ານກະບໍ່ມີໃຜຮູ້ເລີຍ ປ່ອຍໃຫ້ຂໍທານຍ່າງເລາະຂໍທານ ປານເລາະເກັບເງິນເສຍຄ່າພາສີ ໃຜມີຄວາມຄິດແນວໃດບອກຂ້ອຍແນ່ ເລື່ອງແບບນີ້ແຈ້ງບ້ານແຈ້ງເມືອງໄດ້ບໍ່ ຫຼື ວ່າປ່ອຍໃຫ້ມັນເປັນແບບນີ້ຕໍ່ໄປ...

*ເຫດການຈາກ ນະຄອນຫຼວງ, ເມືອງ ໄຊທານີ, ບ້ານ ຫນອງພະຍາ ແຖວແຄມທາງ ສ່ວນໃນຮ່ອມບໍ່ຮູ້ວ່າເປັນຄືກັນ ຫຼື ບໍ່ ແນວໃດກໍ່ຊ່ວຍໃຫ້ຄຳເຫັນນຳກັນ ຖ້າໃຜຮູ້ຈັກອຳນາດການປົກຄອງ ແຈ້ງມາລົງພື້ນທີ່ນີ້ເລີຍຍິ່ງດີ...

ຂໍຂອບໃຈ

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ບໍ່ຈັກລາຍວ່າ ສັງຄົມເຮົາທຸກວັນນີ້ຜູ້ມີກິນໆພໍຮາກຜູ້ຢາກໆພໍຕາຍ ຊ່ອງວ່າງລະຫວ່າງຄົນມີກັບຄົນຈົນນັບມື້ນັບຫຼາຍຂື້ນ. ຄົນມີກໍ່ບໍ່ເຂົ້າໃຈຄົນຈົນ ຄົນຈົນກໍ່ຂາດຄວາມອົດທົນໃນການທຳມາຫາກິນ.

ແນວໃດກໍ່ຕາມນຶກວ່າຄົນລາວດ້ວຍກັນຈະມີຫຼືຈົນກໍ່ມີຄ່າໃນຄວາມເປັນຄົນເທົ້າທຽມກັນ ມີກໍ່ໃຫ້ທານເຂົາໄປ ບໍ່ມີກໍ່ປ່ອຍເຂົາໄປຢ່າຄິດມາກ.ເພາະຄົນເຮົາມັນເລືອກເກີດບໍ່ໄດ້ ຖ້າເລືອກເກີດໄດ້ເຂົາກໍ່ຄົງເລືອກເກີດເປັນລູກລັຖະມົນຕີຈຶ່ງບໍ່ຕ້ອງລ້ຳບາກເດີນຂໍທານຢູ່ແບບນີ້!
ແມ່ນບໍ່ສະຫາຍຜູ້ຂໍທານ? ຮິຮິ...

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າຕ້ອງມີຄົນໄປສ່ອງແສງເຖິງທາງຜູ້ໃຫຍ່ ນາຍບອກນາຍບ້ານ ກະຫນ້າຈະດີໃດ..

ສ່ວນເລື່ອງຂອງຂ້ອຍເກີດຂື້ນມື້ວານ.. ຈະບອກວ່າບໍ່ແມ່ນແຕ່ປະເທດລາວດອກທີ່ມີບັນຫາເລື່ອງຂໍທານ ຕ່າງປະເທດທີ່ວ່າເຂົາພັດທະນາແລ້ວ ຢູ່ແຖວຢູໂຣບກະບໍ່ຕ່າງກັນ..

ວານນີ້ໄປນັ່ງກິນແມັກໂດໂນ ຢູ່ດີໆ .. ມີເດັກນ້ອຍຫນຶ່ງ ກະສິປະມານ 7-8 ປີນີ້ລະ ຍ່າງມາຂໍເງິນ ລະຂ້ອຍລະວ່າມີ ບັງເອີນໂຕະຂ້ອຍມັນລະມີຂອງຫລີ້ນ ( ຂອງແຖມຈາກອັນຂ້ອຍກິນ) ເພີ່ນກະມາຂໍຂອງຫລີ້ນຂ້ອຍຫັ້ນ
ຂ້ອຍລະວ່າໃຫ້ບໍ່ໄດ້ເພາະຂ້ອຍຊື້ ອາຫານມາກະຍ້ອນຢາກໄດ້ຂອງຫລີ້ນຫັ້ນ ມັນກະວົນຢູ່ ຈັກ 3 4 ເທື່ອ ຂ້ອຍລະບອກປະຕິເສດ ສຸດທ້າຍເພີ່ນກະເຮັດຫນ້າບໍ່ພໍໃຈລະກະຢ່າງຫນີ.. ລະຄິດວ່າອັນແນວນີ້ກະມີ ຂ້ອຍນັ່ງກິນໃນຮ້ານຕັ້ງວ່າຊັ້ນ 2, ນັ່ງຂ້າງທາງກະວ່າໄຄ ອ້ອຍຍຍ ລະບາດຫນັກ...

