ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ປິດກະທູ້~~

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ປິດກະທູ້~~

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນແລ້ວແຕ່ ນະໂດ້ເລື່ອງພວກນີ້ມັນເປັນຄວາມຮູ້ທົ່ວໄປ ມັນອາດບໍ່ໄດ້ໃຊ້ຫາເງິນແຕ່ໃນຊີວິດປະຈໍາວັນຕ້ອງມີພື້ນຖານໄປຕໍ່ຍອດເຊັ່ນ
ຟີຊິກກະຮູ້ການຕໍ່ໄຟ ແມ່ນຢູ່ໂດ້ຫາເງິນມາຈ້າງຊ່າງໄຟເອົາກໍ່ໄດ້ ແຕ່ຄິດເບິ່ງວ່າບາງກໍລະນີກໍ່ບໍ່ຈຳເປັນຕ້ອງຈ້າງຄົນອື່ນ
ວິທີຮຽນແມ່ນບໍ່ຕ້ອງໃສ່ໃຈຫລາຍ ຮູ້ເຜີນໆໄວ້ ຍາມເສັງກະຈັ່ງເບິ່ງ ຊືວິດຂອງໂດ້ ຈະຮູ້ແຕ່ເລື່ອງ IT ບໍ່ໄດ້ຖ້າໂດ້ໄດ້ແຕ່ IT ໂດ້ຈະບໍ່ຮູ້ຈັກການບໍລິຫານ ທັງບໍລິຫານໂຕເອງແລະຄອບຄົວ ເຄມີ ຊີວະ ການເມືອງ ຕ້ອງຮູ້ໄວ້ ບໍ່ຕ້ອງເລິກ

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...

ແມ່ນຢູ່ໂດ້ຮູ້ທຸກວິຊາມັນສຳຄັນໝົດເຮົາຮຽນຮູ້ເອົາໄວ້ຈົດຈຳເອົາໄວ້ ແຕ່ຕິດປັນຫາດຽວເວລາໄປເສັງລະເສັງບໍ່ໄດ້ ອາດຈະງົງກັບຄຳເວົ້າຂອງໂດ້ກໍໄດ້ເພາະເປັນຄົນ ຕົງໄປຕົງມາ

ເລື່ອງທີ່ຮຽນເອົາຄວາມຮູ້ຫັ້ນເຫັນດີນຳແຕ່ບາດຈະໄປເສັງລະໂດ້ຈະຄິດຫຍັງບໍ່ຄ່ອຍອອກ ມີແຕ່ອະທິບາຍໄປຄາວໆເອົາ ລົງຕົວຈິງງມັນເຮັດງ່າຍກວ່າຮຽນເອົາ ຟີຊິກນິຈຳເປັນຢູ່ໃນບາງກໍລະນີ ຢູ່ບ້ານຂອງຕົນເອງ ໄຟດັບກະແກ້ໄຂ ເອົາເອງ ຟີຊິກກະໃຊ້ກັບຄອມພິວເຕີໄດ້ ຄືກັນ

ແຕ່ຈະໃຫ້ໄປເສັງນິເສັງບໍ່ໄດ້ ຕ້ອງໄດ້ອົດທົນ ລັກກ່າຍເອົາ ບໍ່ຊັ້ນບໍ່ໄດ້ ທົນໄປອີກ 4 ປີ ກະຈົບມໍ 7 ແຕ່ແມ່ນຍາກແທ້ນໍ້ໂຮງຮຽນບັງຄັບ ທັງວິຊາກະຍາກ ກົດລະບຽບກະເຄັງ ຂາດໂຮງຮຽນກະຖືກຮ້າຍ

ທຸກໆວິຊາສາມາດຮຽນໄດ້ໝົດແມ່ນບໍ່ ຮຽນລ້າໆໃດລະກະເກັບໄວ້ໃນສະໝອງນຳ

ສ່ວນໃຫຍ່ພາກທິດສະດີໂດ້ໄດ້ໝົດແຕ່ຕິດປັນຫາຢູ່ ພາກຄິດໄລ່ບໍ່ໄດ້ຈື່ສູດຍາກ ທັງ ເຄມີ ຟີສິກ ສູດຄ້າຍໆກັນ ຄັນຈື່ອັນໜຶ່ງກະລືມອັນໜຶ່ງ ແຖມຍັງມີເລກເຂົ້າມາສະລັບຂາຫຼອກອີກ ໂອ້ແຕ່ແມ່ນຊາດ

ເອົາງ່າຍໆທິດສະດີໄດ້ໝົດ ແຕ່ພາກຄິດໄລ່ແບບຊັບຊ້ອນ ບໍ່ໄດ້

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະ ຂ້ອຍກະເຄີຍເວົ້າໃນວົງເບຍຢູ່ວ່າ ວິຊາທີ່ສອນໃນ ໂຮງຮຽນສາມັນສຶກສາ ມີແຕ່ ສອນຍາກເກີນຄວາມຈໍາເປັນ
ຂ້ອຍກະເຄີຍເບິ່ງປື້ມເລກທີ່ສອນ ຢູ່ France ແລ້ວເຫັນວ່າເຂົາສອນບໍ່ຫລາຍ ວິຊາແຕ່ສອນເນັ້ນອະທິບາຍຍາວໆ ໃຫ້ເຂົ້າໃຈ
ທີ່ຈິງວິຊາເລຂາບໍ່ຕ້ອງສອນເລິກກໍ່ໄດ້ ເພາະພວກນີ້ໃຊ້ແຕ່ສຳລັບ ດາລາສາດ ດວງດາວ
ສ່ວນຊີວະກໍ່ຄວນສອນແຕ່ ແນວທີ່ມະນຸດຄວນຈະຮູ້ຈັກ

