ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຕີມນ້ຳມັນບໍ່ໄດ້ຕາມຈຳນວນເງິນ ແມ່ນຍ້ອນພະນັກງານປ້ຳ ຫຼື ເຈົ້າຂອງປ້ຳນ້ຳມັນ?

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ບາງທີກໍຢາກຮ້າຍ ໄປເຕີມນ້ຳມັນ ເຕີມ 10,000 ໄດ້ 5000. ເຕີມ 20,000 ໄດ້ 10,000 ( ອັນນີ້ ສົມມຸດລົດຈັກຊື່ໆ, ຄັນແມ່ນລົດໃຫຍ່ແຮ່ງບໍ່ໃຫ້ເວົ້າ, ຍິນຫາງສຽງຄົນຈົ່ມຢູ່). ປ້ຳເກົ່າຫັ້ນອີກ ຄິດວ່າໄປຫຼາຍເທື່ອຊິປ່ຽນແປງແດ່ ກໍຍັງຄືເກົ່າ.
ມີ 2-3 ເທື່ອ ຂ້ອຍກໍເວົ້າໃຫ້ໃດ, ພະນັກງານປ້ຳທຳທ່າຫົວຍິ້ມເສີຍຢູ່ ເຮັດຄືເປັນເລື່ອງທຳມະດາບໍ່ມີຫຍັງເກີດຂຶ້ນ.
- ເທື່ອທີ່ 1: ຂ້ອຍເວົ້າໃຫ້ພະນັກງານປ້ຳ ຫຼັງຈາກເຕີມນ້ຳມັນ 20,000 ໄດ້ແຕ່ປະມານ 10,000 ນີ້ວ່າ: ແມ່ນຫຍັງ? ເຕີມ 20,000 ຄືໄດ້ແຕ່ ເຄິ່ງ1 ຂອງ 20,000, ພະນັກງານກໍທຳທ່າຫົວຢູ່ ແລະ ກໍຫັນໄປເວົ້າກັບຫມູ່ເພິ່ນວ່າ: ລາວເວົ້າວ່າ: ຂ້ອຍເຕີມບໍ່ເຕັມໃຫ້ລາວ ແລ້ວກໍຫົວ. ( ຂ້ອຍລະຫນ່າຍຂີ້ຫນ້າຂະຫນາດ).
- ເທື່ອທີ່ສາມ ປ້ຳຫນຶ່ງຕ່າງຫາກ (ສົງໄສພະນັກງານຄວາມຈຳເສື່ອມ) ຄົນແຍ່ກັນເຕີມຫຼາຍແດ່, ເຮົາຍື່ນເງິນໃຫ້ແລ້ວ 20,000 ເຕີມນ້ຳມັນແລ້ວ ເພິ່ນວ່າເຮົາຍັງບໍ່ໃຫ້ເງິນ, ຈຳເປັນໄດ້ຈົກເອົາໃຫ້ອີກ 20,000, ເປັນໄປແບບນີ້ກໍມີ.
- ເທື່ອທີ່ 2: ປ້ຳນ້ຳມັນເກົ່າຫັ້ນລະ ຄິດວ່າໄປເທື່ອນີ້ຄືຊິປ່ຽນແປງແດ່ ແຕ່ກໍບໍ່ຫມັ້ນໃຈປານໃດ ເຕີມ 10,000 ກີບ, ແລ້ວບິດກະແຈເບິ່ງ ເຂັມນ້ຳມັນຂຶ້ນແຕ່ເຄິ່ງຫນຶ່ງຂອງ 10,000 ກີບ ( ຂ້ອຍວ່າແລ້ວນ໋າ), ຂ້ອຍກໍ້ວົ້າອອກມາໃຫ້ພະນັກງານສາວ່າ: ປ້ຳນີ້ເຊື່ອໃຈບໍ່ໄດ້ ມາເຕີມເທື່ອໃດກໍບໍ່ໄດ້ຕາມຈຳນວນເງິນ, ພະນັກງານເພິ່ນກໍທຳທ່າຫົວຢູ່ ອໍ້ແອ້ຢູ່. ຂ້ອຍກໍແກວ່ງຫົວ ແລ້ວເວົ້າວ່າ: ວູ່! ແລ້ວກໍຂີ່ລົດຈັກຫນີ.
- ຖ້າບໍ່ຈຳເປັນກໍບໍ່ໄປເຕີມດອກປ້ຳນັ້ນ ໃກ້ເຮືອນກໍຢ່າ, ໄປເຕີມປ້ຳຢູ່ໄກແຕ່ໄດ້ເຕັມຕາມຈຳນວນດີກວ່າ. ເປັນຕາເບື່ອຫຼາຍພວກຂີ້ໂກງ.

_______________________________________________

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຂອງຮ້ານ80% ຄົນຂາຍ20%


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຕ້ອງປົດໝວກແລະເຮັດທຳທ່າແນມໃສ່ໂຕບອກລາຄາ ເຈົ້າຈະເຮັດຄືວ່າເຈົ້າໂງ່ບໍ່ໄດ້
ເຈົ້າຕ້ອງເຂົ້າໄປໃກ້ຂະເຈົ້າແນ່ປະມານ 2 m ເພື່ອໃຫ້ເຂົາຮູ້ວ່າເຈົ້າກໍາລັງເບິ່ງຫນ້າຈໍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ເຈົ້າຕ້ອງປົດໝວກແລະເຮັດທຳທ່າແນມໃສ່ໂຕບອກລາຄາ ເຈົ້າຈະເຮັດຄືວ່າເຈົ້າໂງ່ບໍ່ໄດ້
ເຈົ້າຕ້ອງເຂົ້າໄປໃກ້ຂະເຈົ້າແນ່ປະມານ 2 m ເພື່ອໃຫ້ເຂົາຮູ້ວ່າເຈົ້າກໍາລັງເບິ່ງຫນ້າຈໍ


ບໍ່ຢ້ານເຂົາຕີເອົາບໍ?


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ຢູ່ໃສເດປ້ຳນ້ຳມັນທີວ່ານີ້ເພາະຈະບອກເຂົບໍ່ຕ້ອງໄປໃສ່


໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ 213 ຂຽນວ່າ...
ຢູ່ໃສເດປ້ຳນ້ຳມັນທີວ່ານີ້ເພາະຈະບອກເຂົບໍ່ຕ້ອງໄປໃສ່


ແຖວນະຄອນຫຼວງນີ້ລະ

_______________________________________________

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ອຍກະເຄີຍຖືກ,ອັນທີ່ແນ່ໆໆແມ່ນປ້ຳໄກ້ໄຟແດງດົງໂດກ,ຂີ້ໂກງຕະຫລອດຂ້ອຍກະເຄີຍເວົ້າໃຫ້ 2 ເທືີ່ອປານນັ້ນມັນເບິ່ງຫນ້າເຮົາເສີຍ!ປ້ຳໂພນພະເນົາກະເປັນເດີ.ໄກ້ສູນພັດທະນາສີມືແຮງງານຫັ່ນ


໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ອຍກະເຄີຍຖືກ,ອັນທີ່ແນ່ໆໆແມ່ນປ້ຳໄກ້ໄຟແດງດົງໂດກ,ຂີ້ໂກງຕະຫລອດຂ້ອຍກະເຄີຍເວົ້າໃຫ້ 2 ເທືີ່ອປານນັ້ນມັນເບິ່ງຫນ້າເຮົາເສີຍ!ປ້ຳໂພນພະເນົາກະເປັນເດີ.ໄກ້ສູນພັດທະນາສີມືແຮງງານຫັ່ນ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ອຍບອກປ້ຳແດ່ ຈະເປັນການດີເພາະຈະໄດ້ຕັກເຕືອນກັນໃຫ້ຮູ້ເທົ່າທັນເລ້ຫລຽມຂອງພວກວິສາຊີບ.....ຖ້າບໍ່ມີລາຍລະອຽດເຮົາກະຈະກ່າວໂທດເຂົາບໍ່ໄດ້

ຂອບໃຈ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