ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເບື່ອຄົນທີ່ຫລິ້ນ Facebook

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກເຈົ້າເບື່ອຄົນທີ່ຫລິ້ນ Facebook ແບບໃດ?
ສໍາລັບຂ້ອຍ:
1.ພວກທີ່ post ຄຳເວົ້າທີ່ທໍາມະດາເກີນໄປເຊັ່ນ: ສະບາຍດີຕອນເຊົ້າ ມີ້ນີ້ອາກາດແຈ່ມໃສ.....
2.ພວກທີ່ ຖ່າຍຮູບໂຕເອງລົງ FB ຫລາຍເກີນໄປໃນສະຖານທີ່ດຽວຖ່າຍເປັນ 10 ຮູບ.
3.ພວກທີ່ເອົາຮູບອາຫານທີ່ທໍາມະດາລະ post ວ່າ ມາເດີ ທຸກຄົນ ກິນເຂົ້າປະມານນີ້...

ພວກເຮົາມາປ່ຽນການ post ທີ່ມີສາລະກ່ອນນີ້ໄດ້ບໍ.


໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ຕາມແນວຄິດຂອງຂ້ອຍດຽວນີ້ແມ່ນບໍ່ຢາກຫຼິ້ນເຟສ໌ບຸກແລ້ວ ມັນໂອເວີ້ເກີນໄປຂ້ອຍບໍ່ມັກ ບໍ່ແມ່ນເວົ້າໃຫ້ຄົນຫຼິ້ນທຸກຄົນດອກ ກໍ່ເປັນບາງຄົນ ສ່ວນຂ້ອຍແມ່ນບໍ່ມັກ ຄົນທີ່ຖ່າຍຮູບລົງແລ້ວ ແທັກມາໃຫ້ແບບມົ້ວໆເພື່ອໃຫ້ຄົນອື່ນໄປກົດໄລຄ໌ ໂອ້ຍ ຈັ່ງແມ່ນບໍ່ເບິ່ງເພິ່ນເບິ່ງໂຕ ຂ້ອຍລະໂຄດບໍ່ມັກ... ຂ້ອຍພະຍາຍາມດຶງເຄືອຄ່າຍຫມູ່ຂອງຂ້ອຍມາພັນລາວແຕ່ບໍ່ມີໃຜມາ ຂ້ອຍກໍ່ເລີຍບໍ່ເຂົ້າໄປເຟສ໌ເລີຍຊະ!!


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນການ ໂຄສະນາໂຕເອງຕິເບາະ
ນານາຈິດຕັງ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SouvanhBTTT ຂຽນວ່າ...
ຕາມແນວຄິດຂອງຂ້ອຍດຽວນີ້ແມ່ນບໍ່ຢາກຫຼິ້ນເຟສ໌ບຸກແລ້ວ ມັນໂອເວີ້ເກີນໄປຂ້ອຍບໍ່ມັກ ບໍ່ແມ່ນເວົ້າໃຫ້ຄົນຫຼິ້ນທຸກຄົນດອກ ກໍ່ເປັນບາງຄົນ ສ່ວນຂ້ອຍແມ່ນບໍ່ມັກ ຄົນທີ່ຖ່າຍຮູບລົງແລ້ວ ແທັກມາໃຫ້ແບບມົ້ວໆເພື່ອໃຫ້ຄົນອື່ນໄປກົດໄລຄ໌ ໂອ້ຍ ຈັ່ງແມ່ນບໍ່ເບິ່ງເພິ່ນເບິ່ງໂຕ ຂ້ອຍລະໂຄດບໍ່ມັກ... ຂ້ອຍພະຍາຍາມດຶງເຄືອຄ່າຍຫມູ່ຂອງຂ້ອຍມາພັນລາວແຕ່ບໍ່ມີໃຜມາ ຂ້ອຍກໍ່ເລີຍບໍ່ເຂົ້າໄປເຟສ໌ເລີຍຊະ!!



