 ຂຽນເມື່ອ ຫລາຍກວ່າ 8 ປີ ກ່ອນໜ້ານີ້
ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ດັດປັບລາຄານ້ຳປະປາໃໝ່ ຈາກ 1.350 ກີບຕໍ່ແມັດກ້ອນ ມາເປັນ 1.900 ກີບຕໍ່ແມັດກ້ອນ
ເພີ່ມຂຶ້ນ 550 ກີບຕໍ່ແມັດກ້ອນ.
ທ່ານ ຄຳເຜີຍ ວົງສາຄຳຜຸຍ ອຳນວຍການລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ກ່າວໃນວັນທີ 22 ຕຸລາ 2014 ໃຫ້ຮູ້ວ່າ:
ການດັດປັບລາຄານ້ຳປະປາຄັ້ງນີ້ ຍ້ອນອົງປະກອບລາຍຈ່າຍການຜະລິດນ້ຳປະປາຕໍ່ຫົວໜ່ວຍມີການປ່ຽນແປງ ເຊັ່ນ: ລາຄາວັດຖຸດິບ
ລາຄາເຄື່ອງອາໄຫຼ່ ໂປ້ມນ້ຳ ລາຄາທໍ່ນ້ຳ ແລະ ອຸປະກອນຕ່າງໆ ຄ່າກະແສໄຟຟ້າ ຄ່າແຮງງານ ມີການປັບຂຶ້ນແຕ່ລະປີ
ເພື່ອໃຫ້ການດຳເນີນທຸລະກິດຄ່ອງຕົວ ແລະ ສາມາດຂະຫຍາຍການຜະລິດໃຫ້ໄດ້ ຕາມແຜນພັດທະນາເສດຖະກິດ-ສັງຄົມ
ທີ່ນະຄອນຫຼວງໄດ້ກຳນົດໄວ້ ຄືໃນປີ 2015 ໃຫ້ປະຊາຊົນໃນ 7 ຕົວເມືອງມີນ້ຳສະອາດໃຊ້ 80%-85%
ແລະ ເພີ່ມຂຶ້ນເປັນ 90%-95% ໃນປີ 2020.
|