ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » 10 ສັນຍານທີ່ບົ່ງບອກວ່າທ່ານຖືພາຫລືບໍ່?

໓ ກະທູ້
໑໖໘ ໂພສ
ນັກການກະທູ້



1. ມີເລືອດໄຫລກະປິດກະປ໋ອດອອກຈາກຊ່ອງຄອດ ຫລື ປວດເກງທີ່ມົດລູກ
ເມື່ອໄລຍະຜ່ານໄປເຄິ່ງໜຶ່ງຂອງຊ່ວງຮອບເດືອນ ຄືຫລັງຈາກໝົດປະຈຳເດືອນໄປແລ້ວ ປະມານ 8-10 ວັນ ແລະ ຮອດກຳນົດມີປະຈຳເດືອນຄັ້ງຕໍ່ໄປ ເຊິ່ງອາດຈະພົບເຫັນເລືອດໄຫລກະປິດປ໋ອດ ອອກມາຈາກຊ່ອງຄອດເປັນຈຸດສີຊົມພູ ຈາງໆ ເນື່ອງຈາກໃນເວລານັ້ນໂຕອ່ອນກຳລັງຝັງໂຕເຂົ້າກັບຜະໜັງມົດລູກ ເລືອດທີ່ເກີດຈາກໄຂ່ຝັງໂຕນີ້ແມ່ນແຕກຕ່າງ ຈາກເລືອດປະຈຳເດືອນທີ່ມີສີອ່ອນ ແລະ ມີປະລິມານໜ້ອຍຫລາຍ ໃນເວລາທີ່ເລືອດປະຈຳເດືອນຈະມີສີແດງເຂັ້ມ ມີປະລິມານຫລາຍ ແລະ ມີຮູບແບບການມາທີ່ແນ່ນອນ ຄື: ມານ້ອຍ ມາຫລາຍ, ມາຫລາຍ ມາໜ້ອຍ, ມົດລູກເກງໂຕກໍ່ເປັນອາການອີກຢ່າງໜື່ງທີ່ພົບເຫັນຫລາຍໃນຊ່ວງໄລຍະທຳອິດຂອງການຖືພາ ເຊິ່ງທ່ານຍິງຈະມີອາການຫົດເກງຂອງມົດລູກຄືກັນກັບເວລາມີປະຈຳເດືອນ ຈົນກວ່າຮອດເວລາທີ່ໂຕອ່ອນຈະຝັງໂຕໄດ້ ຕຳແໜ່ງທີ່ກະດູກເຊີງກຣານ (ກະດູກບັ້ນທ້າຍ) ສາມາດຮອງຮັບໄດ້ ໃນໄລຍະ 3-6 ເດືອນທຳອິດ ອາການປວດເກງ
ມົດລູກນີ້ຈະເປັນຢູ່ຕະຫລອດ ແລະ ຈະເປັນຫລາຍຂື້ນເມື່ອເຮົາອອກກຳລັງກາຍ, ມີເພດສຳພັນ ຫລື ປ່ຽນອະຣິຍະບົດໃນບາງຄັ້ງ.
