ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງເບີ່ງນຳກັນເນາະກອບປີມາຈາກ shared Mahason Magazine's photo.
ພົບເຫັນລາຍຈ່າຍງົບປະມານທີ່ບໍ່ນອນໃນແຜນ ຫຼາຍກວ່າ 4 ພັນຕື້ກີບ

ວັນທີ 6 ມັງກອນ 2014 ນີ້ ທີ່ອົງການກວດສອບແຫ່ງລັດ ທ່ານ ດຣ. ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ຊຶ່ງທ່ານໄດ້ກ່າວວ່າ: ອົງການກວດສອບແຫ່ງລັດ ມີພາລະບົດບາດດຳເນີນການກວດສອບ ອົງການຈັດຕັ້ງທີ່ນຳໃຊ້ງົບປະມານແຫ່ງລັດ ຂອງສົກປີງົບປະມານແຕ່ລະປີ.

ເພື່ອຢືນຢັນຄວາມຖືກຕ້ອງ ຂອງເອກະສານລາຍງານການເງິນ ຄວາມສອດຄ່ອງທາງດ້ານລະບຽບກົດໝາຍ ແລະ ການຄຸ້ມຄອງການນຳໃຊ້ທຶນຮອນຂອງລັດ ຢູ່ບັນດາຫົວໜ່ວຍງົບປະມານ ຫົວໜ່ວຍທຸລະກິດ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກຳໄລ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ປະຢັດ ອົງການກວດສອບແຫ່ງລັດ ໄດ້ສັງລວມຜົນກວດສອບ ບົດສະຫຼຸບຕົວເລກຂາດຕົວງົບປະມານສົກປີ ຕໍ່ກອງປະຊຸມສະພາແຫ່ງຊາດ ປະຕິບັດຕາມມາດຕາ 18 ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ກ່ຽວກັບການເປີດເຜີຍການກວດສອບ ພາຍຫຼັງທີ່ໄດ້ລາຍງານຜົນການກວດສອບແຫ່ງລັດ ຕໍ່ກອງປະຊຸມສະພາແຫ່ງຊາດ ສັ້ນໃນລະຫວ່າງວັນທີ 9 ແລະ 12 ທັນວາ 2013 ຜ່ານມາ ອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການກວດສອບ ບົດສະຫຼຸບຕົວເລກຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2011-2012 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 7 ຊຶ່ງມີລາຍລະອຽດດັ່ງນີ້:

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2011-2012 ໄດ້ຈັດຕັ້ງປະຕິບັດເປັນປີທີ 2 ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ໃນສົກປີ 2012-2013 ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ສົກປີ 2011-2012 ໄດ້ຈຳນວນ 73 ຫົວໜ່ວຍ ເທົ່າກັບ 90,12% ຂອງແຜນການໃນນັ້ນ: ໄດ້ກວດສອບບັນດາອົງການຈັດຕັ້ງລັດ 30 ຫົວໜ່ວຍ ບັນດາໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ 23 ຫົວໜ່ວຍ ບັນດາທະນາຄານ ແລະ ວິສາຫະກິດລັດ 20 ຫົວໜ່ວຍ.

ດ້ານລາຍຮັບງົບປະມານແຫ່ງລັດ: ການຈັດຕັ້ງປະຕິບັດລາຍຮັບງົບປະມານຂາດຕົວ ສົກປີ 2011-2012 ຕາມແຜນການສົກປີຈຳນວນ 15.763,53 ຕື້ກີບ ປະຕິບັດໄດ້ 17.263,23 ຕື້ກີບ ເທົ່າກັບ 109,51% ຂອງແຜນການສົກປີ.

ດ້ານລາຍຈ່າຍງົບປະມານແຫ່ງລັດ: ການຈັດຕັ້ງປະຕິບັດລາຍຈ່າຍງົບປະມານຂາດຕົວ ໃນສົກປີ 2011-2012 ຕາມແຜນການສົກປີຈຳນວນ 18.977,47 ຕື້ກີບ ປະຕິບັດໄດ້ 19.115,06 ຕື້ກີບ ເທົ່າກັບ 100,73% ຂອງແຜນການປີ ດຸ່ນດ່ຽງງົບປະມານຂາດຕົວ ປະຕິບັດໄດ້ 3.541,29 ຕື້ກີບ ເທົ່າກັບ 100,22% ຂອງແຜນການສົກປີ ຂາດດຸນງົບປະມານທັງໝົດ 1.851,83 ຕື້ກີບ ຫຼື ເທົ່າກັບ 2,63% ຂອງຜະລິດຕະພັນພາຍໃນ (GDP).

