ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫຍັງເດັກນ້ອຍສະໄມນີ້ຕິດເກມຫຼາຍ

໙ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ວ່າບໍ່ເດັກນ້ອຍດຽວນີ້ຕິດເກມຫຼາຍກ່ອນຕິດຮຽນ

ຂ້າພະເຈົ້າເອງກ່ະຍອມຮັບວ່າຕິດແຕ່ບ່ເຖີງຂັ້ນວ່າຈະຫນີຮຽນໄປເລັ່ນຫລືລັກເງີນພໍ່ ແມ່ໄປເລັ່ນ
ອັນນີ້ເຫັນຫລາຍ ຂ້າພະເຈົ້າໄດ້ມີໂອກາດໄປຮ້ານເກມຮ້ານຫນື່ງຂໍບໍ່ບອກຊື່
ມີເດັກນ້ອຍຜູ້ໜື່ງເນາະທີ່ຂ້າພະເຈົ້າໄປເຫັນມາເລັ່ນກມຕະຫລອດຂ້າພະເຈົ້າຮູ້ຈາກເຈົ້າຂອງຮ້ານ
ເມື່ອຂ້ອຍໄດ້ໄປຖາມເດັກນ້ອຍຜູ້ນັ້ນຈື່ງຮູ້ວ່າ
ລາວຊື່ວ່າທ້າວ....ອາຍຸ10ປີຮຽນຢູ່ປ.5ທີ່ໂຮງຮຽນ......
ມື້ຫນື່ງພວກທ່ານເຊື່ອບໍ່ວ່າລາວເລັ່ນເກມຈັກຊົ່ວໂມງ
ລາວວ່າມື້ເຂົ້າໂຮງຮຽນຫັ້ນເລັ່ນ4ຊົ່ວໂມງຕໍ່ມື້
ວັນເສົາກັບວັນທິດເລັ່ນແຕ່9ໂມງຈົນຮອດ6ໂມງແລງ (ເລັ່ນເກມອອນລາຍ)
ຂ້າພະເຈົ້າຖາມເອາເງີນມາຈາກໃສ
ລາວບອກພໍ່ມາຮັບລະກະມາຈ່າຍໃຫ້

ຂ້າພະເຈົ້າບໍ່ຫນ້າເຊື່ອວ່າຈະມີເດັກນ້ອຍຕິດເກມຍ້ອນພໍ່ແມ່ສະຫນັບສະໜູນ

ເປັນແນວໃດຕິຊົມໄດ້ເດີ້
ຫາກ່ະມາເຮັດເທື່ອດຽວ ມີໂອກາດຫນ້າຈະເອົາມາໄຫ່ມ
ຂອບໃຈທີ່ທ່ານກະລຸນາອ່ານບົດຄວາມຂອງຂ້າພະເຈົ້າ

I Will need Some one When I FeeL “AlonE”

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫລິ້ນ << ຂຽນແບບນີ້

໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
mu koi ka tid kue kun?? tae mun ka ao ngern fan ma lin bor dai khor papa mama?? la mun lin na tae sao vun sao jon hrd 9 mon laeng khorng vun r thid??

suang nie haeng sea game phuk hh ?? khai tae mun kao pa korb suan nai sea game tae mun ka pai lin thook mue??

tae mun phad bor tol hn pai lin dhai la?? ka thue va mun y d u noi 1??

໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ກະມີຢູ່ຮ້ານເຮົາພໍ່ແມ່ເອົາມາປ່ອຍຕອນສວຍ ຕອນແລງກະມາຮັບ
ຢູ່ຮ້ານເກມດີແລ້ວ ດີກວ່າຢູ່ຮ້ານເບຍ ດີກວ່າໄປຕິດຍາ
ເຂົາຫມົດເງີນລະເຂົາກະເມືອເອງດອກມື້1ພໍ່ແມ່ໃຫ້ເງີນຕິດໂຕ20000 ຫນິແຫລະ ຫລີ້ນໄດ້5 ຊົ່ວໂມງ ບາງເທື່ອເຂົາກະຫລີ້ນແຕ່2ຊົ່ວໂມງລະກະຊື້ຂະຫນົມກິນຮອດ4ໂມງເຂົາກະໄປເຕະບານ
ບາງທີຫລີ້ນຕອນສວຍ2ຊົ່ວໂມງ ໄປເຕະບານລະກະກັບມາຫລີ້ນຕອນແລງອີກລະກະເມືອບ້ານນອນ ເດັກນ້ອຍຮ້ານຂ້ອຍ ຄົນແຖວບ້ານ ຂ້ອຍກະຍັງໄປເຕະບານນຳເຂົາເລີຍ4ໂມງໃຜກະໄປເຕະບານຫມົດ ກັບມາກະຫລີ້ນເກມນຳກັນ555

DarkEnCieL

໑໓ ກະທູ້
໔໔໓ ໂພສ
ຊຳນານການເວັບບອດ
ເປັນເລື່ອງທຳມະດາ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວນັ້ນເຂົາເອີ້ນວ່າບ້າເກມແລ້ວຫັ້ນ ຂ້ອຍກະຕິດຄືກັນແຕ່ຫລີ້ນມື້ລະ1-2ຊັ່ວໂມງເທົ່ານັ້ນ

ຮັກນ້ອງຕອນເມົາ

໑໓ ກະທູ້
໔໔໓ ໂພສ
ຊຳນານການເວັບບອດ
ພໍ່ແມ່ບໍ່ເອົາໃຈໃສ່

໙ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຫລິ້ນ << ຂຽນແບບນີ້

ເຈົ້າ ມື້ໜ້າຈະປ່ຽນ

I Will need Some one When I FeeL “AlonE”

