ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ຄັ້ງທຳອິດທີ່ເດີນທາງໄປຕ່າງປະເທດຄົນດຽວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
[img]null[/img]

ເທື່ອທຳອິດທີ່ຂ້າພະເຈົ້າຕ້ອງເດີນທາງໄກໆຄົນດຽວກະຄືເດີນທາງໄປປະເທດສິງກະໂປ ເພື່ອໄປຫຼີ້ນນຳເອື້ອຍເຊິ່ງເປັນອາຈານສອນຢູ່ມະຫາໄລແຫ່ງຊາດສິງກະໂປ. ຕອນນັ້ນອາຍຸກະຫາກໍ່ແຕກສາວໃໝ່ເນາະ ຍັງບໍ່ເຄີຍໄປໃສຄົນດຽວ ທັງຢ້ານທັງກັງວົນ. ເດີນທາງຄົນດຽວເທື່ອທຳອິດກະງານເຂົ້າ ເກືອບເອົາຕົວບໍ່ລອດ. ຂາຍໜ້າຂາຍຕາຢ່າງໃຫຍ່



ເລື້ອງຂອງເລື້ອງກະຄືກ່ອນມື້ເດີນທາງບໍ່ໄດ້ນອນພຽງພໍ ມົວແຕ່ມ້ຽນຫີບ (ຄວາມຈິງແລ້ວຄວນມ້ຽນໄວ້ໃຫ້ຮຽບຮ້ອຍຢ່າງໜ້ອຍ 1 ມື້ກ່ອນເດີນທາງເດີ້ພີ່ນ້ອງ). ທຳອິດຂື້ນຍົນໄປລົງບາງກອກ ແລ້ວຈິ່ງຕໍ່ຍົນໄປສິງກະໂປ. ອັນຕອນຂີ່ຍົນແຕ່ວຽງຈັນໄປບາງກອກນິກະຮູ້ແລ້ວວ່າອາການແປກໆ. ພໍແຕ່ປ່ຽນຍົນຕໍ່ໄປສິງກະໂປເທົ່ານັ້ນລະ... ໄດ້ເລື້ອງເລີຍ. ເມົາຍົນນະພີ່ນ້ອງ! ເມົາແບບເຈັບຫົວ ປວດຮາກຢ່າງແຮງ.



ພໍດີມີຜູ້ຊາຍຄົນໜື່ງນັ່ງທາງຂ້າງເຮົາ. ເຮົາບອກມັນວ່າ ເຮົາຢາກໄປຫ້ອງນ້ຳແຕ່ໝໍນັ້ນມັນຫູຕຶງ ບອກແນວໃດກະບໍ່ລຸກໃຫ້ ຈົນເກືອບຮາກໃສ່ມັນ.ພໍແຕ່ມັນລຸກໃຫ້ກະຟ້າວແລ່ນໄປຫ້ອງນ້ຳ ທັ້ງໆທີ່ຫ້ອງນ້ຳທີ່ແລ່ນໄປນັ້ນມັນແມ່ນສະເພາະຜູ້ໂດຍສານຊັ້ນພິເສດ (First class). ສາວແອຣກະເຮັດໜ້າງົງໆວ່າອີ່ນ້ອຍໆນິມັນແລ່ນມາຫຍັງພີ້. ແຕ່ວ່າບໍ່ທັນລະ ເຮົາເຂົ້າຫ້ອງນ້ຳອອກມາພວກສາວແອຣກະໃຈດີຫຼາຍໆໆ ພາກັນມາ take care ເອົາຢາເອົານ້ຳຂີງໃຫ້ກິນ. ແຖມຍັງຊ່ວຍ fill form ກ່ອນລົງສະໜາມບິນທີ່ສິງກະໂປອີກ.



