ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ແຊຣປະສົບການຈາກການຊື້ເຄື່ອງຈາກ Aliexpress

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ເລື່ອງມີຢູ່ວ່າ: ເມື່ອປະມານຕົ້ນເດືອນທີ່ແລ້ວ(ເດືອນ11) ຂ້ອຍໄດ້ທົດລອງສັ່ງເຄື່ອງຈາກເວັບ 108shopsonline.com ເຊິ່ງເປັນເວັບຂາຍສິນຄ້າຈາກ Aliexpress. ຂ້ອຍໄດ້ສັ່ງສິນຄ້າມາສອງຢ່າງເຊິ່ງເປັນໂມງຂໍ້ມື 1 ອັນ ແລະ ເກິບອາດິດາສ 1 ຄູ່

=> ໂມງຂໍ້ມື ລາຄາຢູ່ທີ່ 18.66$ ຕໍ່ອັນ ແລະ ຂ້ອຍເລືອກຊິບປີ່ງຂອງບໍລິສັດ DHL ເຊິ່ງເສຍຄ່າຊິບປິ່ງປະມານ 13.00$ ເຊິ່ງຈະໄດ້ຮັບສິນຄ້າພາຍໃນ 7-15 ວັນ(ເພາະໃຈຮ້ອນແດ່) ລວມເງິນຄ່າໂມງ ກັບ ຄ່າ ຊິບປີ່ງຈາກ DHL ທີ່ຂ້ອຍໃດ້ຈ່າຍແມ່ນ 31.66$.... ຜ່ານໄປໄດ້ 12 ມື້ຂ້ອຍກະໄດ້ໂມງທີ່ຂ້ອຍຕ້ອງການ(ໄວດີຄືກັນເນາະ) ເຊີ່ງໂມງກໍ່ປະທັບໃຈຫຼາຍ ເປັນດັ່ງທີຮູບໃນເວັບເລີຍ

=> ສ່ວນເກິບອາດິດາສ ລາຄາແມ່ນ 70.20$ ຕໍ່ຄູ່ ແລະ ຂ້ອຍໄດ້ເລືອກທົດລອງສົ່ງແບບ ຟຣີຊິບປີ່ງຈາກ China mail ເຊິ່ງໄຊ້ເວລາດຳເນີນການຂົນສົ່ງ ປະມານ 20-38 ມື້ .... ຜ່ານໄປ 27 ມື້ ຂ້ອຍກະໄດ້ເກິບໃໝ່ທີ່ຖຶກໃຈຂ້ອຍແຮງ ແຕ່ພັດເບີເກີບໃຫຍ່ໄປໜ່ອຍໜື່ງ


ສິ່ງທີ່ຄາໃຈ: ຖ້ເຮົາສັ່ງສິນຄ້າປະເພດໃຫຍ່ໆ ຫຼື ລາຄາສູງເຮົາບໍ່ໄດ້ເສຍພາສີເລີຍຫວ໋າ, ຖ້າເຮົາສັ່ງສິນຄ້າໃດໜື່ງມາຫຼາຍໆເພື່ອຈຳໜ່າຍຊິບໍ່ຖຶກພາສີຈັດການບໍ່? ເພາະ ສິນຄ້າບາງປະເພດຖຶກກົ່ວໃນຕະຫຼາດບ້ານເຮົາ ແລະ ຄຸນນະພາບກະດີກົ່ວຫຼາຍ

ເຖີງຢ່າງໃດກະຕາມນີ້ເປັນປະສົບການຊື້ສິນຄ້າອອນໄລນຄັ້ງທຳອິດຈາກ Aliexpress.
ຊາວພັນລາວເຮົາເດ໋ ໃຜມີປະສົບການທາງດ້ານນີ້ ກະເລົ່າສູ່ກັນຟັງແດ໋


໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຂໍຕອບແຕ່ສິ່ງທີ່ຄາໃຈ: ຕາມກົດໝາຍລະບຽບບ້ານເມືອງ ການນຳເຂົ້າສິນຄ້າຈາກຕ່າງປະເທດປະເພດໃດກໍ່ຕາມເຂົ້າມາໃນ ສ.ປ.ປ.ລ ມັນກໍ່ຕ້ອງໄດ້ເສຍພາສີອາກອນຢູ່ແລ້ວ, ສ່ວນພາສີຊິຖືກ ຫລືແພງ? ຂຶ້ນກັບປະເພດສິນຄ້າ ເຊິ່ງໄດ້ຖືກກຳນົດໄວ້ໃນປຶ້ມຄູ່ມືສິນຄ້າ ແລະລາຄາຄ່າພາສີຂອງກົມພາສີ.
ແຕ່: ມັນມີບໍລິສັດຮັບຂົນສົ່ງສິນຄ້າຈາກຈີນຫັ້ນເດ ເສຍແຕ່ຄ່າຂົນສົ່ງ ( ຖືກອີກ ) ສ່ວນພາສີ ຕາມຄວາມຄິດຂອງຂ້ອຍ ບໍລິສັດເຂົາເສຍແບບມອບເໝົາແລ້ວ. ຂ້ອຍກໍ່ເຄີຍສັ່ງເຄື່ອງຈາກຈີນຜ່ານ Alibaba ຄືກັນ, ເຄີຍຂົນສົ່ງດ້ວຍ DHL, TNT . . . ຄ່າຂົນສົ່ງ ແພງ ແລະເຈົ້າຂອງເຄື່ອງກໍ່ຕ້ອງໄດ້ໄປ ເຄລຍ ເລື່ອງພາສີເອງ ເສຍຫລາຍຕໍ່ ຫຍຸ້ງຍາກ.


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
.