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ແມ່ນລະ ຂ້ອຍກະເຄີຍເວົ້າໃນວົງເບຍຢູ່ວ່າ ວິຊາທີ່ສອນໃນ ໂຮງຮຽນສາມັນສຶກສາ ມີແຕ່ ສອນຍາກເກີນຄວາມຈໍາເປັນ
ຂ້ອຍກະເຄີຍເບິ່ງປື້ມເລກທີ່ສອນ ຢູ່ France ແລ້ວເຫັນວ່າເຂົາສອນບໍ່ຫລາຍ ວິຊາແຕ່ສອນເນັ້ນອະທິບາຍຍາວໆ ໃຫ້ເຂົ້າໃຈ
ທີ່ຈິງວິຊາເລຂາບໍ່ຕ້ອງສອນເລິກກໍ່ໄດ້ ເພາະພວກນີ້ໃຊ້ແຕ່ສຳລັບ ດາລາສາດ ດວງດາວ
ສ່ວນຊີວະກໍ່ຄວນສອນແຕ່ ແນວທີ່ມະນຸດຄວນຈະຮູ້ຈັກ

ທຸກໆວິຊາໂດ້ມັກໝົດຮຽນໄດ້ໝົດແຕ່ ບໍ່ມັກ 4 ວິຊາທີ່ໄດ້ເວົ້າໄປຫັ້ນແຫຼະ

ມັກສຸດໆກະ ອັງກິດ ຊີວະ ເຕັກໂນ ພາສາລາວ ວັນນະຄະດີ ປະຫວັດສາດ

ສ່ວນເລກ ເລຂາ ຕົກກະປ໋ອງ ຕອນຢູ່ປະຖົມຮຽນໄດ້ເລກ ແຕ່ຂື້ນ ມັດທະຍົມ ບໍ່ໄດ້ເລີຍ ໄດ້ກະໄດ້ແຕ່ໜ້ອຍດຽວ

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບມັດທະຍົມປາຍ ແຕ່ລະວິຊາຕ້ອງຮຽນໃຫ້ໄດ້ ຢ່າງໜ້ອຍເອົາຄະແນນພໍດີ, ຫຼັງຈາກຈົບແລ້ວ ກໍ່ເລືອກຮຽນໃນສິ່ງທີ່ຕົນເອງມັກ, ເຮັດວຽກໃນສິ່ງທີ່ຕົນເອງຮັກ ແລ້ວຊີວິດຈະມີຄວາມສຸກ ແລະ ປະສົບຜົນສຳເລັດວ່າຊັ້ນເດ ອິອິ

- ວ່າແຕ່ຕ່າງປະເທດເຂົາຄືແຍກສາຍຮຽນຕັ້ງແຕ່ມັດທະຍົມແມ່ນບໍ? ບ້ານເຮົາຄືບໍ່ແຍກນະ?

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ສຳລັບມັດທະຍົມປາຍ ແຕ່ລະວິຊາຕ້ອງຮຽນໃຫ້ໄດ້ ຢ່າງໜ້ອຍເອົາຄະແນນພໍດີ, ຫຼັງຈາກຈົບແລ້ວ ກໍ່ເລືອກຮຽນໃນສິ່ງທີ່ຕົນເອງມັກ, ເຮັດວຽກໃນສິ່ງທີ່ຕົນເອງຮັກ ແລ້ວຊີວິດຈະມີຄວາມສຸກ ແລະ ປະສົບຜົນສຳເລັດວ່າຊັ້ນເດ ອິອິ

- ວ່າແຕ່ຕ່າງປະເທດເຂົາຄືແຍກສາຍຮຽນຕັ້ງແຕ່ມັດທະຍົມແມ່ນບໍ? ບ້ານເຮົາຄືບໍ່ແຍກນະ?

ກະລອງສັງເກດເບິ່ງເດີ້ເປັນຫຍັງເດັກນ້ອຍ ທີ່ອາຍຸ 14-18 ຂອງຄົນຕ່າງປະເທດຄືຮຽນເກັ່ງ ເລກກະໄດ້ ບັດຄົນລາວຈະຫາຄົນຮຽນເກັ່ງມີໜ້ອຍທີ່ສຸດ (ເວົ້າສະເພາະໂຮງຮຽນລັດເດີ້ ເພາະເຂົ້າໂຮງຮຽນລັດ)

ຮຽນຢູ່ລາວ ເລກກະໃຫ້ຈື່ສູດ ເລຂາກະໃຫ້ຈື່ສູດ ເຄມີກະໃຫ້ຈື່ສູດ ຟີສິກກະໃຫ້ຈື່ສູດ ທຳມະດາ ເຄມີ ກັບ ຟີຊິກ ໜ້າຈະບໍ່ມີໃຫ້ຄິດໄລ່ໃດ

ແຖມປີນີ້ຊີວະ ເຕັກໂນ່ ກະມີພາກຄິດໄລ່ເຂົ້າມາອີກ ແຕ່ບໍ່ມີປັນຫາງ່າຍໆ

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ເອົາຈັ່ງຊີ້ສາຂ້ອຍວ່າ ເຖິງຈະຮຽນສູງຮອດດຣກໍ່ກິນເຂົ້າຄືກັນ ໄປເຮັດນາກິນເຂົ້າກໍ່ແລ້ວເລື່ອງ ເອົາເຂົ້າສ່ວນເຫຼືອກິນກໍ່ໄປຂາຍໃຫ້ພວກທີ່ຈົບດຣ ເອົາເງິນຂະເຈົ້າມາຊື້ລົດເບນຂີ່ ບໍ່ຕ້ອງຮຽນໃຫ້ເມື່ອ!!