ແລ້ວເອື້ອຍແອຣໃຈດີກະພາໄປນອນຢູ່ແຖວຫຼັງໆ ເຊິ່ງເປັນທີ່ນັ່ງວ່າງ ບໍ່ມີຜູ້ໂດຍສານ. ກະເລີຍໂຊກດີໄດ້ນອນໄປຮອດສິງກະໂປ. ໄປຮອດສິງຫະໂປເອື້ອຍໄປຮັບ ບອກເອື້ອຍວ່າເມົາຍົນ. ເອື້ອຍຫົວຂວັນຢ່າງໃຫຍ່ ເພາະໃຊ້ເວລາຂີ່ຍົນຈາກບາງກອກໄປສິງກະໂປພຽງແຕ່ 2 ຊົ່ວໂມງກະຍັງເມົາ. ນັ້ນລະປະສົບການຄັ້ງທຳອິດທີ່ເດີນທາງຄົນດຽວ. ຄິດມາຍາມໃດເປັນຕາອາຍຍາມນັ້ນ



໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໂອ໋ ລະນໍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເອົາພໍຄົນອື່ນຮູ້ນຳແນ່

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບ ຂພຈ ກໍ່ມີປະສົບການຄັ້ງທຳອິດຄືກັນຊຶ່ງ ຂພຈ ໄດ້ໄປທີ່ປະເທດ ສປ ຈີນ, ໄປແບບບໍ່ຮູ້ຈັກໃຜເລີຍຍ້ານແຕ່ເຂົາສິພາໄປຂ້າຖີ້ມກະປານນັ້ນ ຄົນບ້ານເພີ່ນກະບັກຫຼາຍໆ ພາສາກະເວົ້າບໍ່ເປັນ (ຄົນຈີນພັດບໍ່ເວົ້າພາສາອັງກິດອີກກະປານນັ້ນ) ໃຄແຕ່ບໍ່ເມົາຍົນ (ຍ້ານຍົນຕົກຢ່າງດຽວ)


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ສຳລັບ ຂພຈ ກໍ່ມີປະສົບການຄັ້ງທຳອິດຄືກັນຊຶ່ງ ຂພຈ ໄດ້ໄປທີ່ປະເທດ ສປ ຈີນ, ໄປແບບບໍ່ຮູ້ຈັກໃຜເລີຍຍ້ານແຕ່ເຂົາສິພາໄປຂ້າຖີ້ມກະປານນັ້ນ ຄົນບ້ານເພີ່ນກະບັກຫຼາຍໆ ພາສາກະເວົ້າບໍ່ເປັນ (ຄົນຈີນພັດບໍ່ເວົ້າພາສາອັງກິດອີກກະປານນັ້ນ) ໃຄແຕ່ບໍ່ເມົາຍົນ (ຍ້ານຍົນຕົກຢ່າງດຽວ)



ຂ້າພະເຈົ້າເອງກະຊິໄດ້ເດີນທາງໄປຈີນມື້ຮືນີ້ເດ້. ໄປຄົນດຽວອີກ... ພາສາຈີນໂຕໜຶ່ງກະບໍ່ເປັນ. ແມ່ນຄວາມທ່ານຫັ້ນລະວ່າຄົນຈີນບັກຫຼາຍໆໆໆຢູ່ສະໜາມບິນຫັ້ນ ເປັນຕາຢ້ານອະຫຼີໃດ໋. ແຕ່ວ່າໄປເທື່ອກ່ອນລະໄປ 3 ຄົນ ມັນເລີຍບໍ່ຢ້ານ. ໄປເທື່ອນີ້ຄົນດຽວ... ເຮີ້ ຈັກຊິເປັນແນວໃດ



໓ ກະທູ້
໒໒໙ ໂພສ
ນັກການກະທູ້
ບໍ່ທັນເຄີຍຂີ່ຍົນ


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ຖ້າເລືອກໄດ້ ມັກເດີນທາງດ້ວຍລົດໄຟຫຼາຍກວ່າ. ບໍ່ເມົາຄືຍົນ ແຖມມ່ວນດີອີກ. ແຕ່ຕ້ອງເປັນລົດໄຟຕູ້ນອນໄດ໋ລະ...

