ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ທ່ານເຄີຍຖືກບໍ່ເວລາທີ່ທ່ານນັ່ງຢູ່ໃນໂຮງໜັງ, ຫໍວັດທະນະທຳ ແລະອື່ນໆ ໃນຂະນະທີ່ທ່ານກຳລັງຮັບຊົມລາຍການຢ່າງເພີດເພີນ ພັດມີຄົນຢູ່ທາງຫຼັງເຕະຕັ່ງທີ່ທ່ານນັ່ງຢູ່ຄ່ອຍໆ ແຕ່ເຕະຊຳ້ກັນເລື້ອຍໆຈົນໜ້າລຳຄານ ຂ້າພະເຈົ້າເອງເຄີຍຖືກຫຼາຍເທື່ອແລ້ວເຊັ່ນ: ມື້ວານນີ້ຂະນະທີ່ຂ້າພະເຈົ້າກຳລັງນັ່ງຮັບຊົມການສະແດງຂອງຄົນຈີນຢູ່ຫໍວັດທະນະທຳຢູ່ນັ້ນ ຂ້າພະເຈົ້າກໍ່ເກີດຮູ້ສຶກລຳຄານເພາະໄດ້ມີຊາຍຄົນໜຶ່ງເຕະຕັ່ງທີ່ຂ້າພະເຈົ້າກຳລັງນັ່ງຢູ່ ເມື່ອຂ້າພະເຈົ້າຫຼຽວຫຼັງໄປເບິ່ງແທນທີ່ລາວຈະຢຸດແຕ່ລາວພັດແຮ່ງເຕະແຮງຂື້ນຕື່ມ ແລະຖີ່ຂຶ້ນຕື່ມອີກດ້ວຍ. ຂ້າພະເຈົ້າຄິດວ່າການກະທຳແບບນີ້ແມ່ນສິ່ງທີ່ບໍ່ຄວນທີ່ຈະເຮັດເພາະເຮົາຢູ່ໃນສັງຄົມກໍ່ຄວນຈະຄິດເອົາໃຈເພິ່ນມາໃສ່ໃຈໂຕບໍ່ແມ່ນຈະເຮັດຄືຢູ່ບ້ານໂຕເອງ ທ່ານຄິດວ່າແນວໃດ? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນສິກະລຳຄານຄືກັນໝົດຫັ້ນແຫຼະ ຂ້ອຍກະເຄີຍຖຶກ ເທື່ອນື່ງ ລຳຄານຫຼາຍ ກະເລີຍ ຫຼຽວຫຼັງໄປລະກະສົ່ງສາຍຕາ ອັນບໍ່ພໍ່ໃຈ ໄປ ຄົນຜູ້ນັ້ນກໍ່ຂໍໂທດ ແລະ ກະບໍ່ແຕະ ອິກ ແຫ່ແຫ່
ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫງວາກໜ້າກັບຫລັງໄປຫາເຂົາແລ້ວວ່າ: ຫ້ວຍຢາກມີເລື່ອງເບາະ ບະ..! ( ເທົ່ານີ້ລະ ) ^_^
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
bor thuek tong t sout leryy
ຈຸດຢືນຂອງຄົນເຮົາແມ່ນ...ຝາ....
