ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂີ່ລົດໄວມັນຜິດຫວາ

໕ ກະທູ້
໑໙໐ ໂພສ
ນັກການກະທູ້
ຄິດແນວໃດຖ້າເຮົາຂີ່ລົດໄວແລ້ວມີຄົນແຊັງນະ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຂີ່ລົດໄວແລ້ວບໍ່ເຮັດໃຫ້ໃຜເດືອດຮ້ອນນຳນິກະບໍ່ຜິດດອກ ແຕ່ຢ້ານແຕ່ຊິດັງຟົດບ້ານສະໜັ່ນເມືອງຫັ້ນຕິ ຂີ່ລົດໄວຫຼາຍລະວັງອຸປະຕິເຫດແດ່ເດີ່ເພາະວ່າຈະເກີດຂຶ້ນເມື່ອໃດບໍ່ມີໃຜຮູ້ ແລະຈະມາເສຍໃຈຕາມຫຼັງບໍ່ໄດ້ຊ່ວຍຫຍັງດີແທ້ຕ້ອງປະຕິບັດຕາມປ້າຍຫ້າມແລະກົດລະບຽບການຈະລາຈອນນັ້ນຈະເປັນການດີທີ່ສຸດ


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
ຖ້າຂີ່ລົດໄວແລ້ວບໍ່ເຮັດໃຫ້ໃຜເດືອດຮ້ອນນຳນິກະບໍ່ຜິດດອກ ແຕ່ຢ້ານແຕ່ຊິດັງຟົດບ້ານສະໜັ່ນເມືອງຫັ້ນຕິ ຂີ່ລົດໄວຫຼາຍລະວັງອຸປະຕິເຫດແດ່ເດີ່ເພາະວ່າຈະເກີດຂຶ້ນເມື່ອໃດບໍ່ມີໃຜຮູ້ ແລະຈະມາເສຍໃຈຕາມຫຼັງບໍ່ໄດ້ຊ່ວຍຫຍັງດີແທ້ຕ້ອງປະຕິບັດຕາມປ້າຍຫ້າມແລະກົດລະບຽບການຈະລາຈອນນັ້ນຈະເປັນການດີທີ່ສຸດ

ເຫັນດີນຳຄຳເຫັນນີ້

"no one is perfect"

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນບໍ່ຜິດດອກ
ຖ້າບໍ່ເກີດອຸບັດຕິເຫດ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຂີ່ລົດໄວ ຖ້າບໍ່ເກີນກຳນົດບ້ານເມືອງເພີ່ນຕັ້ງໃວ້ໃຫ້ກະບໍ່ຜິດດອກ ຖ້າກາຍ ກະຜິດຫັ້ນລະ


໙ ກະທູ້
໒໒໕ ໂພສ
ນັກການກະທູ້
ບໍ່ຜິດແຕ່ມັນ ອັນຕະລາຍຍຍ

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ມັນຜິດຍ້ອນເຈົ້າໄປຂີ້ໃສ່ລົດຫັ້ນແຫຼະ ອິອິ ຫົວຊື່ກະທູ້

ຂ້ອຍ ແຮງ ບໍ່ແຄສື່


໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ບໍ່ຕ້ອງແຄເຂົາເຈົ້າ ແລ້ວກະບໍ່ຕ້ອງຄິດວ່າຖືກແຊງ....ຂີ່ໄປຕາມໃຈເຮົາກະພໍແລ້ວ ເຮິເຮິ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜິດ
ຊີວີດຈິງບໍ່ສາມາດ save ແລ້ວ load ໄດ້ເຫມືອນໃນເກມ
ຖ້າເກີດອຸບັດເຫດແລ້ວ ມັນບໍ່ໄດ້ເຮັດໃຫ້ຫຍັງດີຂື້ນເລີຍ
ແຖມຍັງເຮັດໃຫ້ຫລາຍໆຢ່າງຫຍຸ້ງຫຍາກໄປອີກ
ຫມໍກໍຕ້ອງມາເສຍເວລາຜ່າຕັດ, ລົດກໍກາຍເປັນຂີ້ເຫຍືອ
ພໍແມ່ພີ່ນ້ອງກໍຕ້ອງເສຍເງິນ ບລາໆໆໆ ແລະໂທດຮ້າຍແຮງສຸດ
ກໍອາດຈະເຖິງຂັ້ນສູນເສຍຊີວີດ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຜິດ ດອກສະໃຈດີ
ແຕ່ກະຕ້ອງມີສະຕິລະວັງຕົວເດີ້

strawberry

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຂີ່ລົດໄວໃນສະໜາມແຂ່ງບໍ່ຜິດແຕ່ຂີ່ລົດໄວໃນທ້ອງຖະໜົມສາທາລະນະແມ່ນ
ຊົ່ວກ່ອນໝາຖ້າຕຳຄົນຕາຍຊິເຮັດແນວໃດຊິວິດທຸກຄົນມີຄ່າຕຳພວກຊົ່ວຄືກັນກະຊົມເຊີຍ
ໄປຕຳຄົນດີໆລະຊີວິດມັນເອົາຄືນບໍ່ໄດ້ ຈົບທໍ່ນີ້ແຫຼະໃຜຂີ່ລົດໄວກະປ່ຽນແດ່

ຂ້ອຍ ແຮງ ບໍ່ແຄສື່


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່ອຍໄປຄ່ອຍມາຈະເປັນການດີທີ່ສຸດດດດດ

~Vਕਆpïrєی™~

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ຄ່ອຍໄປຄ່ອຍມາຈະເປັນການດີທີ່ສຸດດດດດ


ແມ່ນແລ້ວ ເປັນການທີ່ດີຖ້າເຮັດໄດ້ແນວນີ້


໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ບໍ່ຜິດດອກ ຄັນບໍ່ຢ້ານນະ


໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ka bor pit phai doc kee dai u..
tae tong la mud la wung kerd aou but ti hed

° ° ° Believe iN DestinY ° ° °

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນບໍ່ຜິດດອກ..ຖ້າເຈົ້າຂີ່ໄວໃນເຂດທີ່ສົມຄວນ..
ຖ້າຢູ່ໃນເຂດຊຸມຊົນ..ກະຂີ່ຊ້າຯແດ່ກະດີ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເວລາເຈົ້າຂີ່ໄວ..ແລ້ວໄປແຊງຄົນອື່ນ..
ຂະເຈົ້າກໍຄິດເໝືອນກັນກັບເຈົ້າ..
ເອົາເປັນວ່າປ່ອຍຯໃຫ້ເຂົາແຊງໄປກ່ອນ..
ແລ້ວຄ່ອຍໄປແຊງເຂົາຕອນເຂົາແຫກໂຄ້ງ..
ສະໃຈດີ..


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະລຸນາແປງຫົວຂໍ້ກະທູ້ແນ່ທ່ານອາດຈະວ່າ: " ຂີ່ລົດໄວມັນຜິດຢູ່ຫວາ" ຫຼື " ຂີ່ລົດໄວມັນຜິດບໍ່ "

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໕ ກະທູ້
໑໙໐ ໂພສ
ນັກການກະທູ້
ໂດຍຂອບໃຈເດີ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເຫັນຊື່ຫົວຂໍ້ລະອົດຫົວບໍ່ໄຫວ ປ່ຽນໃຫ້ຊະ ຮະໆໆໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