ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ລັດທະບານຫ້າມຊື້ເງິນໂດລາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນບໍ່ທີ່ວ່າ ຢູ່ທະນາຄານບໍ່ຮັບແຕກເງິນກີບແລະເປັນໂດລາຫລືບາດ

ເຮັດແບບນີ້ມັນຊິໄດ້ບໍ ກໍລະນີຕ້ອງຊື້ຂາຍກັບຕ່າງປະເທດເຂົາກະຈ່າຍເປັນ ໂດລາໝົດ

ຕ້ອງຄຶດຂໍ້ດີຂໍ້ເສຍໃດ ບໍ່ແມ່ນຫຍັງເງິນກີບ ຂຶ້ນໆລົງໆ ຈັກຫນ່ອຍເຂົາກະຊິໄປແຕກເງິນບາດມາຈ່າຍຊື້ຜັກລະບາດນິ

ເພາະວ່າສາມາດຈ່າຍຢູ່ໄດ້ທັງລາວແລະໄທ(ດຽວນີ້ລາວກັບໄທແຮ່ງຄ້າຂາຍກັນຫລາຍ)

ອັນນີ້ມັນແມ່ນເລື່ອງໃຫຍ່ໃດ ເລື່ອງ RATE ເງິນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິນແຕ່ວ່າ ຫ້າມບໍ່ໃຫ້ໃຊ້ເງິນຕ່າງປະເທດ ຊື້-ຂາຍ ເຄື່ອງ ຖ້າຕຳຫຼວດເຫັນຈະຖືກໄໝ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ບໍ່ມີທະນາຄານໄດຂາຍ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ທະນາຄານບໍ່ຂາຍເງິນຕາ ແຕ່ຮັບຊື້ຕິເບາະ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາດຈະເປັນວິທີການທີ່ດີແກ້ໄຂເງິນເຟີ້


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້


໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ບໍ່ມີພໍຫລຽນຈະໃຫ້ຂາຍແນວໃດ?
ຄືບໍ່ມີໃຜຖາມຊື້ເງິນດົງຫວຽດນາມແດ່!


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ເມີໍອງລາວໃຊ້ແຕ່ເງີນກີບແຕ່ຖ້າອ້າຍຈີບນ້ອງໃຊ້ເງີນໂດລານ້ອງແຮ່ງມັກ ອຶອຶອຶ


໘ ກະທູ້
໓໑ ໂພສ
ຂາປະຈຳເວັບບອດ
ຖ້າວ່າບໍ່ມີການຂາຍເງີນຕາຕ່າງປະເທດ ຖ້າສົມມຸດວ່າຂ້ອຍຈະໄປຕ່າງປະເທດລະຂ້ອຍຈະແຕກເງີນຢູ່ໃສ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ youythidalath ຂຽນວ່າ...
ຖ້າວ່າບໍ່ມີການຂາຍເງີນຕາຕ່າງປະເທດ ຖ້າສົມມຸດວ່າຂ້ອຍຈະໄປຕ່າງປະເທດລະຂ້ອຍຈະແຕກເງີນຢູ່ໃສ



ນັ້ນລະ ທີ່ເຈົ້າມີກໍ່ຄືແຕກນໍາພີ່ນ້ອງ ຫລືແຕກຢູ່ຮ້ານ ແຕ່ເຂົາຈະກົດເງິນເຈົ້!ລົງ 99%


໖ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ youythidalath ຂຽນວ່າ...
ຖ້າວ່າບໍ່ມີການຂາຍເງີນຕາຕ່າງປະເທດ ຖ້າສົມມຸດວ່າຂ້ອຍຈະໄປຕ່າງປະເທດລະຂ້ອຍຈະແຕກເງີນຢູ່ໃສ
ກໍ່​ໃຫ້​ໃຊ້​ບັດ ແທນ​ເງີນ​ສົດ​ຂອງ​ທະ​ນາ​ຄານ ຫັ້ນ​ລະ​ບໍ່​, ຈະ​ເປ້​ເງິນ​ສົດ​ໃຫ້​ໜັກ​ເຮັດ​ຫ​ຍັງ ແຖມ​ຍັງ​ບໍ່​ປອດ​ໄພ​ອີກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PTNG ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ youythidalath ຂຽນວ່າ...