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
@ aLexXLFC ໃຄແນ່ດອກລາວຍັງຂໍໂທດເຈົ້າ ແຕ່ອັນນີ້ແຮ່ງເຮັດໃສ່ຕື່ມຫັ້ນຕິ ມັນໜ້າໂມໂຫ ຄົນອີ່ຫຍັງເຖົ້າແຕ່ອາຍຸກັບຮ່າງກາຍສະໝອງນ້ອຍທໍ່ແມງມີ່ບໍ່ມີມາລະຍາດເລີຍ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ມີມາລະຍາດເລີຍ
ເປັນຫັຍງຄົນເຮົາຈິ່ງເອົາຮູບຫົວໃຈເປັນສັນຍາລັກຕົວແທນຂອງຄວາມຮັກ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາບອກຊາດ ມາລະຍາດບອກຕະ******ນ
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄືຍຖືກຄືກັນ ສ່ວນຫຼາຍແມ່ນຜູ້ສາວກວນ 5555+
ທ້າວທອງໃສ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະບອກຂະເຈົ້າວ່າ ກະລຸນນາ ນັ່ງລ້າໆກະໄດ້ເດີ້ ຢ່າສູ່ເຕະຕັ່ງໄດ້ບໍ່ ຂ້ອຍລຳຄານ
Catnoi ຜູ້ຫນ້າຮັກສະເຫມີ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ເຄີຍຖືກບໍ່ຮູ້ເລີຍແຕ່ກະຄືຊິຫ້ນາລຳຄານ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢ່າໄປຊາມັນເທາະ.ມັນໄປເຮັດແບບນີ້ອີກທາງໜ້າ ດຽວມັນຫາກຖືກຂະເຈົ້າສັ່ງສອນດອກ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮົາກະເຄີຍຖືກຄືກັນ ແຕ່ເຮົາບໍ່ກ້າເວົ້າຫຍັງໃຫ້ຂະເຈົ້າໃດລະ
IlOvECompUteR
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ຢາກເວົ້າໃຫ້ເຂົາເຈົ້າຄົນແບບນີ້ເວົ້າໃຫ້ກະຄືຊິບໍ່ຄິດວ່າໂຕເອງຜິດແລະສຸດທ້າຍກະຄືຊິເປັນເລື່ອງ ກະເລີຍປ່ອຍໆໄປເຮັດເປັນບໍ່ສົນໃຈ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
te mun kuen tua... hahaha.... un ni man kei u... tea liew bg na gajao, gajao ga yarn koi leo.. (nar hord na)
ຊີວິດກະຄືເກມ (ບໍ່ແມ່ນ THE SIM ໄດ໋ລະ)
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຜູ້ຊາຍເຕະຫວາ ມັນໂຄດໜ້າຕົວເມຍເລີຍ
ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກັບສິ່ງໜຶ່ງທີ່ລຳຄານແມ່ນເວລາໄປເບິ່ງໜັງ ຢູ່ໄອເຕັກແລ້ວມີພພວກມັກເວົ້າແຊກນ່ະ ເວົ້າໜ້ອຍໜຶ່ງກະໂອຢູ່ ແຕ່ເວົ້າຫຼາຍລະລຳຄານ
ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
lam khan kheu kan, tae tha pen khoi khoi ja vao nam lao tong tong leiy wa mee ban ha yung bor?
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນັ້ນມັນສະແດງເຖີ່ງມາລະຍາດຂອງຄົນ ເມື່ອຢູ່ສະທີ່ເຊັ່ນ: ສະຖ່ານທີ່ສາທາລະນະ ໂຮງລະຄອນ ໂຮງຫນັງ ຫ້ອງປະຊຸມ ຣດສາທາລະນະແລະແມ່ນກະທັ້ງຢູ່ເຮືອນຂອງເຮົາເອງ, ເຮົາກໍ່ບໍ່ຄວນສ້າງຄວາມລຳຄານໃຫ້ກັບຄົນເຊັ່ນ:ຖີ່ມຂີ່ເຫຍື້ອລົງພື້ນ ລົມໂທລະສັບ ເອົາຕີນເຕະ ຢັນຕັ່ງ ສູບຢາ ລົມກັນແຮງ ເປີດເພງແຮງ...ຯລຯ ເຮົາຈະເປັນຄົນດີຂອງສັງຄົມໄດ້ກໍ່ຄື:ເຄົາລົບແລະໃຫ້ກຽດສິດຖິຂອງຄົນອືນ, ການນຸ່ງຖືບອກຊາດ ມາລະຍາດບອກຕະກຸນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຍັງບໍ່ເຈີະ ແຕ່ຖ້າເຈີະແທ້ກາຄົງຈະແນມເບິ່ງ ຖ້າຍັງບໍ່ເຊົາກາຄົງຈະບອກລາວວ່າ ຕີນເຈົ້າຖືກຕັ່ງຂ້ອຍ ມັນນັ່ງຍາກ ແຕ່ວ່ານ້ອງຫັນໄປດ້ວຍສາຍຕາແນວໃດລະ ເຂົາຈຶ່ງແຮງເຮັດໃສ? ງົງ
有自信不一定赢 没自信一定输
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍຄືກັນ ແຕ່ກະເຈົ້າກະບໍ່ໄດ້ຕັ້ງໃຈ ແຕ່ຖ້າມີເຕະແບບ2-3 ເທືອກະຊິມີເລື່ອງໂລດແລະ ປະມານວ່າ Meungຄືມ່ວນເທະ ລອງKooເຕະຄືນດູຈັກບາດ... Meungລົງມານັ່ງບ່ອນKooດຽວນີ້ໆໆໆໆໄວໆໆໆໆ Kooກະຢາກມ່ວນຄືmeung ເຮັດໃສ່ຂ້ອຍ (ອາລົມຮ້າຍແຮງເນາະຂ້ອຍ ອິອິອິອິອິ ປະມານວ່າ ເກືອຈິມເກືອນະ)
ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
lam kharn thae
ຈຸດຢືນຂອງຄົນເຮົາແມ່ນ...ຝາ....
