ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄວາມຕ່າງລະຫວ່າງ ຄີນຼິກ ກັບ ໂຮງໝໍລັດ

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຂໍຄວາມເຫັນນຳແນ່
ລະຫວ່າງ ສອງສະຖານທີ່ດັ່ງກ່າວ

ແຕກຕ່າງກັນຫຼາຍບໍ່? ແຕກຕ່າງກັນຢູ່ບ່ອນໃດ?

ປົກກະຕິເຈົ້າໃຊ້ບໍລິການໂຕໃດ? ເພາະວ່າ?

ທີ່ເພີ່ນທີ່ໂຕ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ເຫິ໋ໆໆ ມາເປັນຄົນ(ວິຈານ)ທຳອິດ! ບໍ່ແມ່ນໆໆໆໆ ມາຄອມເມັນຄົນທຳອິດຫັນນະ 555
ມີ2ກໍລະນີ: 1 ຖ້າບໍ່ຮ້າຍແຮງ ຫຼື ບໍ່ເປັນຫຍັງຫຼາຍກະໄປຄຼິນິກກະໄປ(ເພາະໃກ້ບ້ານດີ),ບາງທີ່ອາດໄປຊື້ຢາມາກິນຊື່ໆໆ.
2 : ຖ້າເປັນແຮງ,ຊິຕາຍແທ້ໆໆຖ້າບໍ່ເຫັນໝໍ(ໜ້າຕາຫຼໍ່)ນີ້, ກະຕ້ອງເລືອກທີ່ຈະໄປໂຮງໝໍເອົາ. ເພາະວ່າມີອຸປະກອນຄົບກວ່າ.ມີຄວາມເບິ່ງຫຼາຍກວ່າ.
ແຕ່ວ່າຄືຈະໄປໂຮງໝໍເອກະຊົນຢູ່ລາວເອົາ,ເພາະວ່າໂຮງໝໍ(ມະໂຫສົດ)ເກືອບເຮັດໃຫ້ໝູ່ຂ້ອຍຕາຍຍ້ອນ.ວ່າບໍ່ເປັນຫຍັງກິນຢາລະກະໄດ້,ທັງທີ່ໄປໄທມັນໄດ້ຝ່າຕັດສະໂຫລກ,ຍ້ອນເລືອດຄາງໃນສະໝອງ.
ມີປະຫວັດແນວນີ້ກະເລີຍບໍ່ຄ່ອຍຢາກໄປປານໃດ.ແຖມຕອນພີ່ນ້ອງຂ້ອຍຖືກລົດຈັກມາຕ່ຳ,ເອົາໄປໂຮງໝໍກະບໍ່ມີໃຜຢາກເບິ່ງ(ເພາະຄິດວ່າລາວບໍ່ມີເງີນເດະ ຕອນນັ້ນລາວໃສ່ເຄື່ອງຂາດໆໆແນວວ່າເຮັດວຽກ)...ຕອນແມ່ຂ້ອຍມາເຫັນກະເລີຍຮ້ອງ(ແຮງໜ້ອຍໜຶ່ງ),ໝໍຈິ່ງພາກັນແລ່ນມາເບິ່ງ(ເປັນຢ່າງດີໆໆໆໆແທ້ເອົາຫວາ).
ເຫັນບໍ່ວ່າ....ຄວາມແຕກຕ່າງອາດມີໜ້ອຍໜຶ່ງນະ.

ແຕ່ວ່າຂ້ອຍບໍ່ຄ່ອຍໄດ້ເຂົ້າໂຮງໝໍປານໃດ,ສ່ວນຫຼາຍກະເປັນແຕ່ໄອ,ໄຂ້ໜ້ອຍໜຶ່ງ,ກະເລີຍຊື້ແຕ່ຢາມາກິນເອົາ ເຫິ໋ໆໆໆ(ຢ້ານເຂັມປະມານນັ້ນນະ)

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ka kheuan kab sa tha na kan lae nor
kha pha jao ka sai mot 2 yarng hun lae
leo tae sa tha na kan ja pha pai
bor mee yung nae non


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕກຕ່າງຕົວະ ໂຮງຫມໍ ບໍ່ມີຫມໍນວດ
ຄຼິນິກມີຫມໍນວດ ຄຼິນິກຫມໍນວດ
ອິອິອິ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ກະຄືທີ່ຮູ້ຫັ້ນລະໂຮງຫມໍລັດຫັ້ນເວົ້າເລື້ອງບໍລິການລະຢາກຊັກຊ້າ

ສ່ວນຄລີນີກຫັ້ນໄວຢູ່ແຕ່ກະບໍ່ຄ່ອຍແນ່ໃຈເພາະເຮົາເຄີຍເກືອບຕາຍຍ້ອນຄລິນິກນິມາແລ້ວເທື່ອ1

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
la kha tang kan

ຊີວິດລິຂິດເອງ noOK

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
clinic mor jai d

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TOoooOOOOO ຂຽນວ່າ...
clinic mor jai d



ຢູ່ໂຮງໝໍກະໃຈດີໃດ

ຫວານຕົ້ນຈືດປາຍ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ MightyM33 ຂຽນວ່າ...
ກະຄືທີ່ຮູ້ຫັ້ນລະໂຮງຫມໍລັດຫັ້ນເວົ້າເລື້ອງບໍລິການລະຢາກຊັກຊ້າ

ສ່ວນຄລີນີກຫັ້ນໄວຢູ່ແຕ່ກະບໍ່ຄ່ອຍແນ່ໃຈເພາະເຮົາເຄີຍເກືອບຕາຍຍ້ອນຄລິນິກນິມາແລ້ວເທື່ອ1

ແມ່ນໆ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່