ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ທ່ານຄິດແນວໃດກັບປະເທດສ.ເກົາຫຼີ??

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>


໓ ກະທູ້
໘໓ ໂພສ
ຂາປະຈຳເວັບບອດ
ຖ້າຈະໃຫ້ເວົ້າເຖິງເກັາຫຼີແລ້ວ ທຳອິດກໍຕ້ອງແມ່ນດາລາໂອ້ ອິອິອິອິ

<img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><br><a href="http://punlao.com"><b>http://punlao.com</b></a>

໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bayta ຂຽນວ່າ...
ຖ້າຈະໃຫ້ເວົ້າເຖິງເກັາຫຼີແລ້ວ ທຳອິດກໍຕ້ອງແມ່ນດາລາໂອ້ ອິອິອິອິ


ທຳອິດດາລາແລ້ວທີ່ສອງແລະທີ່ສາມເດະ???


໔ ກະທູ້
໙໕ ໂພສ
ຂາປະຈຳເວັບບອດ
ນຶກເຖິງ ດົງບັງຊິງກິ ຫັ້ນຫວາ!

....

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ MaskRider ຂຽນວ່າ...
ເກົາຫຼີທີ່ວ່ານິແມ່ນເກົາຫຼີໃຕ້ບໍ່ແມ່ນເກົາຫຼີເໜືອ


ຫັ້ນລະ ຕັ້ງຫົວຂໍ້ບໍ່ລະອຽດ ກະຕ້ອງບອກວ່າ ເກົາຫຼີໃຕ້ ຫຼື ເກົາຫຼີເໜືອໄປໂລດ

ສຳລັບເຮົາເອງ ສົນໃຈປະເທດເກົາຫຼີຕັ້ງແຕ່ຮຽນຢູ່ ມ5
ຢາກຮຽນພາສາເກົາຫຼີແຕ່ມ5 (ສຸດທ້າຍຫາກະໄດ້ຮຽນຫວ່າງປີກາຍ -_-)
ຄິດແນວໃດກັບເກົາຫຼີໃຕ້ຊິຫວາ ກະຄິດວ່າປະເທດເຂົາເຈົ້າພັດທະນາໄດ້ໄວສົມຄວນ ທັງດ້ານທຸລະກິດ ແລະສື່ບັນເທີງ
ດັ່ງທີ່ທຸກຄົນກະເຫັນ ໄວລຸ້ນຢູ່ບ້ານເຮົາກະຕິດກະແສເພງ, ໜັງ, ຊີຣີ່ ເກົາຫຼີ ຈົນການເປັນເກົາຫຼີຟີເວີ(ບໍ່ແມ່ນ ຄູລຟີເວິ້ເດີ້) ສື່ບັນເທິງບ້ານເຂົາເຈົ້າພັດທະນາໄກຫຼາຍ ຂ້າມຈາກອາຊີໄປຮອດແຖວ ເມກາ ໄດ້(ບໍ່ເວົ້າປະເທດອື່ນເດີ້ສະເພາະເກົາຫຼີເທົ່ານັ້ນ)
ບໍ່ບອກກະຄືຊິຮູ້ເນາະວ່າວົງໃດ (Wonder girls ເດທີ່ໄປບຸກຕະຫຼາດເມກາ)
ແຕ່ເຫັນດຽວນີ້ພີ່ນ້ອງໄທເຮົາກໍເຫັນວ່າມີວົງນຶ່ງມາໃໝ່ G20 ຊິໄປບຸກຕະຫຼາດເກົາຫຼີວ່າຊັ້ນ ຖ້າເບິ່ງຕໍ່ໄປຊັ້ນນະວ່າຈະເປັນແນວໃດ

ລືມບໍ່ໄດ້ແມ່ນເລື່ອງຂອງອາຫານເດີ້ພີ່ນ້ອງ ກິມຈິ ສຸດຍອດດດ ມັກກິນຂະໜາດ ລະກະອາຫານອີກຫຼານອັນທີ່ໄດ້ກິນມາແລ້ວ(ແຕ່ບໍ່ຈື່ຊື່ຈັກອັນ -_-! )
ແຕ່ທີ່ບໍ່ທັນໄດ້ກິນລະແມ່ນ ຕົ້ມໄກ່ທີ່ກິນແບບເປັນໂຕ ອັນນັ້ນຫັ້ນຢາກລອງຊິມສຸດໆ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ຂໍແກ້ຂ່າວຂໍ້ຄວາມຂ້າງເທີ່ງເດີ້ ຄຳວ່າ "ສ.ເກົາຫຼີ" ນັ້ນແຫຼະທີ່ທ່ານເອີ້ນວ່າ "ເກົາຫຼີໃຕ້" ຄຳວ່າເກົາຫຼີໃຕ້ແມ່ນການແປມາຈາກພາສາອັງກິດ
ແຕ່ໃນພາສາລາວແລ້ວເອີ່ນວ່າ ສ.ເກົາຫຼີ ຫຼືທີ່ຫຍໍ້ມາຈາກ ສາທາລະນະລັດເກົາຫຼີ
ສ່ວນເກົາຫຼີເໜືອນັ້ນແມ່ນ ສາມາລະນະລັດປະຊາຊົນເກົາຫຼີ ຖ້າຜິດພາດປະການໃດຂໍອາໄພ

