ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເວົ້າເລື່ອງມືຖືຈີນ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ກ່ອນ ເຮົາເຄີຍຊື້ເຄື່ອງຈີນ ບໍ່ວ່າຈະເປັນເກີບ (ໃຊ້ໄວ້ໄປເຕະບານສອງສາມເທື່ອນີ້ລະ) ສົ້ງ ເສື້ອ ຖ້ວຍບ່ວງ ຫຼືຈະເປັນໂທລະສັບ ເຄຶື່ອງໃຊ້ໄຟຟ້າອື່ນໆ ທີ່ຫາຊື້ໄດ້ຢູ່ລາວເຮົາ, ໃຊ້ໄດ້ບໍ່ຮອດເດືອນກໍຖືວ່າເປັນຂອງຈີນທີ່ມີຄຸນນະພາບດີແລ້ວ. ແຕ່ດຽວນີ້ ເຮົາຮຽນຢູ່ຈີນ ເກືອບສີ່ປີແລ້ວ, ມາປີທຳອິດກະຊື້ມືຖືຈີນໃຊ້ເລີຍ ຈົນດຽວນີ້ກະຍັງໃຊ້ໜ່ວຍນັ້ັ້ນຢູ່, ເຮົາເລີຍຄິດແປກໃຈ ກະດຽວວ່າເຄື່ອງຈີນບໍ່ທົນປານນີ້ໜາ, ກະເລີຍລົມກັບໝູ່ຄົນຈີນຫຼິ້ນໆ ເຂົາກະເລີຍວ່າ ຢູ່່ຈີນມີປະໂຫຍກໜື່ງທີ່ຄົນຈີນມັກໃຊ້ກ່ຽວກັບການຊື້ເຄື່ອງວ່າ (ແປຄວາມເປັນລາວວ່າ) ຈ່າຍຊ່ຳໃດ ໄດ້ຊ່ຳນັ້ນ. ເຄື່ອງຢູ່ຈີນມີຄຸນນະພາບຫຼາຍລະດັບ ລະບັບດີເລີດ ລົງມາຮອດລະດັບໃຊ້ໄດ້ເທື່ອດຽວແລ້ວຖິ້ມ ເຊິ່ງລາຄາກະຕ່າງກັນຕາມຄຸນນະພາບຂອງມັນ. ມືຖືທີ່ເຮົາໃຊ້ນັ້ນ ໝູ່ເຮົາວ່າເປັນເຄື່ອງທີ່ມີຄຸນນະພາບດີທຽບເທົ່າກັບຂອງອາເມລິກາ (ເຮົາໃຊ້ HTC Sensation XE) ເພາະແມ່ນເຄື່ອງທີ່ເຂົາເຈົ້າຈັດໄວ້ສົ່ງອອກ. ເຮົາເລີຍສໍ້ຕໍ່ອີກ " ຊັ້ນເຮັດແນວໃດຈະຮູ້ວ່າອັນນີ້ດີ ອັນນີ້ບໍ່ດີ ລອງຍົກຕົວຢ່າງຊື້ມືຖື ໄອໂຟນຫ້າເອັດໃຫ້ຟັງດຸ". ລາວວ່າ: ສົມມຸດຈະຊື້ໄອໂຟນ ໃຫ້ໄປຮ້ານແມ່ນດີທີ່ສຸດ ຮ້ານທີ່ມີຮັບປະກັນຫຼັງການຂາຍແຮ່ງດີ ໃຫ້ຖາມວ່າເຄື່ອງມາແຕ່ໃສ, ຈາກອາເມລິກາ, ຢູໂລບ, ຍີ່ປຸ່ນ, ໄຕ້ຫວັນ, ຮົງກົງ ຫຼື ຈີນແຜ່ນດິນໃຫຍ່. ເຄື່ອງຮັບປະກັນແນວໃດ ດົນປານໃດ... ປະມານນັ້ນ. ຖ້າຈະຊື່ຢູ່ເນັດແມ່ນຕ້ອງໄດ້ເບິ່ງລະອຽດອີກ ເພາະເຊື່ອໃຈໄດ້ຍາກເຖິງຈະຊອກຊື້ຢູ່ ເວບຖາວປ່າວ (淘宝 taobao.com ເວບຊື້ຂາຍອອນໄລນ໌ທີ່ຮັບປະກັນເລື່ອງລະບົບຄວາມປອດໄພການຈ່າຍເງິນຂອງຈີນທີ່ຢູ່ໃນລະດັບດີ ຮອງຈາກເວບ ອາເມຊອນ) ເພາະມັນມີເຄື່ອງຫຼາຍລະດັບຄືວ່າຫັ້ນລະ. ບໍ່ວ່າຈະເປັນເຄື່ອງລອກແບບ ເບິ່ງທາງນອກໄອໂຟນ ແຕ່ໃຊ້ແອນດຣອຍ, ເຄື່ອງຈີນຜະລິດເອງ ຈະມີສອງຊິມ ສາມຊິມ ສີ່ຊິມ, ເຄື່ອງສຸນຈີນແຜ່ນດິນໃຫຍ່ (ດີແດ່ ແຕ່ບາງລຸ້ນໃຊ້ຢູ່ລາວບໍ່ໄດ້ເພາະລະບົບເຄື່ອຄາຍໂທລະຄົມຕ່າງກັນ), ເຄ່ື່ອງສູນນອກ (ຮົງກົງ, ໄຕ້ຫວັນ, ອາເມລິກາ) ເຊິ່ງມັນຈະບອກລະອຽດຢູ່ໜ້າອະທິບາຍເຄື່ອງຂອງເວບຫັ້ນລະ ມີຫຼາຍຮ້ານ ມີຫຼາຍແບບ. ຕ້ອງໄດ້ເບິ່ງດີໆ. ຍົກຕົວຢ່າງ ໄອໂຟນ ຫ້າເອັສ ລາຄາປະມານໝືນບາດນິ ເບິ່ງລາຄາກະຮູ້ແລ້ວວ່າບໍ່ແມ່ນໄອໂຟນທີ່ເຮົາເຈົ້າຂ້ອຍຢາກໄດ້, ມັນແມ່ນຂອງກ໊ອບທີ່ຜະລິດເອງຢູ່ຈີນ ຂາຍໃຫ້ຄົນທີ່ຢາກມີຄືເພິ່ນແຕ່ບໍ່ມີເງິນຄືເພິ່ນ. ມາເບິ່ງອີກຮ້ານໜຶ່ງ ໄອໂຟນ ລາຄາປະມານສອງໝື່ນບາດຫາສາມໝື່ນບາດ, ເຄື່ອງມັນຂອງແທ້ ຮັບປະກັນ ມີເຄື່ອງອາໄລ່ແຖມມາອີກ ສູນຈີນແຜ່ນດິນໃຫຍ່, ເຄື່ອງແບບນີ້ເໝາະກັບຄົນຈີນທີ່ມີເງິນອີ່ຫຼີ່ ເພາະຮັບປະກັນຫຼັງການຂາຍປີໜຶ່ງ (ເຄື່ອງແອັບເປີ້ນມັນແພງ ແປງກະແພງ) ແຕ່ເໝາະກັບຄົນທີ່ອາໄສຢູ່ຈີນ ເປັນມືຖືທີ່ຮອງຮັບແຕ່ລະບົບເຄືອຄາຍຢູ່ຈີນ. ລະມາເບິ່ງອີກຮ້ານໜຶ່ງອີກ ໄອໂຟນ ລາຄາຖືກກວ່າຢູ່ສູນໄທໜ້ອຍໜຶ່ງ, ເຄື່ອງສູນນອກ ດີແທ້ ແຕ່ໄລຍະຮັບປະກັນຫຼັງການຂາຍແມ່ນໜຶ່ງອາທິດ ແຕ່ຕ້ອງມີຄວາມຮູ້ກ່ຽວກັບມືຖືແດ່ ເພາະມັນຈະມີລາຍລະອຽດຕ່າງໆ ອາດຈະເປັນເຄື່ອງທີ່ມີລະຫັດຄ້າຍກັນສອງສາມເຄື່ອງ ອາດແມ່ນຕ້ອງໄດ້ຈູນເອງ ອາດແມ່ນຕ້ອງໄດ້ເຮັດນັ້ນເຮັດນີ້ເອງ. ເຮົາກະເລີຍປ່ຽນຄວາມຄິດ ທັດສະນະຄະຕິກັບເຄື່ອງຈີນໃນແງ່ຮ້າຍອອກໄປ. ຕອນນີ້ ເຮົາຮູ້ຈັກເບິ່ງ ຊື້ ເຄື່ອງຈີນໄດ້ເອງພໍສົມຄວນລະ. ແຕ່ເຮົາຍັງໃຊ້ມືຖືໜ່ວຍເກົ່າຢູ່ ເຖິງວ່າມັນຈະບໍ່ແຮງ ບໍ່ທັນສະໄໝ ແຕ່ກະເໝາະກັບການໃຊ້ງານຂອງເຮົາແລ້ວ. ເຮົາເລີຍຢາກແນະນຳ ລຸງປ້ານ້າອາ ອ້າຍເອື້ອຍນ້ອງ ໝູ່ເພື່ອນຢູ່ພັນລາວວ່າ ຖ້າຢາກຈະຊື້ມືຖືໜຶ່ງໜ່ວຍ ເຮົາຄວນຮູ້ແຈ້ງວ່າຕົນເອງຢາກໄດ້ມືຖືມາເຮັດຫຍັງ ໃຊ້ຫຍັງເປັນງານຫຼັກ ໂທອອກຮັບສາຍທຳມະດາ, ຫຼິ້ນເກມ, ຖ່າຍຮູບ, ຈັດແຕ່ງອັນນັ້ນອັນນີ້ ອື່ນໆ ເປັນໂຕຊ່ວຍໃນການເລືອກຊື້ຈະເປັນການດີທີ່ສຸດ. ສຳລັບເຮົາເອງ ຖ້າມີເງິນຫ້າຫົກລ້ານກີບ ບໍ່ເປັນບັນຫາຫຍັງ ສອງສາມມື້ກະຫາໄດ້, ມືຖືລຸ້ນໃດມາໃໝ່ກະຊື້ໃຊ້ກະບໍ່ມີບັນຫາຫຍັງ, ແຕ່ຖ້າເງິນເດືອນໆໜຶ່ງ ບໍ່ຮອດສອງລ້ານ ແຕ່ນຳລຸ້ນໃໝ່ຕະຫຼອດນິ ເຮົາວ່າກະບໍ່ໄຫວ, ແນະນຳໃຫ້ໃຊ້ຊໍ່າເຮົາມີຈະດີກວ່າ.

