ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ວ່າ ເປັນຫຍັງຈຶ່ງຄິດຫາໄຜ່ຫນາມຍາມນີ້!
ໂອ ຄົງເປັນເພາະເຫດການຫຼາຍອັນຜ່ານເຂົ້າມາໃນຫ້ວງສຳນຶກ...
ມື້ວານນີ້ ນັ່ງເບິ່ງຫນັງທີ່ກ່ຽວພັນກັບອາຊີບນາງບຳເລິ ເກຍຊາ ນັ້ນເປັນຕົ້ນເຫດ
ເພາະໃນສາກນຶ່ງສາວນ້ອຍທີ່ຈະຖືກລ້ຽງດູໃຫ້ເປັນເກຍຊາ ແລ່ນໄປນຳທາງທີ່ແອ້ມດ້ວຍຝາທີ່ເຮັດມາຈາກ ລີ້ວໄມ້ໄຜ່, ກັບຄວາມຮູ້ທີ່ມີມາວ່າວຽງຈັນຈະມີການຈັດສັນສເຫຼິມສຫຼອງຄົບຮອບ ໔໕໐ ປີຂອງການສ້າງຕັ້ງ.
ສອງແນວຄິດມາຕຳກັນປານຫມາກຄ່າງ, ແຕ່ດຽວນີ້ ພາກັນມັກຫຼີ້ນຫມາກ ບູນ ເປຕັງ..ຫຼາຍກວ່າແລ້ວ!!
ປານຖືກຄ້ອນຍາມຄວາມຄຶດແບບນີ້ເກິດມີຂື້ນໃນສມອງ.
໔໕໐ ປີ ຂອງວຽງຈັນອານາຈັກ ລ້ານຊ້າງ...
ກ່ອນການສຖາປະນາເມືອງນີ້ໃຫ້ເປັນວຽງຈັນເພິ່ນໄດ້ຂນານນາມວ່າ ເມືອງໄຜ່ຫນາມ..
ບໍ່ຮູ້ວ່າໃນ໔໕໐ ປີທີ່ຈະມີການສຫຼອງກັນນີ້ ມີຫຍັງໃຫ້ເປັນທີ່ລະລຶກ ແກ່ໄຜ່ຫນາມຈັກຫນ່ອຍແນ່ຫຼືບໍ່?
ໃນນາມຜູ່ບ້າຄັ້ງນຳອະດີດມານານ ຄິດຕາມປະສາບ້າຂອງຕົນເອງວ່າຢາກປະກອບສ່ວນນອກເວທີນຳ ແຕ່ຄົງເປັນໄປບໍ່ໄດ້ເພາະມັນເປັນແນວຄິດທີ່ໄຮ້ປະໂຫຍດໃນສາຍຕາ ແລະຫົວນິຍົມປັດຈຸບັນ...
ຂ້ອຍຢາກໃຫ້ມີຫຍັງເປັນຫນຶງໃຫ້ແກ່ ອານາຈັກໄຜ່ຫນາມ-ເມືອງໄຜ່ຫນາມຈັ່ງຊີ້:

``ຖນົນຫົນທາງສາຍສຳຄັນໃນວຽງຈັນເສັ້ນຫນຶ່ງໃຫ້ປ່ຽນຊື່ມາເປັນ" AVENUE PHAINAM"`` ເຈົ້າຄິດວ່າຈັ່ງໃດ?
ເປັນແນວຄິດທີ່ບັດສີ ບໍ່ ຫຼືສົມຄວນແກ່ການໃຫ້ຄວາມສົນໃຈ?

ເທົ່ານີ້ແຫຼະ!!


໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
''

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອານແລ້ວ ງົງງົງ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນທີ່ວຽງຈັນ ຈະກາຍມາເປັນວຽງຈັນນັ້ນ ມີຊື່ວ່າ ໄຜ່ຫນາມ.
ເພາະເມືອງນີ້ຖືກອ້ອມລ້ອມໄວ້ດ້ວຍກໍໄຜ່ຫນາມເປັນສິ່ງປ້ອງກັນຄວາມປອດໄພຈາກສັດຕູ...
ທໍ່ນີ້ແຫຼະ!


