ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສັງກັດລັດ(ເຮັດການນຳລັດ)ເປັນລັດຖະກອນ

໙ ກະທູ້
໒໑໙ ໂພສ
ນັກການກະທູ້
ໄດ້ຍີນຫລາຍຄົນເວົ້າວ່າ:ຖ້າອາຍຸກາຍ 35 ປີ ແມ່ນບໍມີສິດເຮັດການສັງກັດລັດແມ່ນບໍມີຜົນດີ
ຫລືຜົນເສຍຈັ່ງໃດຊ່ວຍອອກຄວາມເຫັນ..

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄືກັນວ່າ ກາຍ 35 ແລ້ວເຮັດນຳລັດໄດ້ບໍ່
ເຮັດນຳລັດມັນກະດີຕົວະ ເຮັດວຽກສະບາຍ ໄດ້ເງິນດີ ມີສະຫວັດດີການພ້ອມ ເບິ່ງແຍງກັນໄປຈົນຕາຍ ບາງທີເບິ່ງກັນຮອດລູກຮອດຫຼານ ຊິຫາແບບນີ້ໄດ້ຢູ່ໃສ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ເຮັດໄດ້ແຕ່ຊ່ວງເວລາກ້າວໜ້າອາດຈະສັ້ນ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ເຮັດວຽກກັບໃຜກໍຢ່າ ມັນຢູ່ທີ່ເປົ້າໝາຍສູງສຸດວ່າຕ້ອງການຫຍັງ ຖ້າຢາກລ້ຳຢາກລວຍ ແນະນຳວຽກການຄ້າ(ຢາ) ຢາກໄດ້ຢາກດີ ແນະນຳວຽກເລ(ຍ)ຂາ ແຕ່ຖ້າຢາກມີໜ້າມີຕາ ຕ້ອງການເງິນ (ແບບວ່າໜີ້ສິນຫຼາຍ) ສຸດທ້າຍຖ້າຢາກເຮັດວຽກທີ່ມີຄວາມສຸກ ລະຝັນເອົາ ຊິລັດຫຼືເອກະຊົນ ມັນກະຄືກັນ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ເຮັດນຳລັດມີກຽດ..

ເທບແຫ່ງພາສາລາວ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜວ່າ?? ເຫັນລັດຖະກອນສ່ວນຫລາຍກະລຸ້ນນັ້ນຂຶ້ນໄປຫມົດແຫລະ

ທ້າວທອງໃສ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເພາະວ່າຂ້ອຍເປັນນັກຮຽນ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
:


໕ ກະທູ້
໑໗໒ ໂພສ
ນັກການກະທູ້
ແມ່ນແທ້ຊ້ຳເບາະ


໕ ກະທູ້
໑໗໒ ໂພສ
ນັກການກະທູ້
ເປັນຫຍັງຕ້ອງຈຳກັດອາຍຸເນາະ + =


໙ ກະທູ້
໒໑໙ ໂພສ
ນັກການກະທູ້
ໄດ້ຍີນເຂົາວ່າມາຈັ່ງຊັ້ນວ່າອາຍູກາຍສາມຫ້ແລ້ວບໍມີສີດວ່າຊ້ານດອກຖ້າມີຂ້ອຍເຫັນຢູ່ເມືອງເຂົາບໍຈຳກັດ
ທະແນມມີວຸດການສືກສາສູງໆໆແຮງໄດ້ວຽກດີຖ້າຮຽນຮຽນເກັງໆໆມີບໍລິສັດມາຈ້າງໃຫ້ຮຽນແລ້ວເຮັດວຽກໃຫ້ບລີສັດເຂົາ

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ່າວລືຊື່ໆຕິ.. ຄັນຈຳກັດການສຶກສານີ້ກະວ່າແນວໜຶ່ງ
ອັນນີ້ມາຈຳກັດອາຍຸ... ບໍ່ມີເຫດຜົນ

<-----ຄົນໃຈດີແຟນຄລັບ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນຈຳກັດອາຍຸແທ້
ຄຈດ ຄືຊິບໍ່ມີສິດເຮັດວຽກນຳລັດລະແຫລະ

<-----ຄົນໃຈດີແຟນຄລັບ