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວຽກລັດຖະບານ ຈັດແຈງສັງຄົມ ປະເທດໃດມີໝົດ ເລື່ອງນີ້

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ໂອ້ຍພີ່ນ້ອງລາວເອີຍ... ຖ້າເປັນຂໍທານຄື(ຕະຫຼາດທົ່ງຂັນຄຳ ແລະ ສະຖານທີ່ອື່ນໆ) ຂ້ອຍກະບໍ່ວ່າດອກ... ຂາກະບໍ່ດີ ຂໍທານກະນັ່ງຢູ່ບ່ອນເກົ່າ. ແຕ່ຂໍທານທີ່ຂ້ອຍເວົ້ານີ້ມັນກະໂພດ!! ຕືນມືດີ ຮູບຮ່າງທຸກສ່ວນມີຄົບທຸກຢ່າງ ຍ່າງເລາະຂໍທານ ໂດຍບໍ່ຄຳນຶງວ່າຄົນອື່ນຫາທຸກຫາຍາກ (ອັນຂ້ອຍກະບໍ່ຢາກເວົ້າ) ຂໍບໍ່ໄດ້ລະຮ້າຍ ຂ້ອຍພໍຢາກເອົາປືນຍິງຫົວພຸ່ນນະ ຂ້ອຍຄິດວ່າ ຖ້າສິເອົາເງິນໃຫ້ພວກນີ້ເກືອບທຸກມື້ແບບນີ້ ຂ້ອຍທ້ອນເງິນເອົາໄປແຈກຂໍທານຕະຫຼາດທົ່ງຂັນຄຳດີກ່ວາ ສາທຸ! ຢ່າບາບຢ່າເວນ ຂ້າພະເຈົ້າກະບໍ່ເຄີຍດູຖູກດູແຄນໃຜ...

໗ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າພວກຂໍທານບາງກຸ່ມກໍ່ເຮັດເປັນອາຊີບ, ຖ້າເຮົາເອົາໃຫ້ກໍ່ຍິ່ງເປັນການສົ່ງເສີມ, ແຕ່ຖ້າບໍ່ໃຫ້ກໍ່ພັດສົງສານ. ແຕ່ໃນກໍລະນີຂອງຈຂກທກ່າວມານີ້, ຂ້ອຍຄິດວ່າມັນກໍ່ໂພດເກີນໄປ, ຄວນຈະສ່ອງແສງເຖິງອຳນາດການປົກຄອງໃຫ້ມາຈັດການ ເພາະຖ້າປ່ອຍໃຫ້ເປັນແບບນີ້ ກໍ່ສ້າງຄວາມລຳຄານແກ່ຜູ້ໃຫ້, ເຜີໆ ຖ້າເຮົາບໍ່ໃຫ້ ບາງເທື່ອບໍ່ພໍໃຈແລ້ວອາດເຮັດແນວບໍ່ດີໃຫ້ເຮົາຫຼືລັກເອົາກໍ່ໄດ້.