ຂ້ອຍກະເບື່ອແຮງ ລົບໂຕເອງອອກເຟສເລີຍດຽວນິ ຂໍບ່າຍ


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
4.ຂ້ອຍເບື່ອຜູ້ສາວທີ່ຖ່າຍຮູບຫຍຸ້ມສົບ ໂດ່ປາກ ຍິ້ງແຂ້ວມາທາງຂ້າງແກ້ມ
5.ຂ້ອຍເບື່ອຄົນທີ່ແຕ່ງຮູບເກີນຂອບເຂດ ຂາວຈວກກກ ຜີຫລອກກະບໍ່ປານ
6.ຂ້ອຍເບື່ອຄົນທີ່ຖ່າຍຮູບໂພສລົງແລ້ວຂຽນໃສ່ຮູບວ່າ ''ໂອຍຈັ່ງແມ່ນຂ້ອຍໂຊມ'', ''ຫາກໍ່ຕື່ນນອນຫນ້າໂຊມໆ'' ທັງທີ່ຫນ້າຕາກະສົດຊື່ນແຈ່ມໃສ່ດີ , ບໍ່ງາມ,ບໍ່ຫລໍ່ກະLikeໃຫ້ແນ່ເດີ ທີ່ແທ້ຢາກໃຫ້ເຂົາຍ້ອງປະມານວ່າ ໂອຍງາມແລ້ວ,ຫລໍ່ແລ້ວ
7.ສຸດທ້າຍຄົນທີ່ດັດແຂ້ວແລ້ວຖ່າຍຮູບຍິ້ມແຮງໆໂຊໃຫ້ເຂົາເບິ່ງ

ບໍ່ແມ່ນອິດສາເດີແຕ່ເຫັນຫລາຍເທື່ອຫລາຍຄົນແລ້ວມັນກະເລີຍເບື່ອ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜໂພດແຕ່ຮູບໂຕເອງຫລາຍເກີນໄປໃນມື້ດຽວກັນ ເວົ້າບໍ່ມ່ວນກັບຜູ້ອື່ນ ຂ້ອຍຈັດການລົບອອກແນ່ນອນມັນເປືອງເນື້ອທີ່ກະດານຂ່າວຂ້ອຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫລຸບກະມີຫລາຍຄົນເບື່ອຄວາມໄຮ້ສາລະເນາະ ຂ້ອຍຄິດວ່າເຮົາຫນ້າຈະໃຊ້ internet ໃຫ້ມີປະໂຫຍດກວ່ານີ້ເຊັ່ນ
1.ປະກາດຂາຍເຄື່ອງໂດຍສະເພາະເຄື່ອງມື 2
2.ແຈ້ງຂ່າວຕ່າງໆເຊັ່ນ: ມີບຸນຕ່າງໆ ພາຍໃນກຸ່ມ ຫລືບຸນງານວັດ
3.ແລກປ່ຽນຄວາມຄິດກ່ຽວກັບຊີວິດແລະວິຊາການ
4.ແຈ້ງຂ່າວເຕືອນໄພຕ່າງໆເຊັ່ນ ກົນໂກງ,ພາຍຸ,ນ້ຳຖວ້ມ


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ທີ່ຈິງມັນກະບໍ່ເຫັນກ່ຽວກັບ Facebook ເລີຍ, ພຽງ Un-Friend, Un-Subscribe, Un-Like... ບັນດາບຸກຄົນ...ທີ່ທ່ານບໍ່ມັກ ກະໜ້າຈະດີຂື້ນ

ສ່ວນຕົວແລ້ວເຫັນວ່າ Facebook ມີປະໂຫຍດຫລາຍ..ເຮົາສາມາດ Join Group ເພື່ອແລກປ່ຽນຄວນຮູ້ກັນ, ສົ່ງ Attachment ຜ່ານ Facebook Message ກະສະດວກບໍ່ແມ່ນໜ້ອຍ

ສ່ວນຕົວແລ້ວບໍ່ມັກພວກທີ່ Show...+18 ເພາະບາງທີນັ່ງຫຼີນກັບແມ່ ເລື່ອນລົງມາ NewsFeed ຍັງເຫັນ ແຕ່ກະເປັນຍ້ອນເຮົາເອງສ່ວນໜື່ງ...



໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
4.ຂ້ອຍເບື່ອຜູ້ສາວທີ່ຖ່າຍຮູບຫຍຸ້ມສົບ ໂດ່ປາກ ຍິ້ງແຂ້ວມາທາງຂ້າງແກ້ມ
5.ຂ້ອຍເບື່ອຄົນທີ່ແຕ່ງຮູບເກີນຂອບເຂດ ຂາວຈວກກກ ຜີຫລອກກະບໍ່ປານ
6.ຂ້ອຍເບື່ອຄົນທີ່ຖ່າຍຮູບໂພສລົງແລ້ວຂຽນໃສ່ຮູບວ່າ ''ໂອຍຈັ່ງແມ່ນຂ້ອຍໂຊມ'', ''ຫາກໍ່ຕື່ນນອນຫນ້າໂຊມໆ'' ທັງທີ່ຫນ້າຕາກະສົດຊື່ນແຈ່ມໃສ່ດີ , ບໍ່ງາມ,ບໍ່ຫລໍ່ກະLikeໃຫ້ແນ່ເດີ ທີ່ແທ້ຢາກໃຫ້ເຂົາຍ້ອງປະມານວ່າ ໂອຍງາມແລ້ວ,ຫລໍ່ແລ້ວ
7.ສຸດທ້າຍຄົນທີ່ດັດແຂ້ວແລ້ວຖ່າຍຮູບຍິ້ມແຮງໆໂຊໃຫ້ເຂົາເບິ່ງ

ບໍ່ແມ່ນອິດສາເດີແຕ່ເຫັນຫລາຍເທື່ອຫລາຍຄົນແລ້ວມັນກະເລີຍເບື່ອ



ຂໍ້ 4 ເດີ ເບື່ອສຸດ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...



໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບື່ອຄົນທີ່ແອັດມາຂໍເປັນຫມູ່ ບາດເຮົາຮັບເປັນຫມູ່ລະພັດບໍ່ເຄີຍລົມຫັຍງ ລະຕົກລົງແອັດມາຫັຍງ ງົງ ຯ ບາງຄົນເຮັດຫັຍງໃນແຕ່ລະມື້ກາມາລາຍງານ ເຊັ່ນນອນລັບໃນຫ້ອງຮຽນ ໄປຂີ່ລົດຖີບຫລີ້ນ ອ່ານລະແມ່ນພິສັງຫວະ ແນວນີ້ກາມາບອກ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໔ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ເບື່ອຄົນທີ່ໂພສຂໍ້ຄວາມເປັນຮູບພາບແລ້ວມັກເຮັດຄືບັງຄັບກັນໃຫ້ໄລຄ ເຊັ່ນວ່າ ຖ້າບໍ່ໄລຄ ຂໍໃຫ້ເປັນແບບນີ້ແບບນັ້ນ ເບື່ອສຸດໆ


໔ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ເບື່ອຄົນທີ່ໂພສຂໍ້ຄວາມເປັນຮູບພາບແລ້ວມັກເຮັດຄືບັງຄັບກັນໃຫ້ໄລຄ ເຊັ່ນວ່າ ຖ້າບໍ່ໄລຄ ຂໍໃຫ້ເປັນແບບນີ້ແບບນັ້ນ ເບື່ອສຸດໆ