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຈະເປັນພື້ນຖານໃຫ້ເຮົາໄດ້ຕໍ່ຍອດ ໃຈເຢັນໆ ໂດຈົບມປາຍກະຊິປະມານ 18 ປີ ຫລັງນັ້ນຢາກຮຽນຫຍັງກໍ່ໄດ້ແຕ່ 18-30 ປີ
ຄັນກາຍ 30 ສະໝອງອາດຈະຈື່ຊ້າ

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
55+ ພໍດີໄດ້ຮຽນຈົບປະມານ 25 ປີ ກະເຮັດວຽກໄດ້ເລີຍ ພໍ່ຢາກໃຫ້ໄປເຮັດວຽກກັບລາວໂທລະຄົມພຸ້ນ ແຕ່ໃຈແທ້ຢາກເຮັດວຽກກັບ ບີລາຍ ເບິ່ງກ່ອນວ່າຈະໄດ້ເຮັດວຽກກັບ ບໍລິສັດໃດກັນແທ້ ບາງເທື່ອຮອດພຸ້ນອາດຈະມີບໍລິສັດໃໝ່ເຂົ້າມາກໍເປັນໄປໄດ້

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະ ປີ 2015 ອາຊຽນຈະລວມເປັນລວມເສດຖະກິດຫັນເດ ອາດຈະມີຫຼາຍຢ່າງປ່ຽນໄປ ອິອິ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄັນວ່າມີພອນສະຫວັນໃນດ້ານ IT ກະຕ້ອງໃຫ້ເກັ່ງເລກເຂົ້າໄວ້ຈຶ່ງສິໄປໄດ້ໄກ
ລອງບໍ່ແນມທີ່ beeline, lao tel ລອງແນມເບິ່ງທີ່ google ເບິ່ງ. ການແຂ່ງຂັນຂຽນ program ຂອງ google ຈະມີແຕ່ເລກກ່ຽວພັນເປັນສ່ວນໃຫຍ່ບໍ່ເຊື່ອເຂົ້າເບິ່ງ http://code.google.com/codejam/contests.html ຖ້າ google ມັນເກີນຄວາມສາມາດໄປ ກະລອງຄິດວ່າເວລາຂຽນໂປແກມເຈົ້າຕ້ອງໄດ້ເຮັດ report ກະມີເລກເຂົ້າມາ, ໂປແກຣມບັນຊີ, ໂປຣແກຣມປະເມີນຜົນຮູບພາບ....
ອາຍຸຍັງນ້ອຍຖ້າຕັ້ງໃຈແທ້ມີໂອກາດປະສົບຜົນສຳເລັດຫຼາຍທີ່ສຳຄັນຫ້າມຫລົງໂຕເອງວ່າເກັ່ງເດັດຂາດເພາະຄົນເກັ່ງກວ່າເຮົາມີອີກຫລາຍ
ປລ ຜູ້ຂຽນກະບໍ່ເກັ່ງຫຍັງດອກ !!!

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າປະໝາດວິຊາຄວາມຮູ້ຮອບຕົວເດີ ເຖິງເຈົ້າເກັ່ງວວິຊາການປານໃດກໍ່ຕາມ
ຖ້າບໍ່ຮູ້ເລື່ອງສັງຄົມ ວິຖີບ້ານເມືອງ ບໍລິຫານເພື່ອນມິດ ກໍ່ມັກຈະມີບັນຫາໃນການໃຊ້ຊີວິດເມື່ອອາຍຸແກ່ຂຶ້ນ

໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ນ້ອງຮູ້ບໍ່ 4 ວິຊາຫຼັກທີ່ນ້ອງບໍ່ມັກມັນເປັນພື້ນຖານຂອງ IT, ເຖິງນ້ອງຈະມັກໄອທີ ແຕ່ບໍ່ໄດ້ເລກ ກັບ ຟີກຊິກ ແບບນັ້ນເຖິງຈະມັກຂະໜາດໃດກໍ່ບໍ່ທາງເກັ່ງດອກ
ເມື່ອນ້ອງສຶກສາໃນລະດັບມະຫາວິທະຍາໄລ ນ້ອງຈະຕ້ອງນຶກເຖິງຄວາມສໍາຄັນຂອງວິຊາເຫຼົ່ານີ້ ເພາະການຂຽນໂປຼແກຣມທຸກໆພາສາຄອມພິວເຕີມັນມີໂຄງສ້າງຈາກວິຊາເລກ ແລະ ອີກຢ່າງຄົນທີ່ເກັ່ງເລກມັກຈະຮຽນໄອທີ ແລ້ວໄປໄດ້ ໄວກວ່າຄົນອື່ນ
ເອື້ອຍບໍ່ຮູ້ ທີ່ນ້ອງເວົ້າວ່າ: ນ້ອງມີພອນສະຫວັນທາງດ້ານ ໄອທີ , ແລ້ວ ໄອທີຂອງນ້ອງມັນແບບໃດ ?????
ເອື້ອຍເປັນຄົນຄົນໜື່ງທີ່ຈົບສາຂາວິສະວະກໍາຄອມພິວເຕີ ຢູ່ ຄະນະວິສະວະກໍາສາດ(ເອເລັກໂຕ)
ທີ່ສໍາຄັນເດີນ້ອງ ວິຊາຫຼັກທີ່ເພິ່ນເສັງເຂົ້າຮຽນແມ່ນ : ຟີກຊິກ ກັບ ເລກ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຽນຫຼາຍເທົ່າໃດຍິ່ງດີ