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມແຕກຕ່າງລະຫວ່າງຄົນຮັ່ງແລະຄົນທຸກຫລາຍປະກອບກັບຄົນຢູ່ຫນາແຫນ້ນ
ເຮັດໃຫ້ຄົນເຮົາເລີ່ມມີຂີ້ລັກ,ປຸ້ນ,ໂກງ,ຢືມບໍ່ສົ່ງ,ຊູຊີ,ຫນ້າດ້ານ........
ທຳໃຈ ທຳໃຈ
ມີແຕ່ຢູ່ເຂດນອກຫັ້ນລະໃຄແນ່ ເສຍແຕ່ຫາເງິນຍາກ

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແມ່ນຂ້ອຍເອົາປືນໄລ່ຍິງຫົວເລີຍລະແລ້ວ ຂ້ອຍກະເຈີພວກມັນເທື່ອຫນຶ່ງ ໂຄດເປັນຕາຊັງຖ້າຮູ້ພື້ນເຂົາເຈົ້ານະ ພີ່ນ້ອງຂ້ອຍຢູ່ສະຫວັນນະເຂດຕິດແຖວໃຕ້ພຸ້ນລະ ເພິ່ນເລົ່າວ່າ ພວກນີ້ເຂົາເຮັດເປັນອາຊີບ ຄວາມຈິງເຂົາເຈົ້າກໍ່ມີເງິນຫຼາຍຄືກັນ ພວກນີ້ຈະອອກໄປຂໍທານເປັນຫມູ່ບ້ານ ຕອນເຂົາເຈົ້າແລ້ວໄຮ່ແລ້ວນາ ລະເຂົາເຈົ້າກໍ່ພາກັນ ຍາຍໄປແຖວໃນເມືອງ ເພື່ອຂໍທານ (ໂອ... ເຂົາເຈົ້າຫາເງິນ ເປັນ ພາດທ່າມ ທີ່ສ້າງລາຍໄດ້ສູງອີຫຼີ ມື້ຫນຶ່ງໄດ້ສະເລ່ຍຢ່າງຫນ້ອຍບໍ່ຕ່ຳກ່ວາ 50.000ກີບ) ຂ້ອຍໄດ້ຍິນແບບນີ້ແລ້ວຫນ້າໂມໂຫເລີຍ ເຮັດເສີມສວຍເກືອບຕາຍບາງມື້ຍັງບໍ່ໄດ້ຊ່ຳເຂົາເຈົ້າ.

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາອາລົມເສຍແຕ່ເຊົ້າແທ້ຫວາມື້ນີ້ນາ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ມນວນຊວນລາວໜີ ບໍ່ມີຕໍ່ກອນ ລາວໜີເອງ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເຄີຍໃຫ້ເງິນ, ໃຫ້ເຄື່ອງນຸ່ງຂອງໃຊ້ ແກ່ຄົນເຫຼົ່ານັ້ນ ໃຫ້ດ້ວຍຄວາມເຕັມໃຈ ແລະຄວາມພໍໃຈທີ່ຂ້ອຍມີ...ແຕ່ການໃຫ້ຂອງຂ້ອຍ ຂ້ອຍຈະເບິ່ງໄປຕາມສະຖານະພາບທີ່ຄວນໃຫ້.

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
02055687656 ນີ້ແມ່ນເບີສະເພາະກິດ ສຳລັບໃຫ້ຂໍມູນຂໍທານ ຖ້າພົບເຫັບໂທບອກພວກເພິ່ນໄດ້ ພວກເພິ່ນຈະລົງມາປາບປາມຕາມທິດຂອງເພິ່ນແນ່ນອນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບຂ້ອຍ ຂ້ອຍໃຫ້
1; ຄົນສະລາ
2; ເດັກນ້ອຍ
3; ຄົນພິການ ຫລືຄົນອານາຖາແທ້ໆ ເມື່ອເຮົາໃຫ້ຄົນຂໍທານທີ່ບໍ່ມີ ແລະລຳບາກແທ້ໆເຂົາຈະຍໍມືນົບ ພ້ອມທັງໃຫ້ພອນແກ່ເຮົາ(ບໍ່ແມ່ນເຮົາໃຫ້ຫນ້ອຍແລ້ວມາຕໍ່ວ່າຫລືດ່າເຮົາອັນນີ້ເຮົາໃຫ້ໄປກະບໍ່ໄດ້ບຸນ)
ສ່ວນເຮົາເປັນຝ່າຍໃຫ້ກະຕ້ອງເຕັມໃຈໃຫ້ທານຄື: ກ່ອນໃຫ້, ກຳລັງໃຫ້ ແລະພາຍຫລັງໃຫ້ແລ້ວ ໂດຍບໍ່ເສຍດາຍວັດຖຸສິ່ງຂອງເງິນຄຳເຫລົ່ານັ້ນ ເມື່ອໃຫ້ແລ້ວກະຢາດນ້ຳລົງດິນຝາກແມ່ທໍລະນີ້ໄວ້
ສິ່ງນີ້ເຮົາຈະໄດ້ອານິສົງສູງສົ່ງໄປໃນພາຍພາກຫນ້າ...
ປລ. ບໍ່ໄດ້ສົ່ງເສີມໃຫ້ມີຂໍທານ ແຕ່ຄົນເຮົາເລືອກເກີດບໍ່ໄດ້ ຢ່າລືມວ່າໃຫ້ທານສັດສາວາສິ່ງ ປ່ອຍສັດ 100 ຄັ້ງຍັງບໍ່ເທົ່າກັບໃຫ້ທານແກ່ມະນຸດ 1 ຄັ້ງບໍ່ວ່າຈະເປັນຄົນດີຫລືຊົ່ວກໍ່ຕາມເພາະມະນຸດຄືພີ່ນ້ອງຮ່ວມຊາດດຽວກັນເຖິງຄາວໃຜຄາວມັນທຸກຢ່າງໃນໂລກນີ້ຄືອານິຈັງ...

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...

ແມ່ນຄວາມທ່ານແລ້ວ ເມື່ອກ່ອນເຄີຍເຫັນຂໍທານເປັນແຕ່ຄົນພິການ ຫຼື ຄົນສະລາຫາເອງບໍ່ໄດ້ ແລະ ເດັກນ້ອຍທີ່ຂາດຄວາມອົບອຸ່ນ ຖ້າຂ້ອຍເຫັນເຂົາເຈົ້າ ເຖິງວ່າເຂົາເຈົ້າບໍ່ຂໍຂ້ອຍກໍ່ຍັງຢ່າງເອົາໄປໃຫ້ ແຕ່ບໍ່ເຄີຍຫຍາດນ້ຳຈັກເທື່ອດອກ ມີແຕ່ອາທິຖານໃນໃຈ ເພາະເປັນຄົນອິນດູຄົນຮ່ວມໂລກດຽວກັນ ບໍ່ມີໃຜຢາກເປັນແບບນັ້ນ

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຫວ່າງກ່ອນ ໄປກິນລວກງົວເຜົາ ຫນ້າໂຮງແຮມເສດຖາປາຣາສ ມີເດັກນ້ອຍຂໍທານມາຂໍ ເລີຍໃຫ້ໄປ 5000 ກີບ ຜ່ານໄປ 10ນາທີ ມີມາອີກ ແຕ່ບໍ່ແມ່ນຜູ້ເກົ່າ ກະໃຫ້ໄປອີກ 5000ກີບ ຜ່ານໄປອີກ 10 ນາທີ ກະມີມາອີກ,,,,,,,,ປາດໆໆໆ ຂ້ອຍວ່າ ໃຈເລີ່ມຢາກຮ້າຍແນ່ແລ້ວບາດນິ ວ່າສິມາກິນນຳໝູ່ຄັກໆພັດມີແຕ່ພວກນີ້ມາວົນວາຍແທ້,,,,ເລີຍບອກໝໍນັ້ນວ່າ ຫມົດລະຫວາພວກເຈົ້າ ຄັນຍັງລະຮີບໄປເອີ້ນມາ ຊິເອົາໃຫ້ບາດດຽວ ເຂົາເຈົ້າກະພາກັນມາແທ້ ບາດນີ້ຂ້ອຍກະເລີຍວ່າສັ່ງສອນຊະ ເປັນຫຍັງມີຕີນມີມື ບໍ່ຊອກເຮັດຊອກຫາ ພວກຂ້ອຍນັ່ງຢູ່ນີ້ ເຮັດວຽກມື້ໜຶ່ງມັນບໍ່ຮູ້ຈັກເມື່ອຍເບາະ ອັນເຂົາແຈ້ງການລົງມາກຽວກັບເລື່ອງຂໍທານນິ ເຂົາຊິພາກັນກຳຈັດບໍ່ໃຫ້ມີໄດ້ໄດ້ຍິນຂ່າວຢູ່ເບາະ ຫຼືວ່າຢາກກັບບ້ານ ຊິໄດ້ໂທຫາ ອຳນາດການປົກຄອງມາຮັບໂຕໄປສົ່ງ.... ກຳລັງຊິເອີ່ຍປາກຕໍ່ ພວກເຂົາພາກັນຍ່າງໜີວ່າຊັ້ນ...
ບໍ່ມາຈົນຂ້ອຍກັບບ້ານເລີຍ......... ບໍ່ແມ່ນວ່າຫຍັງດອກ ພວກທີ່ໃຫ້ນອກຂາກອີ່ດູຕົນຫັ້ນນາ ເຂົາກະລຳຄານນຳ ອັນພວກຂໍທານເຂົາບໍ່ຮູ້ດອກ ເຮັດໜ້າຊຶນລຶນ ຊ້ຳໃຫ້ຫນ້ອຍເຮັດໜ້າບໍ່ພໍໃຈອີກ ເປັນຕາເຕະ ຈັກບາດ ..... ອັນແຕ່ກີ້ຂ້ອຍເຫັນຂໍທານຜູ້ຫນຶ່ງ ຕາບອດ ແຕ່ລາວພັດຫລິ້ນກິຕ້າເປັນ ອັນນີ້ຂ້ອຍກະສົ່ງເສີມໃຫ້ໄດ້ຢູ່ດອກ
ຈົ່ມມາຍາວລະ ໄປລະ