ຜົນການກວດສອບຢູ່ບັນດາກະຊວງ ອົງການ ນະຄອນຫຼວງ ບັນດາແຂວງ ໂຄງການ ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ທະນາຄານ ແລະ ວິສາຫະກິດລັດ: ດ້ານລາຍຮັບ ອົງການການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບ ແລະ ເຫັນໄດ້ທ່າແຮງໃນການເກັບລາຍຮັບເຂົ້າງົບປະມານ ມີທ່າອ່ຽງເພີ່ມຂຶ້ນແຕ່ລະປີ ເປັນຕົ້ນລາຍຮັບວິຊາການ ລາຍຮັບພາສີ-ອາກອນ ລາຍຮັບສ່ວຍສາອາກອນ ລາຍຮັບຊັບສິນ ລາຍຮັບຈາກການລະດົມທຶນ ໃນສົກປີ 2011-2012 ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຮັບເພີ່ມອີກຈຳນວນ 449,84 ຕື້ກີບ ໃນນັ້ນ ດ້ານລາຍຈ່າຍ ນອກຈາກງົບປະມານແຫ່ງລັດ ທີ່ໄດ້ສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານ ຈຳນວນ 19.115,06 ຕື້ກີບ ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຈ່າຍງົບປະມານແຫ່ງລັດຕື່ມ ທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງ ຈຳນວນ 4.242,72 ຕື້ກີບ ຂາດດຸນງົບປະມານ ຕາມຜົນກວດສອບເຫັນເພີ່ມ ຈຳນວນ 3.805,30 ຕື້ກີບ ໃນນັ້ນ ຕົວເລກຂາດດຸນຕາມຫຼັກການບັນຊີກະແສລາຍຮັບ-ລາຍຈ່າຍເງິນສົດຕົວຈິງ ມີຈຳນວນ 2.741,41 ຕື້ກີບ ເທົ່າກັບ 5,91% ຂອງ GDP ດ້ານຊັບສິນ ມີບັນຊີເງິນຝາກສະເພາະ ທີ່ບໍ່ໄດ້ນອນໃນລະບົບຄັງເງິນແຫ່ງຊາດ ຜົນການກວດສອບມີຈຳນວນຍອດເຫຼືອໃນບັນຊີ 107,54 ຕື້ກີບ ຍັງມີໜີ້ຕ້ອງຮັບສ່ວຍສາອາກອນ ແລະ ຊັບສິນທີ່ຫົວໜ່ວຍທຸລະກິດ ບໍ່ໄດ້ມອບເຂົ້າງົບປະມານທັນຕາມກຳນົດເວລາ ແລະ ບໍ່ໄດ້ສະຫຼຸບເຂົ້າໃນບົດສະຫຼຸບ ການກວດນັບບັນຊີທ້າຍປີຈຳນວນ 261,31 ຕື້ກີບ.

