![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ມາດຕາ 153 ການສວຍໃຊ້ອຳນາດ. ພະນັກງານຜູ້ໃດ ຫາກອີງໃສ່ອຳນາດ, ຕຳແໜ່ງ, ໜ້າທີ່ຂອງຕົນໄດ້ຫາຜົນປະໂຫຍດສ່ວນຕົວ ເຊິ່ງເປັນການກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫລື ສິດ ແລະ ຜົນປະໂຫຍດຂອງພົນລະເມືອງ ຈະຖືກລົງໂທດ ຕັດອິດສະລະພາບແຕ່ 3 ເດືອນຫາ 2 ປີ ແລະ ຈະຖືກປັບໃຫມແຕ່ 300.000 ກີບ ຫາ 3.000.000 ກີບ. ໃນກໍລະນີທີ່ ການສວຍໃຊ້ອຳນາດໄດ້ເຮັດໃຫ້ມີຄວາມເສຍຫາຍຢ່າງຫລວງຫລາຍ ຈະຖືກລົງໂທດ ຕັດອິດສະລະພາບແຕ່ 2 ປີິ ຫາ 5 ປີິ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 50.000.000 ກີບ. ພະນັກງານຜູ້ໃດຫາກໄດ້ທວງເອົາ, ຂໍເອົາ, ຮັບເອົາ ຫລື ຕົກລົງຮັບເອົາສິນບົນຈາກຜູ້ອື່ນ ດ້ວຍການໃຊ້ໜ້າທີ່ຕຳແໜ່ງຂອງຕົນເພື່ອຜົນປະໂຫຍດຂອງຜູ້ໃຫ້ສິນບົນ ຈະຖືກລົງໂທດຕັດອິດສະລະພາບແຕ່ 1 ປີິ ຫາ 3 ປີິ ແລະ ຈະຖືກປັບໃໝເທົ່າກັບຈຳນວນເງິນ ຫລື ມູນຄ່າຂອງສິນບົນ. ຜູ້ໃຫ້ສິນບົນ ຫລື ຜູ້ຕົກລົງໃຫ້ສິນບົນແກ່ພະນັກງານຈະຖືກລົງໂທດ ຕັດອິດສະລະພາບແຕ່ 6 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝເທົ່າກັບຈຳນວນເງິນ ຫລື ມູນຄ່າຂອງສິນບົນ. ໃນກໍລະນີິທີ່ ສິນບົນນັ້ນຫາກເປັນຈຳນວນຫລວງຫລາຍ ຜູ້ຮັບ ແລະ ຜູ້ໃຫ້ສິນບົນຈະຖືກລົງໂທດ ຕັດອິດສະລະພາບແຕ່ 3 ປິີຫາ 5 ປີິ ແລະ ຈະຖືກປັບໃໝສອງເທົ່າຂອງຈຳນວນເງິນຫລືມູນຄ່າຂອງສິນບົນ. ຜູ້ເປັນສື່ກາງໃນການຮັບສິນບົນ ແລະ ໃນການໃຫ້ສິນບົນ ຈະຖືກລົງໂທດ ຕັດອິດສະລະພາບແຕ່ 6 ເດືອນ ຫາ 2 ປີິ ແລະ ຈະຖືກປັບໃໝເທົ່າກັບຈຳນວນເງິນ ຫລື ມູນຄ່າຂອງສິນບົນ. ຜູ້ທີ່ໃຫ້ສິນບົນຍ້ອນຖືກບັງຄັບ, ຂົ່ມຂູ່ ແລະ ພາຍຫລັງທີ່ໄດ້ໃຫ້ສິນບົນແລ້ວຈິງໃຈໄປລາຍງານຕໍ່ເຈົ້າໜ້າທີ່ ຈະບໍ່ຖືວ່າເປັນຜູ້ກະທຳຜິດໃນສະຖານໃຫ້ສິນບົນ. |
|
![]() ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ... ![]() ຂ້ອຍເຫັນຮູບເຈົ້າແລ້ວພາໃຫ້ນຶກເຖິງພະນັກງານລັດ ຮູ້ສຶກຫວນຄືນເຖິງສະໄຫມທີ່ແມ່ຂ້ອຍຍັງເປັນສາວ. ![]() |
|
![]() ![]() |
|
![]() ດຽວນີ້ ເພິ່ນໄດ້ເທືອນຶ່ງເປັນລ້ານໆ ໂດລາ ບໍ່ໄດ້ຢ້ານສຳ່ປັບໃຫມທໍ່ນັ້ນ 5555 |