ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » OTAKU ສາລະພັດກ່ຽວກັບກະຕູນ (ຂໍ້ມູນ ຂ່າວສານ preview ອື່ນໆ)

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ສະບາຍດີທຸກຄົນ

ກ່ອນອື່ນມີ່ຂໍຖາມກ່ອນວ່າ ທຸກຄົນທີ່ຫລົງເຂົ້າມາ ຮູ້ຈັກກະຕູນ(ຍີ່ປຸ່ນ)ຈັກເລື່ອງ

1. ບໍ່ຮູ້ຈັກເລີຍ
2. ຮູ້ຈັກແຕ່ Bleach ກັບ Naruto
3. ໂອ້ຍຍ ນັບບໍ່ຖ້ວນ

ຖ້າເປັນຄົນປົກກະຕິອາດຈະຕອຍຂໍ້ 1 ແລະ 2
ແຕ່ຖ້າທ່ານຕອບຂໍ້ 3 ຍິນດີຕ້ອນຮັບສູ່ວົງການ OTAKU!!!!!


ຄວາມຫມາຍຂອງ Otaku

ໂອຕາກຸ ຫມາຍເຖິງຄົນທີ່ມັກໃນບາງສິ່ງບາງຢ່າງຫລາຍ ແລະມີຄວາມຮູ້ໃນດ້ານນັ້ນໆ (ແບບເກີນຄວາມຈຳເປັນ)
ໂອຕາກຸໃນປັດຈຸບັນ ຖືກໃຊ້ເອີ້ນກຸ່ມຄົນທີ່ມັກໃນກະຕູນ ເມື່ອເວົ້າເຖິງໂອຕາກຸ ຄົນມັກຈະຄິດເຖິງຄົນທີ່ມັກກະຕູນ

(ແຕ່ທີ່ຈິງກະມີໂອຕາກຸດ້ານອື່ນໆນຳ ເຊັ່ນ ໂອຕາກຸສະແຕມ ໂອຕາກຸລົດ ແລະອື່ນໆ ເວົ້າງ່າຍໆ ກະຄ້າຍໆແຟນພັນແທ້ນັ້ນແຫລະ)


ກະທູ້ນີ້ ມີ່ສ້າງຂຶ້ນເພື່ອເຜີຍແຜເລື່ອງລາວໃນວົງການກະຕູນ ທັ້ງຂ່າວສານ ຄວາມຮູ້ໃນວົງການ ລວມເຖິງກະຕູນໃຫມ່ໆຕ່າງໆ ເພື່ອຢາກໃຫ້ຄົນຫັນມາສົນໃຈກະຕູນຫລາຍຂຶ້ນ ດັ່ງນັ້ນເຮົາຍິນດີຕ້ອນຮັບທຸກຄົນທີ່ສົນໃຈ ມາເຂົ້າວົງການໂອຕາກຸກັນເທາະ >w<

ໃຜມີຄຳຖາມຫຍັງ ຖາມມາໄດ້ເລີຍ ຖ້າກ່ຽວຂ້ອງກັບກະຕູນ ຈະຕອບໃຫ້ ອິອິ


ສາລະບານ

( coming soon)




ຄຳທີ່ກ່ຽວຂ້ອງກັບກະຕູນ ທີ່ທຸກຄົນຄວນຮູ້

Anime - ຫມາຍເຖິງກະຕູນທີ່ເປັນພາບເຄື່ອນໄຫວ ສາຍຕາມທໍລະທັດ ຫຍໍ້ມາຈາກຄຳວ່າ Animation

Cosplay - ການໃສ່ເຄື່ອງ ໃສ່ເສື້ອຜ້າໃຫ້ຄືກັບຕົວລະຄອນໃນກະຕູນ

Doujin - ກະຕູນທີ່ບັນດາແຟນໆຂຽນຂຶ້ນ ໂດຍອີງຕາມຕົວລະຄອນ ເຫດການໃນເລື່ອງໃດຫນຶ່ງມາຂຽນໃຫມ່ໃຫ້ເປັນແບບທີ່ຕົນເອງມັກ

Fan Service - ຮູບວັບໆແວມໆ ແບບເອົາໃຈຄົນເບິ່ງ ຄົນອ່ານ

Manga or Comic - ຫມາຍເຖິງກະຕູນທີ່ເປັນປຶ້ມ ເປັນຫນ້າໆແບບອ່ານເອົາ

NC ( No Children under…) - ຄຳນີ້ໃຊ້ກັນທົ່ວໄປ ບາງຄົນອາດຈະເຄີຍເຫັນຄຳວ່າ NC-13 ຫມາຍເຖິງເດັກຕ່ຳກວ່າ 13 ບໍ່ຄວນເບິ່ງ NC-15 ຫມາຍເຖິງເດັກຕ່ຳກວ່າ 15 ບໍ່ຄວນເບິ່ງ ຫລືຕ້ອງມີຜູ້ປົກຄອງໃຫ້ຄຳແນະນຳ

Spoil - ຄຳນີ້ເປັນຄຳທີ່ຢາກໃຫ້ຮູ້ທີ່ສຸດ ເພາະຄົນລາວເຮົາມັກລະເມີດກົດການສະປອຍ. ສະປອຍຫມາຍເຖິງການເລົ່າເນື້ອເລື່ອງທີ່ອີກຄົນຫນຶ່ງບໍ່ທັນຮູ້ໃຫ້ຟັງ ເຮັດໃຫ້ການເບິ່ງກະຕູນເລື່ອງນັ້ນໆຫມົດຄວາມມ່ວນໄປ ເພາະເຮົາບໍ່ໄດ້ນັ່ງເບິ່ງ ລຸ້ນເອງ (ເຊັ່ນວ່າ “ອຸ້ຍ ສຸດທ້າຍພະເອກເລື່ອງນີ້ຕາຍໄດ໋ຫັນ!!” )


(ມີ່ຈະພາຍາຍາມອັບເດດເລື້ອຍໆ ມີຂ່າວສານ ຫລືກະຕູນເລື່ອງໃດຢາກແນະນຳ ຢາກໃຫ້ພຣີວິວ ຫລືມີຄຳຖາມຫຍັງ ຖາມມາໄດ້ເດີ້)


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ມາຮູ້ຈັກກັບສາຍພະລັງຕ່າງໆຂອງກະຕູນກັນດີກວ່າ!!!