ຖ້າວ່າບໍ່ມີການຂາຍເງີນຕາຕ່າງປະເທດ ຖ້າສົມມຸດວ່າຂ້ອຍຈະໄປຕ່າງປະເທດລະຂ້ອຍຈະແຕກເງີນຢູ່ໃສ


ກໍ່​ໃຫ້​ໃຊ້​ບັດ ແທນ​ເງີນ​ສົດ​ຂອງ​ທະ​ນາ​ຄານ ຫັ້ນ​ລະ​ບໍ່​, ຈະ​ເປ້​ເງິນ​ສົດ​ໃຫ້​ໜັກ​ເຮັດ​ຫ​ຍັງ ແຖມ​ຍັງ​ບໍ່​ປອດ​ໄພ​ອີກ



ແມ່ນໃດ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ພວກສະຫາຍຕ້ອງເຂົ້າໃຈ ບໍ່ແມ່ນວ່າລັດທະບານຫ້າມທະນາຄານຊື້ຂາຍເງີນຕາຕ່າງປະເທດ ອັນເພີ່ນຫ້າມບໍ່ໃຫ້ຊື້ຂາຍແມ່ນຕາມທ້ອງຕະຫຼາດ.ຫ້າງຮ້ານພຸ້ນ.ເຊັ່ນວ່າຂາຍໝາກເພັດໝາກເຂືອກະຮ້ອງເປັນເງີນບາດ ຫຼື ເງີນ ໂດລາ. ຫຼືວ່າ ຄົນຕ່າງປະເທດມາຊື້ເຄື່ອງເຂົາຈ່າຍເປັນເງີນໂດລາກະຊີເອົາ.ຕ້ອງແນະນຳເຂົາໄປປ່ຽນເປັນເງີນກີບລາວເຮົາ.ເພື່ອວ່າເງີນກີບລາວເຮົາຈະບໍ່ເຟີ້.


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິເອົາໄປແຕກຢູ່ໃສລະບາດນີ້ນາ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ທົ່ວໂລກໄດ້ຮັບຜົນກະທົບຈາກການຖອນ ຄີວອີ ຂອງສະຫະລັດ

ຫາກບໍ່ຈຳກັດແບບນີ້ນັກຂ້າເງິນຕ່າງຊາດຈະແຮ່ກັນມາຊື້ໄປໝົດ

ຕອນນີ້ຕະຫຼາດຫຸ້ນທົ່ວໂລກຕິດລົບຍ້ອນນັກລົງທຶນເທຂາຍເພື່ອເກັບໂດລ່າໄວ້

ປ້ອງກັນການລຸບທຶນຈາກອັຕາແລກປ່ຽນ

ເພາະຫາກສະຫະລັດຢຸດ ຄິວອີ ມື້ໃດເງິນໂດລ່າຈະແຂງຄ່າທີ່ສຸດ

ພັນທະຫົວໃຈ::

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ທົ່ວໂລກໄດ້ຮັບຜົນກະທົບຈາກການຖອນ ຄີວອີ ຂອງສະຫະລັດ

ຫາກບໍ່ຈຳກັດແບບນີ້ນັກຂ້າເງິນຕ່າງຊາດຈະແຮ່ກັນມາຊື້ໄປໝົດ

ຕອນນີ້ຕະຫຼາດຫຸ້ນທົ່ວໂລກຕິດລົບຍ້ອນນັກລົງທຶນເທຂາຍເພື່ອເກັບໂດລ່າໄວ້

ປ້ອງກັນການລຸບທຶນຈາກອັຕາແລກປ່ຽນ

ເພາະຫາກສະຫະລັດຢຸດ ຄິວອີ ມື້ໃດເງິນໂດລ່າຈະແຂງຄ່າທີ່ສຸດ

ພັນທະຫົວໃຈ::