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາໄປຫຼີ້ນຮ້ານເກມພໍ່ແມ່ຊອກງ່າຍ ແຕ່ຖ້າຫຼີ້ນຫຼາຍມັນກະຕິດຫັນແລ້ວ

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ແມ່ນໆໂດຍສະເພາະຮ້ານເນັດໃກ້ໆມໍປາຍສີໂຄດເດັກນ້ອຍເຂົ້າໄປຫຼີ້ນເຕັມແຖມຮ້ອງລົມກັນຈົນຂ້ອຍຫູຊິແຕກ

ຂ້ອຍ ແຮງ ບໍ່ແຄສື່

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນວ່າພໍ່ແມ່ບໍ່ຕີບໍ່ດ່າ ຍ້ອນວ່າການຈັດຕັ້ງຍັງບໍ່ເຄັ່ງຄັດຄື20ປີກ່ອນ ,ສະໃຫມ 20 ປີກ່ອນ ສະໃຫມທີ່ເກມແລ່ມໂບ້ອອກໃຫມ່ໆ ຖ້າຕຳຫລວດຮູ້ວ່າມີຮ້ານເກມບ່ອນໃດ ກະຖຶງຂັ້ນຖືກຍຶດເກມກັບປັບໃຫມ ສະໃຫມນີ້ມັນຫ່ວຍແຕກ......

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຍ້ອນວ່າພໍ່ແມ່ບໍ່ຕີບໍ່ດ່າ ຍ້ອນວ່າການຈັດຕັ້ງຍັງບໍ່ເຄັ່ງຄັດຄື20ປີກ່ອນ ,ສະໃຫມ 20 ປີກ່ອນ ສະໃຫມທີ່ເກມແລ່ມໂບ້ອອກໃຫມ່ໆ ຖ້າຕຳຫລວດຮູ້ວ່າມີຮ້ານເກມບ່ອນໃດ ກະຖຶງຂັ້ນຖືກຍຶດເກມກັບປັບໃຫມ ສະໃຫມນີ້ມັນຫ່ວຍແຕກ......

20ປີກ່ອນນິຫາກໍເກີດເວີ່ຍແຕ່ກະຊ່ວງນັ້ນເຄັ່ງກັນອີຫຼີ
ແຕ່ດຽວນີ້ຍ້ອນວ່າມີຮ້ານ ອິນເຕີເນັດ ຂື້ນມາແລ້ວຈະໄປຫ້າມມັນກໍບໍ່ໄດ້ ຊື່ງຂື້ນທະບຽນຮ້ານເນັດແຕ່ເຫັນແຕ່ບັນດາເຍົາວະຊົນເຂົ້າໄປ
ບາງບ່ອນແຮງຄັກເຂົ້າໄປວ່າສັນນືກວ່າພະນັກງານ Tigo (ສະໄໝໂລໂກເປັນສີເຫຼືອງ) ອ້າຍຈົວທັ້ງຫຼາຍແໜ້ນຮ້ານ
ແຫຼະກໍ ເກມສະໄໝນີ້ ແມ່ນມີການດືງດູດຈາກຄົນຫຼີ້ນບໍ່ວ່າຈະເປັນ ພາບ,ເນື້ອຫາ ແລະກໍລວມທືງ ລະບົບຕ່າງໆໃນເກມ

ບໍ່ແມ່ນຜູ້ປົກຄອງບໍ່ບອກ ແຕ່ບອກແລ້ວຫາກບໍ່ຟັງ ສະນັ້ນ "ຢ່າ" ໂທດເພີ່ນ ເພາະເປັນໄປບໍ່ໄດ້ທີ່ ພໍ່ແລະແມ່ ຈະບໍ່ບອກວ່າຢ່າຫຼີ້ນເກມ

ປລ1. ເຈົ້າຂອງກະທູ້ກະຍັງໃສ່ຊື່ວ່າ ອໍດິຊັນ ບໍ່ແມ່ນເກມເບາະ?
ປລ2. ໃໝ່ ເດີ້ ບໍ່ແມ່ນ ໄໝ່ ລະກໍຖ້າຂຽນ ຫມ ໄມ້ເອກຈະຢູ່ໂຕ ມ

໑໓ ກະທູ້
໔໔໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ MaskRider ຂຽນວ່າ...

ແມ່ນໆເວົ້າຖືກ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼີ້ນເກມມັນງ່າຍກ່ວາຮຽນຂະເຈົ້າເລີຍຕິດ

ຄົນຄິດຮອດບ້ານ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ອຍ!! ຂ້ອຍກະເຄີຍຕິດ ຕອນນີ້ເລີ່ມອອກຫ່າງແດ່ແລ້ວ
ແຕ່ມື້ກ່ອນໄດ້ເຂົ້າໄປຫລິ້ນ ວ່າສິຫລິ້ນຫນ້ອຍຫນຶ່ງ ປາດດດດ!! ນັ່ງຫລິ້ນໄປແລ້ວ3ຊົ່ວໂມງ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aham ຂຽນວ່າ...
ຫຼີ້ນເກມມັນງ່າຍກ່ວາຮຽນຂະເຈົ້າເລີຍຕິດ

ແມ່ນໆ ຫລິ້ນເກມບໍ່ຕ້ອງຄິດຫຍັງຫລາຍໃຫ້ເຈັບຫົວ