Q. ສາຍພະລັງຕ່າງໆຂອງກະຕູນແມ່ນຫຍັງ?

A. ສາຍພະລັງ ກໍ່ຄືຄວາມຫມາຍຂອງການເອີ້ນຕົວກະຕູນແບບຕ່າງໆ ຕາມລັກສະນະ ຮູບແບບ ແຕກຕ່າງກັນໄປ (ຕົວກະຕູນຫນຶ່ງ ອາດມີຫລາຍສາຍພະລັງໄດ້) ສາຍພະລັງຖືກແບ່ງອອກເປັນສາຍພະລັງແຈ້ງ ແລະສາຍພະລັງມືດ. ໂດຍສາຍພະລັງແຈ້ງຈະເປັນທີ່ຍອມຮັບໂດຍສັງຄົມທົ່ວໄປ ຕົງກັນຂ້າມທີ່ສາຍພະລັງມືດມັກຈະຖືກແອນຕີ້ໂດຍຄົນສ່ວນໃຫຍ່ (ສາຍພະລັງມືດໂດຍສ່ວນໃຫຍ່ຈະຕິດ rate ເຊິ່ງເປັນສາຍທີ່ເດັກດີບໍ່ຄວນກ້າວກ່າຍ ຮາ… ແຕ່ ສາຍພະລັງມືດມັກຈະເປັນທີ່ນິຍົມຂອງຄົນຫລາຍໆກຸ່ມເຊັ່ນກັນ)

ເອົາລະ ມາທຳຄວາມເຂົ້າໃຈກັບສາຍພະລັງຕ່າງໆກັນດີກວ່າ (ລຽງຕາມຕົວອັກສອນ)



Change - ສະຫລັບເພດ ຈາກຊາຍເປັນຍິງ ຍິງເປັນຊາຍ - ເພດອາດຈະສະຫລັບດ້ວຍເຫດການປະຫລາດໆ ຢ່າງເຊັ່ນບັງເອີນໄປຕົກບໍ່ນ້ຳຕ້ອງຄຳສາບທີ່ເມືອງຈີນ ເຊັ່ນຣັນມ້າ




G / Guro - ເລືອດສາດ (ບໍ່ມີຄຳບັນຍາຍໃດດີກວ່ານີ້ອີກແລ້ວ =w=) ກຸໂລະ ເປັນພວກມັກກ່ຽວຂ້ອງກັບເລືອດສາດ ໄສ້ໂຫລ່ ສະຫມອງໄຫລ ແຂນຂາຂາດ ໆລໆ

(ຮູບນີ້ ຕ່ຳກວ່າ 13 ບໍ່ຄວນເບິ່ງ NC-13) ອັນນີ້ເປັນ Guro ຂັ້ນເບົາໆ
ຈິ້ມເບິ່ງຮູບ


H / Hentai - ລາມົກ (ເວົ້າສັ້ນໆກະ ກະຕູນໂປ້ນ່ະ)
ບໍ່ຢາກອະທິບາຍຫລາຍ _ _”

Kemo - ເຄໂມະ ແມ່ນ ພວກເຄິ່ງຄົນເຄິ່ງສັດ ອາດມີສ່ວນຫນຶ່ງຂອງຮ່າງກາຍທີ່ເປັນຄືສັດ ຫລືເປັນສັດທັງຕົວ ແຕ່ຢືນສອງຂາຄືຄົນ ເຂົາກະເອີ້ນວ່າເຄໂມະຄືກັນ


ໂຄລໂນະອາ ຈາກເກມ Klonoa ເປັນເຫມືອນຜູ້ສ້າງຕຳນານວົງການເຄໂມະເລີຍ

K / Kinniku / Kenshiro - ພະລັງກ້າມ ພວກມີກ້າມ ນັກເພາະກ້າມທັງຫລາຍ ຕົ້ນກຳເນີດຂອງສາຍນີ້ມາຈາກພະເອກເລື່ອງຫມັດເທບພະເຈົ້າດາວເຫນືອ ຊື່ວ່າ ເຄນຊິໂຣ້


kenshiro ຈາກ Hokuto no Ken ບໍ່ຂໍບັນລະຍາຍຫລາຍ ເບິ່ງແຕ່ຮູບກະຄົງຈະເຂົ້າໃຈ… =..=’

Loli - ຫມາຍເຖິງເດັກຜູ້ຍິງຫນ້າຮັກໆ ຕ້ອງອາຍຸປະມານ 0-13 (ອາດອາຍຸຫລາຍເປັນ 1000 ປີ ໄດ້ ແຕ່ຫນ້າຕາຕ້ອງຢູ່ປະມານ 0-13)
Lolicon - ຫມາຍເຖິງພວກທີ່ມັກເດັກຜູ້ຍິງ


ຕົວແທນຄວາມໂລລິ ຂໍມອບໃຫ້ເປັນຂອງ ຣິກະ ຈາກ higurashi no koro ni ເຖິງຣິກະຈະອາຍຸ…ແລ້ວ ແຕ່ກະຍັງຫນ້າຮັກຢູ່ດີ >w<

Mahou - ພວກສາວນ້ອຍເວດມົນທັງຫລາຍແຫລ່


ນາໂນຮະ ຈາກ Magical Girl Lyrical Nanoha ສາວນ້ອຍເວດມົນ

Maid - ສາວໃຊ້ ສາວເສີບ ຫລືພວກທີ່ແຕ່ງຊຸດຄືສາວໃຊ້

ຈິ້ມເບິ່ງຮູບ
ມາໂຮໂຣະ ຈາກ Mahoro

ຈິ້ມເບິ່ງຮູບ
ເອມມ້າ ຈາກເລື່ອງ Emma ເປັນສາວໃຊ້

Mecha - ຫຸ່ນຍົນ ສາວຈາກໂລກອະນາຄົດ ຫລືພວກເທັກໂນໂລຢີຕ່າງໆ

Megami - ພວກເທບ ມີປີກສີຂາວ ເທບພະເຈົ້າ ເທວະດາ ນາງຟ້າ

ຈິ້ມເບິ່ງຮູບ
ສາມສາວນາງຟ້າ ຈາກ Ah! My goddess

Megane - ພວກທີ່ໃສ່ແວ່ນຕາ ສາວແວ່ນ ຫນຸ່ມແວ່ນ

ຫນຸ່ມແວ່ນ ໂອໂທຣິ ຄຽວຢະ ຈາກ Ouran Host club

Miko - ພວກທີ່ເປັນມິໂກະ ຫລືໃສ່ຊຸດມິໂກະ

ມິໂກະຜູ້ຍາກຈົນ ເຣມຸ ຈາກເກມ touhou

Mimi - ພວກມີຫູສັດ ຫູແປກໆ ຫູນັ້ນຫູນີ້ ທີ່ບໍ່ແມ່ນຫູຄົນ
Neko mimi - ຫູແມວ
Inu mimi - ຫູຫມາ
ສາຍນີ້ຈະຕ່າງຈາກເຄໂມະ ຄືເຄໂມະຈະມີສ່ວນຫນຶ່ງຂອງຮ່າງກາຍເປັນສັດ ແຕ່ສາຍນີ້ຈະມີແຕ່ຫູເທົ່ານັ້ນທີ່ເປັນສັດ

ສາວຫມາປ່າ ໂຮໂຣະ ຈາກ spice and wolf

Moe - ຫມາຍເຖິງງາມ ຫນ້າຮັກ ເປັນຕາເບິ່ງ

ມິໂອະ ຈາກ K-on ໂມເອ້ >w<

Obacon - ສາວໃຫຍ່ ລຸ່ນ 20+ ຫລື 30+ ຫລືອາດຫມາຍເຖິງພວກທີ່ມັກສາວອາຍຸຫລາຍກວ່າ ( oba ແປວ່າປ້າ ນ້າ ອາ)

Ojicon - ຫນຸ່ມໃຫຍ່ 20+ ຫລື 30+ ຫລືພວກທີ່ມັກຫນຸ່ມອາຍຸຫລາຍກວ່າ (Oji ແປວ່າ ລຸງ ປູ່ ອາວ)


Shota - ເດັກຜູ້ຊາຍຫນ້າຮັກ ຄ້າຍໆກັບສາຍ loli ແຕ່ປ່ຽນເປັນຜູ້ຊາຍ
Shotacon - ພວກທີ່ມັກເດັກຜູ້ຊາຍ

ຄາງາມິເນະ ເລນ ຈາກ Vocaloid

SM - Sadism/ Masochism
Sadism - ຊາດິສ ພວກມັກສ້າງຄວາມເຈັບປວດໃຫ້ຜູ້ອື່ນ (ຄຳນີ້ ຄົນທົ່ວໄປຫນ້າຈະຮູ້ຈັກ)
Masochism - ມາໂຊ ພວກມັກຮັບຄວາມເຈັບປວດ ຫລືມີຄວາມສຸກເມື່ອໄດ້ຮັບຄວາມເຈັບປວດ (ສາຍນີ້ອອກແນວໂລກຈິດ = =”)

ໃຜຢູ່ສາຍນີ້ ຫນ້າຈະຮູ້ຈັກພວກອຸປະກອນ SM ເຊັ່ນ… ເຊືອກ ໂສ້ ແສ້ ກະແຈມື… =[]=!

ຮູບນີ້ ຕ່ຳກວ່າ 13 ບໍ່ຄວນເບິ່ງ (ອອກແນວ ຮາເລມ + ເລືອດ + SM)
ຈິ້ມເບິ່ງຮູບ
ແບດເລີ້(ບາໂທຣ້າ) ກັບ 7ຜູ້ຮັບໃຊ້ແມ່ມົດທອງຄຳ ຈາກ Umineko no koro ni
ເລື່ອງນີ້ອອກແນວໂຫດໆ SM + Guro ໃຜສົນໃຈແນວໆນີ້ ຂໍແນະນຳ ຮາໆ

Tentacle - ຫນວດ ພວກມີຫນວດ

Tsun-dere - ຊຶນເດເຣະ ພວກປາກບໍ່ຕົງກັບໃຈ (ປະມານວ່າ ໃຈຮັກແຕ່ປາກດ່າ ປາກຮ້າຍແຕ່ໃຈດີ ເຊັ່ນ “ເຂົາບໍ່ໄດ້ຮັກເພິ່ນຈັກຫນ້ອຍ ແຕ່ຊິມາຫາທຸກມື້ກະບໍ່ວ່າຫຍັງດ໋ອກ!”
“ບໍ່ໄດ້ຢາກເຈິດ໋ອກ ແຕ່ຖ້າຈະພາໄປທ່ຽວກະຊິໄປໃຫ້ກະໄດ້!!” ຮາາາ ສາຍນີ້ໂຄດຫນ້າຮັກ)