ຄິດດີ ເວົ້າດີ ເຮັດດີ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍໄປແປງແອ ເຫັນຂະເຈົ້າລົມກັນວ່າ ຢູ່ຜົ້ງສາລີ ເຂົາຊື້ແຕ່ຖົງຕີນຈີນມາໃຊ້ ຍ້ອນຄຸນນະພາບດີກວ່າຂອງໄທ
ຈາກມື້ນັ້ນຂ້ອຍກໍ່ຮູ້່ວ່າ ຄົນຈີນເຂົາໃຊ້ເກຣດ A,B ເຄື່ອງຄຸນນະພາບ ດີກວ່າຂອງໄທອີກ
ສ່ວນຂອງຈີນທີ່ມາຂາຍຢູ່ລາວແມ່ນເກຣດ C,D


໑໓ ກະທູ້
໑໕໙ ໂພສ
ນັກການກະທູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົ່ງມາຂາຍຕາມຮ້ານຄີມທາງບ້ານເຮົາ ຫລື ໃນຕະຫລາດເຊົ້າ ແມ່ນຂອງເຫລືອເລ ຫວ່າງ 3ເດືອນກ່ອນຫນ້າ ຂ້ອຍຊື້ໄອໂຟນກັອບປີ້ຢູ່ຕະຫລາດເຊົ້ານຳຈີນ ລາຄາ ລ້ານກີບ, ຄວາມຈຳຫນ້ອຍດຽວ( ຕວະຂ້ອຍວ່າ16ກິກ) ໃຊ້ໄດ້ພຽງແຕ່ ເດືອນດຽວເທົ່ານັ້ນ ໂປຣແກຣມແອັບທາງໃນ ມັນລົບຕົວມັນເອງຫມົດໃຊ້ຫຍັງບໍ່ໄດ້ ກ້ອງກໍຖ່າຍບໍ່ໄດ້ ດາວໂຫລດຫຍັງກໍບໍ່ໄດ້ ປານນັ້ນຮັບປະກັນ1ປີ ໄປຫາກໍໂຫລດແອັບລົງໃຫ້ໄດ້ແຕ່ສອງ-ສາມແອັບ ຕວະໃຫ້ເຮົາຖ້າຢູ່ນັ້ນວ່າກຳລັງໂຫລດ ຕ້ອງຖ້າດົນ, ຖ້າດົນປານໃດກໍໂຫລດໄດ້ແຕ່ສອງ-ສາມແອັບຫັ້ນລະ ມາຫລິ້ນບຶດດຽວມັນກໍລົບອອກອີກ (ເບື່ອ ຮາຮາ) ຂ້ອຍໃຊ້ພຽງເດືອນດຽວ ກໍໃຫ້ຄົນອື່ນໃຊ້ ບໍ່ພໍທໍ່ໃດກໍ່ພັງຫມົດແລ້ວ ເພາະລາວເຮັດຕົກ ເຮີໆ (ຫລາບເປັນຫລາບ ໃຊ້ immobile ຍັງດີກວ່າ ແຕ່ບໍ່ໄດ້ໃຊ້ດອກ ແຮແຮ).


