ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ທ່ຽວ ຍູໂລບ : ກະທູ້ ສຳລັບແບ່ງປັນຄວາມຮູ້ ປະສົບການ ການທ່ອງທ່ຽວໃນຍູໂລບ

໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເນື່ອງ ຈາກເຈົ້າຂອງ ກະທູ້ ເປັນຄົນມັກ ທ່ອງທ່ຽວ ເລີຍ ຕັ້ງກະທູ້ ເພື່ອມີຄົນ ມັກທ່ອງທ່ຽວຄື ກັນ ເຊິ່ງຈະເນັ້ນມາ ໂຊນຍູໂລບ ກ່ອນ ຊ່ວງນີ້

ໃຜມີ ປະສົບການດີດີ ເລື່ອງລາວຢາກເລົ່າ ເຄັດລັບເລັກເລັກນ້ອຍຍ້ອຍ ຄວາມຮູ້ການເດີນທາງ ທ່ອງທ່ຽວ ທີ່ພັກ ອາຫານ ກາມາ ແບ່ງປັ່ນກັນເດີ

ປລ ລົ່ງຮູບບໍ່ເປັນ 555


໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຈົ້າຂອງ ກະທູ້ລົມຄົນດ່ຽວກ່ອນ ກາໄດ້ 5555

ມີໂອກາດຮຽນ ຢູ່ ເມືອງ Wiltz ປະເທດ Luxembourg

Luxembourg ເປັນ ປະເທດ ນ້ອຍນ້ອຍ ໃນທະວີບ ຢູໂລບ ເຊິ່ງບໍ່ມີຊາຍແດນດິນກັບທະເລຄືກັບລາວ landlocked country , ຕິດກັບ ບິວຢຽມ ເຍຍລະມັນ ແລະ ຝຮັ່ງເສດ . ເມືອງຫຼວງ ກາຊື່ດ່ຽວກັບປະເທດ ຈາກປະສົບການ ເປັນເມືອງທີ່ໜ້າຮັກ ການຄົມມະນາຄົມ ສະດວກສະບາຍ ເໝາະກັບການ ມາທ່ຽວແບບ Day trip , ແຕ່ຄ່າຄອງຊີບ ອາຫານ ຄ່ອຍຂ້າງແພງກວ່າ ປະເທດຮອບຂ້າງ ເກືອບ ສອງເທົ່າ ເປັນປະເທດທີ່ລວຍ ວ່າຊັ້ນສາ , ອາກາດດີ ອ້ອມຮອບດ້ວຍພູຜາປ່າດົ່ງ 555 ບາງທີ່ຄິດວ່າ ຢູ່ຫຼວງພະບາງ

ຄ່າ ປີລົດໄຟ ລົດເມ 1 ມື້ 4€ ໃຊ້ໄດ້ 24ຊົ່ວໂມງ ຖືວ່າຖືກ ເພາະໄປໄດ້ ທົ່ວປະເທດ 555 ມີໂອກາດ ໄດ້ມາ ປາລີ ກາເວະມາໄດ້ ເພາະ ຂີ່ລົດໄຟຈາກ ປາລີ ປະມານ 2.30 h

ລົງຮູບບໍ່ເປັນ 555 ກາວ່າຈະລົງໃຫ້ເບິ່ງ ໜ້າຮັກຢູ່ :D


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາອິດສາແທ້ ຄືໄດ້ໄປທ່ຽວຫຼາຍບ່ອນ
ມັກຄືກັນເດີ ທ່ອງທ່ຽວນີ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິທີອັບໂຫຼດຮູບ ກໍເອົາລົງອາລະບໍ້າກ່ອນ ແລ້ວເອົາລິ້ງແບ່ງປັນມາໃສ່ເດີ :)


໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ເປັນຕາອິດສາແທ້ ຄືໄດ້ໄປທ່ຽວຫຼາຍບ່ອນ
ມັກຄືກັນເດີ ທ່ອງທ່ຽວນີ້



ອຸ້ຍ ເອື້ອຍພາເຈົ້າເກົ່າ ງຽບເຫງານເນາະ ຄິດຮອດຕອນແຕ່ກີ້

ບໍ່ຕ້ອງອິດສາເອື້ອຍ ພາ ກຳລັງກິນ ແກບ 5555

ປລ ຂອບໃຈທີ່ເນະນຳການລົງຮູບ ຮູ້ສືກລຳບາກນິດນິດ555


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາຮາ ຈັກໜ້ອຍກໍລຶ້ງເອງລະ ນາງຫລ້າຄຳແພງ ໜ້າຮັກ ຈຸບໆ ຮາຮາ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຄົນ​ເຮົາ​ມີ​ຄວາມທຸກ​ເປັນ​ຂອງ​ໂຕ​ເອງ​ບໍ່​ວ່າ​ໃຜ​ກໍ່ຕາມ ​​ແມ່ນ​ແຕ່​ໂອ​ບາ​ມ້າ​ຫລື ບິ​ລ​ເກດ ກະ​ຍັງ​ມີ​ທຸກ


໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຮາຮາ ຈັກໜ້ອຍກໍລຶ້ງເອງລະ ນາງຫລ້າຄຳແພງ ໜ້າຮັກ ຈຸບໆ ຮາຮາ



ເອື້ອຍພາບໍ່ແມ່ນໄດ້ເລື່ອນຂັ້ນ ເປັນເລຂາ ເຈົ້າຂອງພັນລາວລະຫວາ ຫັ່ນ 555


໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...

ຄົນ​ເຮົາ​ມີ​ຄວາມທຸກ​ເປັນ​ຂອງ​ໂຕ​ເອງ​ບໍ່​ວ່າ​ໃຜ​ກໍ່ຕາມ ​​ແມ່ນ​ແຕ່​ໂອ​ບາ​ມ້າ​ຫລື ບິ​ລ​ເກດ ກະ​ຍັງ​ມີ​ທຸກ



555 ງົງ ງົງ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Phoylinpham ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...

ຄົນ​ເຮົາ​ມີ​ຄວາມທຸກ​ເປັນ​ຂອງ​ໂຕ​ເອງ​ບໍ່​ວ່າ​ໃຜ​ກໍ່ຕາມ ​​ແມ່ນ​ແຕ່​ໂອ​ບາ​ມ້າ​ຫລື ບິ​ລ​ເກດ ກະ​ຍັງ​ມີ​ທຸກ



555 ງົງ ງົງ




ຄົນທຸກຄົນ ມີຄວາມທຸກທາງໃຈເປັນຂອງໂຕເອງ ບໍ່ວ່າໃຜກໍ່ຕາມ ແມ່ນແຕ່ ໂອບາມ້າ ຫລື ບີລເກດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Phoylinpham ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຮາຮາ ຈັກໜ້ອຍກໍລຶ້ງເອງລະ ນາງຫລ້າຄຳແພງ ໜ້າຮັກ ຈຸບໆ ຮາຮາ



ເອື້ອຍພາບໍ່ແມ່ນໄດ້ເລື່ອນຂັ້ນ ເປັນເລຂາ ເຈົ້າຂອງພັນລາວລະຫວາ ຫັ່ນ 555

ເລຂາ. ເອີ້ນວ່າພະນັກງານຕ້ອນຮັບດີກວ່າ