ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກສະຫມັກ Paypal

໓໙ ກະທູ້
໑໕໓ ໂພສ
ນັກການກະທູ້
ຕາມຫົວຂໍ້ເລີຍ

ຕ້ອງເຮັດບັນຊີຢູ່ທະນະຄານໃດຂອງລາວ ແລ້ວມັນຈະຕ້ອງມີວົງເງິນຫຼາຍປານໃດໃນບັນຊີ
ອັນນີ້ບໍ່ມີຄວາມຮູ້ເລຍ

ໃຜຮູ້ກະຊ່ວຍຕອບຂະນ້ອຍແນ່

໑ ກະທູ້
໑໐໒ ໂພສ
ນັກການກະທູ້
ຕ້ອງມີບັດ Visa (Debit ຫຼື Credit) ຫຼື ບັດອື່ນໆທີ່ສາມາດນຳໃຊ້ໄດ້ໃນ paypal ເພື່ອລົງຂໍ້ມູນເຂົ້າໃນ paypal account ຂອງເຮົາ.

ບັດ Visa ສາມາດສະໝັກໄດ້ຕາມທະນາຄານທີ່ໃຫ້ບໍລິການເຊັ່ນວ່າ BCEL, ANZ, ແລະ ອື່ນໆ.

ສຳຫຼັບ BCEL Visa Debit Card ມີເງື່ອນໄຂດັ່ງນີ້: ຕ້ອງມີບັນຊີກັບທະນາຄານ, ມີຍອດເງິນໃນບັນຊີຕ່ຳສຸດ US$100, ຄ່າສະໝັກສະມາຊິກ US$15 ແລະ ຄ່າບຳລຸງຮັກສາຍປະຈຳປີ US$25.

ສຳລັບລາຍລະອຽດອື່ນໆແມ່ນໃຫ້ເບິ່ງທີ່ເວັບໄຊ້ຂອງທະນາຄານ ຫຼື ຕິດຕໍ່ທະນາຄານໂດຍກົງ.

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖາມແດໃຜຮູ້ບໍເມື່ອມີ BCEL Visa Debit Card ແລ້ວສາມາດ ຈ່າຍຊຳລະໂປແກຼມຕາມອິນເຕີເນັດໄດ້ບໍ່ ໃຜເຄີຍຊ່ວຍແນະນຳແດ່ ຂອບໃຈ

໑ ກະທູ້
໑໐໒ ໂພສ
ນັກການກະທູ້
ບັດ Debit ສາມາດນຳໃຊ້ຊຳລະໄດ້ໂດຍທົ່ວໄປ ບໍ່ວ່າຈະເປັນຊື້ເຄື່ອງ ໃຊ້ບໍລິການຕ່າງໆທີ່ມີລັກສະນະທັງອອຟລາຍ ແລະ ອອນລາຍ

ບໍ່ແນ່ໃຈວ່າໂປຣແກຣມຕາມອິນເຕີເນັດທີ່ວ່າແມ່ນແນວໃດ ຊຳລະຊື້ໂປຣແກຣມຜ່ານເວັບໄຊ້? ຖ້າເປັນກໍລະນີນີ້ແມ່ນໄດ້ ເພາະຂ້ອຍເຄີຍນຳໃຊ້ບັດ Debit Visa ເພື່ອຊື້ໂປຣແກຮມກັບເວັບໄຊ້ Microsoft.

ກວດເບິ່ງວ່າເວັບໄຊ້ທີ່ເຮົາຕ້ອງການຈະໃຊ້ບໍລິການນຳແມ່ນມີຂັ້ນຕອນໃນການຊຳລະແນວໃດ. ສ່ວນໃຫຍ່ແລ້ວແມ່ນໄດ້ໝົດ ບໍ່ມີປັນຫາຫຍັງ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
PayPal ຖ້າສະໝັກເປັນແບບຂອງປະເທດລາວມັນຈະໃຊ້ສົ່ງເງິນໄດ້ຢ່າງດຽວ ຮັບເງິນບໍ່ໄດ້

ວິທີສະໝັກກໍບໍ່ຍາກ ເຂົ້າໄປ paypal.com ແລ້ວເລືອກເປີດບັນຊີໄປຕາມຂັ້ນຕອນ ຈົນສະໝັກແລ້ວໆ​ກໍຢືນຢັນອີເມວ ແລ້ວ Add Credit card ກໍໃສ່ບັດຂອງເຮົາໄປ ແນະນຳໃຫ້ໃຊ້ BCEL ໂດຍເປີດ BCEL One ໄວ້ ຫຼັງຈາກເພີ່ມບັດແລ້ວເຮົາຕ້ອງຢືນຢັນວ່າເຮົາເປັນເຈົ້າຂອງບັດແທ້ ໂດຍທາງ PayPal ຈະຫັກເງິນຈຳນວນນຶ່ງອອກຈາກບັດ ແລ້ວໃນ transaction ທີ່ມີການຫັກເງິນນັ້ນຈະມີລະຫັດຢູ່ເປັນ 4 ໂຕເລກ ໃຫ້ເອົາ 4 ໂຕເລກນັ້ນໄປຢືນຢັນໃນ PayPal ກໍຮຽບຮ້ອຍ

ຕໍ່ໄປເວລາຊື້ຫຍັງທີ່ຕ້ອງໃຊ້ PayPal ກໍມີແຕ່ໃສ່ອີເມວກັບລະຫັດຜ່ານເຮົາ ມັນກໍຈະຫັກເງິນຈາກບັດເຮົາເອງ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vilasack ຂຽນວ່າ...
ບັດ Debit ສາມາດນຳໃຊ້ຊຳລະໄດ້ໂດຍທົ່ວໄປ ບໍ່ວ່າຈະເປັນຊື້ເຄື່ອງ ໃຊ້ບໍລິການຕ່າງໆທີ່ມີລັກສະນະທັງອອຟລາຍ ແລະ ອອນລາຍ

ບໍ່ແນ່ໃຈວ່າໂປຣແກຣມຕາມອິນເຕີເນັດທີ່ວ່າແມ່ນແນວໃດ ຊຳລະຊື້ໂປຣແກຣມຜ່ານເວັບໄຊ້? ຖ້າເປັນກໍລະນີນີ້ແມ່ນໄດ້ ເພາະຂ້ອຍເຄີຍນຳໃຊ້ບັດ Debit Visa ເພື່ອຊື້ໂປຣແກຮມກັບເວັບໄຊ້ Microsoft.

ກວດເບິ່ງວ່າເວັບໄຊ້ທີ່ເຮົາຕ້ອງການຈະໃຊ້ບໍລິການນຳແມ່ນມີຂັ້ນຕອນໃນການຊຳລະແນວໃດ. ສ່ວນໃຫຍ່ແລ້ວແມ່ນໄດ້ໝົດ ບໍ່ມີປັນຫາຫຍັງ

ວ ຂພຈ ບໍ່ທັນໄດ້ລອງ ທຳອິດຄິດວ່າໃຊ້ກົດເງິນໄດ້ຈາກຕູ້ຢູ່ຕ່າງປະເທດໄດ້ຢ່າງດຽວ ຂອບໃຈທີ່ແນະນຳ ຊິລອງໄປເປີດບັນຊີ US$ ແລ້ວເຮັດບັດ Debit Visa ແຕ່ລົບກວນຖາມຕື່ມແນ່ວ່າ ເຮົາ ຂ້ອງໃຈຢ່າງໜຶ່ງ ການປ້ອນຂໍ້ມູນຊື້ແບບນີ້ຄວາມປອດໄພຢ້ານ (ຖືກເວບປອມ)ຫລອກຕັດເງິນຝຼີ ແລ້ວຊິໄປທວງຢູ່ໃສ ຄັນແມ່ນຕູ້ເອທີເອັມ ແທ້ຍັງແມ່ນທະນາຄານເປັນຜູ້ຮັບຮອງໃຫ້ ຫຼືວ່າໃຊ້ວິທີ ບໍ່ຕ້ອງໃຫ້ມີຍອດເງິນເຫຼືອຫລາຍໃນບັນຊີທີ່ເຮົາຈະນຳໃຊ້ຊື້ ລັກສະນະອອນລາຍບໍ
ຂອບໃຈທີ່ແນະນຳ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...

ຖ້າໃຊ້ຖືກເວັບປອມກະແມ່ນຄວາມຜິດເຮົາເອງທວງໃສບໍ່ໄດ້ ສະນັ້ນຕ້ອງໃຊ້ແຕ່ເວັບທີ່ເຊື່ອຖືໄດ້

M99NOY