໔ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ນັກຮຽນ ກໍ່ແມ່ນຜູ້ທີ່ຊອກຮູ້ຮ່ຳຮຽນ ຄືຜູ້ທີ່ຮັບຄວາມຈາກຜູ້ທີ່ຮູ້ກ່ອນ ໂດ້ຄວນຈະດີໃຈທີ່ໄດ້ຮຽນວິຊາເຫຼົ່ານີ້(ວິຊາທີ່ໂດ້ບໍ່ມັກ) ຮຽນຫຼາຍຮູ້ຫຼາຍເທົ່າໃດຍິ່ງດີ ...ຢ່າລືມວ່າເຮົາຄືນັກຮຽນ ແຕ່ລະວິຊາທີ່ເພີ່ນຈັດໃຫ້ມີການຮຽນການສອນນັ້ນ ກ່ວາຈະຈັດພິມອອກມາເປັນປື້ມເຫຼັມ1ບໍ່ແມ່ນເລື້ອງທຳມະດາ ກ່ອນທີ່ໂດ້ຈະໄດ້ຮຽນມັນ ແນ່ນອນແລ້ວວ່າຫຼັກສູກການຮຽນການສອນທັງໝົດນັ້ນໄດ້ມີການຄົ້ນຄ້ວາວິໄຈຜ່ານຫຼາຍຂັ້ນຕອນ ຢ່າງເປັນລະບົບ ແນ່ນອນແລ້ວວ່າຫຼັກສູດນັ້ນຕ້ອງເໝາະສົມກັບນັກຮຽນ ມ.ຕ&ມ.ປ ຄັກແນ່ ...ໃນທຸກວິຊາsisວ່າມັນມີຄວາມສຳຄັນໝົດ ສະເພາະ ວິຊາເຄມີ,ຟີຊິກ ແລະ ເລກ ມັນມີຜົນຕໍ່ໂດ້ໝົດ ວິຊາເລກsisຄິດວ່າມີຜົນທາງກົງຕໍ່ໂດ້100% ເພາະໂດ້ມີຄວາມຝັນຢາກຮຽນ IT ສ່ວນເຄມີ&ຟີຊິກ ອາດຈະມີຜົນດີຕໍ່ໂດ້ໃນທາງອ້ອມກະມີ ..ບໍ່ວ່າເຮົາຈະຮຽນຍັງໃນຕອນນີ້ຂໍໃຫ້ພູມໃຈໃນສິ່ງທີ່ເຮົາໄດ້ຮຽນຮູ້ ນີ້ຄືຂໍ້ດີຂອງນັກຮຽນ ຖ້າມື້1ໂດ້ໄປຮຽນ IT ຄັນມີວິຊາຍາກໂດ້ຄ່ອຍຈະຍອມຮັບມັນໄດ້ (ຄິດເພື່ອອານາຄົດໃຫ້ ອິໆ)

ຂໍພຽງອົດທົນ ແລະ ເຊື່ອໝັນ ຝັນນັ້ນຢູ່ບໍ່ໄກ

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ທຸກວິຊາທີ່ຮຽນແມ່ນຖືກໃຊ້ໝົດໃນຊີວິດຈິງ
ຖ້າໄດ້ເຮັດວຽກຍິ່ງໄດ້ໃຊ້ຫລາຍ ແລະຈະກ້າວໜ້າໄວ ຖ້າມີພື້ນຖານໃນການຮຽນທີ່ດີ
ເພາະທຸກການພົວພັນສັງຄົມ ລ້ວນແຕ່ມີບັນຫາທີ່ກ່ຽວກັບວິຊາທີ່ຮຽນມາໝົດ ແມ້ກະທັງການເວົ້າລົມກັນ
ຢ່າງໜ້ອຍກໍຄິດວ່າ ເຂົາໄດ້ຄົ້ນຄວ້າມາຫລາຍ ລ້ານປີແລ້ວ ຈິ່ງໄດ້ລັກສູດຄືສູ່ມື້ນີ້

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ jump2dream ຂຽນວ່າ...
ຄັນວ່າມີພອນສະຫວັນໃນດ້ານ IT ກະຕ້ອງໃຫ້ເກັ່ງເລກເຂົ້າໄວ້ຈຶ່ງສິໄປໄດ້ໄກ
ລອງບໍ່ແນມທີ່ beeline, lao tel ລອງແນມເບິ່ງທີ່ google ເບິ່ງ. ການແຂ່ງຂັນຂຽນ program ຂອງ google ຈະມີແຕ່ເລກກ່ຽວພັນເປັນສ່ວນໃຫຍ່ບໍ່ເຊື່ອເຂົ້າເບິ່ງ http://code.google.com/codejam/contests.html ຖ້າ google ມັນເກີນຄວາມສາມາດໄປ ກະລອງຄິດວ່າເວລາຂຽນໂປແກມເຈົ້າຕ້ອງໄດ້ເຮັດ report ກະມີເລກເຂົ້າມາ, ໂປແກຣມບັນຊີ, ໂປຣແກຣມປະເມີນຜົນຮູບພາບ....
ອາຍຸຍັງນ້ອຍຖ້າຕັ້ງໃຈແທ້ມີໂອກາດປະສົບຜົນສຳເລັດຫຼາຍທີ່ສຳຄັນຫ້າມຫລົງໂຕເອງວ່າເກັ່ງເດັດຂາດເພາະຄົນເກັ່ງກວ່າເຮົາມີອີກຫລາຍ
ປລ ຜູ້ຂຽນກະບໍ່ເກັ່ງຫຍັງດອກ !!!