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ມັນເປັນພື້ນທີ່ເສລີສ່ວນບຸກຄົນ ແລ້ວແຕ່ທັດສະນະຫລືມຸມມອງຂອງບຸກຄົນ ຖ້າບໍ່ມັກກະບໍ່ໄລຄ໌ ບໍ່ແຊຣ໌ ເບິ່ງຜ່ານລະກະຜ່ານໄປ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍນະເບື່ອຂ້ອຍເອງ ຕັ້ງເຟດມາ ຫ້າ ຫົກ ຢຸດເຊຮ້ແລ້ວລະບໍາເຄີຍຈື່ ດຽວນີ່ເລີຍບໍ່ເລ່ນເລີຍ
ຍັງເຫລືອແຕ່ພັນລາວນີ້ລະທີ່ທ່ຽວມາຈອບຕະຫລອດແຕ່ນັບມື້ນັບງຽບເຫງົາ ເຊຍບໍາຂື້ນເລີຍ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍນະເບື່ອຂ້ອຍເອງ ຕັ້ງເຟດມາ ຫ້າ ຫົກ ຢຸດເຊຮ້ແລ້ວລະບໍາເຄີຍຈື່ ດຽວນີ່ເລີຍບໍ່ເລ່ນເລີຍ
ຍັງເຫລືອແຕ່ພັນລາວນີ້ລະທີ່ທ່ຽວມາຈອບຕະຫລອດແຕ່ນັບມື້ນັບງຽບເຫງົາ ເຊຍບໍາຂື້ນເລີຍ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າຍທ໊ອບ ເຮົາຄິດວ່າເຈົ້າຫາຍໄປໃສ ບໍ່ເຫັນຕັ້ງດົນເພາະວ່າເຮົາບໍ່ໄດ້ເຂົ້າມາພັນລາວຫລາຍເດືອນແລ້ວ ເປັນຈັງໃດອາການໃຄແດ່ລະຫວ໋າ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
1.ພວກທີ່ post ຄຳເວົ້າທີ່ທໍາມະດາເກີນໄປເຊັ່ນ: ສະບາຍດີຕອນເຊົ້າ ມີ້ນີ້ອາກາດແຈ່ມໃສ.....
2.ພວກທີ່ ຖ່າຍຮູບໂຕເອງລົງ FB ຫລາຍເກີນໄປໃນສະຖານທີ່ດຽວຖ່າຍເປັນ 10 ຮູບ.
3.ພວກທີ່ເອົາຮູບອາຫານທີ່ທໍາມະດາລະ post ວ່າ ມາເດີ ທຸກຄົນ ກິນເຂົ້າປະມານນີ້...


ເຈົ້າສາມາດ Unfriend ພວກຄົນເຫລົ່ານັ້ນ ມັນກໍ່ຈະບໍ່ມີຂໍ້ຄວາມດັ່ງກ່າວມາກວນໃຈພວກເຈົ້າ
ສຳລັບຂ້ອຍແລ້ວແມ່ນບໍ່ເຫັນດີ ( ແຕ່ກະບໍ່ຖຶງຂັ້ນເບື່ອ ) ພວກທີ່ມັກດ່າຄົນອື່ນ ຫຼືເວົ້າ ພື້ນຄົນອື່ນລົງເຟກບຸກຫລືຕາມເວັບຕ່າງໆ


໑ ກະທູ້
໒໗໖ ໂພສ
ນັກການກະທູ້
ຂື້ນກັບຄວາມພໍໃຈຂອງໃຈຂອງຄົນໂພສ ແຕ່ກະສິໄປຈິງຈັງຫຍັງຫຼາຍກັບ World of Lie


໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ຂ້ອຍວ່າມັນເປັນສິດທິສ່ວນບຸກຄົນ ເຊິ່ງໃຜໆກໍ່ສາມາດເຮັດໄດ້ ບໍ່ຜິດຫຍັງ
ແລະພວກເຈົ້າກໍ່ມີສິດທີ່ຈະບໍ່ມັກ ບໍ່ເຫັນດີນຳ ທີ່ພວກເຂົາເຫຼົ່ານັ້ນ ໂພດຮູບ ຕ່າງໆລົງໄປ
ແຕ່ພວກເຈົ້າກໍ່ບໍ່ມີສິດໄປຫ້າມພວກເຂົາໄດ້
ຄົນເຮົາທຸກຄົນໃນໂລກນີ້ ບໍ່ຄິດຄືກັນຫມົດທຸກຄົນດອກ ຕ່າງຄົນກໍ່ຕ່າງຄວາມຄິດ


໗ ກະທູ້
໙໗ ໂພສ
ນັກການກະທູ້
ມາເດີກິນເຂົ້າ (ໃຜສິຮູ້ນຳບໍ່ວ່າເຈົ້າກິນຢູ່ໃສ ເຂົ້າຈານນ້ອຍໆ ຊົ່ວຂ້ອຍໄປຮອດເຈົ້າເກັບຈານຈົນບໍ່ເຫັນຮອດເສດອາຫານແລ້ວຕິເບາະ)

5555


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າຍທ໊ອບ ເຮົາຄິດວ່າເຈົ້າຫາຍໄປໃສ ບໍ່ເຫັນຕັ້ງດົນເພາະວ່າເຮົາບໍ່ໄດ້ເຂົ້າມາພັນລາວຫລາຍເດືອນແລ້ວ ເປັນຈັງໃດອາການໃຄແດ່ລະຫວ໋າ