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
55+ ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ... ເຄີຍຄືກັນແຕ່ກະເຈົ້າກະບໍ່ໄດ້ຕັ້ງໃຈ ແຕ່ຖ້າມີເຕະແບບ2-3 ເທືອກະຊິມີເລື່ອງໂລດແລະ ປະມານວ່າ Meungຄືມ່ວນເທະ ລອງKooເຕະຄືນດູຈັກບາດ... Meungລົງມານັ່ງບ່ອນKooດຽວນີ້ໆໆໆໆໄວໆໆໆໆ Kooກະຢາກມ່ວນຄືmeung ເຮັດໃສ່ຂ້ອຍ (ອາລົມຮ້າຍແຮງເນາະຂ້ອຍ ອິອິອິອິອິ ປະມານວ່າ ເກືອຈິມເກືອນະ)
ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນແບບນີ້ກະລຳຄານຄືກັນເດີ້ ເຮັດຕາຂຽວໃສ່ໂລດນາ... ຮາ ຮາ
ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ WanJaiiiiiiiiiiiii ຂຽນວ່າ... ຍັງບໍ່ເຈີະ ແຕ່ຖ້າເຈີະແທ້ກາຄົງຈະແນມເບິ່ງ ຖ້າຍັງບໍ່ເຊົາກາຄົງຈະບອກລາວວ່າ ຕີນເຈົ້າຖືກຕັ່ງຂ້ອຍ ມັນນັ່ງຍາກແຕ່ວ່ານ້ອງຫັນໄປດ້ວຍສາຍຕາແນວໃດລະ ເຂົາຈຶ່ງແຮງເຮັດໃສ? ງົງ ກະຫັນໄປສົ່ງສາຍຕາບອກມັນຫັ້ນແຫຼະວ່າລຳຄານນະເຊົາເຕະດຸ ແຕ່ມັນຫາກຈອງຫອງມາເຮັດໃສ່ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຂົາເຈົ້າຕັ້ງເຮັດຫວາຫັ້ນ ບໍ່ມີມາລະຍາດເລີຍ ກະລຳຄານຄືກັນຫັ້ນລະແບບນີ້ນະ
ຂ້ອຍແມ່ນ in2on!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍຖືກຕອນຢູ່ຍົນ...ຄວາມຊວຍໄດ້ໄປນັ່ງບ່ອນຫຼັງສຸດແຖມໄກ້ຫ້ອງນ້ຳອີກ... ອັນພວກນັກໂດຍສານເພີ່ນມາຢືນຖ້າເຂົ້າຫ້ອງນ້ຳຫັ້ນເກາະ...ມາຢືນຈ່ອງຕັ່ງລະອອກກຳລັງກາຍຢູ່ ຈັ່ງແມ່ນພວກເພິ່ນມີຄວາມສຸກ...ບາດເຮົາແນມເບີ່ງພັດແຮງເຮັດແຮງກ່ວາເກົ່າໄດ໋ ແນວພວກເພີ່ນມັກຍ້ອງເດະ!! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍ.....ແຕ່ກະບໍ່ສົນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍ ,,, ພໍດີມີແຟນເລງເວີ່ຍ ພໍແຕ່ຫນັງຈົບ ເລີຍອອກໄປເຄຍກັນຢູ່ນອກ,,,ບັກນັ້ນກະເລີຍເຈັບໂຕ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫນ້າຈັ່ງຊີ້ກະມີຄົນກວນເສີຍຫວະ? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ HoLLyWoODUnD3aD ຂຽນວ່າ... ເຄີຍ ,,, ພໍດີມີແຟນເລງເວີ່ຍ ພໍແຕ່ຫນັງຈົບ ເລີຍອອກໄປເຄຍກັນຢູ່ນອກ,,,ບັກນັ້ນກະເລີຍເຈັບໂຕຈັ່ງແມ່ນໂຊກດີມີແຟນເຄຍໃຫ້ ອິດສາເດ້ຢາກມີແຟນແບບນັ້ນເດະ ເວລາມີເລື່ອງຫຍັງກະແຟນຈັດການໃຫ້ເຮົາແນ່ ເຮີໆໆໆ ສະບາຍລະບາດໜິ |