ທຸກຄັກໆ ທຸກຄັກໆ



໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຂ້າພະເຈົ້າ ໄປຕ່າງປະເທດທຳອິດໄປຢ້ຽມພີ່ນ້ອງ ແມ່ນຂີ່ເຮືອ........ພາຍໄປ ເພາະວ່າເຮືອນພີ່ນ້ອງຢູ່ຟັງນັ້ນຕິດແຄມຂອງ ເລີຍບໍ່ມີບັນຫາຫຍັງ


-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ຕອນຂ້າພະເຈົ້າ ໄປຕ່າງປະເທດທຳອິດໄປຢ້ຽມພີ່ນ້ອງ ແມ່ນຂີ່ເຮືອ........ພາຍໄປ ເພາະວ່າເຮືອນພີ່ນ້ອງຢູ່ຟັງນັ້ນຕິດແຄມຂອງ ເລີຍບໍ່ມີບັນຫາຫຍັງ




ທ່ານແບ້ງເວົ້າສະເປັນຕາຕື່ນເຕັ້ນ ຄິດວ່າຂີ່ເຮືອອອກໄປຜ່ານມະຫາສະໝຸດປາຊີຟິກພວກນັ້ນສະດອກ ແບບອອກໄປເປັນໂຈນສະຫລັດຄືລູຟີ້ໃນ onepiece ຫັ້ນນາ ອິອິອິ

ຫວານຕົ້ນຈືດປາຍ

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ບໍ່ຮູ້ເດບໍ່ເຄີຍຂີ່ຍົນໄປໄກຈັກເທຶ່ອແຕ່ເກີດມາກາຫະກໍ່ເຄີຍຂີ່ຍົນເທື່ອດ່ຽວແຕ່ປາກເຊໄປວຽງຈັນນີ້ລະຮູ້ແຕ່ວ່າເຈັບຮູຫູແລະກໍ່ຕົກໃຈຕອນຍົນລົງ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກສີ່ງທຸກຢ່າງມັນກໍມີຄັ້ງທຳອິດ ເກີດຂື້ນແກ່ທຸກຄົນ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວກໍບໍ່ເຫັນວ່າມັນຊິ ເກີນວິສັຍຈັກໝ່ອຍ!


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ຕອນຂ້າພະເຈົ້າ ໄປຕ່າງປະເທດທຳອິດໄປຢ້ຽມພີ່ນ້ອງ ແມ່ນຂີ່ເຮືອ........ພາຍໄປ ເພາະວ່າເຮືອນພີ່ນ້ອງຢູ່ຟັງນັ້ນຕິດແຄມຂອງ ເລີຍບໍ່ມີບັນຫາຫຍັງ




ເຮົາຂີ່ເຮືອກະຮູ້ສຶກເມົາຢູ່ໃດ໋ລະ


໕ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ແລ້ວກໍບໍ່ເຫັນວ່າມັນຊິ ເກີນວິສັຍຈັກໝ່ອຍ!



ກະບໍ່ໄດ້ເກີນວິໄສຫຍັງ..... ພຽງແຕ່ອາຍ ຢ້ານເຂົາວ່າບ້ານນອກ


໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
um...

ຊີວິດລິຂິດເອງ noOK

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ເຄີຍຫນ້າເເຕກເທື່ອຫນື່ງຍ້ອນ ເອົາໂທລະທັດຂື້ນບໍ່ເປັນເມົາເເຕ່ຄຸມໄງ້ ເເຕ່ເວົ້າໄປເຮົາກະບໍ່ເເມ່ນບ້ານນອກຍ້ອນເທັກໂນໂລຢີຂອງຍົນມັນບໍ່ຄືກັນ


໖ ກະທູ້
໒໘໐ ໂພສ
ນັກການກະທູ້
ກັບຕອນກັບບ້ານປີກາຍນີ້ໄດ້ຂີ່ business class ມັນມີລີໂມດເພື່ອເອີ້ນຄົນ ເຈົ້າຂອງພັດຄິດວ່າເເມ່ນລີໂມດໂທລະທັດໄປກົດມົ້ວ ພໍດີພະນັກງານຍ່າງມາຫາ ຈົນງົງ


໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ບໍ່ເຄີຍໄດ້ໄປຕ່າງປະເທດຊ້ຳ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອັນວ່າເມົາໆໆໆນິເປັນຄືກັນ ອິອິອິ ພໍແຕ່ຂື້ນຍົນນິເອົາໂລດລະ ແຕ່ຮູ້ວີທີປ້ອງກັນແລ້ວ

ກິນຢາໃສ່ ແລະ ພະຍາຍາມເບິ່ງອອກໄປນອກໆໆໆ ຖ້ານັ່ງຢູ່ໃກ້ຊ່ອງໃສໆ ຫັ້ນລະກະແນມເບິ່ງເມກ ເບິ່ງເຟຶ້ອໄປຊັ້ນລະ

ບໍ່ຊັ້ນກະຫາແນວເຣັດນັ່ງທ່ານັ້ນທ່ານີ້ໄປ ອິອິອິ ບໍ່ຊັ້ນກະນອນຫລັບສະ ເປັນທາງອອກທີ່ດີທີ່ສຸດໆໆໆໆໆ

ແຕ່ກະຕ້ອງນອນແລ້ວມີສະຕິນຳເດີ້ ນອນແລ້ວຫລັບໄຫລ ບໍ່ຮູ້ໂຕນິກະບໍ່ປານໃດເດີ້

ອິອິອິອິ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ TekToNiC ຂຽນວ່າ...
ກັບຕອນກັບບ້ານປີກາຍນີ້ໄດ້ຂີ່ business class ມັນມີລີໂມດເພື່ອເອີ້ນຄົນ ເຈົ້າຂອງພັດຄິດວ່າເເມ່ນລີໂມດໂທລະທັດໄປກົດມົ້ວ ພໍດີພະນັກງານຍ່າງມາຫາ ຈົນງົງ


ຮຮຮຮ ອັນນີ້ບໍປະສົບການ ກັບບ້ານຄົນດຽວນະ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ອັນວ່າເມົາໆໆໆນິເປັນຄືກັນ ອິອິອິ ພໍແຕ່ຂື້ນຍົນນິເອົາໂລດລະ ແຕ່ຮູ້ວີທີປ້ອງກັນແລ້ວ
ກິນຢາໃສ່ ແລະ ພະຍາຍາມເບິ່ງອອກໄປນອກໆໆໆ ຖ້ານັ່ງຢູ່ໃກ້ຊ່ອງໃສໆ ຫັ້ນລະກະແນມເບິ່ງເມກ ເບິ່ງເຟຶ້ອໄປຊັ້ນລະ
ບໍ່ຊັ້ນກະຫາແນວເຣັດນັ່ງທ່ານັ້ນທ່ານີ້ໄປ ອິອິອິ ບໍ່ຊັ້ນກະນອນຫລັບສະ ເປັນທາງອອກທີ່ດີທີ່ສຸດໆໆໆໆໆ
ແຕ່ກະຕ້ອງນອນແລ້ວມີສະຕິນຳເດີ້ ນອນແລ້ວຫລັບໄຫລ ບໍ່ຮູ້ໂຕນິກະບໍ່ປານໃດເດີ້
ອິອິອິອິ