ໄທກະ ຈາກ Toradora ສາວສຸດຊຶນ ປາກຮ້າຍ ມືຫນັກ ຂີ້ອາຍ ປາກບໍ່ຕົງກັບໃຈ ຮາ

Twin - ພະລັງແຝດ

ເຈົ້າຍິງຝາແຝດ ເຣນ ກັບ ຟາຍ ຈາກເລື່ອງ Fushigiboshi no Futagohime

Yaoi - Boys’ Love (ຫນ້າຈະເຂົ້າໃຈເນາະ =w=’)
ຢາໂອຍ ໂດຍທົ່ວໄປເຂົາມັກໃຊ້ເອີ້ນ Boys’ Love ທຸກຮູບແບບ ແຕ່ທີ່ຈິງຕົວຄຳ Yaoi ລ້ວນໆ ມັນຈະຕິດ rate 18+ (ເດັກດີບໍ່ຄວນເບິ່ງ ຮາ)
Shonen ai - Boys’ Love ແບບທຳມະດາ ຄືຮັກແບບຫມູ່ ຄູ່ຫູ ມິດຕະພາບ ຫລືຮັກແບບບໍ່ຕິດrate ໆລໆ
ສ່ວນໃຫຍ່ຢາໂອຍຈະເປັນທີ່ນິຍົມໃນຫມູ່ສາວໆ (ຖ້າຜູ້ຊາຍມາມັກສາຍນີ້ກະຖືວ່າແປກລະ = =”)
(ຮູບ ເອົາເປັນລິ້ງ ຢ້ານຄົນຮັບບໍ່ໄດ້ ແຕ່ກະພາຍາຍາມເອົາຮູບທີ່ມັນທຳມະດາໆແລ້ວ)
ຈິ້ມເບິ່ງຮູບ
ຢູຣິ ກັບ ວູບເຟຣມ ຈາກ Kyo kara maoh (ກະຕູນແຟນຕາຊີ + Y )

Yuri - girls’ love
ຢູຣິສ່ວນໃຫຍ່ຈະ rate 18+ ເຊັ່ນກັນ
Shojo ai - ຄວາມຮັກລະຫວ່າງຍິງ ແບບທຳມະດາ ແບບຫມູ່ ມິດຕະພາບ ຫລືຮັກແບບບໍ່ຕິດ rate ໆລໆ
ສ່ວນໃຫຍ່ຢູຣິຈະເປັນທີ່ນິຍົມໃນຫມູ່ຜູ້ຊາຍ

ຈິ້ມເບິ່ງຮູບ
ຈິ້ມເບິ່ງຮູບ
ຮິເມໂກະ ກັບ ຈິຄາເນະ ຈາກ miko shitajiki

ຄຳທີ່ກ່ຽວຂ້ອງ
Seme
Uke
…ບໍ່ຢາກອະທິບາຍເລີຍ ຄຳພວກນີ້… ເອົາເປັນວ່າໃຜຢາກຮູ້ໄປຊອກກັນເອົາເອງກະແລ້ວກັນ… =w=’

ສັນຍາລັກຂອງ Y ແມ່ນສີມ້ວງ ໂດຍສະເພາະ ກຸຫລາບສີມ້ວງ ຮາ


---- ອື່ມ ຍັງມີສາຍພະລັງອີກຫລາຍທີ່ມີ່ຍັງບໍ່ຮູ້ ແລະສ່ວນຫນຶ່ງກະບໍ່ໄດ້ເອົາມາເວົ້າ ເພາະມັນອອກຈະເປັນສາຍພະລັງມືດ ຄົນປົກກະຕິບໍ່ຄວນກ້າວກ່າຍຢ່າງຍິ່ງ ^^”

ໃນນີ້ສາຍພະລັງມືດທີ່ເຫັນກັນເລື້ອຍໆກະມີ Y H SM ກັບ Guro ນີ້ແຫລະ




ເວົ້າມາຍາວ ຂໍບອກໄວ້ກ່ອນວ່າມີ່ຢູ່ສາຍ Loli Shota ຍັງເປັນຄົນປົກກະຕິຢູ່ ຮາໆ (ເຖິງຈະເລີ່ມເອນອຽງໄປສາຍມືດເທື່ອລະຫນ້ອຍກະເທາະ orz =w=’)


ເອົາເປັນວ່າ ຈັງໃດກະຢາກໃຫ້ຮູ້ຄຳພວກນີ້ເອົາໄວ້ ເພາະມີ່ອາດຈະໃຊ້ຄຳພວກນີ້ຫລາຍໃນກະທູ້ນີ້ ຄົນທີ່ບໍ່ຮູ້ຈັກ ອາດຈະບໍ່ເຂົ້າໃຈ ຫລືເອົາໄວ້ຕອນທີ່ມີ່ເວົ້າເຖິງແລ້ວຈຶ່ງກັບມາເບິ່ງຄຳອະທິບາຍກະໄດ້… ສາຍອື່ນໆນອກຈາກນີ້ ຖ້າຢາກຮູ້ກະໂພສຖາມມາກະແລ້ວກັນ ເພາະວ່າມັນຍັງມີສາຍແປກໆອີກຫລາຍສາຍນ່ະ

ຖ້າເຫັນຄຳພວກນີ້ແລ້ວເຂົ້າໃຈທັນທີ ສະແດງວ່າທ່ານເປັນໂອຕາກຸໃນລະດັບຫນຶ່ງແລ້ວແຫລະ ຮຸຮຸ

ດ໋ຽວມື້ຫນ້າຈະມາ preview ແນະນຳກະຕູນ ໃຜມັກເລື່ອງແນວໆໃດ ສະເຫນີມາໄດ້ ຈະເອົາມາພຣີວິວໃຫ້ເບິ່ງ


໓ ກະທູ້
໒໘໔ ໂພສ
ນັກການກະທູ້
ມັກໆ

ແປມາແຕ່ໃສນະ ຫຼືຂຽນຈາກປະສົບການຈິງ
ແຕ່ເຖິ່ງຢາງໃດບອກໄດ້ຄຳດຽວວ່າ ສຸດຍອດດດດດ

ບາງຄົນອາດຄິດວ່າກາຕູນໄລ້ສາລະ ແຕ່ມັນກະເປັນສິນລະປະ ປະເພດໜຶ່ງທີ່ຮູ້ໄວ້ບໍ່ເສຍຫຍັງ

ຂອບໃຈທີ່ເອົາມາໃຫ້ອ່ານເດີ !!!!


ລະຖາມອັນໜຶ່ງ ພວກ Bleach, Naruto, One Piece ມັນຈັດໃນສາຍຫຍັງ?

ລະສາຍມືດນິ ຍັງບໍ່ເຂົ້າໃຈປານໃດ ມັນສາຍມືດໃນທາງຊົວຂອງໂລກແຫ່ງຄວາມຈິງຫວາ



໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມັກສາວ Tsun-dere

ແລ້ວ ຈຂກທ ເດ ເປັນປະເພດໃດລະ ອິອິ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແມ່ນ ເຮົາກະໂຄດມັກເລີຍ
ມັກແນວກາຕູນຫນ້າຮັກ ກັບໃຊ້ເວດມນເທ້ໆ ຫຸຫຸ ສຸດຍອດດດ

ຮັກນ້ອງຕອນເມົາ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ມັກຢູ່ ຮູ້ຫລາຍເລື່ອງ ແຕ່ບໍ່ໄດ້ ເຖິງຂັ້ນເບິ່ງຕະຫລອດ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໒໘໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ມັກສາວ Tsun-dere

ແລ້ວ ຈຂກທ ເດ ເປັນປະເພດໃດລະ ອິອິ



ສະແດງວ່າ ອ່ານບໍ່ໝົດ

ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...


ເວົ້າມາຍາວ ຂໍບອກໄວ້ກ່ອນວ່າມີ່ຢູ່ສາຍ Loli Shota ຍັງເປັນຄົນປົກກະຕິຢູ່ ຮາໆ (ເຖິງຈະເລີ່ມເອນອຽງໄປສາຍມືດເທື່ອລະຫນ້ອຍກະເທາະ orz =w=’)



ເພິນຂຽນໄວ້ຢູ່ master ເອີຍ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາຍມຶດ ສາຍແສງນີ້ຫມາຍເຖີງ ເວດມົນ ຫລື ຝ່າຍດີ/ແສງ/ ຝ່າຍຮ້າຍ/ມືດ ຕິເບາະ ອິອິ
ຫລືວ່າບໍ່ແມ່ນ
ເພາະວ່າເວດມົນມີຫລາຍທາດ ເຊັ່ນ ດີນ ນ້ຳ ລົມ ໄຟ ແສງ ຄວາມມືດ
ພິເສດ ທາດ ສາຍຟ້າ ເຫລັກ ພິດ ຈຳພວກນີ້


ມົ້ວເອົາເດີນິ ອິອິ

ຮັກນ້ອງຕອນເມົາ

໓ ກະທູ້
໒໘໔ ໂພສ
ນັກການກະທູ້
ຖ້າຕາມເຂົ້າໃຈ ສາຍມືດ ກະໝາຍເຖິ່ງຝາຍບໍ່ດີ ພວກມານ ຫຼື ພວກທີໃຊ້ພະລັງທີຕ້ອງຫ້າມ ປະມານນັ້ນ
ແຕ່ຖ້າສາຍມືດໃນຄວາມໝາຍຂອງ OTAKU ທີ່ ມີ່ມີ່ ເວົ້າມາ ມັນແມ່ນພວກ ວິປະລິດ ຫຼື ລາມົກ ຫວາ?
ກະເລີຍສົງໄສ ຖ້າ ຈຂກທ ມາອະທິບາຍຢູ່ ເພາະ ມີ່ມີ່ ວ່າ ເລີ່ມອຽງໄປທາງສາຍມືດແດ່ລະ ( ອຽງໄດ້ນຳຫວາ ) ປະເພດຍາດແຟນຄົນອື່ນ ຫຼື ມີກິກ ນິ?


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ທີ່ຈິງສາຍ ຊຶນເດເຣະ ມີ່ກະມັກ ຫນຸ່ມຊຶນ ຫນ້າຮັກດີ >w< ແຕ່ປົກກະຕິກະຢູ່ສາຍ Loli Shota ເນີ້


ອ້າງເຖິງຂໍ້ຄວາມຈາກ TomStar ຂຽນວ່າ...
ມັກໆ

ແປມາແຕ່ໃສນະ ຫຼືຂຽນຈາກປະສົບການຈິງ
ແຕ່ເຖິ່ງຢາງໃດບອກໄດ້ຄຳດຽວວ່າ ສຸດຍອດດດດດ

ບາງຄົນອາດຄິດວ່າກາຕູນໄລ້ສາລະ ແຕ່ມັນກະເປັນສິນລະປະ ປະເພດໜຶ່ງທີ່ຮູ້ໄວ້ບໍ່ເສຍຫຍັງ

ຂອບໃຈທີ່ເອົາມາໃຫ້ອ່ານເດີ !!!!


ລະຖາມອັນໜຶ່ງ ພວກ Bleach, Naruto, One Piece ມັນຈັດໃນສາຍຫຍັງ?

ລະສາຍມືດນິ ຍັງບໍ່ເຂົ້າໃຈປານໃດ ມັນສາຍມືດໃນທາງຊົວຂອງໂລກແຫ່ງຄວາມຈິງຫວາ





ຂຽນຈາກທີ່ເຄີຍອ່ານ + ປະສົບການ

ພວກ Bleach, Naruto, One Piece ນີ້ ຖ້າຈະເວົ້າແລ້ວມັນຈັດເປັນແນວ ຫລາຍກວ່າ ເອີ້ນວ່າ ແນວ ແອ໊ກຊັ້ນ (action) ແນວຕໍ່ສູ້ນ່ະ ຖ້າໃຫ້ຈັດແຍກອີ່ຫລີ່ກະຈະເປັນ
action - ຕໍ່ສູ້
shounen - ກະຕູນສຳລັບຜູ້ຊາຍ
supernatural - ພະລັງເຫນືອທຳມະຊາດ
(ຫນ້າຈະປະມານນີ້)

ສາຍພະລັງມັນບໍ່ໄດ້ແຍກຕາມເລື່ອງ ແຕ່ມັນແຍກຕາມຕົວລະຄອນ ^^


ສ່ວນສາຍພະລັງມືດ... ອັນນີ້ທີ່ຈິງບໍ່ຢາກໃຫ້ກ້າວກ່າຍປານໃດ ເພາະຖ້າໄປສາຍມືດແລ້ວດ໋ຽວຈະຖອນຕົວຍາກ ຮາ

ສາຍມືດຈະເປັນປະມານວ່າ ຄົນທົ່ວໄປ ສັງຄົມ ບໍ່ຄ່ອຍຍອມຮັບ ຫລືຂ້ອນຂ້າງຈະຜິດສິນທຳນ່ະ =w=' ຢ່າງເຊັ່ນ H Y Guro SM (ຄວາມຫມາຍໄປເບິ່ງເອົາຂ້າງເທິງ)

ທຽບກັນແລ້ວກະຫນ້າຈະປະມານວ່າ
ສາຍແຈ້ງ - positive
ສາຍມືດ - negative

ສາຍແຈ້ງຈະອອກແນວໃສໆໄຮ້ມົນທິນ
ສາຍມືດຈະອອກແນວໂຫດໆ ຮຸນແຮງ ຫລືບໍ່ຄວນເຜີຍແຜ່

ທີ່ຈິງສາຍມືດມັນມີຫລາຍກວ່ານັ້ນອີກ... Yaoi ,Yuri ,Hentai ,Guro ,Futanari ,Trap ,Incest ,Bigboob ,BDSM
ຄວາມຫມາຍບໍ່ຂໍບອກ ເຮິໆ =w='

----------------

EDIT. ທີ່ວ່າມັກສາຍມືດນິ ມີ່ມັກທາງ shonen ai ກັບ SM ຮາ
ສາຍຍາດແຟນ ບໍ່ມີເດີ້ຂະນ້ອຍ =w='


໓ ກະທູ້
໒໘໔ ໂພສ
ນັກການກະທູ້
ເຂົ້າໃຈແລ້ວ ຈັດແບບນີ້ນິເອງ


໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ເປັນ ເຄໂມະ (ຫຍໍ້ມາຈາກ Kemono) ຢ່າງບໍ່ຕ້ອງສົງໄສ ຮະຮະ.
Mimi ກໍເປັນປະເພດທີ່ຫນ້າສົນໃຈ ເພາະເຫັນຫລາຍສິນລະປິນມັກແຕ້ມ Mimi ກັບ Kemo ຢູ່ນຳກັນເລື້ອຍໆ. Match ກັນດີ (ຫນ້າຮັກ).
ວ່າແຕ່ຮູ້ສຶກຈະມັກແບບ guru ນຳຫນ້ອຍນຶ່ງ - -''

ເລື່ອງການອຽງໄປທາງມືດນັ້ນ, ຖ້າເປັນຄົນມັກເບິ່ງຊື່ໆກໍອາດຈະເປັນເລື່ອງແປກ
ແຕ່ຖ້າເປັນສິນລະປິນນຳ ຮູ້ສຶກວ່າມັນຈະເປັນເລື່ອງທີ່ແສນທຳມະດາ, ໃນຄວາມຄິດຂອງເຮົາ
ເພາະສິນລະປິນຍ່ອມ experiment ໄປເລື້ອຍໆ ເພື່ອພັດທະນາຝີມືນັ້ນລະ

ປ.ລ ບໍ່ແມ່ນມີ່ລືມ bara ຫວາ ຫລື ວ່າຕັ້ງບໍ່ເວົ້າເຖິງ ເພາະມັນເປັນໝວດຍ່ອຍບໍ?


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Defago ຂຽນວ່າ...


ປ.ລ ບໍ່ແມ່ນມີ່ລືມ bara ຫວາ ຫລື ວ່າຕັ້ງບໍ່ເວົ້າເຖິງ ເພາະມັນເປັນໝວດຍ່ອຍບໍ?



bara ແມ່ນສສາຍຫຍັງນະ ບໍ່ຄຸ້ນເລີຍ =w='

ກະແມ່ນຢູ່ ທຳອິດມີ່ອ່ານ Y ເພື່ອຝຶກແຕ້ມຜູ້ຊາຍນ່ະ ແຕ່ກີ້ແຕ້ມບໍ່ຄ່ອຍໄດ້ ເບິ່ງໄປເບິ່ງມາເລີ້ມຕິດເຊື້ອ Y ແຕ່ກະຢູ່ລະດັບ Shonen ai ເນີ້ ຮາ (ແຕ່ກະແຕ້ມຜູ້ຊາຍໄດ້ດີຂຶ້ນ *0* )


໑ ກະທູ້
໑໑໙ ໂພສ
ນັກການກະທູ້


Ecchi , Doujinshi, Josei ພວກນີ້ມັນແມ່ນແນວໃດນະ ເຫັນໃນເວບ ມັນຂຽນໄວ້ ເລີຍຢາກຮູ້

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Ring ຂຽນວ່າ...
ເຮົາໄດ້ຄຳດຽວ Hentai ແປ່ວ່າ Transform ເອີໆ ເຮັດທຳທ່າ ບໍ່ຮູ້ອີກ