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ clownlin ຂຽນວ່າ...

ແມ່ນແລ້ວ ຂ້ອຍຮັບຮູ້ມາວ່າເພິ່ນສິກຳຈັດຂໍທານ(ບໍ່ແມ່ນເອົາໄປຂ້າທິ້ມເດີ່) ໄປແຄມຂອງກໍ່ປະກົດວ່າ ມີປ້າຍເບີໂທແຈ້ງຖ້າເຫັນຂໍທານ ແຕ່ກໍ່ຍັງເຫັນຂໍທານຢູ່ ສ່ວນຜູ້ເຖົ້າ ກັບ ຜູ້ພິການຂ້ອຍກະບໍ່ວ່າດອກ ສ່ວນເດັກນ້ອຍນິຂ້ອຍບໍ່ວ່າແນ່ໃຈວ່າມີຄົນບັງຄັບໃຫ້ເຂົາເຮັດຫຼືບໍ່(ຢ້ານເປັນແບບໃນຫນັງຫັ້ນນ໋າ) ເທື່ອໃດກະວ່າສິຂຽນສັ້ນໆ ແຕ່ມັນສັ້ນບໍ່ໄດ້ ໃຈຄວາມບໍ່ພໍ

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ຂ້ອຍຄິດວ່າພວກຂໍທານບາງກຸ່ມກໍ່ເຮັດເປັນອາຊີບ, ຖ້າເຮົາເອົາໃຫ້ກໍ່ຍິ່ງເປັນການສົ່ງເສີມ, ແຕ່ຖ້າບໍ່ໃຫ້ກໍ່ພັດສົງສານ. ແຕ່ໃນກໍລະນີຂອງຈຂກທກ່າວມານີ້, ຂ້ອຍຄິດວ່າມັນກໍ່ໂພດເກີນໄປ, ຄວນຈະສ່ອງແສງເຖິງອຳນາດການປົກຄອງໃຫ້ມາຈັດການ ເພາະຖ້າປ່ອຍໃຫ້ເປັນແບບນີ້ ກໍ່ສ້າງຄວາມລຳຄານແກ່ຜູ້ໃຫ້, ເຜີໆ ຖ້າເຮົາບໍ່ໃຫ້ ບາງເທື່ອບໍ່ພໍໃຈແລ້ວອາດເຮັດແນວບໍ່ດີໃຫ້ເຮົາຫຼືລັກເອົາກໍ່ໄດ້.

ຂພຈ ກໍ່ຄິດວ່າແນວນັ້ນແຫຼະ ເຈ້!! ແຕ່ຊ່ວງນີ້ບໍ່ເຫັນແລ້ວ ສົງໄສເຂົາເຈົ້າເອົາໄປເວົ້າຊູ່ກັນຟັງ ຫຼື ບາງທີເຂດນີ້ບໍ່ມີໃຜໃຫ້ແລ້ວ ຍ້າຍໄປເຂດໃຫມ່(ຕາມແນວຄິດຂອງຂ້ອຍເອງ)

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...