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ມືຖືຈີນຂ້ອຍໃຊ້ມັນໄດ້ 6 ປີປາຍແລ້ວ ( Dyxian N99 ) ມັນຍັງໃຊ້ໄດ້ດີຢູ່ ສັນຍານດີກວ່າໜ່ວຍ note3 ອີກຊ້ຳ ເຊັ່ນ ໃນລິບ ແລະ ຊັ້ນໃຕ້ດິນ ສາມາດໂທໄດ້ສະບາຍ ສ່ວນໜ່ວຍ note3 ບໍ່ມີສັນຍານເລີຍ. ມັນເກົ່າຫຼາຍ ວ່າຊິເຊົາໃຊ້ ແຕ່ບາດຢູ່ບ່ອນໜ່ວຍລາຄາແພງບໍ່ສາມາດຮັບສັນຍານ ມັນພັດສາມາດໃຊ້ໄດ້ຢູ່ ກໍ່ເລີຍເອົາຕິດຖົງໄປນຳ ໄວ້ໂທໃນພື້ນທີ່ສຸກເສີນ.

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າສົນໃຈ


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ເຫັນອີ່ປາໃຊ້ໜ່ວຍນີ້ມາດົນ ຕົກນ້ຳເທື່ອໜຶ່ງແລ້ວ ຖອດແບັທຕາກໄວ້ 2 ອາທິດແລ້ວກັບໃຊ້ໄດ້ຄືເກົ່າ ມຶນຂະໜາດ

ມື້ວານນີ້ໄປຮ້ານຂາຍ ເຫັນເພິ່ນຈັບວາງຈັບວາງໜ່ວຍນີ້

ໂທລະສັບຈີນກໍໃຊ້ດີຄືກັນ...ແຕ່ດີແທ້ຕ້ອງໄປຊ໊ຢູ່ຕົວແທນຈຳໜ່າຍ...


໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ກັບເມືອລາວແຕ່ລະເທື່ອກະຊື້ແຕ່ຖົງຕີນເມືອ ຊື້ເທີ່ອລະເປັນສີ່ຫ້າຮ້ອຍຢວນພຸ້ນແຫຼະ ຢູ່ລາວແພງພິລຶກ

ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຫ້...ຈຂກທ HTC ເປັນແບນຣລະດັບສູງແລ້ວຢູ່ເໜືອ NOKIA ເຈົ້າເລືອກຖຶກແລ້ວທີ່ໃຊ້ແບນຣນີ້ ຫລັງໆມານີ້ຮູ້ສຶກວ່າ HTC ເປັນແບນຣອັນດັບ1ທີ່ໃຊ້ວັດຖຸມີຄຸນນະພາບສູງໂດຍສະເພາະແມ່ນ HTC One ແລະຫາກໍ່ວາງຈຳໜາ່ຍໝາດໆຄື M8 ທີ່ໃຊ້ວັດຖຸຊິ້ນດຽວເຊິ່ງຕອນນີ້ຍັງບໍ່ມີຄ້າຍໃດເຮັດໄດ້ແມ່ນແຕ່ APPLE, ຂໍ້ເສຍມີແຕ່ຢ່າງດຽວຄືເວລາມັນເພແລ້ວຫາຊື້ອຸປະກອນເສີມຍາກພໍໆກັບ sony ເພາະບ້ານເຮົາສ່ວນຫລາຍຫິດແຕ່ iP & SS ຍ່າງໄປທຸກແຈມີຮ້ານຂາຍອຸປະກອນເສີມໝົດ