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ່ຮູ້ລະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tomvt ຂຽນວ່າ...
ອໍ່ຮູ້ລະ



ແລ້ວເຈົ້າຄິດວ່າຈະເອົາເສັ້ນທາງສາຍໃດມາເປັນກະທູ້ໃຫ້ຄິດເຫັນນຳກັນໄດ້ເພື່ອລົງມິຕິນຳກັນໃນມື້ຫນຶ່ງຕາມສະພາ ພັນລາວ!


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວແຕ່ກ່ອນຖະໜົນໄຜ່ໜາມ ມີຊື່ວ່າຫຍັງນະ ລຸງເທົາ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..??


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວນີ້ກໍໄຜ່ກະບໍ່ມີໃຫ້ເຫັນແລ້ວ

~Vਕਆpïrєی™~

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ແລ້ວແຕ່ກ່ອນຖະໜົນໄຜ່ໜາມ ມີຊື່ວ່າຫຍັງນະ ລຸງເທົາ




ແຕ່ໃດມາກະບໍ່ເຄີຍມີ ຈຶ່ງຄິດຢາກໃຫ້ມັນມີຂື້ນໄວ້ເປັນທີ່ລະລຶກຫັ້ນຫນາ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..??




ບໍ່ເຂົ້າໃຈວ່ານ້ອງຢາກວ່າຫຍັງ!?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ດຽວນີ້ກໍໄຜ່ກະບໍ່ມີໃຫ້ເຫັນແລ້ວ



ແຕ່ຊື່ເມືອງໄຜ່ຫນາມໃນອິດີດເຄີຍມີມາ, ກ່ອນທີ່ເຈົ້າຟ້າງຸ່ມຈະສັ່ງໃຫ້ໄພ່ພົນຕີລູກສອນເປັນເງິນເປັນຄຳຍິງເຂົ້າປ່າໄຜ່...
ແມ່ນຢູ່ວ່າບໍ່ມີກໍໄຜ່ ແຕ່ຫາກເຮົາຄິດວ່າເຫມາະສົມທີ່ຈະເອົາຖນົນເສັ້ນໃດຫນຶ່ງມາໂມທະນາໃຫ້ເປັນ ໄຜ່ຫນາມ ອາເວິນູ ນີ້ ຄິດວ່າ ການສຫຼອງຄົບຮອບ ໔໕໐ ປີ ອາຈມີຫຍັງເກິດມີເປັນທີ່ລະລຶກແກ່ ປະຫວັດສາດທີ່ມີມາ ໔໕໐ ປີນັ້ນ.
ເປັນຄວາມນຶກຝັນທີ່ອາຈບໍ່ເຂົ້າຮ່ອງເຂົ້າຮອຍ..ເພາະຍັງມີ ນັກປະຕິວັດເປັນແສນຈາກລາວ,ຫວຽດແລະອື່ນ..ຍັງລຽນຄິວກັນວ່າຊິເອົາຖນົນໃຫມ່ສາຍໃດຊື່ຫຍັງກັນ!!!


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍ່ດີຄືກັນແຕ່ຕ້ອງສ້າງເອົາໄໝ່ ຫຼື ຕັດເອົາໄໝ່
ເພາະຖະໜົນຊູ່ມື້ນີ້ແມ່ນບໍ່ພຽງພໍສຳລັບຜູ້ນຳຕ່າງໆ
ແໝນກະທັ້ງຜູ້ລັງຄົນຍັງບໍ່ທັນຕາຍກໍ່ຈອງຄິວໄວ້ກ່ອນແລ້ວ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..??




ບໍ່ເຂົ້າໃຈວ່ານ້ອງຢາກວ່າຫຍັງ!?


ຊື່..ໄຜ່ໜາມ..ບໍ່ເໝາະສົມສຳຫຼັບເປັນ..ຊື່ຖະໜົນ..ຫວ໋ານ່ະ..??


