ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກະທູ້ແຫ່ງຄວາມສຸກ, ໃຜເຂົ້າມາກະທູ້ນີ້ຂໍຈົ່ງໃຫ້ມີແຕ່ຄວາມສຸກ ສາທຸ!

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
''ຄວາມສຸກ'' ສຳລັບຂ້າພະເຈົ້າແລ້ວແມ່ນສິ່ງທີ່ມີຄ່າທີ່ສຸດ. ຄວາມສຸກມີຫຼາຍຮູບແບບ ແລະ ແຕ່ລະຄົນກະມີຄວາມສຸກທີ່ແຕກຕ່າງກັນໄປ. ບາງຄົນ ໄດ້ກິນອີ່ມທຸກມື້ ນອນຫຼັບຝັນດີ ເທົ່ານີ້ກະມີຄວາມສຸກແລ້ວ, ແຕ່ສຳລັບບາງຄົນ ຄວາມສຸກພັດແມ່ນການໄດ້ກິນຂອງແຊບໆ ໄດ້ໃສ່ເສື້ອຜ້າໃໝ່ໆງາມໆ ໄດ້ຮັບຂອງຂວັນ ໄດ້ຢູ່ກັນຄົນທີ່ຕົນຮັກ ພັກຜ່ອນກັບຄອບຄົວ ໄດ້ຊ່ວຍເຫຼືອຜູ້ອື່ນ ໄດ້ໄປທ່ຽວ ໄດ້ເຫັນຜູ້ອື່ນມີຄວາມສຸກ ໄດ້ເວົ້າຂວັນນິນທາຜູ້ອື່ນ ໄດ້ກັ່ນແກ້ງຜູ້ອື່ນ ໄດ້ລັກຂອງຜູ້ອື່ນ ເກັບເງິນໄດ້ ຫຼິ້ນຫວຍ ຖືກເບີ ໄດ້ຮັບມໍລະດົກ ເງິນເດືອນອອກ ໄດ້ໂບ່ນັດ ໄດ້ເຮັດໃນສິ່ງທີ່ຕົນເອງມັກ ຍາດແຟນຜູ້ອື່ນ ທໍລະມານໂຕເອງ ຫຼິ້ນພັນລາວ ແລະ ອື່ນໆ ອີກສາລະພັດຮູບແບບຂອງຄວາມສຸກ. ແລ້ວໝູ່ເພື່ອນພັນລາວເດ ຄວາມສຸກຂອງແຕ່ລະຄົນເປັນແນວໃດ ລອງມາແບ່ງປັນຄວາມສຸກສູ່ກັນຟັງເບິ່ງດຸ ເພື່ອໃຫ້ກະທູ້ນີ້ ເປັນສູນລວມແຫ່ງຄວາມສຸກຂອງຄົນພັນລາວ.
¡ ຂໍຂອບໃຈສຳລັບທຸກຄຳຄິດເຫັນ !

Sin tu amor en mi vida, mi vida no se
como podre yo vivir

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ສຳລັບຂພຈ ຄວາມສຸກແມ່ນການໄດ້ກິນຊີ້ນດາດ ໄດ້ໄປທ່ຽວໄກໆ ໄດ້ສົ້ງເສື້ອໃໝ່ ໄດ້ເບິ່ງໜັງທີ່ຕົນເອງມັກ ໄດ້ເບິ່ງ-ເຫັນ-ຟັງແນວຕາຫຼົກ ໄດ້ກວນຫຼານ(ໃຫ້ມັນໄຫ້) ເມື່ອອາກາດເຢັນ ໄດ້ນອນເຕັມອີ່ມ ຝັນດີ(ຖ້າຝັນວ່າໄປຕ່າງປະເທດ ຖືວ່າໄດ້ໄປທ່ຽວຟຣີ) ໄດ້ເຮັດແບບສຳຫຼວດ ແລະ ກະທູ້ໄຮ້ສາລະຢູ່ພັນລາວ ແລ້ວມີຄົນມາຕອບ
ເອົາເທົ່ານີ້ກ່ອນສະ (ຢາກນອນແລ້ວ) ທາງລຸ່ມວ່າຈັ່ງໃດ?....

