ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຮັດແນວໃດນະຄອນຫຼວງວຽງຈັນຈຶ່ງຈະສະອາດ ?

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພີ່ນ້ອງພັນລາວເອີຍ ! ເປັນຫ່ວງເລື້ອງບ້ານເມືອງບໍ່ ໃ ຢາກຖາມແລກປ່ຽນຄຳຄິດເຫັນຊື່ໆເນາະທ່ານ ມາເຂົ້າປະເດັ່ນກັນເລີຍ ຄຳວ່າ " ສ ສະອາດ " ແມ່ນໜື່ງໃນ " 6 ສ " ທີ່ນະຄອນຫຼວງເຮົາໄດ້ຕັ້ງເປົ້າໝາຍສູ້ຊົນເພື່ອບັນລຸ, ແຕ່ວ່າ " ສະອາດ " ໜ້າຈະພາກັນເຮັດໄດ້ເນາະ ຖ້າຫາກທຸກຄົນມີສະຕິສຳປັດສະຍະ ແລະ ມີຈິດສຳນຶກເຖີງຄວາມສະອາດ ງາມຕາຂອງບ້ານເມືອງເພື່ອໃຫ້ວຽງຈັນເປັນນະຄອນທີ່ໜ້າຢູ່ທີ່ສຸດຂອງຄົນທຸກມູມໂລກ ແລະ ກາພ້ອມທັງຊາວລາວເຮົາ ແລະ ເຮົາຄວນເອົາໃຈໃສ່ຄືແນວໃດມາຟັງຄຳເຫັນນຳກັນເນາະພີ່ນ້ອງ.

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ວິທີ່ກະມີຢູ່ຫຼາຍບໍ່ອຶດດອກ.ແລະທຸກຄົນກະຮູ້ກັນດີ. ແຕ່ບໍ່ເຮັດ.

ເທບແຫ່ງພາສາລາວ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄື່ອງຫມາຍຖາມ ແມ່ນກົດ Shift+L


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ເຄື່ອງຫມາຍຖາມ ແມ່ນກົດ Shift+L



ຂອບໃຈເດີກຳລັງຫາຢູ່ ເພາະແຕ່ລະເທືອ່ແມ່ນຕ້ອງປ່ຽນແປ້ນພິມໄປເປັນພາສາອັງກິດ ສຸດເຊັງເລີຍ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ວິທີ່ກະມີຢູ່ຫຼາຍບໍ່ອຶດດອກ.ແລະທຸກຄົນກະຮູ້ກັນດີ. ແຕ່ບໍ່ເຮັດ.



ເວົ້າອີກກະຖືກອີກເນາະພີ້ນ້ອງ
ຖ້າຄົນບໍ່ເຮັດບັນຫາກະຢູ່ທີ່ຄົນ ຄວນຈະແກ້ ທີ່ຄົນ ຕ້ອງສຶກສາຄົນໃນສັງຄົມ ຊ່ວຍກັນດົນນະລົງ ຮັກສາຄວາມສະອາດ ແລະ ອັນສຳຄັນຕ້ອງນຳພາປະຕິບັດ ບໍ່ແມ່ນເວົ້າຊື່ໆ


໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ເລີ່ມຈາກຫ້ອງນອນໂຕເອງກ່ອນ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນພາຣະຂອງທຸກຄົນ.


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ວຍກັນຮັກສາຄວາມສະອາດເຊັນ ບໍ່ຖີ້ມຂີ້ເຍືອຊະຊາຍ ອື່ນໆ ຮູ້ແຕ່ຊ່ຳນີ້


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ apl ຂຽນວ່າ...
ເລີ່ມຈາກຫ້ອງນອນໂຕເອງກ່ອນ


ຂ້າພະເຈົ້າກາຄິດວ່າເລີມຈາກໂຕເອງກ່ອນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຖ້າຄົນລາວທຸກຄົນຊ່ວຍກັນຮັກສາແລະບໍ່ຖີ້ມຂີ້ເຫຍື່ອຊະຊາຍສະອາດແນ່ນອນ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ຊ່ວຍກັນອານາໄມ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຍາກບໍ່ຍາກພີ່ນ້ອງ ອອກກົດຫມາຍບັງຄັບ ຖ້າຖິ້ມຂີ້ເຫຍື້ອ ຕາມທາງມີໂທດປັບໃຫມ 50,000 ກີບ ຖິ້ມຕາມທີ່ສາທາ 250,000 ກີບ(ແລະຖ້າຈະໃຫ້ເປັນຜົນສັກສິດ)ຕຳຫລວດຕ້ອງເຄັ່ງຄັດ ບໍ່ແມ່ນອອກກົດມາເປັນປຶ້ມຊື່ໆລະກະແລ້ວ ແບບໃບຂັບຂີ່ຫຼືຫມວກກັນນັອກ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
5555555 ...ລືມຫົວ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນດີນຳ Joehunt