Ecchi , Doujinshi, Josei ພວກນີ້ມັນແມ່ນແນວໃດນະ ເຫັນໃນເວບ ມັນຂຽນໄວ້ ເລີຍຢາກຮູ້



Ecchi ແມ່ນຄຳດຽວກັນກັບ Hentai
ສ່ວນ Doujinshi ອະທິບາຍແລ້ວ ທາງເທິງໆ ຂຽນຫຍໍ້ໆເປັນ Doujin ນ່ະ
Josei - ແມ່ນກະຕູນສຳລັບຜູ້ຍິງທີ່ເປັນຜູ້ໃຫຍ່ແລ້ວ ແມ່ນຈະເນ້ນໄປທາງເນື້ອຫາດຣາມ້າຫລາຍກວ່າ
ຖ້າເປັນກະຕູນສຳລັບເດັກຜູ້ຍິງຈະເອີ້ນວ່າ shoujou


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາທຳມະດາແຕ່ມັກເບີ່ງNaruto


໑ ກະທູ້
໑໑໙ ໂພສ
ນັກການກະທູ້
ເຮົາແບບວ່າ ຜີກາຕູນເຂົ້າສີງເລີຍລະ ຄັນແມ່ນ ເວົ້າກະຊິປະມາ ໂອຕະກຸ ພຸ້ນລະ ອ່ານໝົດທຸກປະເພດ

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Defago ຂຽນວ່າ...


ປ.ລ ບໍ່ແມ່ນມີ່ລືມ bara ຫວາ ຫລື ວ່າຕັ້ງບໍ່ເວົ້າເຖິງ ເພາະມັນເປັນໝວດຍ່ອຍບໍ?



bara ແມ່ນສສາຍຫຍັງນະ ບໍ່ຄຸ້ນເລີຍ =w='

ກະແມ່ນຢູ່ ທຳອິດມີ່ອ່ານ Y ເພື່ອຝຶກແຕ້ມຜູ້ຊາຍນ່ະ ແຕ່ກີ້ແຕ້ມບໍ່ຄ່ອຍໄດ້ ເບິ່ງໄປເບິ່ງມາເລີ້ມຕິດເຊື້ອ Y ແຕ່ກະຢູ່ລະດັບ Shonen ai ເນີ້ ຮາ (ແຕ່ກະແຕ້ມຜູ້ຊາຍໄດ້ດີຂຶ້ນ *0* )



ມີ່ກັບເຮົາເດີນທາງສວນກັນແລ້ວ ຮະຮະ
ມີ່ແມ່ນຈາກຍິງມາຊາຍ, ເຮົາກໍຈາກຊາຍໄປຍິງ ຮະຮະ.
ປັດຈຸບັນກໍຝຶກແຕ້ມຜູ່ຍິງຢູ່ ຍັງບໍ່ທັນໄປຮອດໃສປານໃດ ເຫີ່~~~~

ຖ້າຖາມເຮົາວ່າມັກອ່ານ/ເບິ່ງກາຕູນບໍ່?
ອັນນີ້ບໍ່ປານໃດ ເບິ່ງສະເພາະເລື່ອງທີ່ສົນໃຈອີ່ຫລີເທົ່ານັ້ນ (ນັບໃຫ້ຟັງກໍຍັງໄດ້ ຮະຮະ)
ແບບວ່າມັກແຕ້ມຫລາຍກວ່າ ^^


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ລອງຫາຮູບສາວແນວໆ moe loli ມາເບິ່ງຫລາຍໆ ຫນ້າຈະຊ່ວຍໃຫ້ແຕ້ມໄດ້ດີຂຶ້ນໄດ໋ ( ເອົາແບບໄວໆກະ Yuri ເລີຍ ແຕ່ບໍ່ຄ່ອຍແນະນຳ ຮາ)

ມີ່ທັງມັກເບິ່ງ ອ່ານ ແຕ້ມ ເລີຍ ເບິ່ງເລື່ອງໃຫມ່ໆ ເບິ່ງຫລາຍໆແນວ ບາງທີກະໄດ້ໄອເດຍມາຂຽນເລື່ອງຂອງຕົວເອງນ່ະ ^^


໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ລອງຫາຮູບສາວແນວໆ moe loli ມາເບິ່ງຫລາຍໆ ຫນ້າຈະຊ່ວຍໃຫ້ແຕ້ມໄດ້ດີຂຶ້ນໄດ໋ ( ເອົາແບບໄວໆກະ Yuri ເລີຍ ແຕ່ບໍ່ຄ່ອຍແນະນຳ ຮາ)

ມີ່ທັງມັກເບິ່ງ ອ່ານ ແຕ້ມ ເລີຍ ເບິ່ງເລື່ອງໃຫມ່ໆ ເບິ່ງຫລາຍໆແນວ ບາງທີກະໄດ້ໄອເດຍມາຂຽນເລື່ອງຂອງຕົວເອງນ່ະ ^^



Yuri ແອກໍເບິ່ງ ຮະຮະ
ຖ້າຈະເວົ້າແລ້ວ ເຮົາເບິ່ງໝົດທຸກແບບ (ອີ່ຫລີໄດ໋) ຮະຮະ


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ແລ້ວHTF (Happy tree friends) ເດ ຢູ່ໃນປະເພດໃດນະ?
ອ້າງເຖິງຂໍ້ຄວາມຈາກ Ring ຂຽນວ່າ...
ເຮົາແບບວ່າ ຜີກາຕູນເຂົ້າສີງເລີຍລະ ຄັນແມ່ນ ເວົ້າກະຊິປະມາ ໂອຕະກຸ ພຸ້ນລະ ອ່ານໝົດທຸກປະເພດ


ແລ້ວ Ring ໄດ້ອ່ານ JOJO ບໍ່?

Sin tu amor en mi vida, mi vida no se
como podre yo vivir

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ 4ne ຂຽນວ່າ...
ແລ້ວHTF (Happy tree friends) ເດ ຢູ່ໃນປະເພດໃດນະ?