2. ອາການແພ້ທ້ອງ
ອາການນີ້ຈະເກີດຂຶ້ນໃນໄລຍະຕົ້ນໆ ຂອງການຖືພາ ຄືພາຍໃນ 5-10 ອາທິດ ຫລັງການຖືພາ ແລະ ຈະໝົດໄປ ເມື່ອຍ່າງເຂົ້າໄລຍະອາທິດທີ 16 ເຊິ່ງຈະມີອາການຄື່ນໄສ້, ປວດຮາກ, ວິນຫົວ ແລະ ມີນ້ຳລາຍຫລາຍກວ່າປົກກະຕິ ເຊິ່ງມັກເປັນຕອນເຊົ້າ, ອາການວິນຫົວເກີດຈາກຮ່າງກາຍຂອງແມ່ຍິງທີ່ມີປະລິຍາມເລືອດໄຫລວຽນຫລາຍຂຶ້ນ, ມີນ້ຳໜັກເພີ່ມຂຶ້ນ, ເຮັດໃຫ້ຫົວໃຈທຳງານໜັກ ແຕ່ເລືອດໄປລ້ຽງສະໝອງນ້ອຍລົງ ເນື່ອງຈາກເລືອດຈຳນວນຫລາຍໄດ້ຖູກກັກຢູ່ໃນຊ່ອງທ້ອງ ເພື່ອໃຊ້ລ້ຽງໂຕອ່ອນໃນຄັນ ນອກຈາກນີ້ໂຕອ່ອນໃນຄັນຍັງຕ້ອງການທາດເຫລັກຫລາຍ ບາງຄັ້ງກໍ່ບໍ່ພຽງພໍຕໍ່ຄວາມຕ້ອງການຂອງແມ່ ອີກທັງການຖືພາໄດ້ເຮັດໃຫ້ເກີດຄວາມດັນເລືອດ
ຕ່ຳລົງອີກ ຈຶ່ງກໍ່ໃຫ້ເກີດອາການວິນຫົວ ສ່ວນອາການຄື່ນໄສ້ປວດຮາກ ແມ່ນເປັນອາການທີ່ເກີດຈາກລະດັບຮໍຣ໌ໂມນ
ທີ່ສູງຂຶ້ນໄວ ອັນສົ່ງຜົນໂດຍກົງຕໍ່ກະເພາະອາຫານ
3. ຖ້ານເຕົ້ານົມມີສີເຂັ້ມຂຶ້ນກວ່າເກົ່າ
ໄລຍະຕົ້ນໆ ຂອງການຖືພາ ທ່ານອາດຄາດເດົາວ່າຈະມີຮອບເດືອນ ເຊິ່ງຈະສັງເກດເຫັນວ່າຖານຮອບໆ ຂອງຫົວນົມຈະເລີ່ມມີສີເຂັ້ມ ແລະ ຂະຫຍາຍວົງກວ້າງອອກຫລາຍຂຶ້ນ ເຊື່ອກັນວ່າສີເຂັ້ມນີ້ຈະຊ່ວຍໃຫ້ເດັກເກີດໃຫມ່ຫາຫົວນົມດູດໄດ້ງ່າຍ ນອກຈາກນີ້ ຍັງອາດສັງເກດເຫັນວ່າເສັ້ນເລືອດທີ່ບໍລິເວນເຕົ້ານົມກັບຕຸ່ມຮອບຫົວນົມນ້ອຍໆ ທີ່ກະຈາຍໄປຕາມຖ້ານນົມມີຈຳນວນ ແລະ ຂະໜາດທີ່ເພີ່ມຂຶ້ນກວ່າເກົ່າ ໂດຍຖ້ານເຕົ້ານົມຂ້າງໜຶ່ງຈະມີຕຸ່ມເຫລົ່ານີ້ປະມານ 4-28 ຕຸ່ມ
4. ຄັດ ແລະ ເຈັບໜ້າເອິກ ເຈັບຫົວນົມ
ໃນໄລຍະ 3 ອາທິດທຳອິດຂອງການຖືພາ (ຫລັງຈາກປະຈຳເດືອນຂາດໄປປະມານ 1 ອາທິດ) ທ່ານອາດຈະຮູ້ສຶກວ່າໜ້າເອິກບວມໃຫຍ່ຂຶ້ນ ຄືກັບຕອນທີ່ກຳລັງຈະມີຮອບເດືອນ ແຕ່ສຳຫລັບຜູ້ທີ່ຖືພາເຕົ້ານົມຈະຄັດຕຶງ ຫລາຍຂຶ້ນ ເພາະກຽມສ້າງນ້ຳນົມສຳລັບລ້ຽງລູກ ອາການນີ້ຈະເຊົາໄປຫລັງຈາກຖືພາຜ່ານໄປໄດ້ 12 ອາທິດ