Sin tu amor en mi vida, mi vida no se
como podre yo vivir

໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຕອນນີ້ແມ່ນຖ້າກັບບ້ານລູກດຽງເຢ້ໆໆ

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກຂອງຂພຈແມ່ນໄດ້ໄປເລາະເບິ່ງເຄື່ອງງາມໆ
ກະເປົ໋າງາມໆ
ເສື້ອຜ້າມາໃໝ່
ໄດ້ເລາະເບິ່ງລະມີຄວາມສຸກ
ບໍ່ມີເງິນຊື້ກໍຕາມ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກຂອງຂ້ອຍແມ່ນການທີ່ເຮົາປະສົບຜົນສຳເລັດເລື່ອງທີ່ເຮົາຄາດຫວັງໄວ້

ອີກອັນຫນື່ງແມ່ນໄດ້ນັ່ງກີນເບຍນຳຫມູ່ ອິອິ ບາດຕື່ນມາລະທຸກເພາະເມົາຄ້າງ 555

ຮັກນ້ອງຕອນເມົາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ບໍ່ບອກກະຮູ້


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ສົງໄສຄໍດຽວກັນໄດ່ເນາະຄ່ອຍຮູ້ນະ ອິອິ

ຮັກນ້ອງຕອນເມົາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ອ້າວວວ
ກະຄືວ່າໄປນຳກັນຢູ່ນ່າ
ບໍ່ຈື່ເສີຍ


໓ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
vela dai kin yogert(lod voun muk fao)
la mi kuam souk2............eieieieei

Pookie Ordinary Girl

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CaSaNoVie ຂຽນວ່າ...
^
^
^
ອ້າວວວ
ກະຄືວ່າໄປນຳກັນຢູ່ນ່າ
ບໍ່ຈື່ເສີຍ


ຫວ໋າ
ເມົາລະມັກລືມ ອິອິ

ຮັກນ້ອງຕອນເມົາ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມສຸກຂອງຂພຈແມ່ນ:
ໄດ້ເຮັດກິດຈະກຳນຳຄອບຄົວ,
ໄດ້ເຄື່ອງນຸ່ງໃໝ່,
ໄດ້ໄປທ່ຽວນຳຄອບຄົວ,
ແມ່ໃຫ້ເງີນຕອນໄປຫຼີ້ນ

ຄົນຄິດຮອດບ້ານ

໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາລະມີຄວາມສຸກກັບມ້ອງເລີຍ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການທີ່ໄດ້ຢູ່ກັບຄອບຄົວພໍ່ແມ່ພ້ອມໜ້າພ້ອມຕາກິນເຂົ້າຮ່ວມພາ ສຸກສຸດໆ

~Vਕਆpïrєی™~

໐ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ເວລາທີ່ ນອນນອນນອນ ຟັງເພງ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ມີສຸຂພາບດີ!


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ການທີ່ໄດ້ຢູ່ກັບຄອບຄົວພໍ່ແມ່ພ້ອມໜ້າພ້ອມຕາກິນເຂົ້າຮ່ວມພາ ສຸກສຸດໆ

ເວົ້າມາລະຄິດຮອດເພິ່ນແຮງໆ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
(ຂຸດມາໃຫ້ຫຼິ້ນອີກຄັ້ງ) ເວລາທີ່ສັງສັນກັບໝູ່ຄູ່ ...

Sin tu amor en mi vida, mi vida no se
como podre yo vivir

໐ ກະທູ້
໒໕໗ ໂພສ
ນັກການກະທູ້
ຂໍໃຫ້ເງິນເດືອນຂຶ້ນກະສຸກລະ

!!!!! ຊິເອົາອີ່ຫຍັງກັບຜູ້ຍິງລັ່ນລ້າເກາະ... !!!!!.

໐ ກະທູ້
໒໕໗ ໂພສ
ນັກການກະທູ້
ຂໍໃຫ້ເງິນເດືອນຂຶ້ນກະສຸກລະ

!!!!! ຊິເອົາອີ່ຫຍັງກັບຜູ້ຍິງລັ່ນລ້າເກາະ... !!!!!.

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອ່ານຫົວຂໍ້ ຄິດວ່າເຂົ້າມາລະຊິມີຄວາມສຸກພ້ອມຊັ້ນດອກ

M99NOY

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Alexis ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ CaSaNoVie ຂຽນວ່າ...
^
^
^
ອ້າວວວ
ກະຄືວ່າໄປນຳກັນຢູ່ນ່າ
ບໍ່ຈື່ເສີຍ


ຫວ໋າ
ເມົາລະມັກລືມ ອິອິ

ຊັນແລະ
ສຸຣາພາໃຫ້ສະໝອງເຊື່ອມ!


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ munii ຂຽນວ່າ...
ຂໍໃຫ້ເງິນເດືອນຂຶ້ນກະສຸກລະ

ແມ່ນແລ້ວຜູ້ສາວ

ຄົນຄິດຮອດບ້ານ

໑ ກະທູ້
໑໒໕ ໂພສ
ນັກການກະທູ້
ຄີຊີມີຄວາມສູກຖ້າຫາກມີເມຍນຳເຂົາຈັກຄົນນິນະ


໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
sa thu kor hai me kwam sook lai lai der

° ° ° Believe iN DestinY ° ° °

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
ເຊົ້າມາເເລ້ວຍັງບໍເຫັນມີຄວາມສຸກຫຍັງ...

啤酒...: