ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ພັນລາວເລີ່ມງຽບເຫງົາ (ຍ້ອນບໍ່ມີຄົນຕັ້ງກະທູທີ່ສ້າງສັນ)

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ໃນນາມທີ່ເປັນສະມາຊິກພັນລາວມາເກືອບ ຫ້າປີ ຂ້າພະເຈົ້າຮູ້ສືກວ່າພັນລາວດຽວນີ້ເລີ່ມງຽບເຫງົາ ການຕັ້ງກະທູ້ກະເລີ່ມບໍ່ຢາກມີສາລະ
ຫຍັງ ອາດເປັນຍ້ອນເຫດນີ້ຈິ່ງເຮັດສະມາຊິກຜູ້ທີ່ມີຄວາມຮູ້, ປະສົບການເລີ່ມຖອຍຫ່າງຈາກພັນລາວ ສະມາຊິກທີ່ເຂົ້າມາໃຫມ່ເຫັນແບບນີ້
ກໍ່ຍິ່ງໄປກັນໃຫຍ່ ພາກັນເອຶອມລະອາກັບກະທູ້ທີ່ປະມານວ່າ (ຕັ້ງມາເຮັດຫຍັງ???) ເຂົ້າໃຈຢູ່ວ່າເວັບນີ້ເປັນເວັບທີ່ບໍ່ຈຳກັດ ຕະຫລົກ ເຮຮາ ບໍ່ມີສາລະໄດ້ ແຕ່ຢາກໃຫ້ມີສ່ວນຫນື່ງທີ່ເປັນບ່ອນສ້າງຄວາມຮູ້ ສາລະ ໃຫ້ແຫ່ສະມາຊິກ (ໃຜເຄີຍເຂົ້າເວັບ www.pantip.com ຈະເຂົ້າໃຈ)

ສະນັ້ນຂ້າພະເຈົ້າຂໍສະເຫນີໃຫ້ອ້າຍນ້ອງພັນລາວເຮົາທຸກຄົນເລິ່ມຕັ້ງກະທູ້ທີ່ສາມາດດຶງດູດຄົນອ່ານເຂົ້າມາໃນພັນລາວໃຫ້ຫລາຍຂື້ນ ບໍ່ແມ່ນ
ເຂົ້າມາປັ່ນກະທູ້ເອົາຄະແນນຢ່າງດຽວ ເພາະຈະເສຍກຳລັງໃຈຜູ້ທີ່ຂຽນກະທູ້ຍາວໆ ມີສາລະ

(ປລ: ຄໍາຖາມທີ່ຈະຕາມມາຫລັງຈາກຂ້າພະເຈົ້າຕັ້ງກະທູ້ນີ້ແມ່ນ: ແລ້ວເຈົ້າຂຽນກະທູ້ຫຍັງທີ່ມີສາລະແນ່ ? ແລ້ວຊ່ວຍຫຍັງພັນລາວແນ່ ? ຕອບໄວ້ກ່ອນວ່າໃຫ້ກັບໄປອ່ານກະທູ້ທີ່ຂ້າພະເຈົ້າເຄີຍໂພສມາ ມີສາລະຫລື ບໍ່ ຢູ່ທີ່ທ່ານຕັດສິນໃຈ)

ວິຊາການເຫີ່ຍໆ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍລະມັກມີກະທູ້ 1 post 3-4 ຄົນ ເພາະຂີ້ຄ້ານອ່ານຂອງຄົນອື່ນ ຄືເວບ pasalao ມີຄົນ post ເປັນ 10-10 ປາຍ
ແຕ່ກະງົງຄືກັນ ທີ່ຄົນເຮົາພາກັນ post facebook ກິນເຂົ້າ,ກິນເບຍ....ສຳມະປິ ມື້ລະ 5-6 ເທື່ອ
ແຕ່ມາ post ຢູ່ເວບບອດຂອງລາວເພື່ອແຊຂ່າວພັດບມີບໍ່ຫລາຍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຫັນໃຈ
ພັນລາວ.


໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ເຂົ້າໃຈນໍາທ່ານທີ່ຕັ້ງກະທູ້ນີ ແລະເຫັນດີນໍາຈໍານວນໜື່ງ
ຍົກເວັ້ນ ການທີ່ຈະເດົາໃຈໃຜມັກຫຍັງ ບໍ່ແມ່ນເລື້ອງງ່າຍ
ຖ້າຈະເອົາແຕ່ສາລະກໍມີແຕ່ອ່ານໜັງສືພິມ ແລ້ວເອົາມາໂປດກັນ-ໜ້າເບື່ອໂພດບໍ
ຂ້າພະເຈົ້າວ່າເອົາເລື່ອງທີ່ຢູ່ໃນຄວາມສົນໃຈ ແລະບໍ່ກີດກັ້ນຄວາມຄິດ ເຮົາຫາກຈະໄດ້ສາລະເອງໃນທີ່ສຸດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງຽບເຫງົາມາດົນເຕີບແລ້ວ


໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ບາງກະທູ້ກະບໍ່ມີສາລະແທ້...


໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຖ້າກະທູ້ເວົ້າເລື່ອງເຫດບ້ານການເມືອງຍິ່ງໄປກັນໃຫຍ່ພາກັນຕໍ່ຕ້ານແບບບໍ່ຮູ້ຕົ້ນປາຍສາຍເຫດ ຖ້າກະທູ້ໄຮ້ສາລະແບບເດັກໆໄຄແນ່ພໍຢູ່ໄດ້
ດັ່ງນັ້ນ, ເວັບນີ້ຈຶ່ງເປັນເວັບສຳຫຼັບພວກທີ່ໄຮ້ສາລະ!

ໄປກ່ອນເດີ ໄປຈາກເວັນນີ້ ແລ້ວຈະກັບມາໃໝ່ເມື່ອມີການປ່ຽນແປງ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັ້ງມາໂລດ ຊິແວ່ມາຕອບ


໒ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ໂອຍ ອຍາກຕາຍຂ້ອຍຍັງບໍ່ຮູ້ວ່າຕັ້ງກະທູ້ບ່ອນໃດ໋ ໃຜກະໄດ້ບອກແດ່

ວິທະຍາສາດຄວນຮູ້null

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ໃນນາມທີ່ເປັນສະມາຊິກພັນລາວມາເກືອບ ຫ້າປີ ຂ້າພະເຈົ້າຮູ້ສືກວ່າພັນລາວດຽວນີ້ເລີ່ມງຽບເຫງົາ ການຕັ້ງກະທູ້ກະເລີ່ມບໍ່ຢາກມີສາລະ
ຫຍັງ ອາດເປັນຍ້ອນເຫດນີ້ຈິ່ງເຮັດສະມາຊິກຜູ້ທີ່ມີຄວາມຮູ້, ປະສົບການເລີ່ມຖອຍຫ່າງຈາກພັນລາວ ສະມາຊິກທີ່ເຂົ້າມາໃຫມ່ເຫັນແບບນີ້
ກໍ່ຍິ່ງໄປກັນໃຫຍ່ ພາກັນເອຶອມລະອາກັບກະທູ້ທີ່ປະມານວ່າ (ຕັ້ງມາເຮັດຫຍັງ???) ເຂົ້າໃຈຢູ່ວ່າເວັບນີ້ເປັນເວັບທີ່ບໍ່ຈຳກັດ ຕະຫລົກ ເຮຮາ ບໍ່ມີສາລະໄດ້ ແຕ່ຢາກໃຫ້ມີສ່ວນຫນື່ງທີ່ເປັນບ່ອນສ້າງຄວາມຮູ້ ສາລະ ໃຫ້ແຫ່ສະມາຊິກ (ໃຜເຄີຍເຂົ້າເວັບ www.pantip.com ຈະເຂົ້າໃຈ)

ສະນັ້ນຂ້າພະເຈົ້າຂໍສະເຫນີໃຫ້ອ້າຍນ້ອງພັນລາວເຮົາທຸກຄົນເລິ່ມຕັ້ງກະທູ້ທີ່ສາມາດດຶງດູດຄົນອ່ານເຂົ້າມາໃນພັນລາວໃຫ້ຫລາຍຂື້ນ ບໍ່ແມ່ນ
ເຂົ້າມາປັ່ນກະທູ້ເອົາຄະແນນຢ່າງດຽວ ເພາະຈະເສຍກຳລັງໃຈຜູ້ທີ່ຂຽນກະທູ້ຍາວໆ ມີສາລະ


ເຫັນດີນຳ ທ່ານ ແຕ່ກ່ອນກະມີຫລາຍຄົນເຂົ້າລວມທັງຂ້າພະເຈົ້າບໍ່ເປັນອັນກີນນອນທີ່ເຂົ້າມາຊົມເວບພັນລາວເອົາແບບວ່ານອນກະຍັງຝັນ

ແຕ່ຊ່ວງຫລັງໆມານີ້ເຫັນແຕ່ພວກ ກຽນເຂົ້າມາລົມແນວບໍ່ເປັນຕາສະແຕກ ສຸດທ້າຍກະເຫັນໃຫ້ຂ້າພະເຈົ້າບໍ່ຢາກ ເຂົ້າມາ

ອັນນີ້ມີບາງຄົນເດີ້ ທີ່ເຫັນວ່າເປັນກຽນ .......ເອົາລະສຳນີ້ກ່ອນ ໂປດພີຈາລະນາໃນການອ່ານ..........

(ປລ: ຄໍາຖາມທີ່ຈະຕາມມາຫລັງຈາກຂ້າພະເຈົ້າຕັ້ງກະທູ້ນີ້ແມ່ນ: ແລ້ວເຈົ້າຂຽນກະທູ້ຫຍັງທີ່ມີສາລະແນ່ ? ແລ້ວຊ່ວຍຫຍັງພັນລາວແນ່ ? ຕອບໄວ້ກ່ອນວ່າໃຫ້ກັບໄປອ່ານກະທູ້ທີ່ຂ້າພະເຈົ້າເຄີຍໂພສມາ ມີສາລະຫລື ບໍ່ ຢູ່ທີ່ທ່ານຕັດສິນໃຈ)

ວິຊາການເຫີ່ຍໆ


ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