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ grasshopper ຂຽນວ່າ...
ກໍ່ດີຄືກັນແຕ່ຕ້ອງສ້າງເອົາໄໝ່ ຫຼື ຕັດເອົາໄໝ່
ເພາະຖະໜົນຊູ່ມື້ນີ້ແມ່ນບໍ່ພຽງພໍສຳລັບຜູ້ນຳຕ່າງໆ
ແໝນກະທັ້ງຜູ້ລັງຄົນຍັງບໍ່ທັນຕາຍກໍ່ຈອງຄິວໄວ້ກ່ອນແລ້ວ



ກະຍັງວ່ານີ້ແຫຼະນໍ!
ຢາກໃຫ້ມີໄວ້ ເປັນທີ່ລະລຶກ....
ວາດພາບເອົາ ວ່າຕາມອາເວນູ ໄຜ່ຫນາມ ທີ່ສາວໆບ່າວແວງພາກັນເດິນຫຼີ້ນໂອ້ໂລມກັນດັ່ງໃນ ແດນອື່ນ ອາຈເປັນການອອດອ້ອນວອນຮັກຕໍ່ກັນ.
ອາຈເປັນການສົນທະນາກັນຣະຫວ່າງເພື່ອນຝູງ..
ອາຈເປັນການເດິນຫຼີ້ນເພື່ອຢ່ອນອາຣົມ ຍາມວັນພັກວຽກ..ແລະຂ້າງທາງນັ້ນມີກໍໄຜ່ຊອນລອນແລະໃບປີວສບັດຍາມລົມຕ້ອງ..
ອາຈເປັນສຖານທີ່ນັກຂຽນນັກປະພັນພາກັນມານັ່ງເພື່ນຄຸ້ນຄິດຫາຄວາມສຳຄັນໃນຊີວີດ, ໃນການຂີດຂຽນ..
ຫືນັກກະວີທີ່ມາຫຼໍ່ຫຼອມບົດກອນຂອງຕົນ...
ແຕ່ຫາກວ່າມາມີຊື່ເປັນ ບັ້ນລົບນັ້ນນີ້..ຊື່ນັກປະຕິວັດນັ້ນນີ້ ..ຄົງຈະເປັນໄດ້ພຽງບ່ອນ ໃຫ້ພວກນັກດື່ມນອກວົງພາກັນມານັ່ງເມົາຈົນວ່າໄປບໍ່ເປັນແລ້ວກະຮາກ, ປະຊະວະກັນໃນທຸກແຈທາງ..
ແລະກໍຄົງເປັນບ່ອນທີ່ນັກເລງ, ຈິກໂກະພາກັນຍົວະເອົາສາວນ້ອຍມາແອ່ວ...
ນັ້ນມັນມີຄວາມແຕກຕ່າງກັນ
ໃນຊື່ຂອງ ອະເວນູ!!
ສາຍຕາຂ້ອຍເຫັນຈັ່ງຊີ້ ເຈົ້າເດເຫັນໄປແບບໃດ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..??




ບໍ່ເຂົ້າໃຈວ່ານ້ອງຢາກວ່າຫຍັງ!?


ຊື່..ໄຜ່ໜາມ..ບໍ່ເໝາະສົມສຳຫຼັບເປັນ..ຊື່ຖະໜົນ..ຫວ໋ານ່ະ..??



ໃນຫຼາຍບ້ານຫຼາຍເມືອງໃນແຕ່ລະປະເທດເຂົາກໍນຳເອົາຊື່ທັງເຈົ້າຊີວີດ..ທັງເມືອງຫຼວງມາໃຊ້..
ຫຼືນ້ອງຄິດໄປແບບວ່າມັນຈະບໍ່ເຫມາະສົມເພາະວ່າມັນເປັນປະຫວັດສາດເກົ່າມາ?!
ຫຼືວ່າ ຫນາມມັນຊິປັກຕີນຍາແມ່ນາງເມັຍທ່ານນາຍົກ..?
ເບິ່ງແນວຄິດທີ່ອ້າຍຫວັງແລະວາດພາບໄປ ພຽງໃນຈິນຕະນາການ..
ຍາມຫນຶ່ງນ້ອງພາ ໂອລິຟຍ່າງໂລມຫັນ ບົນຖນົນ-Phainam Avenue ທີ່ມີທັງແນວຄິດແບບໂຣແມນຕິກ ທັງປະຫວັດສາດ..
ໄຜ່ຫນາມ!
ທີ່ອາຈພາໃຫ້ການສົນທະນານັ້ນກວ້າງໄກອອກໄປໄດ້ ທັງໂຣແມນຕິກ ທີ່ວ່າຍ່າງໄປ ລົມກັນໄປ ຢອກກັນໄປ ອາຈພາກັນນັ່ງລົງຕັ່ງຂ້າງທາງບ່ອນໃດຫນຶ່ງ(ທີ່ບໍ່ມີຂີ້ນົກ ແລະຫນາມໄຜ່ມາປັກກົ້ນ ໂອບິຟ!).
ອາຈພາກັນມາຍ່າງຫຼີ້ນຫຼັງການສອບເສັງຜ່ານໄປ ຂອງຫມູ່ນັກຮຽນນັກສືກສາ!
ຍາມນັ້ນນ້ອງອາຈວາດພາບເຫັນ ໂຄງເຣື້ອງບົດປະພັນແນວໃຫມ່ທີ່ກຳລັງຈໍ່ຂື້ນໃນສຫມອງ!!
ເບີ່ງໄປວ່າ ຂອບທາງທີ່ເປັນເຫມືອນຝາກັ້ນທີ່ປະກອບດ້ວຍຕົນ,ລຳໄຜ່ທີ່ໂອ່ນເອັ່ນນຳລົມ..
ມັນຈັ່ງແມ່ນວ່າອອນຊອນ ແມ່ນວ່າຈະເຫັນໄດ້ພຽງໃນຈິນຕະນາການ!!!