ປລ.ໄກ່ເປັນໂຕທີ່ວ່ານັ້ນແມ່ນໃສ່ໂສມແລ້ວມີເຂົ້າຍັດທາງໃນແມ່ນບໍ່?? ເອີ້ນວ່າ "ສຳເກັດທັງ" (삼계탕)

ຂໍຂອບໃຈ


໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ເກົາຫລີຫວາ ຄິດຮອດເກົາເຫລົາ ແຊບແຊບ


໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ OhhH ຂຽນວ່າ...
ເກົາຫລີຫວາ ຄິດຮອດເກົາເຫລົາ ແຊບແຊບ


ມີຫວາ??


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດຫຼາຍອັນຫຼາຍແນວ


໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ


໖ ກະທູ້
໒໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ MaskRider ຂຽນວ່າ...
ຂໍແກ້ຂ່າວຂໍ້ຄວາມຂ້າງເທີ່ງເດີ້ ຄຳວ່າ "ສ.ເກົາຫຼີ" ນັ້ນແຫຼະທີ່ທ່ານເອີ້ນວ່າ "ເກົາຫຼີໃຕ້" ຄຳວ່າເກົາຫຼີໃຕ້ແມ່ນການແປມາຈາກພາສາອັງກິດ
ແຕ່ໃນພາສາລາວແລ້ວເອີ່ນວ່າ ສ.ເກົາຫຼີ ຫຼືທີ່ຫຍໍ້ມາຈາກ ສາທາລະນະລັດເກົາຫຼີ
ສ່ວນເກົາຫຼີເໜືອນັ້ນແມ່ນ ສາມາລະນະລັດປະຊາຊົນເກົາຫຼີ ຖ້າຜິດພາດປະການໃດຂໍອາໄພ

ປລ.ໄກ່ເປັນໂຕທີ່ວ່ານັ້ນແມ່ນໃສ່ໂສມແລ້ວມີເຂົ້າຍັດທາງໃນແມ່ນບໍ່?? ເອີ້ນວ່າ "ສຳເກັດທັງ" (삼계탕)

ຂໍຂອບໃຈ



ອືມມມ
삼계탕 ບໍ່ແມ່ນອ່ານວ່າ ”ຊຳເກທັງ” ຫວາ
ມັນບໍ່ມີໂຕ ㅅ ທາງກ້ອງ 계
ຖ້າມີຈິ່ງອ່ານວ່າ ເກັດ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ເບິ່ງໃນຮູບໜ້າເໝືອນເກົາຫຼີ ແຕ່ເບິ່ງດີໆ ຄົງຈະເກົາຫຼາຍທີກວ່າຈະໄດ້ແບບນັ້ນ
ຄັດມາຈາກ ດ່ຽວ 8 ຂອງ ໂນ໊ດ ອຸດົມ ແຕ້ພານິດ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ເລື່ອງສຽງ "ສ" ຫຼື "ຊ" ນິບໍ່ຮູ້ແລ້ວແຕ່ຄົນ ແຕ່ວ່າ ເກັດຖືກແລ້ວ ເພາະມີສຽງຄວບມາຈາກ ㅌຖ້າບໍ່ຜິດແຕ່ວ່າຖ້າຜິດພາດປະການໃດຂໍອາໄພ

ຂໍຂອບໃຈ


໑ ກະທູ້
໒໙໒ ໂພສ
ນັກການກະທູ້
ຄິດເຖິງ ສາວໆໆໆໆ ເກົາຫຼີ ກ່ອນອື່ນໝົດ 555+


໖ ກະທູ້
໒໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ MaskRider ຂຽນວ່າ...
ເລື່ອງສຽງ "ສ" ຫຼື "ຊ" ນິບໍ່ຮູ້ແລ້ວແຕ່ຄົນ ແຕ່ວ່າ ເກັດຖືກແລ້ວ ເພາະມີສຽງຄວບມາຈາກ ㅌຖ້າບໍ່ຜິດແຕ່ວ່າຖ້າຜິດພາດປະການໃດຂໍອາໄພ