ນ້ອງກະຮູ້ຢູ່ວ່າເລກ ຈຳເປັນທຸກວິຊາຈຳເປັນເລກກະໄດ້ແຕ່ວ່າມັນສັບສົນວຸ້ນວາຍບໍ່ໄດ້ແຕ່ພວກແບບນີ້ນິນະ y+yx,x+xy ** x-2x+1-2 ແລະກະອື່ນໆ

ສ່ວນພື້ນຖານອີ່ຫຍັງກະໄດ້ໝົດ

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ venus ຂຽນວ່າ...
ນ້ອງຮູ້ບໍ່ 4 ວິຊາຫຼັກທີ່ນ້ອງບໍ່ມັກມັນເປັນພື້ນຖານຂອງ IT, ເຖິງນ້ອງຈະມັກໄອທີ ແຕ່ບໍ່ໄດ້ເລກ ກັບ ຟີກຊິກ ແບບນັ້ນເຖິງຈະມັກຂະໜາດໃດກໍ່ບໍ່ທາງເກັ່ງດອກ
ເມື່ອນ້ອງສຶກສາໃນລະດັບມະຫາວິທະຍາໄລ ນ້ອງຈະຕ້ອງນຶກເຖິງຄວາມສໍາຄັນຂອງວິຊາເຫຼົ່ານີ້ ເພາະການຂຽນໂປຼແກຣມທຸກໆພາສາຄອມພິວເຕີມັນມີໂຄງສ້າງຈາກວິຊາເລກ ແລະ ອີກຢ່າງຄົນທີ່ເກັ່ງເລກມັກຈະຮຽນໄອທີ ແລ້ວໄປໄດ້ ໄວກວ່າຄົນອື່ນ
ເອື້ອຍບໍ່ຮູ້ ທີ່ນ້ອງເວົ້າວ່າ: ນ້ອງມີພອນສະຫວັນທາງດ້ານ ໄອທີ , ແລ້ວ ໄອທີຂອງນ້ອງມັນແບບໃດ ?????
ເອື້ອຍເປັນຄົນຄົນໜື່ງທີ່ຈົບສາຂາວິສະວະກໍາຄອມພິວເຕີ ຢູ່ ຄະນະວິສະວະກໍາສາດ(ເອເລັກໂຕ)
ທີ່ສໍາຄັນເດີນ້ອງ ວິຊາຫຼັກທີ່ເພິ່ນເສັງເຂົ້າຮຽນແມ່ນ : ຟີກຊິກ ກັບ ເລກ

ບໍ່ແມ່ນແບບວ່າເລກຫັ້ນໄດ້ແບບພາກພື້ນຖານ ໄດ້ໝົດ ຟີຊິກກະພໍໄດ້ຢູ່ ບໍ່ແມ່ນວ່າຮຽນບໍ່ໄດ້ດອກຮູ້ຢູ່ວ່າເລກມັນຈຳເປັນຕໍ່ ໄອທີ ນ້ອງກະຮູ້ມາແຕ່ດົນແລ້ວແລະກະສຶກສາກ່ຽວກັບພວກນີ້ມາແຕ່ນ້ອຍຮູ້ວ່າໂຄສອັນໃດໃຊ້ເລກຈັ່ງໃດກະຮູ້ ແຕ່ວ່າບາງອັນໃນວິຊາເລກ ກະບໍ່ໄດ້ໃຊ້ເຂົ້າໄປນຳໄອທີ ບໍ່ເຊື່ອຊອກຫາປຶ້ມ ມັດທະຍົມ ປີທີ 4 ອ່ານໂລດ

ໄອທີຂອງນ້ອງ ມີຫຼາຍແບບ ແຕ່ບໍ່ຂໍເອີຍ (ອາຍກະເຈົ້າ) ສ່ວນໃຫຍ່ຕອນນີ້ນ້ອງເຖິງຈະບໍ່ໄດ້ໄປຮຽນໄອທີແຕ່ກໍສຶກສາໄປກັບອິນເຕີເນັດກະໄດ້ແນ່ບໍ່ໄດ້ແນ່ ຕອນນີ້ມີແຕ່ເຮັດການແກ້ໄຂໂຄສ ແກ້ໄຂໂຄສລະຫັດຕ່າງໆທີ່ມີການຜິດພາດ ແບບວ່າ ໂຄສໂປຣແກຣມຈັ່ງຊີ້ນິນະ ແລະກະຮຽນຂຽນໂປຣແກຣມ ຂຽນໄດ້ແຕ່ອອກແບບໜ້າຕາບໍ່ໄດ້

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ DayGirl ຂຽນວ່າ...
ນັກຮຽນ ກໍ່ແມ່ນຜູ້ທີ່ຊອກຮູ້ຮ່ຳຮຽນ ຄືຜູ້ທີ່ຮັບຄວາມຈາກຜູ້ທີ່ຮູ້ກ່ອນ ໂດ້ຄວນຈະດີໃຈທີ່ໄດ້ຮຽນວິຊາເຫຼົ່ານີ້(ວິຊາທີ່ໂດ້ບໍ່ມັກ) ຮຽນຫຼາຍຮູ້ຫຼາຍເທົ່າໃດຍິ່ງດີ ...ຢ່າລືມວ່າເຮົາຄືນັກຮຽນ ແຕ່ລະວິຊາທີ່ເພີ່ນຈັດໃຫ້ມີການຮຽນການສອນນັ້ນ ກ່ວາຈະຈັດພິມອອກມາເປັນປື້ມເຫຼັມ1ບໍ່ແມ່ນເລື້ອງທຳມະດາ ກ່ອນທີ່ໂດ້ຈະໄດ້ຮຽນມັນ ແນ່ນອນແລ້ວວ່າຫຼັກສູກການຮຽນການສອນທັງໝົດນັ້ນໄດ້ມີການຄົ້ນຄ້ວາວິໄຈຜ່ານຫຼາຍຂັ້ນຕອນ ຢ່າງເປັນລະບົບ ແນ່ນອນແລ້ວວ່າຫຼັກສູດນັ້ນຕ້ອງເໝາະສົມກັບນັກຮຽນ ມ.ຕ&ມ.ປ ຄັກແນ່ ...ໃນທຸກວິຊາsisວ່າມັນມີຄວາມສຳຄັນໝົດ ສະເພາະ ວິຊາເຄມີ,ຟີຊິກ ແລະ ເລກ ມັນມີຜົນຕໍ່ໂດ້ໝົດ ວິຊາເລກsisຄິດວ່າມີຜົນທາງກົງຕໍ່ໂດ້100% ເພາະໂດ້ມີຄວາມຝັນຢາກຮຽນ IT ສ່ວນເຄມີ&ຟີຊິກ ອາດຈະມີຜົນດີຕໍ່ໂດ້ໃນທາງອ້ອມກະມີ ..ບໍ່ວ່າເຮົາຈະຮຽນຍັງໃນຕອນນີ້ຂໍໃຫ້ພູມໃຈໃນສິ່ງທີ່ເຮົາໄດ້ຮຽນຮູ້ ນີ້ຄືຂໍ້ດີຂອງນັກຮຽນ ຖ້າມື້1ໂດ້ໄປຮຽນ IT ຄັນມີວິຊາຍາກໂດ້ຄ່ອຍຈະຍອມຮັບມັນໄດ້ (ຄິດເພື່ອອານາຄົດໃຫ້ ອິໆ)