ກິນຢາມັນເຮັດໃຫ້ເມື່ອຍ ແຕ່ກ່ອນເລື່ອງເມົາລົດເມົາເຮືອນິບໍ່ໃຫ້ເວົ້າ ຂີ່ລົດເມແຕ່ຕລາດເຊົ້າໄປດົງຄຳຊ້າງບໍ່ຮອດຈັກເທື່ອ ຮອດແຕ່ເມືອງນ້ອຍ-ຊຽງດາ ກະເມົາແລ້ວ ຫລາຍໆເທື່ອກະລົງນັ່ງຖ້າລົດຕຸກໆໄດ້ແຂນກົ້ນໄປຕໍ່ອີກຈື່ງຮອດ,ເລີຍລອງໆກິນຢາແບບນ້ອງພິຊເຊີ້ເວົ້າຫັ້ນລະ ແຕ່ວ່າມັນເຮັດ
ໃຫ້ຮ່າງກາຍອ່ອນເພຍແລະເມື່ອຍ ເລີຍລອງຄິດວິທີແບບໃໝ່(ອັນນີ້ຄິດໄດ້ເອງເດີເຮີໆ) ປ່ຽນມາກິນແປ໊ບຊີ້ ຫລື ໂຄ໊ກ ເວລາຂື້ນລົດ,ຂື້ນເຮືອ ຫລືຂື້ນຍົນ ຕ້ອງດື່ມເຮັດໃຫ້ມັນເອື້ອມຖັງລົມອອກມາ ເບົາທ້ອງຍ່າວໆຮູ້ສຶກວ່າສະບາຍ ສະບາຍ....ຮ່າໆໆໆໆ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...


ທ່ານແບ້ງເວົ້າສະເປັນຕາຕື່ນເຕັ້ນ ຄິດວ່າຂີ່ເຮືອອອກໄປຜ່ານມະຫາສະໝຸດປາຊີຟິກພວກນັ້ນສະດອກ ແບບອອກໄປເປັນໂຈນສະຫລັດຄືລູຟີ້ໃນ onepiece ຫັ້ນນາ ອິອິອິ


ຍັງໆ ຝີມືຍັງບໍ່ທັນເຖິງຂັ້ນຊິໄປຮ່ວມ OnePiece ຍັງຊິໄປຂໍຮຽນນຳພວກອິທິໂອເປຍກ່ອນ ອິໆໆໆໆ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປໄກສຸດກະແມ່ນປາກເຊຫັ້ນລະຖືກພວກຕຸກໆຟັນຈົນຕົກລົດເລີຍ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ອັນວ່າເມົາໆໆໆນິເປັນຄືກັນ ອິອິອິ ພໍແຕ່ຂື້ນຍົນນິເອົາໂລດລະ ແຕ່ຮູ້ວີທີປ້ອງກັນແລ້ວ
ກິນຢາໃສ່ ແລະ ພະຍາຍາມເບິ່ງອອກໄປນອກໆໆໆ ຖ້ານັ່ງຢູ່ໃກ້ຊ່ອງໃສໆ ຫັ້ນລະກະແນມເບິ່ງເມກ ເບິ່ງເຟຶ້ອໄປຊັ້ນລະ
ບໍ່ຊັ້ນກະຫາແນວເຣັດນັ່ງທ່ານັ້ນທ່ານີ້ໄປ ອິອິອິ ບໍ່ຊັ້ນກະນອນຫລັບສະ ເປັນທາງອອກທີ່ດີທີ່ສຸດໆໆໆໆໆ
ແຕ່ກະຕ້ອງນອນແລ້ວມີສະຕິນຳເດີ້ ນອນແລ້ວຫລັບໄຫລ ບໍ່ຮູ້ໂຕນິກະບໍ່ປານໃດເດີ້
ອິອິອິອິ


