ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໄທ ຂຶ້ນທະບຽນ ເຂົ້າຫລາມ, ບຸນບັ້ງໄຟ, ລຳຕັດ, ແຄນ,ບາສີສູ່ຂວັນ...ເປັນມໍລະດົກພູມປັນຍາວັດທະນະທຳຊາດໄທ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ເພື່ອເປັນການຕ້ອນຮັບ ປະຊາຄົມອາຊຽນ 2015.

ໄທຈຶ່ງໄດ້ ຂຶ້ນທະບຽນ ເຂົ້າຫລາມ, ບຸນບັ້ງໄຟ, ລຳຕັດ, ແຄນ,ບາສີສູ່ຂວັນ,ກະຕໍ້ຫວາຍ...ແລະອື່ນໆອີກ 68 ລາຍການ
ໃຫ້ເປັນມໍລະດົກພູມປັນຍາວັດທະນະທຳຊາດໄທ ເມື່ອວັນທີ 3/9/2013. ເພື່ອກຽມພ້ອມຮອງຮັບເປັນພາຄີ
ມໍລະດົກວັດທະນະທຳຈັບຕ້ອງບໍ່ໄດ້ ຂອງຢູເນສໂກ.

ທີ່ມາ http://www.sueksa.go.th


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນ unesco ເຊື່ອແບບນັ້ນກະບໍ່ຕ້ອງມາເປັນ unesco
ກະຄືມວຍໄທຫັ້ນລະ ທີ່ຈິງເຂົາກະຕີແຖວ ລາວ,ໄທ,ຂະເໝນ,ພະມ້າມາຫລາຍຮ້ອຍປີ
ແຕ່ໄທຈົດທະບຽນວ່າເປັນຂອງໄທກ່ອນ
ກະວ່າລະ ຊີວິດມັນກະເປັນແບບນີ້ລະ ບໍ່ມີຄວາມຍຸດຕິທຳທຸກຢ່າງດອກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວ ລາວບໍ່ຂຶ້ນກ່ອນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເລື່ອງນີ້ມາຍາມໃດ ເຂັບໃຂຍາມນັ້ນ ກັບພວກປູ້ນວັດທະນາທຳ ນີ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເລື່ອງນີ້ມາຍາມໃດ ເຈັບໃຈຍາມນັ້ນ ກັບພວກປູ້ນວັດທະນາທຳ ນີ້ ຕໍ່ໄປຊິບໍ່ມີຮອດປາແດກຊິກິນແຫຼະ ບ້ານເຮົານີ້ ຊິໄດ້ມີແຕ່ປາລ້າ ຊ່ວຍກັນພັກດັນພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຕື່ນໂຕ ແດ່


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຍເວົ້ານຳພວກໂລພາ ແລ້ວສົມເພດ!!!
ຮາກຊິແຕກ!!!


໓ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ມັນເປັນວັດຖະນະທຳລາວເຖິງຈະຕົກໄປຢູ່ໃສພວກເຮົາກໍ່ຍັງພູມໃຈໃນຄວາມເປັນລາວ ເຖິງເຂົາຈະເອົາຂນຖະບຽນເປັນວັດຖະນະທຳເຂົາແຕ່ມັນກໍ່ຍັງແມ່ນ
ມາຈາກວັດຖະນະທຳລາວ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Veunkham ຂຽນວ່າ...
ມັນເປັນວັດຖະນະທຳລາວເຖິງຈະຕົກໄປຢູ່ໃສພວກເຮົາກໍ່ຍັງພູມໃຈໃນຄວາມເປັນລາວ ເຖິງເຂົາຈະເອົາຂນຖະບຽນເປັນວັດຖະນະທຳເຂົາແຕ່ມັນກໍ່ຍັງແມ່ນ
ມາຈາກວັດຖະນະທຳລາວ



ກໍ່ຈິງຄືເຈົ້າວ່າ ຖ້າຝ່າຍລາວບໍ່ຕໍ່ສູ້ຊີ້ແຈງ ຈັກໜ່ອຍກໍ່ມີປະຫວັດສາດບິດເບືອນອອກມາ ຊົ່ວລູກຫລານຫລາຍເຊັ່ນຄົນ ກໍ່ຈະຖືກລືມ ເທື່ອລະໜ້ອຍສູດທ້າຍກາຍເປັນ ຂອງເຂົາ


໒໓ ກະທູ້
໑໒໖ ໂພສ
ນັກການກະທູ້
****...


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກລະໄທອີກລະປາກກະວ່າຮັກແພງຫັນຫຼັງພັດແທງຍອມເລີຍຄົບບໍ່ໄດ້ຄົນແບບນີ້

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຕ້ອງຖາມ UNESCO ວ່າ ເລື່ອງການຂື້ນທະບຽນນັ້ນ ຜູ້ໃດຂື້ນກ່ອນ ແມ່ນເປັນຂອງຜູ້ນັ້ນບໍ? ແລະໃຜຢາກຂື້ນເອົາອັນໃດກໍ່ຂື້ນເອົາໂລດບໍ? ຖ້າເປັຈັ່ງຊັ້ຍ ຢ່າໄປໃຫ້ຄວາມສຳຄັນມັນ ອັນ UNESCO ຫັ້ນໜ່າ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຊ່າງກ້າເນາະ


໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ເຊື່ອຄວາມໄທ ໄຟໄໝ້ເລົ້າເຂົ້າ

ຄົນເກັ່ງບໍ່ແມ່ນຄົນທີ່ບໍ່ເຄີຍລົ້ມ ແຕ່ຄົນເກັ່ງແມ່ນຄົົນທີ່ສາມາດລຸກຂື້ນໄດ້ຫລັງຈາກທີ່ຕົນເອງລົ້ມ