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຈາກເຫດການນີ້ຊວນໃຫ້ຄິດ ເຄີຍໄດ້ຍິນເພິ່ນລົມກັນ(ຜູ້ເຖົ້າຜູ້ແກ່ແຖວບ້ານ) ຍ່າງກາຍໄປເລີຍຢຸດຟັງ!
ວຽງຈັນໃນເມື່ອກ່ອນນັ້ນ ມີກຳແພງເມືອງສາມຊັ້ນ ຊັ້ນທີ1ແມ່ນປ່າໃຜ່ໜາມອັນຕຶບໜາ...10ໃຫ້ຫຼັງຍັງພໍມີໃຫ້ເຫັນຫຼາຍແຖວຊານເມືອງ ຕາມແຄມແມ່ນ້ຳຂອງແນ່(ເຂດເມືອງຫາດຊາຍຟອງ)
ຫຍັບເຂົ້າມາໃນເມືອງ ແຖວສາລາຄຳ, ໜອງໄຮ ກະຍັງມີຊາກກຳແພງດ້ານນອກຫຼົງເຫຼືອໄວ້ໃຫ້ເຫັນ, ແລະກຳແພງເມືອງດ້ານໃນກໍ່ເມ່ນເສັ້ນທາງຄູວຽງປະຈຸບັນນນີ້ແຫຼະ (ບໍ່ຮູ້ວ່າມັນເປັນຈິງແທ້ສ່ຳໃດ໋!!! )

ມີພຽງຮັກແທ້ໃຜແນ່ຊິມາເອົາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າສາມາດເກັບກຳຂໍ້ມຸນໄດ້ກະເອົາມາເຫຼົ່າສູ່ກັນຟັງແນ່ຕິ!
ເພາະຕອນນີ້ກຳລັງມີຄວາມຝັນເຫັນເສັ້ນທາງ ໄຜ່ຫນາມ ໃນຈິນຕະນາການ!!
ປະຫວັດສາດ ຫຼື ພື້ນວຽງຈັນນີ້ ມັນກະ ມີຫຼາຍ ແຕ່ເຮົາພັດບໍ່ມີ ອັນໃດອ້າງອິງໄດ້(ໃນທີ່ນີ້) ແຕ່ແນ່ນອນແຖບອື່ນ ຜູ່ອື່ນຄົງມີ.ເພາະຜູ່ທີ່ສຶກສາຄົ້ນຄົ້ວແທ້ເຂົາເຈົ້າຄົງຈະມີ.
ຢາກໃຫ້ໃຜຜູ່ທີ່ມີຄວາມຮູ້ກ່ຽວກັບພື້ນວຽງຈັນມາເວົ້າໃຫ້ກັນຟັງເດນໍ.
ຫາກວ່າ ໄຜ່ຫນາມ ອາເວນູເກິດຂື້ນໄດ້ ກະ ຕ້ອງໄດ້ ປູກກົກໄຜ່ໄປຕາມແຄມທາງ..ມັນຈັ່ງຊິຄັກ!!ແລະມື້ຫນຶ່ງວັນຫນ້າ ແລ້ວຈຶ່ງຈະເຫັນໄດ້ ແລະກາຍເປັນປະຫວັດໄປ ວ່າເສັ້ນທາງສາຍນີ້ື ສ້າງຂື້ນເພື່ອເປັນທີ່ລະລຶກ ໃຫ້ແກ່ ອະດີດເມືອງໄຜ່ຫນາມ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖົນນ ເສັ້ນແຄມຂອງມີຊື່ວ່າຈັ່ງໃດໃຜຮູ້?
ຖນົນຫນອງບອນກະຍັງເປັນຫນອງບອນຢູ່ບໍ?
ຖນົນ ສາຍໂພນໄຊເດ!?