ສະບາຍດີເດດ ອາການກະທຳມະດາເດດ ອ້າຍ ກະບໍ່ໄດ້ເຂົ້າມາດົນຄືກັນ ວ່າງໆ ເຊັ່ງໆ ກະເຂົ້າມາຈອບ ວ່າແຕ່ໂຕເປັນແນວໄດ໋ ຮຽນໄກ້ ຈົບລະຫວະ ຫລືວ່າ ຈົບແລ້ວ ເຮັດວຽກຢູ່ ພູ້ນ ເລີຍ ຫວະ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vongsili ຂຽນວ່າ...
ຂື້ນກັບຄວາມພໍໃຈຂອງໃຈຂອງຄົນໂພສ ແຕ່ກະສິໄປຈິງຈັງຫຍັງຫຼາຍກັບ World of Lie



ກະບໍ່ເຖິງຂັ້ນເບຶ່ອຈິງຈັງດອກ ພຽງແຕ່ຢາກສະແດງວ່າການກະທໍາແບບນີ້

ຄົນອື່ນຈະຮູ້ສຶກແນວໃດ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vongsili ຂຽນວ່າ...
ຂື້ນກັບຄວາມພໍໃຈຂອງໃຈຂອງຄົນໂພສ ແຕ່ກະສິໄປຈິງຈັງຫຍັງຫຼາຍກັບ World of Lie



ກະບໍ່ເຖິງຂັ້ນເບຶ່ອຈິງຈັງດອກ ພຽງແຕ່ຢາກສະແດງວ່າການກະທໍາແບບນີ້

ຄົນອື່ນຈະຮູ້ສຶກແນວໃດ




55555++


໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຂ້ອຍລະບໍ່ເບື່ອໃຜດອກເດີ ຢາກໂພສຫຍັງ ແຊຫຍັງກະຕາມອັທະຍາໄສໂລດ ທະແນມບໍ່ໄປເຮັດໃຫ້ໃຜຄົນອຶ່ນເດືອດຮ້ອນນຳລະເປັນພໍ


໕ ກະທູ້
໑໑໖ ໂພສ
ນັກການກະທູ້
ຂໍຊີ້ແຈ້ງເດີ ... ຂ້ອຍວ່າມັນເປັນສິດທິສ່ວນບຸກຄົນຂອງໃຜລາວ ເຮົາຊິໃຫ້ຄົນຫລາຍຄົນເຮັດໃຫ້ຖືກໃຈເຮົາໄປໝົດທຸກຢ່າງບໍ່ໄດ້ດອກ ເພາະວ່າເຮົາຢູາ່ກັບສັງຄົມ ມີຜູ້ຄົນ ລາກຫລາຍຮູບແບບ ແນວຄິດ ຄວາມສຸກທີ່ແຕ່ລະຄົນມີບໍຄືກັນ, ຂ້ອຍວ່າຖ້າເຈົ້າເບື່ອກາບໍ່ຕ້ອງເຂົ້າໄປຫລິ້ນ ,ແຕ່ຖ້າເຈົ້ຫລິ້ນກາບໍ່ຕ້ອງຮັບໃຜເປັນໝູ່ ຫລິ້ນຄົນດຽວ ຈັງບໍ່ຮັບຮູ້ເລື່ອງລາວຕ່າງໆທີ່ຄົນອື່ນໂພສ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ເຫັນຫຼາຍ ເວລາຖ່າຍຮູບ ໂຕເອງ post ລົງ Face book ດຽວນີ້ ແປກແປກໄປໜ້ອຍໜຶ່ງ

ຖ່າຍຮູບເຮັດສົບບ້ຽວ, ແຍ່ຫຼີ້ນ, ເບາະສົບ, ຍິ່ງແຂ້ວ, ແລ້ວກໍ່ Post ຂື້ນ ແລ້ວກໍ່ຖາມງາມບໍ, ແລ້ວກໍ່ສັ່ງວ່າ ໄລ້ໃຫ້ແດ່ . . . . . ສ່ວນຫຼາຍ

ກໍ່ມີຄົນອອກຄຳເຫັນໃຫ້ ງາມ ຂພຈ ຄິດວ່າຖ່າຍບໍ່ ເຮັດສົບບ້ຽວ, ແຍ່ຫຼີ້ນ, ເບາະສົບ, ຍິ່ງແຂ້ວ ຂພຈ ຄິດວ່າ ໜ້າຈະງາມຂື້ນອີກ30%