ຂໍຂອບໃຈ


ບໍ່ໜ້າຈະເປັນໄປໄດ້ ເພາະຖ້າຄວບມາຈາກ ㅌ ຕົວ ㅌ ກໍຕ້ອງເປັນຕົວສະກົດ ແລ້ວໄປຄວບກັບຕົວ ㅇ ອັນນີ້ຈິ່ງວ່າຄວບ

삼계탕 ເບິ່ງຈາກຕົວນີ້ກໍຮູ້ແລ້ວວ່າມັນບໍ່ມີຕົວໃດທີ່ສາມາດຄວບໄດ້ ບາງເທື່ອຄົນເຂົາເຈົ້າເວົ້າໄປອາດເຮັດໃຫ້ເຮົາຄິດວ່າມັນແມ່ນ ຊຳເກັດທັງ
ແຕ່ອ່ານຈາກປະໂຫຍກດັ່ງກ່າວຈະແມ່ນ ຊຳເກະທັງ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນຖານະທີ່ຫນ້າຕາຢາກອອກແນວKoreaຫນ້ອຍ1 55+ ຄິດແນວໃດກັບປະເທດສ.ເກົາຫຼີຫວາ
ນ່າຈະແມ່ນຊຸດແຕ່ງກາຍແບບພະເອກຈູມົງຫັ້ນນາຖ້າມີໂອກາດກະຢາກຈະລອງນຸ່ງເບິ່ງ ອິໆ


당신을 사랑합니다


໐ ກະທູ້
໑໑໔ ໂພສ
ນັກການກະທູ້
ອາຫານ(ກິມຈິ)ແລະສາຍຍະກຳ


໖ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ໂອຍຈັ່ງເເມນຄິດຍາກນໍ,,,,ຄວາມຈີງ ເກົາຫຼີໃຕ້ ມ້ນຈັນຊິຢູ່ລົ້ນເມືອງລາວເເລ້ວ(HYUNDAI,LG,SAMSUANG.....)ຈະໄປຄິດຢາກຫຍ້ງເກາະ,,, ເວົ້າເຖີງເກົາຫຼີໃຕ້ ມັນກໍ່ຕອ້ງເວົ້າເຖີງ ຄວາມສີວິໄລ(ພິເສດເຂົາເຈົ້າມີຄວາມສາມັກຄີ,ນໍ້າໃຈຮັກຊາດ,ສູງ)


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khanojo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ຄິດຫານ້ຳຊີໃຊ້ຢູ່ໃຊ້ກີນຢູ່ລາວນີ້ກ່ອນແມະ


ຂ້ອຍເຫັນດີນຳ100%

ເວົ້າແລ້ວເວົ້າອີກ
ປ່າໄມ້ເລີ່ມຫາຍສາຍນ້ຳເລີ່ມຂາດ
ຍາດພີ່ນ້ອງເລີ່ມສູນເສຍເມຍເລີ່ມນອກໃຈ
ໃຜຊີມາຄິດນຳເຮົາ ສະນັ້ນບັນຫາຕົວເອງມາກ່ອນອັນດັບໜື່ງ

ບໍມີວັນໄດ້ຮັກກັນ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າວ່າເກົາຫຼີມາລ່ະຕ້ອງfashionໂລດ

ຄົນຄິດຮອດບ້ານ

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ເພີ່ມເຕີມ
ຖ້າໄດ້ໄປສ.ເກົາຫຼີ ຈະໄປຢາມ ພະລາດຊະວັງຄຽງບ໋ອກ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ TamLaozaa ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ MaskRider ຂຽນວ່າ...
ເລື່ອງສຽງ "ສ" ຫຼື "ຊ" ນິບໍ່ຮູ້ແລ້ວແຕ່ຄົນ ແຕ່ວ່າ ເກັດຖືກແລ້ວ ເພາະມີສຽງຄວບມາຈາກ ㅌຖ້າບໍ່ຜິດແຕ່ວ່າຖ້າຜິດພາດປະການໃດຂໍອາໄພ

ຂໍຂອບໃຈ


ບໍ່ໜ້າຈະເປັນໄປໄດ້ ເພາະຖ້າຄວບມາຈາກ ㅌ ຕົວ ㅌ ກໍຕ້ອງເປັນຕົວສະກົດ ແລ້ວໄປຄວບກັບຕົວ ㅇ ອັນນີ້ຈິ່ງວ່າຄວບ

