ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂໍຖາມສະມາຊິກ ເລື່ອງ ສຳຄັນ ( ຕ່ຳ ກວ່າ 18 ປີ ຫ້າມ ຄຼິກ ) 55555

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຂໍເວົ້າ ເລື່ອງ ຂອງ ຫມູ່ນ້ອງຊາຍ ຂ້ອຍໃຫ້ ຟັງ ລາວ ເພິ່ງ ຈະແຕ່ງງານ ໄດ້ 3 ເດືອນ ມານີ້ ຫລ່ະ
ແລະ ລາວໄດ້ມາເວົ້າ ໃຫ້ນ້ອງຊາຍຂ້ອຍຟັງ ວ່າ ຈະເລິກກັບ ແຟນທີ່ ຍູ່ກັນມາ ສາເຫດ ເພາະ ແຟນ ລາວ ເຄິຍ ມີ ຄວາມສຳພັນ ແບບລືກຊື້ງ ກັບ ຜູ້ຊາຍ ອື່ນ ມາກ່ອນ ແລະ ຫມູ່ນ້ອງຊາຍ ໄດ້ ຖາມຂ້ອຍ ວ່າ ຈະເລີກດີ ບໍ່ ຂ້ອຍ ບອກວ່າ ຫາກເຈົ້າ ຮັກ ແຟນ ເຈົ້າ ເລື້ອງ ແບບນີ້ ບໍແມ່ນ ເລື້ອງສຳຄັນ ດອກ ,,, ແຟນລາວ ອາດຈະມີແນວຜິດພາດ ແຕ່ ຖ້າ ຫາກຮັກ ແລ້ວ ຕ້ອງ ຍອມລັບ ໃຫ້ໄດ້ ແຕ່ ຫມູ່ ນ້ອງ ບອກ ວ່າ ມັນ ບໍ່ແມ່ນ ແນວ ນັ້ນ ຫາກ ຮູ້ແຕ່ຕົ້ນ ວ່າ ແຟນລາວ ເປ້ນ ຜູ້ຍີງ ທີ່ ເຄີຍ ຜ່ານຜູ້ຊາຍອື່ນ ມາ ລາວ ກໍຍອມລັບ ໄດ້ ແລະເຖິງ ຈະເປ້ນ ແມ່ຮ້າງ ແມ່ ມ່າຍ ກໍຍອມລັບ ໄດ້ ແລະ ທີ່ ຍອມລັບ ບໍ່ໄດ້ ກໍ ຄື ການທີ່ ແຟນລາວ ຫລອກລວງ ວ່າ ຕົນ ເອງ ຍັງ ເປ້ນ ສາວ ບໍລິສູດ ຍູ່ ມັນເປ້ນເຫມືອນການຫລອກລວງ ກັນ ,,,,, ຂ້ອຍ ແລະ ນ້ອງຊາຍ ກໍ,,, ອື້ງ ເວົ້າ ບໍ່ ອອກ ,,,, ເລີຍ ບອກໄປວ່າ ແລ້ວ ແຕ່ ເຈົ້າ ຕັດສິນໃຈ ແລະ ຂ້ອຍ ຍັງ ບໍກ້າ ຖາມ ຝ່າຍ ຍີງ (ກະຮູ້ ເນາະ ຜູ້ໃດ໋ ຈະກ້າ ໄປຖາມເລື່ອງແນວ ນີ້໊ ) ສະມາຊິກທ່ານໃດ ມີແນວຄິດ ດີ ໆ ມາຊ່ວຍ ລົມ ໃຫ້ ຟັງ ນຳແດ່ ,,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໕ ກະທູ້
໑໙໐ ໂພສ
ນັກການກະທູ້
ກະບໍ່ຮູ້ຄືກັນ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມມ.. ໃຫ້ລາວຖາມຕົວເອງຊ່ະ..
ວ່າຍັງຕ້ອງການແຟນລາວບໍ່..
ເພາະວ່າມັນມີແຕ່ສອງຄຳຕອບ..
ຍອມຮັບ ກັບ ຍອມເລີກ..


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຄິດໃຫ້ດີກ່ອນຈະຕັດສິນ ຢ່າຕັດສິນໃນຢາມອາລົມຮ້ອນ ມັນອາດຈະເຮັດໃຫ້ເຈົ້າເສຍໃຈຕື່ມ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວໃດກາໄດ້ແຕ່ງງານແລ້ວກາຕ້ອງໄດ້ຍອມຮົບເພາະເລື້ອງແຕ່ງງານບໍ່ແມ່ນເລື້ອງນ້ອຍໆໆໆ


໔ ກະທູ້
໒໓໑ ໂພສ
ນັກການກະທູ້
tha huk thae lg beb ni bor sam khun dok


໐ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ຕ້ອງຖາມໂຕລາວເອງວ່າຮັກຍີງຄົນນັ້ນຫລືບໍ...ຖ້າຮັກນະ ກະຕ້ອງຍອມຮັບລາວໄດ້


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ແນວໃດກາໄດ້ແຕ່ງງານແລ້ວກາຕ້ອງໄດ້ຍອມຮົບເພາະເລື້ອງແຕ່ງງານບໍ່ແມ່ນເລື້ອງນ້ອຍໆໆໆ
ຕອບ ທ່ານ kik ຂ້ອຍ ບອກ ມັນ ແລ້ວ ,,,ວ່າ ຫາກຮັກ ແລ້ວ ກໍຍອມລັບຊະ ແຕ່ ທີ່ ຂ້ອຍ ເວົ້າ ບໍອອກ ກໍ ຄື ທີ່ ມັນ ເວົ້າ ນັ້ນ ຫລ່ະ ,,, ນ້ອງ ມັນ ບໍ່ມັກທີ່ ຫລອກລວງ ມັນ ,,,ວ່າ ຈະ ໂທ ຖາມ ຝ່າຍຍີງ ໃຫ້ ມັນ ແລ້ວ ກະ ຍີ່ງ ຍ່ານເປ້ນ ເລື່ອງ ໃຫຍ່ ,,,, ເພາະຕອນ ນີ້ ນ້ອງ ເຂົາ ຍັງ ບໍ່ທັນ ໄດ້ ເລິກກັນ ,,,ແລະ ຜູ້ຍີງ ຍັງ ບໍ່ທັນໄດ້ຮູ້ວ່າ ໂຕລາວຜິດຫຍັງ ,,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
tha huk thae lg beb ni bor sam khun dok
ຕອບ Noykiku
ຂ້ອຍ ບອກແລ້ວ ວ່າ ຫາກ ຮັກແທ້ ,,ແລ້ວ ເລື່ອງແບບນີ້ ບໍ່ສຳຄັນ ດອກ ,,,, ຫມູ່ນ້ອງ ຂ້ອຍ ມັນຍອມລັບໄດ້ ນະ ແຕ່ ປະເດ້ນ ຄິ ຜູ້ຍິງ ບໍ່ ບອກຄວາມຈີງ ກັບ ນ້ອງໃນຕອນ ແລກ ເທົ່ານ້ັນ ເອງ ແລະ ຍັງ ສະແດງ ຫລື ຫລອກ ນ້ອງ ວ່າ ຍັງ ບໍ່ເດີຍ ຍັງ ບໍລິສຸດ ຍູ່ ນ້ອງ ເຂົາລັບ ບໍ່ໄດ້ ຕົງ ນິ້ ,,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຄິດໃຫ້ດີກ່ອນຈະຕັດສິນ ຢ່າຕັດສິນໃນຢາມອາລົມຮ້ອນ ມັນອາດຈະເຮັດໃຫ້ເຈົ້າເສຍໃຈຕື່ມ
ຕອນ OLeter

ຫມູ່ນ້ອງຊາຍ ເປ້ນ ຫມໍ ( ສັດຕະວະແພດ ) ນະ ແລະ ຂ່ອນຄ້າງໃຈເຍ້ນ ເລື່ອງນີ້ ມັິ້ນໃຈຍູ່ ວ່າ ບໍ່ໄດ້ຕັດສືນໃຈ ເພາະ ອາລົມ ຮ້ອນ ແນ່ນອນ

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຕ້ອງຖາມໂຕລາວເອງວ່າຮັກຍີງຄົນນັ້ນຫລືບໍ...ຖ້າຮັກນະ ກະຕ້ອງຍອມຮັບລາວໄດ້
ຕອນ Tartar

ມັນຄົງ ຮັກນັ້ນ ຫລະ ແຕ່ ຕອນນິ້ ມັນກໍຍອມລັບ ວ່າ ມັນ ຮັກ ແຕ່ກໍຄຶດວ່າ ໃຈ ມັນມີ ແປ້ວ ມີ ແມງ ແລ້ວ ກໍຄົງ ຍາກ ແຕ່ ກໍ ບໍແນ່ ,,,, ເພ່າະ ຕອນນີ້ ມັນຍັງ ບໍ່ທັນໄດ້ ເລີກ ,,,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໐ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ຄືວ່າລະນໍ ..ຂພຈ ກະບໍມັກການລອກລວງຄືກັນ..ແຕ່ທັງນີ້ທັງນັ້ນຢາເອົາລົມຢູ່ເຫນືອເຫດຜົນ...ຕ້ອງຄິດເຖີງອານາຄົດແລະຄົນລອບຂ້າງ


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຄືວ່າລະນໍ ..ຂພຈ ກະບໍມັກການລອກລວງຄືກັນ..ແຕ່ທັງນີ້ທັງນັ້ນຢາເອົາລົມຢູ່ເຫນືອເຫດຜົນ...ຕ້ອງຄິດເຖີງອານາຄົດແລະຄົນລອບຂ້າງ
ຕອນ ທ່ານ tatar
ມີເຫດຜົນ ດິ ສຳລັບຄຳຕອນ ຂອງທ່ານ ນະ ຫາກ ຫມູ່ ນ້ອງ ຂ້ອຍ ມັນ ເອົາ ອາລົມ ຍູ່ເຫນືອ ເຫດຜົນ ແລ້ວ ມັນກໍ ຄົງ ບໍມາປຶກສາ ຫມູ່ ຫລື ຂພຈ ທີ່ ເປ້ນ ອ້າຍ ເຂົາ ດອກ ,,,, ຂພຈ ຍອມລັບ ເລີຍ ວ່າ ມືນຕືບ ຄຶດບໍອອກ ຊອກບໍ່ເຂົ້າ ກໍ ຍາກ ໃຫ້ ມັນ ອອກມາ ດິ ໆ ເນາະ ,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງແນວນີ້ກະຍັງມາຕວະເນາະ ຄິດວ່າຜູ້ຊາຍເຂົາໂງ່ວະ
ທີ່ຈິງເຂົາສະຫຼາດກວ່າທີ່ຄິດເນີ້ ອິອິ ວ່າຊັ້ນສະ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ແລ້ວຜູ້ຍິງມັກຜູ້ຊາຍບໍລິສຸດຫຼືບໍ່ບໍລິສຸດລະນິ
ຂໍຖາມແດ່ດຸ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໂອ... ອ່ານແລ້ວ ໝາຍຄວາມວ່າ ບັນຫາບໍ່ແມ່ນວ່າຜູ່ຍິງຄົນນັ້ນຜ່ານມືຊາຍມາກ່ອນ ແຕ່ບັນຫາແມ່ນຜູ່ຍິງຄົນນັ້ນກ່ອນແຕ່ງຫັ້ນ ຕົວະວ່າຍັງໂສດໆ ຊິງໆ ບໍລິສຸດ ແຕ່ແຕ່ງມາແລ້ວມາສາລະພາບວ່າ ແທ້ຈິງແລ້ວເຄີຍມີສຳພັນອັນເລິກເຊິ່ງກັບຊາຍອື່ນມາກ່ອນ ເຊິ່ງເປັນເຫດໃຫ້ຝ່າຍຊາຍຄົນປັດຈຸບັນເກີດຄວາມເສົ້າເສຍໃຈ ວ່າ ເຫດອັນໃດໜໍ ຄົນຮັກຂອງເຮົາທີ່ເຮົາຮັກສຸດຄະນຶງຫາຈະຫຼອກລວງໂປ້ປົດເວົ້າຄຳລວງກັບເຮົາໄດ້ພຽງນີ້

ອືມ... ມັນກໍໜ້າເສົ້າໃຈຖ້າເປັນແບບນັ້ນ ຊັ້ນແລ້ວ ລາວໃຫ້ອາໄພໄດ້ບໍ່? ແລ້ວຍິງຜູ່ນັ້ນມີຄຸນຄວາມດີໆໃດໆ ທີ່ຈະພໍໃຫ້ອາໄພໄດ້ບໍ່?

ປ.ລ. ງົງວ່າໃນເມື່ອເລື່ອງມັນອອກຈະເສົ້າ ເປັນຫຍັງ ຈຂກທ. ພິມ 555 ຢູ່ຫົວຂໍ້ກະທູ້ນຳ -_-'


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງໃດກະຕັດສິນໃຈແຕ່ງງານແລ້ວ ອີກຢ່າງຜູ້ຍິງນັ້ນກໍ່ບໍ່ໄດ້ໄປພົວພັນກັບຄົນເກົ່າຢູ່ແລ້ວ
ຕ້ອງຍອມຮັບແລະໃຫ້ອະໄພໃນຄວາມຜິດຄາວຫລັງທີ່ຜ່ານມາ.


-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ໃຫ້ລາວໄປລົມກັບຍິງຄົນນັ້ນດີໆວ່າຍິງຄົນນັ້ນຜິດຫຍັງ ແລ້ວຈິ່ງຕັດສິນໃຈ

"no one is perfect"

໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ເປັນຫຍັງບໍ່ບອກລາວແຕ່ຕົ້ນ ບໍ່ມີຄວາມຈີງໃຈໃຫ້ກັນເລິຍເນາະ ເສົ້າໆໆ

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນສິແຕ່ງງານກັບໃຜຄົນໜຶ່ງທັງສອງຝ່າຍກະໄດ້ຕັດສິນໃຈ ທີ່ຈະໃຊ້ຊິວິດຮ່ວມກັນແລ້ວແມ່ນບໍ່ ??
ທ່ານຕ້ອງນັບເວລາມື້ທີ່ທ່ານແຕ່ງງານໄປໜ້າ ແລະທ່ານຕ້ອງເບີ່ງການກະທຳຂອງລາວໄປໜ້າ
ບໍ່ແມ່ນເບີ່ງຜ່ານມາ


໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ຮັກແທ້ສຳຄັນກວ່າສິ່ງອື່ນໃດ ຮ່າ ຮ່າ ຮ່າ

ເດັກ Chelsea

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ປ.ລ. ງົງວ່າໃນເມື່ອເລື່ອງມັນອອກຈະເສົ້າ ເປັນຫຍັງ ຈຂກທ. ພິມ 555 ຢູ່ຫົວຂໍ້ກະທູ້ນຳ -_-'
ຕອບ ທ່ານ a8ust

ຂໍໂທດ ລືມໂຕ ປົກກະຕີ ການພຶມ 555 ຄ້າຍ ໆ ກັບ ວ່າ ຂພຈ ເຄີຍ ຊິນ ນະ


ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຈັ່ງໃດກະຕັດສິນໃຈແຕ່ງງານແລ້ວ ອີກຢ່າງຜູ້ຍິງນັ້ນກໍ່ບໍ່ໄດ້ໄປພົວພັນກັບຄົນເກົ່າຢູ່ແລ້ວ
ຕ້ອງຍອມຮັບແລະໃຫ້ອະໄພໃນຄວາມຜິດຄາວຫລັງທີ່ຜ່ານມາ.
ຕອບ ທ່ານ Etarbank
ຄາວຫລົງ ໃຫ້ ອະໄພ ແຈ່ ຍ່ານ ຄາວຫນ້າ ວ່າ ຈະ ມີ ອິກ ,,,,, ເພາະ ນ້ອງເຂົາ ບອກວ່າ ຄົນເຄີຍໂກຫົກ ແລ້ວ ກໍຍ່ອມ ໂກຫົກ ອິກ ,,,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ໃຫ້ລາວໄປລົມກັບຍິງຄົນນັ້ນດີໆວ່າຍິງຄົນນັ້ນຜິດຫຍັງ ແລ້ວຈິ່ງຕັດສິນໃຈ

ຕອບ ທ່ານ Ceng
ນ້ອງມັນ ຍັງ ບໍ່ທັນກ້າ ໄປເວົ້າ ,,,, ມັນຍ່ານ ຜູ້ຍິງ ເຂົາລັບ ບໍ່ໄດ້ ແລະ ມັນ ກໍຍ່ານ ມັນ ທຳໃຈບໍ່ໄດ້ ຫາກຕ້ອງ ເລິກ ( ອັນນິ້ ຄວາມຄຶດຂອງ ຂພຈ,ເອງ ເພາະ ຂ້ອຍ ຮູ້ວ່າ ມັນຮັກຜູ້ຍິງ ຄົນນີ້ຊ່ຳໄດ້ )

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ກ່ອນສິແຕ່ງງານກັບໃຜຄົນໜຶ່ງທັງສອງຝ່າຍກະໄດ້ຕັດສິນໃຈ ທີ່ຈະໃຊ້ຊິວິດຮ່ວມກັນແລ້ວແມ່ນບໍ່ ??
ທ່ານຕ້ອງນັບເວລາມື້ທີ່ທ່ານແຕ່ງງານໄປໜ້າ ແລະທ່ານຕ້ອງເບີ່ງການກະທຳຂອງລາວໄປໜ້າ
ບໍ່ແມ່ນເບີ່ງຜ່ານມາ
ຕອບ ທ່ານ Noukip
ນ້ອງ ມັນຍ່ານ ເລື່ອງ ໃນ ຕອນຫນ້າ ນັ່ນຫລ່ະ ,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ເປັນຫຍັງບໍ່ບອກລາວແຕ່ຕົ້ນ ບໍ່ມີຄວາມຈີງໃຈໃຫ້ກັນເລິຍເນາະ ເສົ້າໆໆ
ຕອບ ໂບ

ແມ່ນ ຖ້າ ຫາກ ຝ່າຍຍິງ ບອກແຕ່ຕອນແລກ ແລ້ວ ກໍບໍມີ ປັນຫາຫຍັງ ດອກ ແຕ່ ກໍຄືວ່າ ນັ່ນ ຫລ່ະ ຝ່າຍຍິງ ເຂົາ ຍ່ານວ່າ ຜູ້ຊາຍ ຈະລັບບໍ່ໄດ້ ກໍເລີຍ ບໍ່ບອກ ແຕ່ ກໍກາຍເປ້ນວ່າ ຝ່າຍຍີງ ບໍ່ມັ່ນໃຈ ໃນຄວາມຮັກທີ່ ຝ່າຍຊາຍ ມີໃຫ້ ເຈົ້າຂອງ ເພາະ ຫາກເຊືອ ແລ້ວ ກໍຕ້ອງບອກຄວາມຈີງ ໄປແລ້ວ (ນີຄື ຄວາມຄືດ ຂອງ ຂພຈ ເອງ ເດີ້ ) ແລະ ຂພຈ ເທົ້່າ ທີ່ ເຄີຍ ເຫ້ນ ກໍ ເປ້ນເດ້ກນ້ອຍ ນືໄສດີ ຮູ້ຈັກ ການທຳມາຫາກີນ ແລະ ຊ່ວຍ ແຟນ ທຳງານ ໄດ້ດີ ນະ (ເຂົາ ເປິດຄຼີນິກ ຮັກສາ ສັດ ນະ ) ແຕ່ເລື່ອງສ່ວນໂຕເຂົ້າ ຂພຈ ກໍເພຶ່ງຈະໄດ້ຍຶນ ນິ້ຫລ່ະ ,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑ ກະທູ້
໒໒໐ ໂພສ
ນັກການກະທູ້
ຄາວຫລົງ ໃຫ້ ອະໄພ ແຈ່ ຍ່ານ ຄາວຫນ້າ ວ່າ ຈະ ມີ ອິກ ,,,,, ເພາະ ນ້ອງເຂົາ ບອກວ່າ ຄົນເຄີຍໂກຫົກ ແລ້ວ ກໍຍ່ອມ ໂກຫົກ ອິກ ,,,,,,
ຕອບທ່ານ Rout Lelesiri
ການທີ່ນ້ອງເຂົ້າເຮັດຜິດພຽງຄັ້ງດ່ຽວ ບໍ່ວ່າຈະໃຫ້ອະໄພບໍ່ໃດ ທຸກຄົນເກິດມາບໍ່ມີບຸກຄົນໃດຈະສົມບູນແບບໃນທຸກເລືອງດອກ ບາງທີ່ນ້ອງນ້ອງເຂົ່າອາດມີຄວາມຈຳເປັນທີ່ຈະຕ້ອງໂກຫົກ ບໍ່ແມ່ນຈະຕັດສີນໃຫ້ນ້ອງເຂົ່າເປັນຄົນບໍ່ດີເລີຍ
ຄວນຈະຄິດເຖີງໃນຕອນທີ່ຣັກກັນນັ້ນໃຫ້ຫລາຍໆ ບໍ່ແມ່ນຈະເອົາອາລົມມາເປັນເຄືອງຕັດສີນ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

~Vਕਆpïrєی™~

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຕອບ tiplatda

ຄົງຈະເປ້ນ ແນວທາງ ໃຫ້ ພວກ ເດ້ກ ນ້ອຍ ຕັດສິນໃຈ ຫລ່ະ ,,, ສຳລັບ ຂພຈ ເວົ້າ ຫລາຍ ບໍ່ໄດ້ ເພາະ ໂຕເຮົາ ບໍ່ສາມາດໄປ ຮັບປະກັນ ຜູ້ໃດໄດ້ ຍ່ານ ເດ້ກນ້ອຍ ມັນ ມາດ່າ ຕາມຫລັງ ເພາະ ຫາກ ເຂົາ ຫາຄົນ ດ່າ ບໍ່ໄດ້ ດຽ໋ວ ກໍ ຈະ ມາດ່າ ເຮົາ ,,,, ແມ່ນ ບໍ່ ເລື່ອງນີ້ ຂພຈ ມີ ສຶດ ໂດນ ດ່າ ຈາກ ນ້ອງ ແລະ ຈາກ ຝ່າຍຍິງ ນຳ ,,, ນີ່ຫລ່ະ ແຕ່ ໃຈ ຈີງ ແລ້ວ ຂພຈ ບໍຍາກໃຫ້ ເຂົາ ເລີກ ກັນ ດອກ

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວໃດກາໄດ້ແຕ່ງງານແລ້ວກາຕ້ອງໄດ້ຍອມຮົບເພາະເລື້ອງແຕ່ງງານບໍ່ແມ່ນເລື້ອງນ້ອຍ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>