ຫາກວ່າຍັງບໍ່ທັນປ່ຽນກະຂໍໂມທະນາເອົາອັນໃດອັນຫນຶ່ງນີ້ສາ.
ແຕ່ໃຫ້ເຫມາະສົມແທ້ ແມ່ນເສັ້ນແຄມຂອງ...
ທີ່ມີບັນຍາກາດທີ່ປອດໂປ່ງ ສາຍລົມແຄມຂອງ ..ອາຈມາພາກັນຍ່າງຫຼີ້ນກິນລົມອ່ອນ!!
ຫາກວ່າຊິບໍ່ຖືກໄມ້ຄ້ອນພວກຈິກໂກະຂີ້ຊາກ່ອນ!
ແຕ່ຄິດວ່າຄົນລາວເຮົາກະມີຄວາມໄຝ່ຝັນຢາກໃຫ້ອີ່ຫຍັງເປັນຈິງຂື້ນໄດ້ໂດຍບໍ່ມີເງື່ອນໄຂໃດໆ.
ປັດເຂັ່ຍຖີ້ມເຊິ່ງຄວາມແບ່ງຊັ້ນວັນນະ ແລະພັກກຸ່ມກັນໃນແວດວົງນີ້!
ເພື່ອໃຫ້ເປັນທີ່ສັກກາຣະບູຊາແກ່ດວງວິນຍານຂອງບັນພະບູຣຸດເຮົາແຕ່ກ່ອນໆ...
ອານາຈັກລ້ານຊ້າງເຄີຍລືນາມແລະຍິ່ງໃຫຍ່ປານໃດໃຜກໍຮູ້.
ແລ້ວເມືອງໄຜ່ຫນາມກະເປັນເມືອງໆຫນຶ່ງຂອງອານາຈັກລ້ານຊ້າງ.
ແລະຊື່ຈັ່ງຊີ້ ຄິດວ່າມັນບໍ່ສ້າງຄວາມບາດຫມາງໃຫ້ໃຜ ແລະຄົງບໍ່ຂິນຕາຂິນໃຈນຳອີກ.
ແລະພິເສດຕາມທາງສາຍນີ້ຫ້າມການປັກທຸງ ຮູບກ່ຽວກັບໄມ້ຄ້ອນເດັດຂາດ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລະ ອີກຢ່າງຕາມແຄມຂອງນີ້ກໍສາມາດປູກກໍສ້າງໄພໃສ່ ເພື່ອໃຫ້ມັນຈັບຝັ່ງໃຫ້ແຫນ້ນ!!
ມັນອາຈເປັນຄວາມຝັນທີ່ເລິດເລິຫາແກ່ນສານບໍ່ໄດ້ ແຕ່ ຢາກໃຫ້ຝັນແບບນີ້ເປັນຈິງໄດ້
ແຕ່ມັນກະມີເງື່ອນໄຂຮ້ອຍແປດພັນປະການ!!!

ໄຜ່ຫນາມ ນາມເຄີຍເລົ່າສູ່ກັນຟັງ
ແຕ່ຄາວຫຼັງ ປາງສົງຄາມເກົ່າກ່ອນ
ຄວາມໂລພາ ພາໃຫ້ໄຜ່ຕ້ອງມ້ວຍມ້ອນ
ໃຫ້ເປັນບ່ອນ ແຫ່ງອາວະສານ.




໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..??




ບໍ່ເຂົ້າໃຈວ່ານ້ອງຢາກວ່າຫຍັງ!?


ຊື່..ໄຜ່ໜາມ..ບໍ່ເໝາະສົມສຳຫຼັບເປັນ..ຊື່ຖະໜົນ..ຫວ໋ານ່ະ..??



ໃນຫຼາຍບ້ານຫຼາຍເມືອງໃນແຕ່ລະປະເທດເຂົາກໍນຳເອົາຊື່ທັງເຈົ້າຊີວີດ..ທັງເມືອງຫຼວງມາໃຊ້..
ຫຼືນ້ອງຄິດໄປແບບວ່າມັນຈະບໍ່ເຫມາະສົມເພາະວ່າມັນເປັນປະຫວັດສາດເກົ່າມາ?!
ຫຼືວ່າ ຫນາມມັນຊິປັກຕີນຍາແມ່ນາງເມັຍທ່ານນາຍົກ..?
ເບິ່ງແນວຄິດທີ່ອ້າຍຫວັງແລະວາດພາບໄປ ພຽງໃນຈິນຕະນາການ..
ຍາມຫນຶ່ງນ້ອງພາ ໂອລິຟຍ່າງໂລມຫັນ ບົນຖນົນ-Phainam Avenue ທີ່ມີທັງແນວຄິດແບບໂຣແມນຕິກ ທັງປະຫວັດສາດ..
ໄຜ່ຫນາມ!
ທີ່ອາຈພາໃຫ້ການສົນທະນານັ້ນກວ້າງໄກອອກໄປໄດ້ ທັງໂຣແມນຕິກ ທີ່ວ່າຍ່າງໄປ ລົມກັນໄປ ຢອກກັນໄປ ອາຈພາກັນນັ່ງລົງຕັ່ງຂ້າງທາງບ່ອນໃດຫນຶ່ງ(ທີ່ບໍ່ມີຂີ້ນົກ ແລະຫນາມໄຜ່ມາປັກກົ້ນ ໂອບິຟ!).
ອາຈພາກັນມາຍ່າງຫຼີ້ນຫຼັງການສອບເສັງຜ່ານໄປ ຂອງຫມູ່ນັກຮຽນນັກສືກສາ!
ຍາມນັ້ນນ້ອງອາຈວາດພາບເຫັນ ໂຄງເຣື້ອງບົດປະພັນແນວໃຫມ່ທີ່ກຳລັງຈໍ່ຂື້ນໃນສຫມອງ!!
ເບີ່ງໄປວ່າ ຂອບທາງທີ່ເປັນເຫມືອນຝາກັ້ນທີ່ປະກອບດ້ວຍຕົນ,ລຳໄຜ່ທີ່ໂອ່ນເອັ່ນນຳລົມ..
ມັນຈັ່ງແມ່ນວ່າອອນຊອນ ແມ່ນວ່າຈະເຫັນໄດ້ພຽງໃນຈິນຕະນາການ!!!