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ຄິວອີແມ່ນຫຍັງ


໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ກະດີຄືກັນຖ້າລັດຖະບານສາມາດຄວບຄຸມໄດ້

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ຊິປ່ຽນແປງຫຍັງ ກໍປ່ຽນໂລດ ເບິ່ງຄືວ່າ ຄິດອອກຍາມໃດ ກໍເຮັດຍາມນັ້ນ ປວດຍາມໃດ ກໍ... ຄືບໍ່ມີ ແຜນລ້າ ແຜນການ ນັກເສດຖະສາດເບິ່ງຄືຊິບໍ່ມີຄວາມໝັ້ນຄົງໃນການລົງທຶນສໍາໃດ ຂ້ອຍຄິດຊັ້ນດອກ


໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ທະນະຄານ ລັກຊື້-ຂາຍ ເງິນຕະຫລາດມືດ ແຫ່ງຊະຊາຍ ລັດຮູ້ແລ້ວ ບໍ່ເຮັດຫຍັງ


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໂທດເດີ ກະລຸນາປັບປຸງຫົວຂໍ້ ລັດຖະບານ ບໍ່ແມ່ນລັດທະບານ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ດີແລ້ວ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຊື້ແບບຖູກຕ້ອງບໍ່ໄດ້ ເຂົາເຈົ້າກໍ່ແອບຊື້ຈາກຕະຫລາດມືດຄືເກົ່າ


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຖ້າຈະຫ້າມຊື້ຂາຍເງີນຕາຕ່າງປະເທດນັ້ນ ຂໍແນະນຳລັດຖະບານ ໃຫ້ປົກຄອງກັນແບບກ່ອນປີ 1975 ຢູ່ເມືອງວຽງໄຊພຸ້ນເດີ້. ເຫັນບໍດຽວນີ້ຜູ້ປະກອບອາຊີບແລກປ່ຽນເງີນຕາທີ່ຖືກຕ້ອງ ຍີ່ງໄດ້ກຳໄລຫລາຍ. ຢາກຮູ້ຕົວຈີ່ງເຊີນທ່ານໄປເບີ່ງເອົາໂລດ ຢູ່ຮ້ານແລກປ່ຽນເງີນຕານັ້ນໜ່າ ວ່າເຂົາເຮັດກັນຈັ່ງໃດ . ມັນບໍ່ຄືຕອນເພີ່ນເວົ້າກັນຢູ່ປ່າແລ້ວໃດ ແມ່ນບໍທ່ານຜູ້ ທີ່ຍັງບໍ່ຕາຍທັງຫຼາຍ ?


໑໑ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວ ທະນາຄານຫ້າມຊື້ເງິນຕຣາຕ່າງປະເທດ (ຮັບຊື້ເຂົ້າແຕ່ບໍ່ຂາຍອອກ)
ຈຸດປະສົງຫຼັກແມ່ນຢາກໃຫ້ຄົນລາວໃຊ້ເງິນກີບ. ຕໍ່ໄປຈະມີມາດຕະການຫ້າມຂາຍສິນຄ້າເປັນເງິນຕ່າງປະເທດ.


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຂ້ອຍຈະໄປໜອງຄາຍມື້ອື່ນນີ້. ຕ້ອງການເງີນບາດປະມານ 5000. ຂໍຖາມແດ່ວ່າ ຖ້າບໍ່ມີເງີນບາດໄປປະເທດໄທໄດ້ບໍ? ຖ້າຈະຫ້ມຊື້ຂາຍເງີນບາດ ກໍ່ຫ້າມໄປໄທດີກ່ວາຕິ !


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອອຍເຂັບຫົວນຳເງີນກີບນີ້ລະ


໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ບາງທີເພີ່ນເຮັດຍາມເພີ່ນປວດກໍເປັນໄດ້ ພີ່ນ້ອງ
ເຮົາກໍເຮັດທໍາທ່າ Stupid ໄວ້ ຖ້າບໍ່ຊັ້ນ ສວນກະແສ