ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍໄຜ່ຍັງມີເກີດທຸກແຫ່ງຫົນແຕ່ຫົນທາງສາຍທີ່ມຸ່ງຫວັງຢາກຈະສ້າງໄວ້ເປັນທີ່ລະລຶກແກ່ປວງຊົນຮຸ່ນຫຼັງພໍໄດ້ພາກັນຍ່າງເລາະຫຼີ້ນຢ່ອນໃຈ..
ຍັງບໍ່ມີທ່າທີຈະເປັນຈິງຂື້ນມາໄດ້.
ວາສນາ!


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວຽງຈັນຜ່ານອີ່ຫັຍງມາຫຼາຍກວ່າທີ່ຄີດນໍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ວຽງຈັນຜ່ານອີ່ຫັຍງມາຫຼາຍກວ່າທີ່ຄີດນໍ




ວຽງຈັນຊິຜ່ານອີ່ຫຍັງ..
ຍັງບໍ່ໄດ້ຮອດຊິກ້າວຂາຂື້ນ ຫຍັງຊິຜ່ານ!!


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື່ຖະໜົນບໍ່ອ້າຍເທົາ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື່ຖນົນທີ່ເຄີຍມີ ແຕ່ເຂົາອາຈພາກັນປ່ຽນໄປເປັນໄກສອນ ຫຼີໂຫ້ຈິມິນແລ້ວກະບໍ່ຮູ້!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນຂ່າວໃໜ່ທີ່ບອກວ່າພາກັນສ້າງຖນົນ ວຽງຈັນ ໔໕໐ ປີ!!

ນັບກັນຈາກແຈໃດ!
ໜາຍຄວາມວ່າເຣີ້ມຈາກຊອກແຊແຈຮົ້ວໃດ!
ທາງສາຍທີ່ຂ້ອຍຝັນຫາຍັງຄົງມີຢູ່ແຕ່ຫາທືນຮອນມາສ້ອມແປງຍັງບໍ່ມີ.ເທວະດາກະບໍ່ຄິດໂຜດ ຈັກເທື່ອໃຫ້ຖືກຫວຍຈັກພັນໂກດແລ້ວຊິມາຊື້ເອົາເປັນກັມະສິດເລີຍ..ທາງເຂົ້າກະຊິເຮັດປະຕູຂົງໃສ່ ແລ້ວເກັບປີ່ຄ່າຜ່ານ ເພື່ອການບູຣະນະ!!
ສຳຫຼັບຄົນລາວຈາກຕ່າງປະເທດໃຫ້ເຂົ້າລ້າ ຜູ່ຢູ່ໃນປະເທດ ຕ້ອງຈ່າຍ!!
ເດັກນ້ອຍນັກຮຽນບບໍ່ໄດ້ຈ່າຍ, ຜູ່ເຖົ້າເບັ້ຍບຳນານ(ແຕ່ມີຈັກຄົນນໍ ຕ້ອງຈ່າຍ!)ພວກບໍ່ມີເບັ້ຍບຳນານຈຶ່ງບໍ່ໃຫ້ຈ່າຍ!
ເປັນຫຍັງວ່າຊັ້ນ ເພາະພວກໄດ້ເບັ້ຍບຳນານແມ່ນຄົນໃນຖັນແຖວພິເສດແຕ່ໃດມາ !!
ຮອດມື້ຮອດວັນມາແລ້ວຕ້ອງຈ່າຍ!
ສ່ວນພວກທີ່ບໍ່ມີສິດໄດ້ຮັບເບັ້ຍບຳນານແມ່ນຜູ່ທີ່ຖຶກຈັດສັນໃຫ້ຢູ່ແຖວຫຼັງແຕ່ໃດມາ!!
ໃຊ້ໝີ້ກັມມາດົນຈຶ່ງສົມຄວນໄດ້ຮັບກຽດຕອນໃກ້ຊິວາຍວອດ!!
ເພື່ອເປັນການສົມນາຄຸນ!!
ສາມາດຍ່າງໄດ້ເທິງຖນົນ ໄຜ່ໝາມ ອະເວນູໄດ້ຢ່າງສງ່າຜ່າເຜີຍ..
ຫາກສາມາດເວົ້ານິທານໃຫ້ເດັກນ້ອຍຟັງໄດ້ມ່ວນຊື່ນຍິງຈະໄດ້ຄ່າບຳເນັດແລະຫຼຽນກາຄຳຊອບ ``໑໘໙``ປີຈາກຂີ້ເຖົ່າ ຄາວເຂົາເຜົາວຽງຈັນ!!
ຮັກແພງຊາວໄຜ່ໝາມ!!


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບຈື່ໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑ ກະທູ້
໑໑໖ ໂພສ
ນັກການກະທູ້
ນີ້ເດອາວ ຖະໜົນໃຜ່ໜາມ

ສັດໂລກ ຍ່ອມເປັນໄປຕາມກຳ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mar3h ຂຽນວ່າ...
ນີ້ເດອາວ ຖະໜົນໃຜ່ໜາມ



ສະບາຍດີ ຫຼານ Mar3h,

ກ່ອນອື່ນກະຂໍຂອບໃຈທີ່ນຳເອົາແຜນທີ່ຖນົນໄຜ່ໝາມມາໃຫ້ເບິ່ງ!! ເຄີຍມີໃຜເອົາມາໃຫ້ແຕ່ກ່ອນແຕ່ເປີດບໍ່ໄດ້.
ບັດນີ້ໄດ້ເຫັນແລ້ວວ່າທາງສາຍນີ້ກະຍາວສົມຄວນ!
ຄິດຢູ່ວ່າມັນຍັງມີແຕ່ບໍ່ຮູ້ວ່າມັນຢູ່ບ່ອນໃດ!!ບາດນີ້ໄດ້ຮູ້ຄັກແນ່ແລ້ວ!
ແຖວໃກ້ໆ ເສດຖາ ພາລາສ ຈະເຮັດເປັນບ່ອນ ຫຼື ສະໂມສຶນ ຂອງທ່ານຜູ່ອາວຸໂສ ແລະສວນສາທາເປັນບ່ອນຍ່າງຫຼີ້ນເພີດເພິນໃຈແກ່ພໍ່ຕູ້ກັບຫຼານ້ອຍທີ່ແອບຂີ່ຣົຖຖີບ..ຫຼຶວ່າໃຜໆທີ່ຢາກແອບຫຼີ້ນ ສະເກັດ.ແຕ່ລະຂອບທາງຍ່າງຫັ້ນກະໃຫ້ມີຕັ່ງຈາກໄມ້ແກ່ນຫຼ້ອນທີ່ຍັງພໍຫາໄດ້ທີ່ຫຼົງເຫຼຶອຈາກການຖາງປ່າທຳລາຍດົງ!
ມີກະຖັງຂີ້ເຫຍື່ອທຸກໆຫ້າສີບແມດ.
ໃກ້ໆທາງຄູວຽງກະສ້າງປ້າຍໃສ່ວ່ານີ້ຄືເສັ້ນທາງປະຫວັດສາດຂອງວຽງຈັນ!
ສ່ວນທາງທີ່ມີຊື່ວ່າເລ..ຮວງຫັ້ນແນ່ນອນຕ້ອງໄດ້ຖຶກປ່ຽນແປງເພາະມັນບໍ່ກ່ຽວກັບປະຫວັດສາດແລະກ່ຽວພັນກັບ ໄຜ່ໝາມ..
ໃຜຢາກວ່າທ່ານຜູ່ນີ້ມີຄວາມສຳຄັນປານໃດ ກະຕາມ ຮອດບໍ່ຮູ້ຊ້ຳວ່າແມ່ນໃຜ..ແຕ່ຮູ້ວ່າຍ້ອນໃຜແລະເພາະເຫດໃດຈຶ່ງໃສ່ຊື່ນີ້
ແນ່ນອນວ່າຊາວລາວບໍ່ແມ່ນແຕ່ ຜຂ ເທົ່ານັ້ນທີ່ບໍ່ພໍໃຈແລະບໍ່ເຫັນດີນຳການໃສ່ຊື່ຖນົນດ້ວຍຊື່ຂອງຊາວຕ່າງຊາດທີ່ຄົນລາວພຽງ
ຫຍ່ອມຫຍ້າຮູ້ຈັກວ່າແມ່ນໃຜ!!
ຫາກວ່າຈະອອກປະກາດຫາ ສຖິຕິວ່າຄົນລາວຈັກເປິເຊັນຮູ້ວ່າແມ່ນໃຜຢ່າງບໍ່ມີການຍຸແຍ່!!
ເສັຍດາຍທີ່ເຈົ້າໃຫຍ່ນາຍໂຕບາງຄົນເຫັນດີເຫັນຊອບນຳຄຳສເນິແລະບົ່ງບອກຢ່າງບໍ່ຄິດເຫັນນ້ຳໃຈຄົນລາວ
ບໍ່ນັບຖືຄວາມຮູ້ສຶກຂອງຄົນລາວ.ໜ
ທ່ານຈະຢຽບຫຍາມນ້ຳໃຈນີ້ໄປອີກດົນປານໃດ?
ອະນິຈາ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ຈອບຈື່ໆໆໆ


ຍັງບໍ່ມີຫຍັງປ່ຽນແປງ ມື້ນີ້ຍັງໃຈດີບໍ່ວ່າຫຍັງໃຫ້ໃຜດອກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນຖນົນໄຜ່ໝາມຍາວຢຽດ...........ແສນງາມ
ບໍ່ຮູ້ເວນກັມອັນໃດ..........................ທີ່ຕ້ອງ
ມີຕົ້ນຈາກ ເລກີຮວງ.......................ຄືໃຜ?
ແຕ່ນ້ອຍເທົ້າໃຫຍ່.........................ບໍ່ເຄີຍໄດ້ງິນ

ຄົງເປັນໃຜທີ່ໃຫຍ່ໂຕ.....................ເກິນລາວ
ທີ່ກ້າວໝ້າພາໜູ່ຄົນ......................ນຳກົ້ນ
ຈັ່ງແມ່ນຮັກແມ່ນຫອມ....................ຊາດອື່ນ
ຄົນໂຕເອັງກ້ຳກືນ..........................ບໍ່ຝືນຊ່ອຍ...ເຫັນໃຈລາວໄຜ່ໝາມ.

ປານແຖບໃຕ້.............ເມືອງສວັນ
ພໍ່ກະດວດຫັ້ນ............ບໍ່ເດັ່ນ
ບາດລູງໂຫ້................ພັດເປັນ
ພະເອກແສນເຂັນ.......ແຫ່ງເມືອງສວັນ!!

ບໍ່ເຈັບໃຈບໍ່ແສບໃຈ.....ແຕ່ສັງເວດ
ໃນປະເທດທີ່ເຫັນ......ຄົນອື່ນດີ
ກວ່າຄົນຕົນ..............ໃຫ້ຢູ່ນຳກົ້ນ
ບໍ່ອາຍໃຈຕົນ..............ໝໍຄົນຜູ່ນຳພາ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາອິຕົນຊຸມຊົນຄົນທີ່ມີເຊື້ອຊາດໄຜ່ໜາມ;.


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາຈອບເບິ່ງ ວ່າມີຫຍັງ ອິອິ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ເຂົ້າມາຈອບເບິ່ງ ວ່າມີຫຍັງ ອິອິ



ມື້ນີ້ກະມາຈອບເບິ່ງຄືກັນ!
ແລະມື້ນີ້ຂີ້ຄ້ານຂຽນ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອໄຜ່ໝາມຖືກຜານເຜົາ......ເວົ້າບໍ່ອອກ


ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>