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍຄົນກະວ່າຊວ່ຍກັນຮັກສາຄວາມສະອາດບໍ່ຖິ້ມຂີ້ເຫຍື້ອຊະຊາຍ ແຕ່ສວ່ນຫຼາຍກະຍັງມັກງ່າຍຖິ້ມຂີ້ເຫຍື້ອຊະຊາຍຄືເກົ່າ


໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ມີແຕ່ການປະກາດແຜນການ ແຕ່ບໍ່ເຫັນວ່າຈະມີການຈັດຕັ້ງປະຕິບັດຈິງຈັງຈັກເທື່ອ ມັນກາເລີຍເປັນການແກ້ບັນຫາທີ່ປາຍເຫດ, ມັນຄວນເລີ້ມຕົ້ນຈາກການສ້າງຄ່ານິຍົມຮັກສາຄວາມສະອາດ ...


໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອັນນີ້ມັນກະເປັນໜ້າທີ່ ປົກປັກຮັກສາບ້ານເມືອງຂອງທຸກຄົນ!!! ຄັນຮ່ວມມື້ຮ່ວມໃຈກັນ ມັນບໍ່ຍາກດອກ
ແຕ່ຄົນລາວມັກງ່າຍ.. ຜູ້ນີ້ກະວ່າຖີ້ມ(ຊະຊາຍ)ໜ້ອຍໜື່ງ ຜູ້ນັ້ນກະໜ້ອຍ... ມັນກະກາຍເປັນຂີ້ເຫຍື່ອຫຼາຍລະເດ້


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈຳເປັນຕ້ອງຮ່າງກົດອອກມາຖ້າຄົນເຮົາມັກຄວາມສະອາດໝົດທຸກຄົນ ສະຖານທີ່ໆບໍ່ສະອາດສ່ວນຫຼາຍແມ່ນສະຖານທີ່ສາທາລະນະຊົນ ຕາມທີ່ຂ້າພະເຈົ້າພົບເຫັນກໍ່ຄື:::::: ວັດໄຕແອພອດຫ້ອງນ້ຳບໍ່ເປັນຕາເຂົ້າເລີຍ ແລະ ເຊັກພອຍທ່າເດື່ອ ນີ້ມັນສະແດງເຖີງພາບພົດຂອງຄົນລາວໝົດທຸກຄົນແມ່ນບໍ່ພີ່ນ້ອງ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນບໍ່ແມ່ນແຕ່ບັນຫາຂີ້ເຫຍື້ອນ່ະ..
ເລື່ອງນ້ຳເປື້ອນອີ່ຫຍັງອີກຫຼາຍຢ່າງ..
ທີ່ຊ່ວຍໄດ້ມີແຕ່ເລື່ອງບໍ່ຖິ້ມຂີ້ເຫຍື້ອ..
ອີກຫຼາຍຢ່າງນະຄອນຫຼວງກະຕ້ອງແກ້ໄຂເໝືອນກັນ..
*****************************************************

ຂີ້ເຫຍື້ອຈະດີໃຈ..ຖ້າເຮົາຖິ້ມມັນໃສ່..ຖັງຂີ້ເຫຍື້ອ..


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສະອາດແມ່ນຂື້ນຢູ່ນຳໝົດທຸກຄົນ ໆເປັນເຈົ້າການນຳກັນ ຖ້າເຫັນຜູ້ໃດຖີ້ມຂີ້ເຫຍື້ອກໍ່ຕັກເຕືອນກັນໄປ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຮົາທຸກຄົນນິແຫຼະຮັກສານ່ະ
ຊັ້ນໃຜຊິຮັກສາໃຫ້ເຮົາ

strawberry

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາວ່າ "ກິນຄືໝູ ຢູ່ຄືໝາ ໄປຄືເທວະດາ"

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ເປັນຄົນປະເພດໃດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