ໄອທີເຖິງຈະຍາກຊ່ຳໃດກະຕາມໂດ້ບໍ່ເຄີຍຍອມແພ້ ຈະຍາກຈະເຮັດບໍ່ໄດ້ກກະເຄີຍເຮັດມາແລ້ວ

ຕົວຢ່າງເຊັ່ນເວັບນີ້
http://www.deklao.com/forum.php (ເວົ້າແທ້ເກືອບ 100% ທີ່ໂດ້ໄດ້ແກ້ໂຄສໃຫ້ໃຊ້ໄດ້ມາດຕະຖານຂອງພາສາລາວ ບໍ່ກ່ຽວກັບເລື່ອງແປເດີ້ ໂຄສພວກນີ້ມັນມີຫຼາຍ ໃຫ້ຂຽນຈັກ 2 ປີກະບໍ່ແລ້ວ ຄັນເຮັດຄົນດຽວໃດ 555+)

ເລກບໍ່ມີປັນຫາ ເລກທີ່ໃຊ້ເຂົ້າເລື່ອງໄອທີໄດ້ແລ້ວແຕ່ວ່າເລກ ແບບວ່າຈັກບໍ່ຮູ້ສຶອະທິບາຍ ອາຈານສອນກະບໍ່ເຂົ້າໃຈອີກ ຍິ່ງງົງໄປຕື່ມ ຟີຊິກ ເຄມີ ກະໄດ້ບໍ່ແມ່ນວ່າຈະໄປປະໝາດ ວິຊາອື່ນ

ການຮຽນດີໝົດທິດສະດີບໍ່ມີປັນຫາ ຮຽນໄດ້ແຕ່ສູດຈື່ບໍ່ໄດ້

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ koymanpai ຂຽນວ່າ...
ທຸກວິຊາທີ່ຮຽນແມ່ນຖືກໃຊ້ໝົດໃນຊີວິດຈິງ
ຖ້າໄດ້ເຮັດວຽກຍິ່ງໄດ້ໃຊ້ຫລາຍ ແລະຈະກ້າວໜ້າໄວ ຖ້າມີພື້ນຖານໃນການຮຽນທີ່ດີ
ເພາະທຸກການພົວພັນສັງຄົມ ລ້ວນແຕ່ມີບັນຫາທີ່ກ່ຽວກັບວິຊາທີ່ຮຽນມາໝົດ ແມ້ກະທັງການເວົ້າລົມກັນ
ຢ່າງໜ້ອຍກໍຄິດວ່າ ເຂົາໄດ້ຄົ້ນຄວ້າມາຫລາຍ ລ້ານປີແລ້ວ ຈິ່ງໄດ້ລັກສູດຄືສູ່ມື້ນີ້

ແມ່ນແລ້ວທຸກວິຊາ ພາກທິດສະດີແມ່ນໄດ້ໃຊ້ໃນຊີວິດຈິງ ສ່ວນພາກຄິດໄລ່ບໍ່ຮູ້ເທື່ອ ເພາະບໍ່ເຄີຍໃຊ້ໃນຊີວິດຈິງ ມີແຕ່ໃຊ້ເລກເຂົ້າໃນຊີວິດຈິງ ສ່ວນສູດ ເຄມີ ຟີຊິກ ນິບໍ່ໄດ້ໃຊ້

ແລະຢາກໃຫ້ທຸກຄົນເຂົ້າໃຈວ່າ 4 ວິຊາທີ່ໂດ້ບໍ່ມັກນັ້ນແມ່ນລ້ວນແລ້ວ ແຕ່ເປັນພວກພາກສ່ວນຂອງສູດທັງໝົດ ບໍ່ກ່ຽວເນື່ອງກັບພາກທິດສະດີໃດໆ

ສ່ວນເລກນັ້ນມັກບາງສ່ວນບໍ່ມັກບາງສ່ວນ ຮຽນສ່ວນທີ່ຈຳເປັນກໍພຽງພໍແລ້ວ

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໐ ກະທູ້
໓໘ ໂພສ
ຂາປະຈຳເວັບບອດ
ຢູ່ລາວຮຽນຫຍັງກະໄດ້. ມີພີ່ນ້ອງເປັນໃຫຍ່ລະພໍ. ເລືອກເຮັດວຽກໄດ້ຕາມໃຈ.