ດ໋ຽວມື້ໜ້າເຮົາຈະໄປເລາະຖະໜົນໄຜ່ໜາມລອງເບິ່ງ..
ແຕ່ຢູ່ວຽງຈັນເຮົາມັກຖະໜົນ(ຫຍັງບໍ່ຮູ້ຊື່)ທີ່ເລາະຕັ້ງແຕ່ໄຟແດສີຫອມຂາເຂົ້າ..
ເລາະຕາມວັດອົງຕືລົງໄປຈົນຮອດຫໍຄຳ..
ຖະໜົນເສັ້ນນີ້ຍັງຄົງບັນຍາກາດເກົ່າຯເດີມໄວ້ໄດ້ດີຫຼາຍ..
ທັງຕຶກເກົ່າທີ່ຢູ່ໜ້າວັດອົງຕື້ ຊຽງຍືນ..
ຫຼາຍຯຕຶກຍັງຄົງສະຖາປັດຕະຍາກຳແບບເກົ່າໄດ້ດີຫຼາຍ..
ເຮັດໃຫ້ພາຍ້ອນໄປສະໃໝດອນຊິງຊູ້..ໄດ້ເລີຍ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ຈິງວາດພາບຫາບໍ່ເຫັນດອກຖນົນທີ່ນ້ອງວ່ານີ້..
ມັນເປັນເສັ້ນທາງໄປທາງເຫືນອ ໂຮງແຮມລ້ານຊ້າງຂືນໄປຕິນໍ?
ຫາກວ່າມີໂອກາດໄດ້ກັບມາຈັກວັນຄົງຈະໄດ້ໄປຕາມໃຈ..
ດຽວນີ້ບໍ່ຄິດຫາຫຍັງເກິນໄປກວ່າປະຫວັດສາດທາງສິລປະແລະຮີດຄອງເກົ່າເທົ່ານັ້ນ..
ລາງເທື່ອເວົ້າເຖິງການເມືອງອອກສຽງຂ້ອນຂ້າງດັງແນ່ແຕ່ບໍ່ແມ່ນແນວຄິດຈິດໃຈທີ່ຢາກໃຫ້ເປັນໄປໃນບ້ານເຮົາ..
ເຫມືອນກັບວ່າກາຍເປັນຫຍັງໄປແບບວ່າ ໃຈເຢັນຊາ..ອີ່ຫຍັງຈະເປັນຈັ່ງໃດ ກະຄິດແຕ່ວ່າມັນເປັນໄປຕາມກົງຫມຸນຂອງກັມ..
ເຫມືອນກັນກັບຫັນຫຼັງອອກຈາກໂລກຫນ່ວຍຂີ້ດຽດນີ້ໄປ ແລະຫັນຫນ້າຫາຫຍັງທີ່ສູນເສັຍໄປຕ່າງຫາກ..
ຢາກຟື້ນຟູຄວາມຈື່ຈຳເກົ່າກ່ອນໃຫ້ກັບມາເດັ່ນດັ່ງເດີມມາ.
ມີພຽງຄວາມສວຍງາມທາງຮີດຄອງປະເພນີເທົ່ານັ້ນທີ່ຈະເປັນສິ່ງທີ່ຢັ້ງຄວາມເປັນຊາດແລະເຜົ່າພັນ..
ແຕ່ ມີໃຜ ພະຍາຍາມລ້າງຜ່ານສິ່ງນີ້ໃຫ້ເສື່ອມເສັຍແລະເສົ້າຫມອງລົງ...
ຫຼວງພະບາງທີ່ກາຍເປັນເມືອງມໍຣະດົກໂລກໄດ້ບໍ່ແມ່ນຍ້ອນ ການປະຕິວັດ....ໃດໆ ແຕ່ແມ່ນຍ້ອນຮີດຄອງປະເພນີທີ່ຍັງເປັນຂອງເຮົາສຶບມາ..
ທີ່ອາຈຫາຢູ່ໃສແຫ່ງອື່ນບໍ່ມີແລ້ວ.ປຽບເຫມືອນໂຕສັດບາງໂຕທີ່ຖືກຄູ້ມຄອງດ້ວຍກົດຫມາຍນາໆຊາດ ແມ້ແຕ່ໂຕຫນູທີ່ເຂົາຄິດວ່າມັນຫາຍສາບສູນໄປແລ້ວຈາກໂລກ ແຕ່ກັບມາເຫັນໃນບ້ານເຮົາ ທີ່ພົບເຫັນໃນແຖບນ້ຳເທິນສອງ ເຂດນາກາຍ..
ແມ່ນແຫຼະພຽງໂຕຫນູທີ່ມີຫົວຄ້າຍກັບຫມາກບານ ຟູດບອນ ອະເມຣິກາ..
ນົກຫົວໂລ້ນ ກະມີ ທີ່ໂລກກະຄິດວ່າມັນຫມົດຊາດໄປແລ້ວ.ແຕ່ ຢູ່ລາວຍັງພາກັນບິນເສີຍ..
ດັ່ງການຕັກບາດທີ່ຫຼວງພະບາງກະເຊັ່ນກັນວັນຫນຶ່ງອາຈສູນຫາຍໄປເພາະ ການຂຍາຍການທາງທຸຣະກິດ ທ່ອງທ່ຽວທີ່ພະຍາຍາມຖີບພວກຊາວບ້ານຜູ່ທີ່ອອກໃສ່ບາດແຕ່ລະເຊົ້າ ດ້ວຍການອວນຊື້ທີ່ດິນບ້ານເຮືອນຂອງເຂົາເຈົ້າດ້ວຍການອິ່ນອອຍດ້ວຍເງິນ ແລະບົດບາດຂອງຜູ່ຄອງເມືອງທີ່ອາຈເຫັນແກ່ແຕ່ຖົງໂຕ..
ຫາກວ່າ ຢູແນສໂກບໍ່ມາວາງມືລົງປານນີ້ຢ້ານວ່າ ຢູ່ຫຼວງພະບາງຄົງມີແຕ່ ໂຮງແຮມ, ສຖານທີ່ຢ່ອນໃຈ, ສາວນ້ອຍຂາຍ.ກນັ້ນນີ້, ບາ, ຕາແວກນ...
ເວົ້າມານ້ອງເອງກໍຮູ້ແລ້ວ..
ແຕ່ຄວາມເວົ້າມັນຫາກຫຼັ່ງອອກມາເອງ ກະຕ້ອງຈົດໄວ້ນໍ...


