ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເກມທົດສອບນິໄສ.

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ເກມທົດສອບນິໄສ.

ມີຄົນຢູ່ 5 ຄົນຄື: L M S B F
LBF ເປັນຍິງ
MS ເປັນຊາຍ

ເລື່ອງມີຢູ່ວ່າ L ກັບ M ເປັນແຟນກັນ.ທັງສອງຮັກກັນຫຼາຍແຕ່ຄວາມຮັກກໍມີອຸປະສັກເພະວ່າ L ແລະ M ຢູ່ຫ່າງໄກກັນຫຼາຍ. Lຢາກຈະໄປຫາ Mແຕ່ບັນຫາຄືບໍ່ຮູ້ວ່າ M ຢູ່ບ່ອນໃດ. ສົ່ງ E-mail ໄປຫຼືໂທມືຖືໄປ M ກໍບໍ່ຕອບຮັບ. ເຮັດໃຫ້ L ຄຶດຮອດແລະເປັນຫວ່ງຫຼາຍ.

ເມື່ອເປັນເຊັ່ນນັ້ນ B ຮູ້ເລື່ອງທີ່ L ຢາກໄປຫາ M ຈິ່ງຍື່ນມືເຂົ້າໄປຊ່ວຍໂດຍບອກວ່າ B ຮູ້ວ່າ M ຢູ່ບ່ອນໃດແລະສາມາດພາ L ໄປໄດ້ແຕ່ມີຂໍ້ແມ້ຄື L ຕ້ອງເອົາເງິນມາໃຫ້ B ສາມແສນບາດແລ້ວ B ຈະພາໄປຫາ M. ເນື່ອງຈາກ L ຄຶດຮອດ M ຫຼາຍຈຶ່ງຕອບຕົກລົງ.

ແຕ່ L ກໍບໍ່ມີເງິນ ສາມແສນບາດໄປໃຫ້ B ເມື່ອ S ຮູ້ເຂົາຈຶ່ງບອກວ່າເຂົາມີເງິນສາມແສນບາດທີ່ຈະໃຫ້ L ເອົາໄປໃຫ້ B ແລ້ວ L ກໍຈະໄດ້ໄປຫາ M. S ບອກວ່າເຂົາຈະໃຫ້ເງິນ L ໂດຍມີຂໍ້ແມ້ຄື L ຕ້ອງນອນນຳໜຶ່ງຄືນ. L ເລີຍບໍ່ມີທາງເລືອກຈຶ່ງຕອບຕົກລົງ.

ເມື່ອຄືນທີ່ L ນອນກັບ S. F ມາເຫັນເລີຍເຂົ້າໃຈຜິດວ່າ L ນອກໃຈ M. F ຈຶ່ງນຳເອົາເລື່ອງໄປບອກໃຫ້ M ຟັງ. ເມື່ອ M ຮູ້ເລີຍກັບມາຫາ L ແລ້ວບອກເລີກກັບ L ໃນທັນທີເຮັດໃຫ້ L ເສຍໃຈຫຼາຍ.
----------------------------------------------------------------------------------------------------------------

ເຈົ້າຄິດວ່າໃຜຜິດຫຼາຍທີ່ສຸດໃນເລື່ອງນີ້??________________
ແລະເຈົ້າຄິດວ່າໃຜຜິດໜ້ອຍທີ່ສຸດໃນເລື່ອງນີ້??_______________

ຄົນທີ່ເຈົ້າຄິດວ່າຜິດຫຼາຍທີ່ສຸດ = ສິ່ງທີ່ເຈົ້າໃຫ້ຄວາມສຳຄັນໜ້ອຍທີ່ສຸດ.
ຄົນທີ່ເຈົ້າຄິດວ່າຜິດໜ້ອຍທີ່ສຸດ = ສິ່ງທີ່ເຈົ້າໃຫ້ຄວາມສຳຄັນຫຼາຍທີ່ສຸດ.
ຮູ້ບໍ່... L = Loveຄວາມຮັກ M = Moralສິນທຳ S = Sexເລື່ອງເພດ B = Businessທຸລະກິດ F = Friendເພື່ອນ.