5. ປັດສະວະຖີ່
ຫລັງຈາກປະຈຳເດືອນຂາດໄປ 1-2 ອາທິດ (ຫລືໃນໄລຍະ 3 ເດືອນທຳອິດ) ຈະພົບເຫັນວ່າປັດສະວະຖີ່ກວ່າປົກກະຕິ ເນື່ອງຈາກປະລິມານເລືອດໃນຮ່າງກາຍເພີ່ມຂຶ້ນ ແລະ ມົດລູກໃຫຍ່ຂຶ້ນ ຈຶ່ງຕ້ອງການເລືອດໄປລ້ຽງມົດລູກຫລາຍກວ່າປົກກະຕິ ເຊິ່ງເຮັດໃຫ້ໝາກໄຂ່ຫລັງກັ່ນຕອງປັດສະວະເພີ່ມຂຶ້ນ ຮ່າງກາຍຈຶ່ງປັບໂຕໃຫ້ມີເລືອດເພີ່ມຂຶ້ນ ຊີບພະຈອນເຕັ້ນໄວຂຶ້ນ ເພື່ອກະຕຸ້ນໃຫ້ເລືອດຜ່ານໝາກໄຂ່ຫລັງຫລາຍກວ່າເກົ່າ ສົ່ງຜົນໃຫ້ໝາກໄຂ່ຫລັງກັ່ນຕອງປັດສາວະອອກມາຫລາຍ ອີກເຫດຜົນໜຶ່ງຄື ລູກນ້ອຍໃນທ້ອງໄດ້ຂະຫຍາຍຕົວໄປກົດທັບກະເພາະປັດສະວະ ເຮັດໃຫ້ບັນຈຸປັດສະວະໄດ້ນ້ອຍລົງ ອາການນີ້ຜ່ານໄປ ແລະ ຈະນ້ອຍລົງຈົນຈືດຈາງໄປ ເພາະມົດລູກທີ່ຢູ່ສູງຂຶ້ນບໍ່ມາກົດທັບກະເພາະປັດສາວະ ແລະ ຈະເປັນອີກຄັ້ງເມື່ອໃກ້ເກີດລູກ
6. ເໝື່ອຍງ່າຍ
ອາການອ່ອນເພຍພົບເຫັນໄດ້ໃນໄລຍະ 8-10 ອາທິດທຳອິດຂອງການຖືພາ ເວລາຖືພາຮ່າງກາຍຈະປ່ຽນແປງລະບົບເມຕາບໍລິຊຶມ ເພື່ອປັບຮ່າງກາຍໃຫ້ເໝາະສົມກັບການຈະເຕີບໃຫຍ່ຂອງລູກນ້ອຍ ເຊິ່ງໂດຍສ່ວນໃຫຍ່ແລ້ວອາການເໝື່ອຍງ່າຍນີ້ຈະຫາຍໄປໃນອາທິດທີ 12
7. ທ້ອງຜູກ
ເຊິ່ງອາດພົບເຫັນວ່າທ້ອງໄສ້ຂອງທ່ານຜິດປົກກະຕິໃນໄລຍະທຳອິດຂອງການຖືພາ ຄວາມຜິດປົກກະຕິນັ້ນເກີດຈາກຮ່າງກາຍຜະລິດຮໍໂມນໂປຣເຈສເຕີໂຣນ ທີ່ມີລິດຫລຸດປະສິດທິພາບຂອງການຫົດໂຕລຳໄສ້ຫລຸດລົງອອກມາຫລາຍເກີນໄປໃນລະຫວ່າງຖືພາ
8. ອຸນະພູມຂອງຊ່ວງລຸ່ມຂອງຮ່າງກາຍສູງຂຶ້ນ