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ເລກ, ເຄມີ, ຟີຊິກ ແຫ່ງໄດ້ໃຊ້ ໃນທໍາມະຊາດ ແລະຊິວິດຈິງ
ການຫາຍໃຈ, ການກິນ ການຄໍານວນ ແລະອື່ນໆ

໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ທຸກວິຊາຍ່ອມມີຄ່າ ອົດສາຮ່ຳຮຽນໄປກ່ອນ ພາສິດລາວເຮົາຍັງວ່າເງິນເຕັມພາ ບໍ່ທໍ່ຜະຫຍາເຕັມພຸງ ຫັ້ນເດ. ອາວຸດຈະມີຄ່າກໍ່ຍ້ອນວ່າເຮົາຮູ້ຈັກໃຊ້.
ດັ່ງນັ້ນ້ອງໆຢ່າສູ່ຟ້າວນ້ອຍໃຈວ່າອັນນີ້ໄດ້ໃຊ້ ອັນນີ້ບໍ່ໄດ້ໃຊ້ ເມືອເຖິງຄາວຫາກຊິເຫັນເອງ.

xana

໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ທຸກວິຊາຍ່ອມມີຄ່າ ອົດສາຮ່ຳຮຽນໄປກ່ອນ ພາສິດລາວເຮົາຍັງວ່າເງິນເຕັມພາ ບໍ່ທໍ່ຜະຫຍາເຕັມພຸງ ຫັ້ນເດ. ອາວຸດຈະມີຄ່າກໍ່ຍ້ອນວ່າເຮົາຮູ້ຈັກໃຊ້.ດັ່ງນັ້ນນ້ອງໆຢ່າສູ່ຟ້າວນ້ອຍໃຈວ່າອັນນີ້ໄດ້ໃຊ້ ອັນນີ້ບໍ່ໄດ້ໃຊ້ ເມືອເຖິງຄາວຫາກຊິເຫັນເອງ.

xana

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ທຸກວິຊາມີຜົນກະທົບໂດຍກົງໃນການດຳລົງຊີວິດອ້າຍເອີຍຕົວຢ່າງ: ອາການທີ່ເຮົາກິນຕ້ອງການລົດຊາດແບບໃດ(ເຄັມ, ຫວານ, ສົ້ມ....) ມັນຄວນຢູ່ໃນລະດັບໃດຈຶ່ງບໍ່ເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງອົງປະກອບໃນອາຫານນີ້ ໃນວິຊາເຄມີກໍມີການກຳນົດຄ່າໄວ້ວ່າ ທາດນັ້ນ ທາດນີ້ ເວລາມາປະສົມກັນແລ້ວ ຄວນຈະປະກອບໃນອັດຕາເທົ່ານັ້ນເທົ່ານີ້(%)....ງ່າຍໆ ແມ່ນແຕ່ເກີບທີ່ເຮົາໃສ່ ກໍຍັງກຳນົດເບີ ຖ້າບໍ່ມີການກຳນົດ(ຄິດໄລ່)ເປັນມາດຖານລວມ ແລ້ວເຮົາຈະຮູ້ໄດ້ແນວໃດວ່າເກີດນັ້ນເບີຫຍັງ ຫລື ຍາວເທົ່າໃດ ຖ້າຜູ້ສາວຢາກຊື້ມາຕ້ອນ ຄັນເຂົາບໍ່ຮູ້ເບີ ຈະຊື້ມາໃສ່ພໍດີຝາບາດເຮົາບໍ່ ຄັນບໍ່ໃຫ້ຜູ້ສາວຕັດຕີນອ້າຍໄປແລເອົານະ...

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ການນຳສະເຫນີຫົວຂໍ້ ຂອງຄູອາຈານທຸກມື້ນີ້ ບໍ່ໄດ້ເລື້ອງ ເຮັດໃຫ້ນັກຮຽນຂາດຄວາມສົນໃຈ ແລະ ຂີ້ຄ້ານຮຽນ ສຸດທ້າຍ ຄູກະນັ່ງເກັບເງິນຄ່າຕິວ ແລະ ຮຽນເພີ້ມ ຫລືແມ່ນແຕ່ ຊື້ຂໍ້ສອບ
ຕາມການສຳຫລວດລະດັບການສຶກສາຂອງປີນີ້ ລາວ ແລະ ພະມ້າ ກະໄດ້ອັນດັບ1ທາງທ້າຍ.
ສ່ວນ ທ່ານລັດຖະມົນຕີ ກະມົວເມົານຳການສ້າງກະແສໃຫ້ດັງ ບຶດລະປະກາດລົບລ້າງນັ້ນ ບືດລະປະກາດຫ້າມນີ້ ຊຶ່ງທັງຫມົດນັ້ນມັນບໍ່ມີຜົນຫຍັງໃຫ້ແກ່ການພັດທະນາການສຶກສາລາວ.
ຂໍໂທດເຈົ້າຂອງກະທູ້ເດີ້ ຂໍຈົມນຳແດ່

໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
ທຸກຄົນຍັງບໍ່ເຂົ້າໃຈກ່ຽວກັບປັນຫາທີ່ໂດ້ຈົ່ມເທື່ອເນາະ

ທິດສະດີ ເລື່ອງ ເຄມີໄຟຟ້າ ການກິນ ການຢູ່ ການອນ ແລະອື່ນໆ ຫັ້ນແມ່ນຮຽນໄດ້ ແລະກະຢາກຮຽນ

ແຕ່ພາກຄິດໄລ່ຫັ້ນນະ ຢ່າວາເອົາມາໄລ່ການຫາຍໃຈ ພ້ອມ ສ່ວນໃຫຍ່ ແລ້ວໜ້າຈະມີຈັດແບ່ງການສອນໃຜມັກຫຍັງກະໄປທາງນັ້ນ ຕົວຢ່າງເລກ ກະມັກຢູ່ ພໍເຂົ້າໃຈໄດ້ ແລະກະບໍ່ເຂົ້າໃຈ ອາຈານສອນພ້ອມ ສອນໄປສອນມາງົງເອງຊ້ຳ ໄປເບິ່ງປຶ້ມ ມັດທະຍົມຕອນຕົ້ນ ມ.4 ໂລດ ບຶດມີສູດນັ້ນສູດ ນີ້ ວິທີທີ່ 1 ວິທີທີ 2 ວິທີທີ 3 ບາດເວລາເສັງມາແທ້ໆ ໃຊ້ທັງສາມສູດ ທັງສາມວິມີ ກະບໍ່ຖືກ ຈັກແມ່ນຫຍັງ ອຸກໃຈ
ສ່ວນໃຫຍ່ແລ້ວແມ່ນບໍ່ມັກ ພາກຄິດໄລ່ຂອງເຄມີ ສຸດໆເລີຍ ຟີຊິກຍັງພໍເຂົ້າໃຈໄດ້ຢູ່
ເຄມີລະອັນນີ້ O2H HO2 FE ຈື່ໄປໝົດທຸກສູດ ກະຄົງເປັນໄປບໍ່ໄດ້ ອາຈານລະຢາກໃຫ້ນັກຮຽນໄດ້ຈົນໝົດ ອາຈານລະບໍ່ຄຶດເລີຍວ່ານັກຮຽນເຂົາຮຽນໄປ ສິບປາຍວິຊາ ບາດໂຕເອງເກັ່ງໄດ້ແຕ່ທາງດຽວ ເພິ່ນກະໄດ້ລະ

ບາດເຮົາລະຮຽນໄປຕັ້ງ ບັກຫຼາຍໆ ຈະເອົາອັນໃດມາຈື່ ສະໝອງຄົນເດີ້ ບໍ່ແມ່ນສະໝອງເທວະດາ

ເຊື່ອໂລດວ່າຖ້າການສຶກສາລາວຍັງເປັນຈັ່ງຊີ້ ນິຄົນລາວ ກໍຕ້ອງໄດ້ນັ່ງເຄັ່ງຄຽດໄປກັບການຮຽນຕໍ່ໄປ ໂດຍສະເພາະໂຮງຮຽນລັດ ໂຮງຮຽນເອກກະຊົນເຂົາສອນຈັ່ງໃດບໍ່ຮູ້ລະ ເພາະບໍ່ໄດ້ເຂົ້າດົນລະ

ແລະອີກຢ່າງໜຶ່ງ ກົດລະບຽບກະເຄັ່ງຕື່ມອີກໂອ້ຍຈັ່ງແມ່ນຊາດ ອາຈານຈະຕັດຜົມນັກຮຽນຈົນຫົວຫຼົ້ນເລີຍ ມາເບິ່ງໂຮງຮຽນໂຟນຕ້ອງໂລດ ທຸກປີ ເຂົາຈົນວ່າບໍ່ແມ່ນນັກຮຽນລະ ເປັນຈົວ ໝົດລະຜູ້ຊາຍ ເຊັງເປັດ

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ທຸກວິຊາແມ່ນສຳຄັນຫມົດ ສຳຫລັບນັກຣຽນນັກສຶກສາ ປັນຍາຊົນ
ທຸກວິຊາແມ່ນໄດ້ນຳໃຊ້ຕະຫລອດຊີວິດ

ແຕ່ສະຫມອງຄົນເຮົາແມ່ນຈື່ບໍ່ໄດ້ຫມົດທຸກອັນ ແລະຈື່ບໍ່ໄດ້ຕະຫລອດ ແມ້ແຕ່ +-*/ ຍັງຈື່ບໍ່ໄດ້ແລວ້

ດັ່ງນັ້ນ ນອກຈາກຕອ້ງໄດ້ຈື່ສູດແລວ້ ເຮົາຕອ້ງຮູ້ຈັກວິທີແກ້ສູດໃຫ້ໄດ້

ການແກ້ສູດເລກໄດ້ ກໍຄືການແກ້ບັນຫາ ຫລືວຽກງານ ຕ່າງໆທີ່ດເຮົາພົບພໍ້ ນັ້ນໄດ້ຄືກັນ

ເພາະການແກ້ບັນຫາທຸກອັນ ເຮົາຕອ້ງ ໄດ້ຕອບຄຳຖາມ ວ່າ.
ອັນນີ້ແມ່ນຫຍັງ
ເປັນຫຍັງແບບນີ້
ເຮັດແນວໃດ
ໃຊ້ແບບໃດ
ມີຈຸດດີຈຸດອອ່ນແນວໃດ
ສີແກ້ ຫລືປັບປຸງແນວໃດ
ປັບປຸງແລ້ວ ໄດ້ຜົນສ່ຳໃດ
.........

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ວິຊາເຄມີ ຖ້າຂາດຫ້ອງທົດລອງແລ້ວ ມັນກະຫນ້າເບື່ອສຸດໆເລີຍ.
ສ່ວນພາກທິດສະດີ ກະເອີ້ນຊື່ທາດເຄມີເປັນພາສາ ຝຣັງ ແຕ່ໃນຊີວິດປະຈຳວັນ ມັກພົບເປັນພາສາອັງກິດ ແຮ່ງເຮັດໃຫ້ສັບສົນເຂົ້າໄປຕື່ມອີກ.
ຫລັກສູດ ກະມີແຕ່ແນວທີ່ສົງໃສວ່າຈະບໍ່ໄດ້ນຳໄຊ້ ບາດອັນຊິໄດ້ນຳໃຊ້ເຊັນ ການຜະລິດ ນ້ຳຢາຂ້າເຊື້ອ(ຄລໍ), ເກືອກິນ (ຄລໍລົວນາຕີ), ຊີມັງ, ສະບູ, ການສະກັດກິ່ນ ການຜະລິດ ເຫລົ້າ ຈັ່ງຊິ ພັດບໍ່ມີການອະທິບາຍລົງເລິກ.
ຊ້ຳບໍ່ຫນຳາ ພາກັນເຫີ່ແຂ່ງເຮັດຮຸ່ນຍົນເສັງກັນ ມາລອງເຮັດສະບູກິ່ນດອກຈຳປາກິ່ນດອກຊ້ອນຈັ່ງຊິເຮັດໄດ້ແລ້ວຂ້າຍສູດໃຫ້ໂຮງງານ ອາດເປັນປະໂຫຍດກ່ອນ.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>