삼계탕 ເບິ່ງຈາກຕົວນີ້ກໍຮູ້ແລ້ວວ່າມັນບໍ່ມີຕົວໃດທີ່ສາມາດຄວບໄດ້ ບາງເທື່ອຄົນເຂົາເຈົ້າເວົ້າໄປອາດເຮັດໃຫ້ເຮົາຄິດວ່າມັນແມ່ນ ຊຳເກັດທັງ
ແຕ່ອ່ານຈາກປະໂຫຍກດັ່ງກ່າວຈະແມ່ນ ຊຳເກະທັງ



ກະແລ້ວແຕ່ຈະຄິດເດີ້ແຕ່ເຮົາມານີ້ສອງປີບໍ່ເຄີຍເຫັນໃຜເວົ້າວ່າ "ສຳເກະທັງ" ຈັກເທື່ອ ເກົາຫຼີມັນອ່ານແນວໜື່ງຂຽນແນວໜື່ງມີຫຼາຍໃດ໋
ຕົວຢ່າງຄຳວ່າ ປີໃໝ່ ໃນພາສາເກົາຫຼີຂຽນວ່າ "설날" ມັນກະຍັງອ່ານອອກສຽງວ່າ "ສອລລັລ"

ທີ່ມາຕັ້ງກະທູ້ແນວນີ້ກະເພື່ອຫາຂໍ້ມູນຈະຂຽນລາຍງານ

ຂໍຂອບໃຈ


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ JuBujUbU ຂຽນວ່າ...
ຄິດຮອດ ບິກແບງ ມາຍ ເລິຟລີ່


55555555+ ເອື້ອຍຍ ກາຈັ່ງແມ່ນນນ


໒ ກະທູ້
໒໒໒ ໂພສ
ນັກການກະທູ້
ມາລະເດີ
ເກົາຫລີ ຈີ່ໜັງ


໕ ກະທູ້
໒໕໑ ໂພສ
ນັກການກະທູ້
ປະເທດ ເກົາຫຼີ ໃຕ້ນິ ພັດທະນາໄວຫຼາຍ ໃນເວລາພຽງອັນສັ້ນ ໆ ວົງການການບັນເທີງ ບໍ່ວ່າຈະເປັນນັກຮ້ອງ, ເຕັ້ນ, ນັກສະແດງ ຕ່າງໆ
ໄດ້ຄອງ ການຕະຫຼາດ ອາຊີ ແລະ ແພ່ໄປທະວີບອື່ນຢ່າງໄວວາ.
ເທັກໂນໂລຊີ, ອຸດສະຫະກຳ ກໍ່ໄດ້ພັດທະນາ ແລະ ກວມເອົາຕະຫຼາດໂລກແບບວ່ອງໄວ ເຊັ່ນ: ຮຸ່ນໄດ, ຊຳຊຸມ ແລະ ອື່ນໆ
ເລື່ອງ ການທ່ອງທ່ຽວກໍ່ໄດ້ມີການໂຄສະນາຕ່າງຕໍ່ເນື່ອງ ເຮັດໃຫ້ປະເທດນີ້ມີບົດບາດ ແລະ ເປັນທີ່ໜ້າຈັບຕາຂອງຄົນທົ່ວໂລກ
ໃນຄວາມຄິດຂ້ອຍແລ້ວ ປະເທດນີ້ເປັນປະເທດໜື່ງທີ່ຫຼາຍປະເທດຄວນນຳເອົາບົດຮຽນໃນການພັດທະນາປະເທດ ມາເຂົ້າກັບ
ການພັດທະນາສ້າງສາປະເທດຂອງບັນດາປະເທດທີ່ກຳລັງພັດທະນາ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ຂອບໃຈໆ


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ໄປຫາ big bang

♡ເເມ່ລູກອ໋ອນ♡



.

໔ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ
ເວົ້າເລື່ອງເກົາຫຼີຂື້ນມານິ ຄົນລາວຄິດຮອດ ແຕ່ ບິກແບງ ກັບ ວອນເດີ້ເກີລສ ເນາະ


໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຄິດຮອດປາແດກເກົາຫລີພູ້ນແລະ...


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເລື່ອງເກົາຫຼີຂື້ນມານິ ລະຄິດຮອດຜູ້ຕັ້ງກະທູ້ນີ້ແລະຊັນນະ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ pipoja ຂຽນວ່າ...
ຄິດຮອດປາແດກເກົາຫລີພູ້ນແລະ...


ຫາກໍ່ໄດ້ຍິນປາແດກເກົາຫລີ


ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>