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
4.ຂ້ອຍເບື່ອຜູ້ສາວທີ່ຖ່າຍຮູບຫຍຸ້ມສົບ ໂດ່ປາກ ຍິ້ງແຂ້ວມາທາງຂ້າງແກ້ມ
5.ຂ້ອຍເບື່ອຄົນທີ່ແຕ່ງຮູບເກີນຂອບເຂດ ຂາວຈວກກກ ຜີຫລອກກະບໍ່ປານ
6.ຂ້ອຍເບື່ອຄົນທີ່ຖ່າຍຮູບໂພສລົງແລ້ວຂຽນໃສ່ຮູບວ່າ ''ໂອຍຈັ່ງແມ່ນຂ້ອຍໂຊມ'', ''ຫາກໍ່ຕື່ນນອນຫນ້າໂຊມໆ'' ທັງທີ່ຫນ້າຕາກະສົດຊື່ນແຈ່ມໃສ່ດີ , ບໍ່ງາມ,ບໍ່ຫລໍ່ກະLikeໃຫ້ແນ່ເດີ ທີ່ແທ້ຢາກໃຫ້ເຂົາຍ້ອງປະມານວ່າ ໂອຍງາມແລ້ວ,ຫລໍ່ແລ້ວ
7.ສຸດທ້າຍຄົນທີ່ດັດແຂ້ວແລ້ວຖ່າຍຮູບຍິ້ມແຮງໆໂຊໃຫ້ເຂົາເບິ່ງ

ບໍ່ແມ່ນອິດສາເດີແຕ່ເຫັນຫລາຍເທື່ອຫລາຍຄົນແລ້ວມັນກະເລີຍເບື່ອ



ຂໍ້ 4 ເດີ ເບື່ອສຸດ




ຂ້ອຍກະວ່າຄືກັນ ແຕ່ເບື່ອພວກເຈົ້າກະລົບອອກຈາກການເປັນໝູ່ຕົ້ວ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
4.ຂ້ອຍເບື່ອຜູ້ສາວທີ່ຖ່າຍຮູບຫຍຸ້ມສົບ ໂດ່ປາກ ຍິ້ງແຂ້ວມາທາງຂ້າງແກ້ມ
5.ຂ້ອຍເບື່ອຄົນທີ່ແຕ່ງຮູບເກີນຂອບເຂດ ຂາວຈວກກກ ຜີຫລອກກະບໍ່ປານ
6.ຂ້ອຍເບື່ອຄົນທີ່ຖ່າຍຮູບໂພສລົງແລ້ວຂຽນໃສ່ຮູບວ່າ ''ໂອຍຈັ່ງແມ່ນຂ້ອຍໂຊມ'', ''ຫາກໍ່ຕື່ນນອນຫນ້າໂຊມໆ'' ທັງທີ່ຫນ້າຕາກະສົດຊື່ນແຈ່ມໃສ່ດີ , ບໍ່ງາມ,ບໍ່ຫລໍ່ກະLikeໃຫ້ແນ່ເດີ ທີ່ແທ້ຢາກໃຫ້ເຂົາຍ້ອງປະມານວ່າ ໂອຍງາມແລ້ວ,ຫລໍ່ແລ້ວ
7.ສຸດທ້າຍຄົນທີ່ດັດແຂ້ວແລ້ວຖ່າຍຮູບຍິ້ມແຮງໆໂຊໃຫ້ເຂົາເບິ່ງ

ບໍ່ແມ່ນອິດສາເດີແຕ່ເຫັນຫລາຍເທື່ອຫລາຍຄົນແລ້ວມັນກະເລີຍເບື່ອ



ຂໍ້ 4 ເດີ ເບື່ອສຸດ




ຂ້ອຍກະວ່າຄືກັນ ແຕ່ເບື່ອພວກເຈົ້າກະລົບອອກຈາກການເປັນໝູ່ຕົ້ວ



ຊິຍົກເລີກເປັນໝູ່ລາວ ພັດວ່າ ຮູບລາວ ຖ່າຍປົກກະຕິ ພັດບັກງາມງາມ ຊັ້ນນ່າ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>