ຂຽນເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້
ຂະບວນການແຊຕ່ອງໂສ້ດັ່ງກ່າວແມ່ນມີທັງຫມົດ 10 ຄົນ ລັກສະນະຂາຍສິນຄ້າແລະຫາສະມາຊິກ ຕໍ່ໆກັນເປັນຕ່ອງໂສ້.
ພວກກ່ຽວເຂົ້າມາໃນປະເທດໄທຕັ້ງແຕ່ເດືອນກໍລະກົດແລ້ວ ແລະ ພວມກະກຽມກໍ່ຕັ້ງບໍລິສັດຂຶ້ນໃນປະເທດໄທ ຊື່ວ່າ"ຫຍິນ ຊື ເໝົາ"
ແຕ່ມີພິດຕິກຳເຄື່ອນໄຫວຫນ້າສົງໃສ, ໂດຍຜູ້ຫນຶ່ງໃນຂະບວນການດັ່ງກ່າວ(ທ້າວ ຊົ່ງມີ່ຊິວ) ໄດ້ໄປບວດຢູ່ວັດ
ໃນຈັງຫວັດພູເກັດແລ້ວອວດລວຍ ບໍລິຈາກເງິນເຂົ້າວັດເປັນຈຳນວນຫລວງຫລາຍ 4 ລ້ານບາດ(1 ຕື້ກີບ)
ຈາກນັ້ນກໍ່ບໍລິຈາກເພີ່ມອີກ 30 ລ້ານບາດ (7.5 ຕື້ກີບ) ຈິ່ງຖືກເຈົ້າຫນ້າທີ່ໄທຕິດຕາມ
ແລະ ຖືກຈັບໄດ້ 3 ຄົນ ສ່ວນຄົນທີ່ເຫລືອແມ່ນຈະຖືກຕິດຕາມແລະຈັບກຸມຕໍ່ໄປ.
ຄົນຮ້າຍຂ້າມຊາດຊາວຈີນກຸ່ມນີ້ໄດ້ກໍ່ຄະດີໃນລັກສະນະດຽວກັນນີ້ໃນປະເທດຈີນ.
ໃນໄລຍະເວລາພຽງ 3 ເດືອນໄດ້ສະມາຊິກເກີນ 3 ແສນຄົນ ເຊິ່ງສ້າງຄວາມເສຍຫາຍຢູ່ຈີນ 1500 ຕື້ກີບ.
ຫລັງຈາກທີ່ຖືກທາງການຈີນອອກຫມາຍຈັບຜູ້ຮ່ວມຂະບວນການນີ້10ຄົນ
ພວກກ່ຽວຈຶ່ງໄດ້ຫລົບຫນີໄປເປີດບໍລິສັດໃຊ້ຊື່ດຽວກັນນີ້ອີກ ຢູ່ປະເທດມາເລເຊຍ.
ໃນໄລຍະເວລາ 6 ເດືອນ ມີສະມາຊິກ 80,000 ຄົນ, ສ້າງຄວາມເສຍຫາຍໃນມາເລເຊຍ 750 ຕື້ກີບ.
ເມື່ອສະມາຊິກໃນມາເລເຊຍເລີ່ມເກີດຄວາມສົງໃສໃນທຸລະກິດ ພວກກ່ຽວຈຶ່ງເຂົ້າໄປປະເທດໄທ
ກຳລັງຈະກໍ່ຕັ້ງບໍລິສັດແຕ່ຖືກຈັບກຸມກ່ອນ.
3 ຄົນທີ່ຖືກຈັບໄດ້ມີລາຍຊື່ດັ່ງນີ້ :
ທ້າວ ຊົ່ງມີ່ຊິວ ຫລື ຊື່ໄທໃນບັດປະຊາຊົນປອມວ່າ ທ້າວ ສຸພະໄຊ ຣຸຈາທອນ
ທ້າວ ເກິ້ງຫລຽນເປົາ ຫລື ຊື່ໄທໃນບັດປະຊາຊົນປອມວ່າ ທ້າວ ສຸຣິນ ໂສພົນສຸກສັນ
ນາງ ເຫວິນຟາງ ຫລື ຊື່ໄທໃນບັດປະຊາຊົນປອມວ່າ ນາງ ປາຊົວຊິວ ແຊ່ຢ່າງ
ຍຶດໄດ້ເງິນສົດສະກຸນຕ່າງໆລວມມູນຄ່າ 224,277,500 ກີບ
ເອກະສານຊື້ຂາຍທີ່ດິນ ຈັງຫວັດພູເກັດ 5 ສະບັບ ລວມມູນຄ່າ 5,587,500,000 ກີບ
ໃບຕາດິນ 2 ສະບັບ
ບັນຊີທະນາຄານ ທີ່ມີເງິນຝາກ 375 ລ້ານກີບ.
ບັດປະຊາຊົນໄທປອມ 2 ໃບ.
ພຶດຕິກຳຄື
ແອບອ້າງວ່າມີບໍລິສັດເປັນຕົວຕົນ
ສະມາຊິກຊື້ ໄອໂຟນ, ໄອແພັດ ໄດ້ເຄິ່ງລາຄາຈາກລາຄາເຕັມ
ຄ່າສະຫມັກເປັນສະມາຊິກ 6,200 ບາດ (1,550,000 ກີບ)
ຈາກນັ້ນ ສະມາຊິກຫາສະມາຊິກໃຫມ່ມາສະຫມັກຕໍ່ກໍ່ຈະໄດ້ 100 ຄະແນນ ສະສົມໄປເລື້ອຍໆ.
ໂດຍອ້າງວ່າອີກ 2 ປີ ຈະນຳບໍລິສັດເຂົ້າສູ່ຕະຫລາດຫລັກຊັບ ແລະຈະແບ່ງປັນຜົນປະໂຫຍດສູ່ສະມາຊິກທຸກໆຄົນ.
|