ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢາກຖາມເພື່ອນວ່າ ຢາກໄຫ້ປະເທດລາວເຮົາພັດທະນາພວກເຮົາຈະເຮັດແນວໃດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບັນຫາຫຼັກຄື ການຂາດຈິດສຳນຶກຮັບຜິດຊອບຮ່ວມກັນ ຕົວຢ່າງງ່າຍ ໆ ທີ່ເຫັນໄດ້ເປັນປະຈຳແມ່ນການລະເມີດກົດໝາຍກັນຢ່າງຊະຊາຍ ມີຕັ້ງແຕ່ລະເມີດກົດຈະລາຈອນໄປຈົນຮອດການໂກງກິນໃນລະດັບຕ່າງ ໆ ຄົນເຮົາມັກຈະຄຶດວ່າ ເຮັດໜ້ອຍດຽວບໍ່ເປັນຫຍັງດອກ ຄົນອື່ນເຂົາກໍເຮັດ ອັນນີ້ລະເຮັດໃຫ້ປະເທດຊາດມັນຈະເລີນລົງ ຊິໄດ້ໄປກິນເຂົ້າລ້າບໍ່ເນາະຂ້ອຍ -*- |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເວົ້າຖືກໃຈຫລາຍ ຫົວຫນ້າ ຄັນຊິໄດ້ໄປກິນເຂົ້າລ້າ ເຮົາກະຊິໄປຢາມ
.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົນທີ່ຈະເປັນຜູ້ນຳພາປະເທດຊາດໃຫ້ຈະເລີນກ້າວໜ້າກໍ່ຕ້ອງເປັນຄົນທີ່ອຸດົມການເສຍສະລະເພື່ອສ່ວນລວມ ບໍ່ເຫັນແກ່ໄດ້ໃຫ້ຕົນເອງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຜູ້ນຳຕ້ອງເປັນຄົນມຸ້ງໝັ້ນຫ້າວຫັັນໃນການບໍລິຫານປະເທດຊາດດ້ວຍຄວາມຍຸດຕິທຳສະເໝີຕົ້ນສະເໝີປາຍ ເຫັນປະຊາຊົນມີຢູ່ມີກິນທີ່ດີກໍ່ດີໃຈຕາມ ອັນທີ່ເວົ້າມານັ້ັນແມ່ນກ່ຽວກັບຜູ້ນຳປະເທດ ສ່ວນຜູ້ຕາມກໍ່ຄືເຮົານີ້ແຫຼະ ເຮົາຕ້ອງເປັນຄົນດຸໜັັ່ນຫາຄວາມຮູ້ໃສຕົນເອງ ປະເທດຊາດຈະໆເລີນຮຸ່ງເຮືອງເຫຼືອງເຫຼື້ອມກໍ່ຕ້ອງແມ່ນຄົນທີ່ມີຄວາມສາມາດຫາຢູ່ຫາກິນດ້ວຍຄວາມບໍລິດສຸດໃຈ ທຸກຄົນມີຄວາມຮູ້ມີຄວາມສະຫຼາດແນ່ນອນມັນຕ້ອງຊ່ວຍໃຫ້ປະເທດຊາດຈະເລີນກ້າວໜ້າ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ປົກປັກຮັກສາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສ້າງສາພັດທະນາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກ່ອນອື່ນກະເລິ່ມຈາກເຮົາກ່ອນ ຕ້ອງເປັນຄົນດີຂອງສັງຄົມ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເລີ່ມພັດທະນາໂຕເອງແລະຄົນຮອບຂ້າງໃຫ້ດີກອ່ນແລ້ວສິ່ງທີ່ດີກໍຈະຕາມມາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກ່ອນອື່ນແກ້ຄໍຣັປຊັ່ນໄດ້..ແຜ່ນດິນສູງຂຶ້ນຫຼາຍເລີຍແຫຼະ.. ແຕ່ວ່າຄັນເປັນແບບນັ້ນ..ເພິ່ນຄືສິກັດ**ຕາຍ.. ເອົາເປັນວ່າເຮົາມາເລີ່ມພັດທະນາຕົວເອງກ່ອນງ່າຍສຸດ.. ອາດຈະເໝືອນຈຸດເລີ່ມຕົ້ນ.. ແຕ່ຈົ່ງຈຳໄວ້ວ່າ..ການເດີນທາງໝື່ນລີ້..ເລີ່ມຈາກກ້າວທຳອິດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ກ່ອນອື່ນແກ້ຄໍຣັປຊັ່ນໄດ້..ແຜ່ນດິນສູງຂຶ້ນຫຼາຍເລີຍແຫຼະ..ແຕ່ວ່າຄັນເປັນແບບນັ້ນ..ເພິ່ນຄືສິກັດ**ຕາຍ.. ເອົາເປັນວ່າເຮົາມາເລີ່ມພັດທະນາຕົວເອງກ່ອນງ່າຍສຸດ.. ອາດຈະເໝືອນຈຸດເລີ່ມຕົ້ນ.. ແຕ່ຈົ່ງຈຳໄວ້ວ່າ..ການເດີນທາງໝື່ນລີ້..ເລີ່ມຈາກກ້າວທຳອິດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມີການສືກສາຮ່ຳຮຽນໃຫ້ທົ່ວເຖີງທຸກບອນ ອື່ນໆໆ....... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກ່ອນອື່ນຕ້ອງແມ່ນພັດທະນາຕົນເອງກ່ອນ ຖ້າພັດທະນາຕົນເອງຍັງບໍ່ໄດ້ເຮົາກໍ່ບໍ່ສະມາດຈະພັດທະນາບ້ານເມືອງໃຫ້ຈະເລີນໄດ້ເຊັ່ນກັນ
(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແມ່ນໃດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ທຸກໆຄົນຕ້ອງມີຄວາມຮັບຜິດຊອບໃນສັງຄົມຊ່ວຍກັນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອົາແບບ basis ເລີຍເນາະ ເຮົາຕ້ອງຕັ້ງໃຈຮຽນ ແລ້ວເອົາຄວາມຮູ້ທີ່ ຮຽນມາ ໄປຮັບໃຊ້ປະເທດຊາດ ເຮັດໃຫ້ປະເທດເຮົາ ພັດທະນາຂຶ້ນແຕ່ສິ່ງທີ່ສຳຄັນຄືຢູດໂກງກິນເງິນຂອງປະເທດຊາດ ຮັກສາພັບພະຍາກອນທຳມະຊາດ ແລະເປິດໂອກາດໃຫ້ຄົນມີຄວາມຮູ້(ບໍ່ແມ່ນ ນສກ ໃຫຍ່) ໄດ້ມີໂອກາດຮັບໃຊ້ປະເທດຊາດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ປະເທດຊິຈະເລີນບາດນີ້ລະ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແມ່ນໆ
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|