ຜ່ານຜົນກວດສອບເຫັນເພີ່ມ ລາຍຮັບ ແລະ ມີລາຍຈ່າຍ ອົງການກວດສອບແຫ່ງລັດ ເຫັນໄດ້ຂໍ້ຄົງຄ້າງບາງຫົວໜ່ວຍງົບປະມານດັ່ງນີ້: ກ່ຽວກັບການຈັດວາງການຄວມຄຸມພາຍໃນ ດ້ານການບັນຊີແຫ່ງລັດ ແລະ ການບັນຊີຂອງບາງວິສາຫະກິດລັດ ຍັງບໍ່ທັນຮັດກຸມ ການເກັບມ້ຽນເອກະສານຢັ້ງຢືນການບັນຊີ ຍັງບໍ່ເປັນລະບົບ ການສ້າງແຜນລາຍຮັບ-ລາຍຈ່າຍງົບປະມານບາງຫົວໜ່ວຍງົບປະມານບໍ່ລະອຽດ ແລະ ແທດເໝາະກັບຄວາມອາດສາມາດ ໃນການຈັດເກັບລາຍຮັບຕົວຈິງຂອງຂະແໜງການຕົນ ການຄຸ້ມຄອງຂຶ້ນທະບຽນຊັບສິນຂອງລັດ ຂະແໜງຄຸ້ມຄອງຊັບສິນຂອງລັດ ບໍ່ໄດ້ດຳເນີນການກວດກາຢ່າງຄົບຖ້ວນ ຕາມຈຳນວນຊັບສິນທີ່ມີຕົວຈິງ ການຄຸ້ມຄອງເງິນຂາຍໄມ້ຢຶດ ບໍ່ໄດ້ມອບເຂົ້າງົບປະມານຄົບຖ້ວມ ຍັງມີຊ່ອງຫວ່າງໃນການປະຕິບັດນິຕິກຳລຸ່ມກົດໝາຍ ກ່ຽວກັບການໃຊ້ຈ່າຍເງິນບໍລິຫານຂອງຫົວໜ່ວຍທຸລະກິດລັດ ມີລັກສະນະເກື້ອກຸນ ຟູມເຟື້ອຍ ບໍ່ສົມເຫດສົມຜົນ ກັບປະສິດທິຜົນຂອງການດຳເນີນທຸລະກິດ ເຮັດໃຫ້ມີຜົນກະທົບຕໍ່ການມອບພັນທະເຂົ້າງົບປະມານແຫ່ງລັດ ແລະ ການຂະຫຍາຍຕົວທຸລະກິດຂອງຕົນ ມີຫົວໜ່ວຍງົບປະມານຈຳນວນໜຶ່ງ ຍັງຖືເບົາສະຕິເຄົາລົບລະບຽບກົດໝາຍ.

ຜ່ານການສັງລວມທີ່ກ່າວມານັ້ນ ອົງການກວດສອບແຫ່ງລັດ ຈຶ່ງໄດ້ສະເໜີມາດຕະການ ເພື່ອໃຫ້ບັນດາຫົວໜ່ວຍງົບປະມານແຫ່ງລັດ ວິສາຫະກິດລັດ ແລະ ກອງທຶນ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແກ້ໄຂຂໍ້ຄົງຄ້າງທີ່ລະເມີດວິໄນແຜນ-ການເງິນ.

ຂອບໃຈຂ່າວຈາກ ວຽງຈັນໃໝ່
ພົບເຫັນລາຍຈ່າຍງົບປະມານທີ່ບໍ່ນອນໃນແຜນ ຫຼາຍກວ່າ 4 ພັນຕື້ກີບ ວັນທີ 6 ມັງກອນ 2014 ນີ້ ທີ່ອົງການກວດສອບແຫ່ງລັດ ທ່ານ ດຣ. ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ຊຶ່ງທ່ານໄດ້ກ່າວວ່າ: ອົງການກວດສອບແຫ່ງລັດ ມີພາລະບົດບາດດຳເນີນການກວດສອບ ອົງການຈັດຕັ້ງທີ່ນຳໃຊ້ງົບປະມານແຫ່ງລັດ ຂອງສົກປີງົບປະມານແຕ່ລະປີ. ເພື່ອຢືນຢັນຄວາມຖືກຕ້ອງ ຂອງເອກະສານລາຍງານການເງິນ ຄວາມສອດຄ່ອງທາງດ້ານລະບຽບກົດໝາຍ ແລະ ການຄຸ້ມຄອງການນຳໃຊ້ທຶນຮອນຂອງລັດ ຢູ່ບັນດາຫົວໜ່ວຍງົບປະມານ ຫົວໜ່ວຍທຸລະກິດ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກຳໄລ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ປະຢັດ ອົງການກວດສອບແຫ່ງລັດ ໄດ້ສັງລວມຜົນກວດສອບ ບົດສະຫຼຸບຕົວເລກຂາດຕົວງົບປະມານສົກປີ ຕໍ່ກອງປະຊຸມສະພາແຫ່ງຊາດ ປະຕິບັດຕາມມາດຕາ 18 ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ກ່ຽວກັບການເປີດເຜີຍການກວດສອບ ພາຍຫຼັງທີ່ໄດ້ລາຍງານຜົນການກວດສອບແຫ່ງລັດ ຕໍ່ກອງປະຊຸມສະພາແຫ່ງຊາດ ສັ້ນໃນລະຫວ່າງວັນທີ 9 ແລະ 12 ທັນວາ 2013 ຜ່ານມາ ອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການກວດສອບ ບົດສະຫຼຸບຕົວເລກຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2011-2012 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 7 ຊຶ່ງມີລາຍລະອຽດດັ່ງນີ້: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2011-2012 ໄດ້ຈັດຕັ້ງປະຕິບັດເປັນປີທີ 2 ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ໃນສົກປີ 2012-2013 ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ສົກປີ 2011-2012 ໄດ້ຈຳນວນ 73 ຫົວໜ່ວຍ ເທົ່າກັບ 90,12% ຂອງແຜນການໃນນັ້ນ: ໄດ້ກວດສອບບັນດາອົງການຈັດຕັ້ງລັດ 30 ຫົວໜ່ວຍ ບັນດາໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ 23 ຫົວໜ່ວຍ ບັນດາທະນາຄານ ແລະ ວິສາຫະກິດລັດ 20 ຫົວໜ່ວຍ. ດ້ານລາຍຮັບງົບປະມານແຫ່ງລັດ: ການຈັດຕັ້ງປະຕິບັດລາຍຮັບງົບປະມານຂາດຕົວ ສົກປີ 2011-2012 ຕາມແຜນການສົກປີຈຳນວນ 15.763,53 ຕື້ກີບ ປະຕິບັດໄດ້ 17.263,23 ຕື້ກີບ ເທົ່າກັບ 109,51% ຂອງແຜນການສົກປີ. ດ້ານລາຍຈ່າຍງົບປະມານແຫ່ງລັດ: ການຈັດຕັ້ງປະຕິບັດລາຍຈ່າຍງົບປະມານຂາດຕົວ ໃນສົກປີ 2011-2012 ຕາມແຜນການສົກປີຈຳນວນ 18.977,47 ຕື້ກີບ ປະຕິບັດໄດ້ 19.115,06 ຕື້ກີບ ເທົ່າກັບ 100,73% ຂອງແຜນການປີ ດຸ່ນດ່ຽງງົບປະມານຂາດຕົວ ປະຕິບັດໄດ້ 3.541,29 ຕື້ກີບ ເທົ່າກັບ 100,22% ຂອງແຜນການສົກປີ ຂາດດຸນງົບປະມານທັງໝົດ 1.851,83 ຕື້ກີບ ຫຼື ເທົ່າກັບ 2,63% ຂອງຜະລິດຕະພັນພາຍໃນ (GDP). ຜົນການກວດສອບຢູ່ບັນດາກະຊວງ ອົງການ ນະຄອນຫຼວງ ບັນດາແຂວງ ໂຄງການ ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ທະນາຄານ ແລະ ວິສາຫະກິດລັດ: ດ້ານລາຍຮັບ ອົງການການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບ ແລະ ເຫັນໄດ້ທ່າແຮງໃນການເກັບລາຍຮັບເຂົ້າງົບປະມານ ມີທ່າອ່ຽງເພີ່ມຂຶ້ນແຕ່ລະປີ ເປັນຕົ້ນລາຍຮັບວິຊາການ ລາຍຮັບພາສີ-ອາກອນ ລາຍຮັບສ່ວຍສາອາກອນ ລາຍຮັບຊັບສິນ ລາຍຮັບຈາກການລະດົມທຶນ ໃນສົກປີ 2011-2012 ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຮັບເພີ່ມອີກຈຳນວນ 449,84 ຕື້ກີບ ໃນນັ້ນ ດ້ານລາຍຈ່າຍ ນອກຈາກງົບປະມານແຫ່ງລັດ ທີ່ໄດ້ສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານ ຈຳນວນ 19.115,06 ຕື້ກີບ ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຈ່າຍງົບປະມານແຫ່ງລັດຕື່ມ ທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງ ຈຳນວນ 4.242,72 ຕື້ກີບ ຂາດດຸນງົບປະມານ ຕາມຜົນກວດສອບເຫັນເພີ່ມ ຈຳນວນ 3.805,30 ຕື້ກີບ ໃນນັ້ນ ຕົວເລກຂາດດຸນຕາມຫຼັກການບັນຊີກະແສລາຍຮັບ-ລາຍຈ່າຍເງິນສົດຕົວຈິງ ມີຈຳນວນ 2.741,41 ຕື້ກີບ ເທົ່າກັບ 5,91% ຂອງ GDP ດ້ານຊັບສິນ ມີບັນຊີເງິນຝາກສະເພາະ ທີ່ບໍ່ໄດ້ນອນໃນລະບົບຄັງເງິນແຫ່ງຊາດ ຜົນການກວດສອບມີຈຳນວນຍອດເຫຼືອໃນບັນຊີ 107,54 ຕື້ກີບ ຍັງມີໜີ້ຕ້ອງຮັບສ່ວຍສາອາກອນ ແລະ ຊັບສິນທີ່ຫົວໜ່ວຍທຸລະກິດ ບໍ່ໄດ້ມອບເຂົ້າງົບປະມານທັນຕາມກຳນົດເວລາ ແລະ ບໍ່ໄດ້ສະຫຼຸບເຂົ້າໃນບົດສະຫຼຸບ ການກວດນັບບັນຊີທ້າຍປີຈຳນວນ 261,31 ຕື້ກີບ. ຜ່ານຜົນກວດສອບເຫັນເພີ່ມ ລາຍຮັບ ແລະ ມີລາຍຈ່າຍ ອົງການກວດສອບແຫ່ງລັດ ເຫັນໄດ້ຂໍ້ຄົງຄ້າງບາງຫົວໜ່ວຍງົບປະມານດັ່ງນີ້: ກ່ຽວກັບການຈັດວາງການຄວມຄຸມພາຍໃນ ດ້ານການບັນຊີແຫ່ງລັດ ແລະ ການບັນຊີຂອງບາງວິສາຫະກິດລັດ ຍັງບໍ່ທັນຮັດກຸມ ການເກັບມ້ຽນເອກະສານຢັ້ງຢືນການບັນຊີ ຍັງບໍ່ເປັນລະບົບ ການສ້າງແຜນລາຍຮັບ-ລາຍຈ່າຍງົບປະມານບາງຫົວໜ່ວຍງົບປະມານບໍ່ລະອຽດ ແລະ ແທດເໝາະກັບຄວາມອາດສາມາດ ໃນການຈັດເກັບລາຍຮັບຕົວຈິງຂອງຂະແໜງການຕົນ ການຄຸ້ມຄອງຂຶ້ນທະບຽນຊັບສິນຂອງລັດ ຂະແໜງຄຸ້ມຄອງຊັບສິນຂອງລັດ ບໍ່ໄດ້ດຳເນີນການກວດກາຢ່າງຄົບຖ້ວນ ຕາມຈຳນວນຊັບສິນທີ່ມີຕົວຈິງ ການຄຸ້ມຄອງເງິນຂາຍໄມ້ຢຶດ ບໍ່ໄດ້ມອບເຂົ້າງົບປະມານຄົບຖ້ວມ ຍັງມີຊ່ອງຫວ່າງໃນການປະຕິບັດນິຕິກຳລຸ່ມກົດໝາຍ ກ່ຽວກັບການໃຊ້ຈ່າຍເງິນບໍລິຫານຂອງຫົວໜ່ວຍທຸລະກິດລັດ ມີລັກສະນະເກື້ອກຸນ ຟູມເຟື້ອຍ ບໍ່ສົມເຫດສົມຜົນ ກັບປະສິດທິຜົນຂອງການດຳເນີນທຸລະກິດ ເຮັດໃຫ້ມີຜົນກະທົບຕໍ່ການມອບພັນທະເຂົ້າງົບປະມານແຫ່ງລັດ ແລະ ການຂະຫຍາຍຕົວທຸລະກິດຂອງຕົນ ມີຫົວໜ່ວຍງົບປະມານຈຳນວນໜຶ່ງ ຍັງຖືເບົາສະຕິເຄົາລົບລະບຽບກົດໝາຍ. ຜ່ານການສັງລວມທີ່ກ່າວມານັ້ນ ອົງການກວດສອບແຫ່ງລັດ ຈຶ່ງໄດ້ສະເໜີມາດຕະການ ເພື່ອໃຫ້ບັນດາຫົວໜ່ວຍງົບປະມານແຫ່ງລັດ ວິສາຫະກິດລັດ ແລະ ກອງທຶນ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແກ້ໄຂຂໍ້ຄົງຄ້າງທີ່ລະເມີດວິໄນແຜນ-ການເງິນ. ຂອບໃຈຂ່າວຈາກ ວຽງຈັນໃໝ່