ກິນຢາມັນເຮັດໃຫ້ເມື່ອຍ ແຕ່ກ່ອນເລື່ອງເມົາລົດເມົາເຮືອນິບໍ່ໃຫ້ເວົ້າ ຂີ່ລົດເມແຕ່ຕລາດເຊົ້າໄປດົງຄຳຊ້າງບໍ່ຮອດຈັກເທື່ອ ຮອດແຕ່ເມືອງນ້ອຍ-ຊຽງດາ ກະເມົາແລ້ວ ຫລາຍໆເທື່ອກະລົງນັ່ງຖ້າລົດຕຸກໆໄດ້ແຂນກົ້ນໄປຕໍ່ອີກຈື່ງຮອດ,ເລີຍລອງໆກິນຢາແບບນ້ອງພິຊເຊີ້ເວົ້າຫັ້ນລະ ແຕ່ວ່າມັນເຮັດ
ໃຫ້ຮ່າງກາຍອ່ອນເພຍແລະເມື່ອຍ ເລີຍລອງຄິດວິທີແບບໃໝ່(ອັນນີ້ຄິດໄດ້ເອງເດີເຮີໆ) ປ່ຽນມາກິນແປ໊ບຊີ້ ຫລື ໂຄ໊ກ ເວລາຂື້ນລົດ,ຂື້ນເຮືອ ຫລືຂື້ນຍົນ ຕ້ອງດື່ມເຮັດໃຫ້ມັນເອື້ອມຖັງລົມອອກມາ ເບົາທ້ອງຍ່າວໆຮູ້ສຶກວ່າສະບາຍ ສະບາຍ....ຮ່າໆໆໆໆ


ອືມມມ ອັນນີ້ຄິດວ່າແລ້ວແຕ່ວິທີຂອງໃຜມັນ ສຳຫລັບນ້ອງຖ້າເວລານັ່ງລົດ (ບໍ່ກິນຢາ) ຕ້ອງນັ່ງຫນ້າໃຫ້ເຫັນທາງ (ບໍ່ຄວນເບິ່ງດ້ານຂ້າງລົດ) ເພາະວ່າຈະເຣັດໃຫ້ເມົາລົດໄດ້ໄວ ຕ້ອງເບິ່ງດ້ານຫນ້າເທົ່ານັ້ນ ແລະ ເຣັດໂຕຕາມສະບາຍ ແຕ່ຖ້າກິນແປບຊີ້ແບບອ້າຍແບ້ງວ່ານິ ຈັ່ງເບິ່ງເດີ້
ກິນເຂົ້າໄປນິທັງເຈັບກະເພາະ ທັງເອື້ອມ ແລະ ຢາກເປັນແມ່ຄ້າຂາຍເຂົ້າປຽກຢ່າງອັດຕະໂນມັດໂລດ ອິອິອິອິ
*** ເລື່ອງກິນຢາ ແມ່ນເດີນທາງໄກເຣົາຈິ່ງເລືອກກິນ ຖ້າໃກ້ ແລ້ວບໍ່ຄວນກິນເພາະວ່າຈະເຮັດໃຫ້ເຣົາເມື່ອຍແບບອ້າຍແບ້ງເວົ້າຫັ້ນລະ
ດັ່ງນັ້ນວິທີທີ່ດີທີ່ສຸດຄື ນັ່ງທາງຫນ້າ ບ່ອນອາກາດຖ່າຍເທດີ ຈະຊ່ວຍໃຫ້ເຮົາຫາຍໃຈສະດວກ ແລະ ບໍ່ຢາກເປັນແມ່ຄ້າໂດຍອັດຕະໂນມັດໄດ້


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ໄປໄກສຸດກະແມ່ນປາກເຊຫັ້ນລະຖືກພວກຕຸກໆຟັນຈົນຕົກລົດເລີຍ


ຮ່າໆໆໆໆ ຖືກຕຸກໆໆໆ ຟັນພຸ້ນນະ ໃຄແດ່ເນາະ ມີແຕ່ຕົກລົດຊື່ໆໆໆໆ ດີທີ່ບໍ່ເປັນຫຍັງຫລາຍ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ກະເຄີຍໄປຄົນດຽວຄືກັນ...


