ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຕຳຫຼວດຢັດຂໍ້ຫາຄ້າອາວຸດໃສ່ແມ່ຄ້າ

໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເບິ່ງແລ້ວຟັງດີໆໃນວິນາທີທີ່ 00:48 ຕຳຫຼວດເວົ້າວ່າ "ຈົດໃສ່ນີ້ລົດວ່ານາງນີ້ມັນຄ້າອາວຸດ ມີບັນຫາຫຍັງລະແມ່ນຈັບນາງນີ້ໂລດເດີ້ ຂຽນໃສ່ເລີດມີບັນຫາຫຍັງມາໃຫ້ຈັບນາງນີ້ກ່ອນ" ພວກທ່ານຄິດວ່າຈັ່ງໃດກັບການຢັດຂໍ້ຫາໃຫ້ປະຊາຊົນທັ້ງໆທີ່ບໍ່ມີຫຼັກຖານ ຫຼື ພະຍານທີ່ຈະສາມາດບົ່ງບອກໄດ້ວ່າແມ່ຄ້າຄົນນັ້ນຄ້າອາວຸ ເບິ່ງແລ້ວຊ່ວຍແຊ່ວິດີໂອນີ້ແນ່ເດີ້ປະຊາຊົນລາວ(ໂດຍສະເພາະຄົນທຸກ)ຈຶ່ງບໍ່ຖືກເອົາປຽບໄປຫຼາຍກວ່ານີ້

https://www.facebook.com/photo.php?v=246598492210682


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຕິດຕາມຕອນຕໍ່ໄປ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງລະງົງ ແມ່ຄ້າຖາມຄຳຖາມວ່າລາວສິໄປເງິນ ຄ່າຫ້ອງຢູ່ໃສ ຜູ້ເປັນຕຳຫລວດລະວ່າ ເຫັນບໍ່ນີ້ຂ້ອຍໃສ່ເຄື່ອງຫຍັງຢູ່?? ອັນແນວນີ້ມັນກະເວົ້າເນາະແທນທີ່ສິຕອບຄຳຖາມເຂົາໄປ ພັດມາຖາມແນວເສຍເສັ້ນຄືນ

ມັນແມ່ນອີ່ຫຍັງປະເທດລາວເຮົາ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555 ກຳລັງດັງລະເບີດໃນ FB ຕອນນີ້ກະຢາກຮູ້ຄືກັນວ່າທ້າວຕຳຫລວດຈໍລະຈອນມີສິດຫຍັງ?
ແລະອີຕາເຖົ້າເວົ້າບໍ່ສຸພາບກັບແມ່ຄ້ານັ້ນເຮັດວຽກຢູ່ໃສ ແມ໋ງມັນໃຊ້ສິດອຳນາດຂະຫນາດ ຖ້າຂ້ອຍແມ່ນແມ່ຄ້າຂາຍໝາກໄມ້ຫັ້ນຊິເອົາໝາກຂຽບຢັດໃສ່ປາກມັນສາ ມັນເອົາຕີນເບິ່ງຕາງໜ່ວຍຕາຕິເບາະວ່າຂາຍໝາກໄມ້ເປັນຄ້າອາວຸດ.
ເປັນຜູ້ຊາຍຈັ່ງໃດຕໍແຫລໂຄດໆ ລູກເມຍເພີ່ນຄືຊິພູມໃຈຂະຫນາດທີ່ມີຜົວ ມີພໍ່ແບບນີ້
ຝາກບອກແມ່ຄ້າໂລດວ່າ"ຈື່ປ້າຍລົດມັນໄວ້ ຮູ້ບ້ານ ຮູ້ເຮືອນຍິ່ງເປັນການດີເບິ່ງດຸຖ້າມັນຖືກຄຸກຄາມແບບນີ້ມັນຍັງຊິເກັ່ງອີກບໍມັນແຮງມາເຮົາກະຕ້ອງແຮງກັບ ຕີງູຕ້ອງຕີໃຫ້ດັບ ກ່ອນມັນຊິກັບມາດັບເຮົາ ເພາະຄຳເວົ້າຂອງມັນ ຂໍ້ຫາທີ່ມັນຢັດໃສ່ສ່ຳກັບມັນຂ້າເຮົາ ແລະຄົນທີ່ເຮົາຮັກ, ຄົນອ້ອມຂ້າງໃຫ້ຕາຍທັງເປັນແລ້ວ"


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
555 ກຳລັງດັງລະເບີດໃນ FB ຕອນນີ້ກະຢາກຮູ້ຄືກັນວ່າທ້າວຕຳຫລວດຈໍລະຈອນມີສິດຫຍັງ?
ແລະອີຕາເຖົ້າເວົ້າບໍ່ສຸພາບກັບແມ່ຄ້ານັ້ນເຮັດວຽກຢູ່ໃສ ແມ໋ງມັນໃຊ້ສິດອຳນາດຂະຫນາດ ຖ້າຂ້ອຍແມ່ນແມ່ຄ້າຂາຍໝາກໄມ້ຫັ້ນຊິເອົາໝາກຂຽບຢັດໃສ່ປາກມັນສາ ມັນເອົາຕີນເບິ່ງຕາງໜ່ວຍຕາຕິເບາະວ່າຂາຍໝາກໄມ້ເປັນຄ້າອາວຸດ.
ເປັນຜູ້ຊາຍຈັ່ງໃດຕໍແຫລໂຄດໆ ລູກເມຍເພີ່ນຄືຊິພູມໃຈຂະຫນາດທີ່ມີຜົວ ມີພໍ່ແບບນີ້
ຝາກບອກແມ່ຄ້າໂລດວ່າ"ຈື່ປ້າຍລົດມັນໄວ້ ຮູ້ບ້ານ ຮູ້ເຮືອນຍິ່ງເປັນການດີເບິ່ງດຸຖ້າມັນຖືກຄຸກຄາມແບບນີ້ມັນຍັງຊິເກັ່ງອີກບໍມັນແຮງມາເຮົາກະຕ້ອງແຮງກັບ ຕີງູຕ້ອງຕີໃຫ້ດັບ ກ່ອນມັນຊິກັບມາດັບເຮົາ ເພາະຄຳເວົ້າຂອງມັນ ຂໍ້ຫາທີ່ມັນຢັດໃສ່ສ່ຳກັບມັນຂ້າເຮົາ ແລະຄົນທີ່ເຮົາຮັກ, ຄົນອ້ອມຂ້າງໃຫ້ຕາຍທັງເປັນແລ້ວ"



ໃຈເຢັນໆໆທ່ານ Thy ຮາຮາຮາ ຢາກວ່າຮຸນແຮງ ເດີ້


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເສຍດາຍແຕ່ກ້ອງບໍ່ແຈ້ງປານໃດ ເຫັນໜ້າພວກຕຳຫຼວດບໍ່ແຈ້ງ ຢາກເຫັນໜ້າມັນແຈ້ງໆເຫວີຍຈະໄດ້ປະຈານມັນໃຫ້ສະໃຈ