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
lai tar

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
lai tar



ບໍ່ແມ່ນສາຍຕາສັ້ນແລ້ວບໍນີ້?
ຕ້ອງໃສ່ແຫວ່ນຕາດຳມາອ່ານສາຊັ້ນນະ!
ໃຊ້ແບບ 3Dເດິ!!


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນມັນຫຼາຍໂພດນ້ອງອ່ານບໍ່ທັນຊ້ຳ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ບໍ່ແມ່ນມັນຫຼາຍໂພດນ້ອງອ່ານບໍ່ທັນຊ້ຳ



ຢ່າວ່າຫຍັງເດິເວົ້າຢອກໄປ ຊ້ນນາ!
ກະພໍເອີນໍຫໍ່ຫມົກນຳກັນບໍກ່ຽວກັບບັນຫາແບບນີ້?
ຫຼືວ່າບໍ່ສົນໃຈເພາະມັນເປັນເຣື້ອງເຫຼວໄຫຼ?!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກດົປານໃດ.....ໄຜ່ຫນາມຕ້ອງຖືກລາມໄຫມ້


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າໄປວ່າມາແມ່ນຢາກໃຫ້ມີຖະໜົນທີ່ຊື່ວ່າໄຜ່ໜາມ
ສົງໄສຕ້ອງສະເໜີໃຫ້ເພິ່ນສ້າງໃໝ່ຕິເບາະ
ເພາະວ່າມັນຄົງຈະບໍ່ມີຖະໜົນໃຫ້ໃສ່ຊື່ແລ້ວເດ


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວຽງຈັນສະໃໝບູຮານ

ທາດດຳ

ບັນດາຜູ້ສ້າງພະທາດຫລວງ



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...
ວ່າໄປວ່າມາແມ່ນຢາກໃຫ້ມີຖະໜົນທີ່ຊື່ວ່າໄຜ່ໜາມ
ສົງໄສຕ້ອງສະເໜີໃຫ້ເພິ່ນສ້າງໃໝ່ຕິເບາະ
ເພາະວ່າມັນຄົງຈະບໍ່ມີຖະໜົນໃຫ້ໃສ່ຊື່ແລ້ວເດ



ແຕ່ລະຍຸກແຕ່ລະສໄຫມ ກະມີການປ່ຽນແປງຊື່ຂອງຖນົນ ນັ້ນໆ ແຕ່ບາງເສັ້ນກະບໍ່ໄດ້ປ່ຽນແປງ..
ຫາກວ່າ ໃນການຈະເປິດ ການສເຫຼີມສຫຼອງ ຄົບຮອບ ໔໕໐ ຂອງການສຖາປະນາ ນະຄອງຫຼວງວຽງຈັນ..ທີ່ມີ ຄວາມເປັນມາ ຈາກ ເມືອງໄຜ່ຫນາມ..
ສົມຄວນວ່າຈະໃຫ້ມີຫຍັງເປັນທີ່ລະລຶກແກ່ ເມືອງໄຜ່ຫນາມຫັ້ນ..
ເພາະເຫດນີ້ ຂ້ອຍຈຶ່ງຍົກບັນຫາແບບນີ້ຂື້ນມາເວົ້າໂລມກັນ.
ຄິດວ່າຈະມີຄວາມຄິດເຫັນກັນວ່າສຳຄັນ!!!


ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>