ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຜີກ່ອງກ່ອຍ,

໓ ກະທູ້
໑໖໘ ໂພສ
ນັກການກະທູ້



ຕອນສະໃໝຍັງນ້ອຍ ພໍ່ຕູ້ແມ່ຕູ້ມັກຈະເລົ່ານິທານເລື່ອງຜີກ່ອງກ່ອຍໃຫ້ລູກໃຫ້ຫລານຟັງ ເພື່ອບໍ່ໃຫ້ຂີ້ດື້ ແລະຂັດແອ່ວຍາມຫລັບຍາມນອນ ເພິ່ນຈະເວົ້າວ່າ:
ມາເດີ ຜີກ່ອງກ່ອຍເອີຍ ມາກິນເດັກນ້ອຍທີ່ມັນຂີ້ດື້ ບໍ່ຟັງຄວາມ
ຜູ້ໃດຮ້ອງໄຫ້ ຂັດແອ່ວຍາມຫລັບຍາມນອນ ຜີກ່ອງກ່ອຍມັນຊິມາຈົກກິນຕັບກິນໄຕ...
ຜີກ່ອງກ່ອຍມັກອາໃສ ແລະຫາກິນ ຢູ່ຕາມປ່າລະເມາະ ແຄມໜອງ ຄອງບຶງ ຮ່ອມ ຫ້ວຍ..., ອາຫານທີ່ມັນກິນໄດ້ແກ່ ປູ ປາ ກຸ້ງ ຫອຍ ກົບ ຂຽດ... ຖ້າຫາບໍ່ໄດ້ແທ້ໆ ມັນກໍຈະຫາມາຫາລັກກິນຈຳພວກເປັດ ໄກ່ ຫມາ ແມວ ຂອງຊາວບ້ານ ຫລືບາງເທື່ອກໍກິນຮອດ...ເດັກນ້ອຍ.!
ລັກສະນະຂອງຜີກ່ອງກ່ອຍຈະມີຮູບຮ່າງຄ້າຍຄືຄົນ ນ້ອຍຈ່ອຍຜອມ ຜິວຊີດເຫລືອງ ໃບຫນ້າມອມແມມ ລີບແຫລມ ຜົມຫຍຸ້ງເຫຍີງລຸງລັງ ອັນສຳຄັນຄື ປາຍຕີນປີ້ນກັບໄປທາງຫລັງ ສົ້ນຕີນຢູ່ທາງຫນ້າ ສະນັ້ນ ເວລາຍ່າງຈຶ່ງມີຮອຍຕີນຄືກັບຄົນຍ່າງຖອຍຫລັງ. ເວລາອອກຫາກິນເດິກໆ ມັນຈະສົ່ງສຽງຮ້ອງແຫລມໆວ່າ " ກ່ອຍ ກ່ອຍ ກ່ອຍ ... " ເມື່ອມັນຫິວແຮງ ຈະຮ້ອງວ່າ " ກ໋ອຍ ກ໋ອຍ ກ໋ອຍ... "ບາດຖີ່ໆ ແຕ່ຖ້າມັນລົງທ້າຍດ້ວຍ "ກ໋ອກ" ຫມາຍວ່າມັນຫິວຢ່າງສຸດຂະຫນາດແລ້ວ ແລະໃຫ້ໝັ່ນຫລຽວເບິ່ງທ້ອງເຈົ້າຂອງເອງວ່າໃສ້ຍັງເຫລືອຢູ່ບໍ່. ຜີກ່ອງກ່ອຍມັກເວົ້າກັບໜ້າກັບຫລັງກົງກັນຂ້າມກັບສິ່ງທີ່ມັນຢາກສື່ຄວາມຫມາຍ ຄືເວົ້າຂາວຈະຫມາຍເຖິງດຳ, ວ່າຊິໄປບຶດດຽວ ກໍຫມາຍເຖິງຕ້ອງໄປເປັນເວລາດົນນານ. ມັນຈະມີລິດເດດຫລາຍຢ່າງ ເຊ່ັນຈະແລ່ນໄວປານສາຍລົມ ມີພະລະກຳລັງແຂງແຮງປານຍັກປານໂຂ. ຜີກ່ອງກ່ອຍມີຈຸດອ່ອນຄື ຢ້ານຫວຽດ ຄັນແມ່ນມັນໄດ້ຍິນສຽງພາສາຫວຽດ ມັນກໍຈະແລ່ນຫນີຢ່າງບໍ່ມີທີບຢູ່ ດ່ັງນັ້ນ ເພື່ອປ້ອງກັນການຜະເຊີນຫນ້າກັບຜີກ່ອງກ່ອຍ ເຮົາຕ້ອງໄດ້ຝຶກເວົ້າພາສາຫວຽດ ຢ່າງຫນ້ອຍກໍຕ້ອງໃຫ້ໄດ້ຄຳວ່າ "ດີເດົາ ດີເດືອກ... ດີເດົາດີເຫັດ ດີເຈັດຄົງດີ ..." ..... ຫລານນອນລະຫວາ... ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ໋າ ຂ້ອຍຕົກໃຈຮູບ