໓ ກະທູ້
໑໙໓ ໂພສ
ນັກການກະທູ້
yung bor kery


໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ມາອາເມລິກາເປັນຄັ້ງທຳອິດ...ມາຕົກແຊນແຟນເລີ່ມງົງອິອິອິ


໙ ກະທູ້
໒໘໘ ໂພສ
ນັກການກະທູ້


ບໍ່ເຄີຍຂີ່ຍົນຈັກເທື່ອ........

ລູສຸດກະແມ່ນໄດ້ນັ່ງລົດໄຟຟ້າBTSແລະລົດໄຟໃຕ້ດີນ (ຂໍບອກວ່າບ້ານນອກບ້ານນອກເລີຍຂ້ອຍ)

ໄປປ່ອຍໄກ່ຢູ່ປະເທດກະເຈົ້າມາໝາດໆໆ...

ເພາະວ່າຊຶ້ປີ້ຂຶ້ນລົດໄຟລອຍຟ້າແຕ່ວ່າຊອກບ່ອນປ່ອນCardເຂົ້າເຫັນ(ຈົນຍາມມາຊ່ວຍປ່ອນໃຫ້T^T)

ຍັງບໍ່ແລ້ວ,ຍັງບໍ່ແລ້ວວວວ...ຕອນລົງຈາກລົດໄຟກະຕ້ອງປ່ອນບັດຢູ່ເຫຼັກກັ້ນຄົນກ່ອນອອກຈັກສະຖານນີ,ແຕ່ຂ້ອຍບໍ່ຮູ້ກະຢືນຖ້າຢູ່ຫັນແລະ(ຢືນຖ້າເອົາບັດ)...

ຈົນຄົນທາງຫຼັງເບິ່ງໜ້າຂ້ອຍງົງໆໆ(ປານໄດ້ເຈົ້າຊິອອກໄປຫະ #$@)*W&@_@^!@#)

ໄດ້ຮູ້ຄວາມຈິງຈາກເອື່ອຍວ່າ...ບັດທີ່ຂ້ອຍຊື້ຢູ່ຕູ້ຂາຍບັດແມ່ນບັດທີ່ໃຊ້ໄດ້ຄັ້ງດຽວ(ຕອນອອກຈາກສະຖານນີແລ້ວມາຈະເກັບບັດໄວ້ເລີຍ,ພຽງແຕ່ຍ່າງອອກ)



ແຖມລັກກິນຂະໜົມຢູ່ຊານສະລາລໍຖ້າລົດໄຟຟ້າຈອດອີກ(ເພາະວ່າມີກ້ອງຈັບຕອນຂ້ອຍກິນ) ກິນຈົນແລ້ວລະຈິ່ງເຫັນປ້າຍວ່າຫັາມກິນອາຫານບໍລິເວນນີ້

ດີທີ່ບໍ່ມີຄົນຢູ່ຫັນຈັກຄົນ,ຄົນທີ່ເຫັນຂ້ອຍກິນກະຄືຊິມີແຕ່ຄົນນັ່ງເຝົ້າຈໍກ້ອງວົງຈອນປິດຫັນແລະ 55555 (ສົງໃສມັນຕ້ອງວ່າຂ້ອຍບ້ານນອກແທ້ໆໆແລະ)

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ປະສົບການຄັ້ງແລກຂອງຂ້ອຍຕອນຂີ່ຍົນກະທຳມະດາບໍ່ເມົາ

ບໍ່ມີອາການຫຍັງເລີຍມ່ວນຊ້ຳໄດ້ເຫັນຂີ້ເຝື້ອເຫັນສາຍນ້ຳເຫັນພູຜາປ່າໄມ້

ແຕ່ຕອນຍົນມັນບິນຂື້ນນີ້ຕິ ຫົວໃຈວາບບາດໜຶ່ງ ຕົກໃຈຂະໜາດເລີຍ ບາດເທື່ອທີສອງແລະເທື່ອຕໍ່ທໄປກະທຳມະດາເປັນຊື່ໆ

ເພາະປັບຕົວໄດ້ລະ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>