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະເລີນ ເງິນຈຳນວນນັ້ນ ສ້າງທຶນສິ່ງເປັນປະໂຫຍດຕໍ່ຊາດ ແລະ ສ່ວນລວມຄືຊິຈະເລີນຫຼາຍ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຈະເລີນ ເງິນຈຳນວນນັ້ນ ສ້າງທຶນສິ່ງເປັນປະໂຫຍດຕໍ່ຊາດ ແລະ ສ່ວນລວມຄືຊິຈະເລີນຫຼາຍ


ແມ່ນໆຄວາມ ສາວ ພາສຸກ ວ່າມາຫັ້ນລະ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ລອງເບີ່ງນຳກັນເນາະກອບປີມາຈາກ shared Mahason Magazine's photo.
ພົບເຫັນລາຍຈ່າຍງົບປະມານທີ່ບໍ່ນອນໃນແຜນ ຫຼາຍກວ່າ 4 ພັນຕື້ກີບ
...



ພົບເຫັນລາຍຈ່າຍງົບປະມານທີ່ບໍ່ນອນໃນແຜນ ຫຼາຍກວ່າ 4 ພັນຕື້ກີບ ໄດ້ອ່ານແລ້ວເຈັບແຂ້ວແມງທັນທີ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
4 ພັນຕື້ກີບ ເຂົ້າໃຈວ່າແມ່ນ 4,000,000,000,000 LAK = 500,000,000 $
ເທົ່າກັບຄັງເງິນສົດຂອງປະເທດເລີຍ.....ສ້າງໂຮງຮຽນໄດ້ ຕົວຢ່າງໄລ່ຫລັງລະ 50,000 $ ໄດ້ 10,000 ຫລັງ


໒ ກະທູ້
໒໒໑ ໂພສ
ນັກການກະທູ້


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ລອງເບີ່ງນຳກັນເນາະກອບປີມາຈາກ shared Mahason Magazine's photo.
ພົບເຫັນລາຍຈ່າຍງົບປະມານທີ່ບໍ່ນອນໃນແຜນ ຫຼາຍກວ່າ 4 ພັນຕື້ກີບ
...



ພົບເຫັນລາຍຈ່າຍງົບປະມານທີ່ບໍ່ນອນໃນແຜນ ຫຼາຍກວ່າ 4 ພັນຕື້ກີບ ໄດ້ອ່ານແລ້ວເຈັບແຂ້ວແມງທັນທີ

ອ່ານແລ້ວເຈັບຕັບກັບບາດ ເລີຍ

ຮັກແທ້ຄືແມ່

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ລອງເບີ່ງນຳກັນເນາະກອບປີມາຈາກ shared Mahason Magazine's photo.
ພົບເຫັນລາຍຈ່າຍງົບປະມານທີ່ບໍ່ນອນໃນແຜນ ຫຼາຍກວ່າ 4 ພັນຕື້ກີບ
...



ພົບເຫັນລາຍຈ່າຍງົບປະມານທີ່ບໍ່ນອນໃນແຜນ ຫຼາຍກວ່າ 4 ພັນຕື້ກີບ ໄດ້ອ່ານແລ້ວເຈັບແຂ້ວແມງທັນທີ

ອ່ານແລ້ວເຈັບຕັບກັບບາດ ເລີຍ


ຈົນບໍ່ຢາກເຊື່ອວ່າມັນຫລາຍປານນັ້ນ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າວ....ເງີນເງີນເງີນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫໃຍບໍ່ເຕັມ ໃຫ້ນ້ອຍລົ້ນ


໑໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
2.741,41 ຕື້ກີບ ຂ້ອຍເຂົ້າໃຈວ່າ ສອງຈຸດເຈັດຕື້ກວ່າກີບ ຊິຖຶກຢູ່ບໍນິ ຫຼືວ່າ ສອງພັນເຈັດຮ້ອຍສີ່ສິບເອັດ ຕື້ ກີບ


໐ ກະທູ້
໓໑ ໂພສ
ຂາປະຈຳເວັບບອດ
hua taek .... so much


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະເລີນ

★★★★★★★★

໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
Laos PDR only