ແບບວ່າ ຕັ້ງເຮັດບໍ່ຮູ້ແມ່ນບໍ່ ຮາ =w=

ຕອບໃຫ້ກະໄດ້ Guro Kemo SM


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
Bleach, Naruto, One Piece ມັກອັນນີ້... ລະກະຢາກແຕ້ມແບບໃຊ້ຄອມເປັນຊິເຮັດຈັ່ງໃດ

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຍັງນ້ອຍມັກເບີ່ງ ພໍໃຫຍ່ມາບໍ່ຮູ້ວ່າເປັນຈັ່ງໃດບຸ ຄ້ານເບີ່ງ ຮິຮິຮິ

~Vਕਆpïrєی™~

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ MeESAiSak ຂຽນວ່າ...
Bleach, Naruto, One Piece ມັກອັນນີ້... ລະກະຢາກແຕ້ມແບບໃຊ້ຄອມເປັນຊິເຮັດຈັ່ງໃດ



ຮູບແຕ້ມໃນຄອມເຂົາເອີນວ່າ CG ( Computer Graphic )

ຖ້າແຕ້ມສໍປົກກະຕິໄດ້ດີແລ້ວ ແຕ້ມໃນຄອມກໍ່ຫນ້າຈະງ່າຍຂຶ້ນ ແຕ່ຖ້າຈະໄປສາຍນີ້ອີ່ຫລີ ມີ່ແນະນຳໃຫ້ຫາເມົ້າປາກກາມາໃຊ້ ລາຄາອາດຈະແພງຫນ້ອຍຫນຶ່ງ ແຕ່ໃຊ້ໄດ້ດົນ (ແນະນຳຂອງ Wacom ) ຂອງມີ່ກະໃຊ້ມາໄດ້ປະມານ6-7ປີແລ້ວ

ມີ່ເຄີຍເຮັດ How to ວິທີ ລົງສີໄວ້ແລ້ວ ໄປເບິ່ງທີ່ນີ້ເດີ້ ຄລິກ


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
thanks. ຕອນນີ້ຫາກ່ອລອງແຕ້ມນຳໂປຣແກຣມManga studio

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑ ກະທູ້
໑໑໙ ໂພສ
ນັກການກະທູ້

ເລີ່ມຕິດໃຈ Toradora ແລ້ວເດີ ນາງເອກປາກແຂງດີ ມັກໂຄດເລີຍ ມີແນວແບບນີ້ມາ ແນະນຳອີກບໍ ຈຂກທ

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Ring ຂຽນວ່າ...

ເລີ່ມຕິດໃຈ Toradora ແລ້ວເດີ ນາງເອກປາກແຂງດີ ມັກໂຄດເລີຍ ມີແນວແບບນີ້ມາ ແນະນຳອີກບໍ ຈຂກທ



ມີແນ່ນອນ ຮາໆ ເລີ່ມຕິດໃຈສາວຊຶນແລ້ວຫວາ ອິອິ
ສາວຊຶນໆຄົນອື່ນທີ່ດັ່ງໆກະມີ




ຊານະ ຈາກ Sagukan no shana
ເລື່ອງນີ້ອອກແນວແຟນຕາຊີ ຕໍ່ສູ້ເນີ້ ມີດີວີດີມາຂາຍນຳ ມີ່ຊື້ມາເບິ່ງລະ (ແຕ່ມັກສຽງພາກຍີ່ປຸ່ນຫລາຍກວ່າ)




ຫລຸຍ ຈາກ Zero no tsukaima
ເລື່ອງນີ້ກະແນວແຟນຕາຊີ



ນາງິ ຈາກ Hayate no Gotoku
ເລື່ອງນີ້ອອກແນວຕາຫລົກ ມັກລໍ້ລຽນກະຕູນເລື່ອງອື່ນ (ຕ້ອງເປັນໂອຕາກຸໃນລະດັບຫນຶ່ງ ຈຶ່ງຈະເຂົ້າໃຈມຸກມັນ =w=)




ອາສຶນະ ໃນ Negima ກະຈັດເປັນສາວຊຶນ




ຮາຣຸຮິ ຈາກ Suzumiya Haruhi no Yuutsu


ແລະອື່ນໆ ທີ່ມີ່ຄິດບໍ່ອອກ + ບໍ່ຮູ້ + ສ່ວນຫນຶ່ງເປັນຕົວປະກອບໃນເລື່ອງ ບໍ່ແມ່ນນາງເອກ

----
Edit: ເພິ່ມຮູບ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັກພວກ Tsun-dere ນ່ະ
ເມື່ອກ່ອນເຄີຍບ້າກະຕຸນຢູ່ ແຕ່ບໍ່ຮູ້ວ່າເປັນໂອຕາກຸຫລືບໍ່
ເກືອບວ່າເບິ່ງໄດ້ທຸກແນວ ທຸກຢ່າງທີ່ເປັນກະຕຸນມັກຈະແລ່ນເຂົ້າຫາສະເຫມີ
ແຕ່ດຽວນີ້ບໍ່ຄ່ອຍຮູ້ເລື່ອງປານໃດລະ ເລີ່ມຈະຫ່າງຫາຍ ເພາະບໍ່ມີເວລາເບິ່ງ
ປື້ມກະຕຸນທີ່ກອງຢູ່ໃນຕູ້ກະບໍ່ໄດ້ແຕະເປັນຊາດລະ ຂີ້ຝຸ່ນຂຶ້ນເຕັມລະຕິເບາະ ເຮິເຮິ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງທີ່ມິມີ່ເວົ້າມາ ເຄີຍໄດ້ອ່ານແຕ່ເລື່ອງຫຍໍ້ມັນຢູ່ພວກນິຕະຍະສານ ແຕ່ບໍ່ເຄີຍເບິ່ງດອກ ຢາກເບິ່ງຢູ່


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>