ເຊື່ອໄດ້ເລີຍວ່າທ່ານຈະເປັນແມ່ຄົນໃຫມ່ຢ່າງແນ່ນອນ ຖ້າອຸນຫະພູມຂອງຮ່າງກາຍຊ່ວງລຸ່ມເພີ່ມຂຶ້ນເລື້ອຍໆ ເຖິງແມ່ນວ່າຈະລ່ວງເວລາທີ່ປະຈຳເດືອນຄວນຈະມາແລ້ວ ການທີ່ອຸນະພູມຊ່ວງລຸ່ມຂອງຮ່າງກາຍສູງຂຶ້ນສະແດງວ່າ ໄຂ່ກຳລັງເດີນທາງໄປຕາມທໍ່ຮັງໄຂ່ໄປຝັງໂຕທີ່ມົດລູກ ເຊິ່ງກະບວນການນີ້ໃຊ້ເວລາປະມານ 1 ອາທິດ ນີ້ຄືຊ່ວງເວລາທີ່ຮ່າງກາຍຂອງທ່ານຮັບຮູ້ແລ້ວວ່າກຳລັງຖືພາ ເວລາທີ່ໄຂ່ເດີນທາງອອກມາເປັນເວລາທີ່ຜູ້ເປັນແມ່ສ່ວນໃຫຍ່ຈະພົບເຫັນວ່າອຸນະພູມຂອງລຳໂຕ ຊ່ວງລຸ່ມສູງຂຶ້ນເປັນຄັ້ງທີ່ 3 ຊຶ່ງຈະຫ່າງຈາກຄັ້ງທຳອິດປະມານ 7-12 ວັນ ແລະ ມີເລືອດຂັງຢູ່ທີ່ບໍລິເວນຊ່ວງລຸ່ມຫລາຍ ແລະ ການໄຫລວຽນຂອງເລືອດບໍ່ດີ ເຊິ່ງຈະຕ້ອງລະວັງເສັ້ນເລືອດໂປງຂື້ນ ເມື່ອບວກກັບອາການທ້ອງຜູກໄປນຳ ມັນອາດເຮັດໃຫ້ເປັນລິດສະດວງທະວານໄດ້
9. ປະຈຳເດືອນຂາດ
ຖ້າຮ່າງກາຍປົກກະຕິດີ ນີ້ອາດຈະເປັນສັນຍານທຳອິດທີ່ເປັນເກນບອກເຖິງວ່າທ່ານກຳລັງຖືພາ ຖ້າປະຈຳເດືອນຂາດ ແລະ ມີອາການຢ່າງໃດໜຶ່ງທີ່ກ່າວມາທັງໝົດນີ້ ທ່ານກໍ່ສາມາດໝັ້ນໃຈໄດ້ໂດຍບໍ່ຕ້ອງທົດສອບເລີຍ
10. ຜົນການທົດສອບໃນການຖືພາທີ່ເປັນບວກ
ຖ້າປະຈຳເດືອນຂາດຫາຍໄປ ແລະທ່ານຍາກຮູ້ວ່າຖືພາຫລືບໍ່ ການທົດສອບດ້ວຍນໍ້າປັດສະວະຈະຖືກຕ້ອງທີ່ສຸດ ໃນຊ່ວງ 10-14 ວັນຫລັງຈາກປະຕິສົນທິ ຖ້າບໍ່ຢາກລໍຖ້າຈົນເຖິງເວລາທີ່ປະຈຳເດືອນຂາດບໍ່ໄດ້ ການທົດສອບການຖືພາດ້ວຍເລືອດຈະມີຜົນໃນຊ່ວງວັນທີ 8-10 ຫລັງການປະຕິສົນທິ ໃຫ້ຄິດໄວ້ເລີຍວ່າຜົນການທົດສອບການຖືພາບໍ່ໄດ້ຖືກຕ້ອງເຖິງ 100% ສະເໝີໄປ ເຖິງຈະເປັນການທົດສອບຈາກເລືອດກໍ່ຕາມ ຖ້າທ່ານໄດ້ຜົນອອກມາເປັນລົບ ແຕ່ຍັງຮູ້ສຶກວ່າຕົນເອງຍັງຖືພາຢູ່ ໃຫ້ລອງທົດສອບໃຫມ່ຫລັງຈາກນັ້ນອີກ 1 ອາທິດ.
ແລ້ວຢ່າລືມບອກຂ່າວດີໃຫ້ຄົນທີ່ຄອຍເປັນຫວ່ງເປັນໃຍທ່ານເດີລະ!
* ຄັດຈາກ: ເວບ ມະຫາສານ.ຄອມ, ເວບ ມະຫາສານ.ຄອມ ຄັດມາຈາກ ກະປຸກ.ຄອມ ອີກທອດໜຶ່ງ ວັນທີ 05-03-2008


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວຫຼາຍ