ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄວາມດີບໍ່ໄດ້ກາຣັນຕີທີ່ໃບປະກາດ

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ບໍ່ແມ່ນນັກຂຽນ ບໍ່ໄດ້ຮຽນສູງ ຕາມພາສາຊາວບ້ານຢາກຈົ່ມສູ່ຟັງ
ຄຸນງາມຄວາມດີ ຟັງແລະຮຽນຮູ້ໃນທາງທິດສະດີນັ້ນງ່າຍ, ພາກຕົວຈິງຕ່າງກັນຄົນລະໂລກ.
ສັງຄົມເມື່ອຂາດສິນຂາດທັມກະເນົ່າເອບເຟບ ດັ່ງທີ່ມີປະກົດການຫຍໍ້ທໍ້ຕ່າງໆ...
- ຫຼາຍຄົນມອງສິນທັມເປັນເລື່ອງຢູ່ວັດ! ມັນບໍ່ແມ່ນດອກສິນລະທັມຢູ່ໃນຈິຕໃຈຂອງທຸກຄົນນັ້ນລະ..
ທຸກຄົນມີສິດທີ່ຈະປະຕິບັດເອົາ ສ້າງເອົາ ເຮັດເອົາດ້ວຍຕົນເອງ(ຄືຈັ່ງເຮົາກິນເຂົ້າ ເຮົາກິນເຮົາກະອີ່ມ ມັນບໍ່ໄປອີ່ມທ້ອງເຂົາພຸ້ນຜູ້ບໍ່ກິນ)
- ຊືວ່າຄຸນງາມຄວາມດີນີ້ມັນບໍ່ໄດ້ໝາຍຄວາມວ່າເຮົາຕ້ອງຮຽນຈົບ ປຍ ດຣ ມາແຕ່ໃສດອກ. ແຕ່ມັນຕ້ອງຢູ່ໃນສາມັນສຳນຶກຂອງເຮົາເອງຕ່າງຫາກ. ບາງຄົນຮຽນສູງດັອກຕອກດັອກເຕີ້ ແຕ່ກະສໍ້ໂກງທຸຈຈະລິດ.. ຫາກິນແນວບໍ່ຊອບທັມ ພຽງເພາະຄວາມໂລບແລະຢາກໄດ້ ສິ່ງທີ່ບໍ່ແມ່ນຂອງຕົນ. ລອງມອງເບິ່ງຄົນທຸກ ຄົນລວຍ ເຈົ້ານາຍ ຕາຍໄປແລ້ວມີຍາດພີ່ນ້ອງຄົນໃດຈູດລົດຈູດເຮືອນໃຫ້ ເຫັນແຕ່ກະໂລງນ້ອຍໆ ບ່ອນຢູ່ກະພໍແຕ່ຫຼົມຂວດໂຫຼກະດູກ(ເຮັດເອາະເຈາະຢູ່)...
ນັ້ນຊີວິດບໍ່ມີແກ່ນສານ ເອົາສາຣະປະໂຫຍດບໍ່ໄດ້ , ຮຽນສູງໆບາງຄົນກະລືມສອງເຖົ້າທີ່ສົ່ງເຂົາຮຽນ ສອງເຖົ້າເປັນພຽງຊາວນາ ຊາວສວນ ແຕ່ເຊື່ອບໍ່ວ່າເພິ່ນສາມາດສົ່ງເຈົ້າຮຽນຈົບປະຣິນຍາໄດ້ ແຕ່ໜ້າລະອາຍບາງຄົນຫຼົງວິຊາຄວາມຮູ້ ຮຽນຈົບປະຣິນຍາມາຍັງບໍ່ສາມາດລ້ຽງຜູ້ເຖົ້າສອງຄົນໄດ້...
- ແລ້ວທ່ານຜູ້ທີ່ກຳລັງອ່ານຢູ່ນີ້ ເປົ້າໝາຍໃນຊີວິດທ່ານແມ່ນຫຍັງ?(ຊິແມ່ນຫຍັງກະແລ້ວແຕ່ເຈົ້າເທາະ!) !! ຢາກອກວ່າ ຢ່າລືມຄົນທີ່ໃຫ້ເລືອດເນື້ອຮ່າງກາຍເຈົ້າມາ... ຢ່າປະໝາດຄຸນສອງເຖົ້າ ເພາະເຈົ້າຈະບໍ່ມີວັນຈະເຣີນ..
1ໃ ປາຖະໜາຢາກມີຄອບຄົວອົບອຸ່ນ (ຕອນນີ້ເຮົາໃຫ້ຄວາມອົບອຸ່ນກັບຄອບຄົວຫຼືຍັງ?)
2 ຢາກໄດ້ແຟນຜູ້ຮູ້ໄດ້ຊູ້ຜູ້ງາມ (ຢ່າທຳຮ້າຍຈິຕໃຈຂອງຜູ້ເປັນພໍ່ແມ່)
3 ຢາກໄດ້ລູກ ສະຫຼາດ ຄຳຮູ້ ວ່າງ່າຍສອນງ່າຍຟັງຄວາມເປັນເດັກດີ (ຕອນນີ້ເຈົ້າເປັນລູກທີ່ດີຫຼືຍັງ?)
4 ຢາກໄດ້ມິຕດີທີ່ຈິງໃຈ ຊູ້ແຟນບໍ່ນອກໃຈ (ຄິດເບິ່ງແຕ່ລະວັນເວົ້າດີເວົ້າມ່ວນກັບພໍ່ແມ່ລະເບາະ? ເວົ້າກັນແຟນໂດຍ​ໆ ...ທີ່ຮັກ (ໂອ໊ຍກູຢາກຮາກ) ກັບມາບ້ານແມ່ຖາມຄືກັບເດິກແທ້ລູກ? = ຊິມາຫຍຸ້ງຫຍັງກັບເຮົາເກາະເຮົາໃຫຍ່ລະນ່າ ກັບຈັກໂມງກະຊິເປັນຫຍັງຊີວິດເຮົານ່າຢ່າລຳໄລຫຼາຍ(ມັນວ່າ))
5 ຄວາມກະຕັນຍູ ເປັນເຄື່ອງບອກຄຸນງາມຄວາມດີເດີ້ທ່ານທັງຫຼາຍ... ເຮັດດີກັບພໍ່ແມ່ເຂົ້າໄວ້ ຊີວິດຈະໄດ້ຈະເຣີນ

- ຫົວອົກຂອງພໍ່ແມ່ ລູກຊິເປັນໃຜ ລູກກະຍັງເປັນລູກ ຊິຍິ່ງໃຫຍ່ຊ່ຳໃດກັບຄົນອື່ນ ແຕ່ກັບພໍ່ແມ່ ມຶງກະຍັງເປັນລູກກູຄືເກົ່າ..... (ຈົບ ) ຊິມີຫຼືບໍ່ມີບຸ ສາລາ ສາຣະ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໒ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂອຍອ້າຍເອີ້ຍ ຄົນເຮົາສະໄໝນີ້ ບາງຄົນກໍວ່າຕົວເອງສິນທຳ ຕົວເອງເຮັດຖືກ

ແຕ່ທີ່ຈິງກະເຫ້ຍ ບໍ່ຍອມຮັບຕົວເອງ


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ EndlessStory ຂຽນວ່າ...
ໂອຍອ້າຍເອີ້ຍ ຄົນເຮົາສະໄໝນີ້ ບາງຄົນກໍວ່າຕົວເອງສິນທຳ ຕົວເອງເຮັດຖືກ

ແຕ່ທີ່ຈິງກະເຫ້ຍ ບໍ່ຍອມຮັບຕົວເອງ


ແມ່ນແລ້ວການທີ່ຈະໃຫ້ຄົນອື່ນຫຼືສັງຄົມຍອມຮັບນັ້ນ.. ເຮົາຕ້ອງຍອມຮັບໂຕເອງກ່ອນ.
ພໍໃຈໃນສິ່ງທີ່ມີ ດີໃຈໃນສິ່ງທີ່ເປັນ ເຊື່ອໝັ້ນໃນຄຸນງາມຄວາມດີ... ມີຄວາມຮັກແລະເມຕຕາ ຊ່ວຍເຫຼືອພໍ່ແມ່.(ແບບນີ້ບໍ່ຕ້ອງໄປຍອກໃຜດອກ ສັງຄົມແລະຄົນອື່ນຊິຮັບເຮົາເອງ)

ມີພຽງຮັກແທ້ໃຜແນ່ຊິມາເອົາ