ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ໄປທ່ຽວໂດຍການຂີ່ລົດຖີບ

໓໑ ກະທູ້
໑໕໓ ໂພສ
ນັກການກະທູ້
ຂ້ອຍມີຈຸດປະສົງ ແມ່ນຢາກຈະຖີບລົດຖີບໄປທ່ຽວແທນການໃຊ້ລົດຈັກຫຼືລົດໃຫ່ຍ ເພື່ອຊ່ວຍເປັນກະບອກສຽງໜຶ່ງໃນການຊ່ວຍລົນນະລົງການປະຢັດການໃຊ້ນ້ຳມັນ ແລະເພື່ອສຸຂະພາບທີ່ດີຂອງເຮົາເອງ.

ດັ່ງນັ້ນຈຶ່ງຢາກຈະຊວນໝູ່ເພື່ອນຜູ້ທີ່ສົນໃຈ ແລະມັກໃນການຖີບລົດເຂົ້າຮ່ວມເສັ້ນທາງການດ້ວຍກັນ. ເຊິ່ງຈຸດໝາຍປາຍທາງແມ່ນເລີ່ມຕົ້ນ ທີ່ປະຕູໄຊ ໄປຈົນເຖິງຂົວທ່າງ່ອນ( ຢຸດພັກຜ່ອນປະມານ 20 ນາທີ ) ແລ້ວກັບຄືນຫາປະຕູໄຊຕາມເດີມ.

ເງື່ອນໄຂ:
1. ຕ້ອງມີພາຫານະເປັນຂອງຕົນເອງ ( ລົດຖີບເສືອພູເຂົາ, ລົບຖີບເສືອໝອບເປັນຕົ້ນ )
2. ມັກຖີບລົດເປັນປະຈຳ
3. ສະເພາະນັກຖີບລົດມືສະໝັກຫຼີ້ນ
4. ພາຫະນະຂອງທ່ານຕ້ອງຮັບປະກັນວ່າຈະສາມາດເດີນທາງໄກໄດ້
5. ຕ້ອງເປັນຄົນທີ່ອາຢູ່ໃນ ນະຄອນຫຼວງ

ໝາຍເຫດ:
1. ບໍ່ໄດ້ຂື້ນກັບໜ່ວຍງານການຈັດຕັ້ງໃດ ພຽງແຕ່ຕ້ອງການສ້າງກຸ່ມເພື່ອເຮັດກິດຈະກຳອອກກຳລັງກາຍເທົ່ານັ້ນ.
2. ບໍ່ໄດ້ເສຍຄ່າໃຊ້ຈ່າຍຕ່າງກ່ຽວກັບກຸ່ມ ມີພຽງແຕ່ຄ່າໃຊ້ຈ່າຍກ່ຽວກັບຕົວຂອງທ່ານເອງ ( ກຸ້ມຕົນເອງ )

ຕິດການຕິດຕໍ່:
- ສາມາດຕິດຕໍ່ຂ້າພະເຈົ້າໄດ້ທີ່ ຂໍ້ຄວາມຫຼັງໄມ ຫຼື ສະແດງຄຳຄິດເຫັນຕ່າງໆໄດ້ໃນກະນີ້


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ໜ້າສົນໃຈ ແຕ່ໄປນຳບໍ່ໄດ້

ຊົ່ວຢ່າງສ້າງສັນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຂົ້າຮ່ວມນຳເດີ່ ແຕ່ຕ້ອງໄດ້ເບິ່ງ ວັນເວລາທີ່ຈະໄປ ວ່າສິຫວ່າງບໍ