ຕົວຢ່າງຖ້າເຈົ້າຄິດວ່າ B ຜິດຫຼາຍທີ່ສຸດແລະ F ຜິດໜ້ອຍທີ່ສຸດສະແດງວ່າໃຫ້ຄວາມສຳຄັນກັບທຸລະກິດໜ້ອຍແລະໃຫ້ຄວາມສຳຄັນກັບເພື່ອນ
ຫຼາຍ.

ແລະເຈົ້າເດລະໃຫ້ຄວາມສຳຄັນກັບໂຕໃດຫຼາຍ-ໜ້ອຍທີ່ສຸກ?
___________________
ເອົາມາຈາກ http://th.uncyclopedia.info (ບໍ່ຮູ້ວ່າເພື່ອນໆເຄີຍອ່ານແລ້ວຫຼືບໍ່)

ເທບແຫ່ງພາສາລາວ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເງິ...
ຂອງ ຂພຈ ແມ່ນຕົວທີ່ ຈຂກທ ຍົກຕົວຢ່າງຫັ່ນລະ..

ເຫດຜົນຄືຄິດວ່າ B ຜິດຫລາຍທີ່ສຸດຄື ຫນ້າເງິນເກີນໄປ.. ຕັ້ງໃຈຈະຊ່ວຍແລ້ວຍັງຄິດເຖິງເລື່ອງເງິນ..
ແລະທີ່ຄິດວ່າ F ຜິດຫນ້ອຍທີ່ສຸດຍ້ອນວ່າ F ພຽງແຕ່ເວົ້າຄວາມຈິງ..

ສະຫລຸບເລື່ອງໄດ້ວ່າ
ຄວາມຮັກຄິດຮອດແລະຢາກໄປຫາສິນລະທຳ...
ແລະ ທຸລະກິດກໍ່ເຂົ້າມາຊ່ວຍແຕ່ຄວາມຮັກບໍ່ມີເງິນໃຫ້
ຈຶ່ງໄດ້ຂໍຄວາມຊ່ວຍເຫລືອນຳເພດສຳພັນ ສຸດທ້າຍ..
ເພື່ອນຮັບບໍ່ໄດ້ເລື່ອງຄວາມຮັກທີ່ມີຫຍັງກັບເພດສຳພັນ
ເລີຍໄປບອກສິນລະທຳ ແລະແລ້ວ ສິນລະທຳກໍ່ມາບອກເລີກ ຄວາມຮັກ..

ຟັງເບິ່ງແປກໆ..


໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ບໍ່ບອກ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ໃນເລື່ອງຄິດວ່າ S ຜິດຫຼາຍທີ່ສຸດ ແຕ່ໃນຊີວິດຈິງ ມັນພັດເປັນສິ່ງທີ່ຂາດບໍ່ໄດ້ຫັນຕິລະ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີກໍ່ບໍ່ຕ້ອງໄປເສຍສົດໃຫ້ຄົນອື່ນ ເລື່ອງນີ້ຮັບບໍ່ໄດ້ ຮັກແທ້ກໍ່ຕ້ອງລໍດວ້ຍຄວາມບໍລິສຸດເຖີງຈະນານສັກພຽງໄດບໍ່ໄຫວຫວັນຕໍ່ອຸປະສັກດັ່ງກ່າວ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງນີ້ບໍ່ເວົ້າວ່າແມ່ນໃຜຜິດໃຜເປັນຄົນຮັກຄິດເອົາເອງ ເສຍຕົວເພື່ອແລກເງີນບໍ່ຕ່າງຫຍັງກັບກາລີ່

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່


໑ ກະທູ້
໑໑໙ ໂພສ
ນັກການກະທູ້
M ຜິດຫຼາຍທີສຸດເພາະເຮັດໃຫ້ L ເປັນຫ່ວງ ແລະ M ຍັງຜິດຫຼາຍທີສຸດເພາະວ່າບອກເລີກກັບ L , ທັ່ງທີ L ເຮັດເພື່ອ M

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ມັນຜິດນຳກັນໝົດຫັ້ນແຫຼະ ມີແຕ່ພວກໜ້າເງິນ, ຫື່ນກາມ, ບໍ່ຮູ້ຈັກຄຶດ, ຂີ້ຟ້ອງ ແລະ ບໍ່ຟັງເຫດຜົນ


໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ແມ່ນໆ ອິອິ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ apl ຂຽນວ່າ...
ມັນຜິດນຳກັນໝົດຫັ້ນແຫຼະ ມີແຕ່ພວກໜ້າເງິນ, ຫື່ນກາມ, ບໍ່ຮູ້ຈັກຄຶດ, ຂີ້ຟ້ອງ ແລະ ບໍ່ຟັງເຫດຜົນ



ໃຫ້ເລືອກແຕ່ຜູ້ທີ່ຜິດຫຼາຍທີ່ສຸດແລະຜິດໜ້ອຍທີ່ສຸດເທົ່ານີ້ເອງ.ເລືອກເອົາແຕ່ 2 ຢ່າງ.

ເທບແຫ່ງພາສາລາວ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍອ່ານແລ້ວ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລະຄຶດວ່າ B ຜຶດຫຼາຍ ເປັນໝູ່ການແທ້ໆ ຄືມາຮ້ອງຫຼາຍແທ້


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
M ບໍ່ຕອບ ອີເມລ ເລີຍເປັນເຫດ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗ ກະທູ້
໔໐໐ ໂພສ
ຊຳນານການເວັບບອດ
Sເປັນໝູ່L

S ມີເງິນ ຖ້າຢາກຊ່ວຍຄວນບໍ່ຫວັງຫຍັງຕອບແທນ

ອີກຢ່າງເປັນຜູ້ຊາຍເຮັດແບບນີ້ແມ່ນບໍ່ໃຫ້ກຽດຜູ້ຍິງເລີຍ

ໝູ່ກັນແທ້ແທ້

ອັນBຫັ້ນກະຄືກັນ ......



໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ vip ຂຽນວ່າ...
ບໍ່ບອກ



ບອກມັນຊິເປັນອິຊັງເດນໍ..

ເທບແຫ່ງພາສາລາວ


໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
L ຜິດຫຼາຍສຸດ
S ຜິດໜ້ອຍໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆສຸດ
ອິອິ


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
M ລາວກໍ່ແຄ້ບໍ່ຕອບ E-mail ລາວຜິດໜ້ອຍ
L ຄັນລາວຮັກແທ້ບໍ່ສົມຄວນເຮັດແບບນັ້ນ ລາວຜິດຫຼາຍທີ່ສຸດ
B ລາວບໍ່ໄດ້ເປັນໝູ່ກັບ M ແລະ L ລາວມີສິດເຮັດທຸລະກິດຂອງລາວໄປ ຄືL ຈ່າຍເງິນໃຫ້ລາວ ລາວກະພາ L ໄປຫາ M ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຍຸຕິທຳດີ.Bບໍ່ຜິດ
F ລາວກະບໍ່ໄດ້ເປັນໝູ່ກັບ Lແລະ M ແຕ່ບໍ່ສອບຄວາມຈິງກ່ອນ ຂີ້ຟ້ອງເຮັດໃຫ້ຄົນອື່ນເສຍຫາຍ ແລະ ໂຕເອງກະບໍ່ມີຜົນປະໂຫຍດຫຍັງອີກ, F ຜິດຫຼາຍ
S ລາວກະບໍ່ໄດ້ບັງຄັບ ຂູ່ຂ້າ L ໃຫ້ມານອນນຳລາວແຕ່ L ກະເລືອກເອງ.S ກະບໍ່ຜິດ

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